ດົ່ງທາບ: ພົບປະເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ສະຫະພັນ ລັດເຊຍ
![]() | ຍ້ອງຍໍໃຫ້ບັນດານັກສຶກສາ ຫວຽດນາມ ທີ່ໄດ້ຮັບນາມມະຍົດ “ນັກສຶກສາ 5 ດີ” ຢູ່ສະຫະພັນ ລັດເຊຍ ໃນປີ 2024. |
![]() | ເອກອັກຄະລັດຖະທູດ ຕວກກີ ເຂົ້າຢ້ຽມຂ່ຳນັບທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ |
ເຂົ້າຮ່ວມເຫດການມີທ່ານ Sadykov Timur Sirozhevich, ກົງສຸນໃຫຍ່ສະຫະພັນ ລັດເຊຍ ປະຈຳນະຄອນ ໂຮ່ຈິມິນ; ທ່ານ ຟານຮຸຍເຟືອກ - ຫົວໜ້າພະແນກພາຍໃນ, ປະທານສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນ ລັດເຊຍ ແຂວງ ດົ່ງທາບ; ທ່ານ ຫວໍງອກແທ່ງ, ຮອງປະທານຄະນະກຳມະການແນວໂຮມແຫ່ງຊາດ ຫວຽດນາມ ແຂວງ; ທ່ານ ເລຊວນຫາຍ, ປະທານສະຫະພັນບັນດາອົງການມິດຕະພາບແຂວງ; ຄະນະບໍລິຫານງານສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນ ລັດເຊຍ ພ້ອມກັບຜູ້ຕາງໜ້າການນຳບັນດາພະແນກ, ຄະນະ, ຂະແໜງການແຂວງ, ບັນດາສະມາຄົມມິດຕະພາບສະມາຊິກ ແລະ ຄູອາຈານ, ນັກສຶກສາວິທະຍາໄລຊຸມຊົນ ດົ່ງທາບ ເປັນຈຳນວນຫຼວງຫຼາຍ.
![]() |
ກອງປະຊຸມການພົບປະສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ ຢູ່ ດົ່ງທາບ. (ພາບ: dufo.dongthap.gov.vn) |
ທີ່ການພົບປະ, ບັນດາຜູ້ແທນໄດ້ຊົມສາລະຄະດີພາບທີ່ສະທ້ອນໃຫ້ເຫັນເຖິງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ລັດເຊຍ. ພ້ອມກັນນັ້ນ, ບັນດາເລື່ອງລາວທີ່ເຕັມໄປດ້ວຍອາລົມຈິດຈາກບັນດາອະດີດນັກສຶກສາກ່ຽວກັບຄວາມຊົງຈຳໄລຍະຮ່ຳຮຽນ ແລະ ເຮັດວຽກຢູ່ສະຫະພັນ ລັດເຊຍ ໄດ້ມີຄວາມປະທັບໃຈຢ່າງເລິກເຊິ່ງ.
ກ່າວຄຳປາໄສທີ່ເຫດການນີ້, ທ່ານ ເລຊວນຫາຍ ໄດ້ທົບທວນຄືນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງປະເທດ. ທ່ານເນັ້ນໜັກເຖິງການປະກອບສ່ວນອັນສຳຄັນຂອງສະຫະພາບ ໂຊວຽດ ແຕ່ກ່ອນ ແລະ ສະຫະພັນ ລັດເຊຍ ໃນປະຈຸບັນ ໃນການໜູນຊ່ວຍແຂວງ ດົ່ງທາບ, ນັບແຕ່ການບຳລຸງສ້າງພະນັກງານ, ໜູນຊ່ວຍການກໍ່ສ້າງໂຮງໝໍ, ໂຮງຮຽນ ແລະ ການໜູນຊ່ວຍດ້ານມະນຸດສະທຳ. ທ່ານກໍ່ໃຫ້ຮູ້ວ່າ, ຫວ່າງມໍ່ໆມານີ້, ດົ່ງທາບ ໄດ້ຕ້ອນຮັບວິສາຫະກິດຂອງ ລັດເຊຍ ຈຳນວນໜຶ່ງມາສຳຫຼວດ, ຊອກຫາກາລະໂອກາດຮ່ວມມື ແລະ ລົງທຶນ.
![]() |
ທ່ານກົງສຸນໃຫຍ່ສະຫະພັນ ລັດເຊຍ ປະຈຳ ນະຄອນ ໂຮ່ຈິມິນ Sadykov Timur Sirozhevich ກ່າວຄຳປາໄສທີ່ເຫດການ. (ພາບ: dufo.dongthap.gov.vn) |
ເນື່ອງໃນໂອກາດນີ້, ທ່ານ ເລຊວນຫາຍ ໄດ້ສົ່ງຄຳຂອບໃຈຢ່າງເລິກເຊິ່ງເຖິງສະຖານກົງສຸນໃຫຍ່ສະຫະພັນ ລັດເຊຍ ປະຈຳ ນະຄອນ ໂຮ່ຈີມິນ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການຊຸກຍູ້ການພົບປະແລກປ່ຽນມິດຕະພາບ, ເຊື່ອມໂຍງເຂົ້າກັບວິສາຫະກິດ ແລະ ເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍ. ທ່ານປາດຖະໜາວ່າ ການພົວພັນ ຫວຽດນາມ - ລັດເຊຍ ຈະສືບຕໍ່ພັດທະນາ, “ສີຂຽວ ແລະ ແຕກດອກອອກຜົນ”.
ກ່າວຄຳປາໄສທີ່ກອງປະຊຸມ, ທ່ານກົງສຸນໃຫຍ່ສະຫະພັນລັດເຊຍ ປະຈຳ ນະຄອນ ໂຮ່ຈິມິນ Sadykov Timur Sirozhevich ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງສະຫະພັນບັນດາອົງການມິດຕະພາບແຂວງ ດົ່ງທາບ ແລະ ສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນ ລັດເຊຍ ແຂວງ ໃນການຈັດຕັ້ງເຫດການທີ່ມີຄວາມໝາຍນີ້. ທ່ານກ່າວວ່າ, ບັນດາການເຄື່ອນໄຫວດັ່ງກ່າວໄດ້ປະກອບສ່ວນຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ເພີ່ມທະວີການແລກປ່ຽນປະຊາຊົນ ເພື່ອຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງປະເທດ.
![]() | ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະພາສັນຕິພາບໂລກ ສືບຕໍ່ຮ່ວມມືເພື່ອສັນຕິພາບ ຍສໝ - ຕອນບ່າຍວັນທີ 8 ພຶດສະພາ ຢູ່ຮ່າໂນ້ຍ, ທ່ານ ຫງວຽນງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Pallab Sengupta ປະທານສະພາສັນຕິພາບໂລກ, ປະທານສະພາສັນຕິພາບໂລກ, ເລຂາທິການອົງການສາມັກຄີທົ່ວປວງຊົນ ອິນເດຍ (AIPSP). |
![]() | “ສະຫະພັນບັນດາອົງການມິດຕະພາບຫວຽດນາມ: 74 ປີແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມືສາກົນ” ຍສໝ - ວັນທີ 17 ພະຈິກ 1950 ໄດ້ເຂົ້າໃນປະຫວັດສາດຄືເປັນຂີດໝາຍສຳຄັນ, ສະໜິດຕິດພັນການປະຕິວັດ ຫວຽດນາມ ກັບຂະບວນການກ້າວໜ້າຂອງປະຊາຊົນໂລກ ແລະ ຫຼັງຈາກນັ້ນ ໄດ້ຮັບຮູ້ຢ່າງເປັນທາງການວ່າແມ່ນວັນມູນເຊື້ອຂອງບັນດາອົງການມິດຕະພາບ ຫວຽດນາມ, ກຳລັງຫຼັກແຫຼ່ງໃນວຽກງານການທູດປະຊາຊົນ. |
ແທັງຮັ່ງ