VUFO 2024: ສຳເລັດເປົ້າໝາຍສຳຄັນຫຼາຍຢ່າງ
![]() | 5 ກຸ່ມເປົ້າໝາຍວຽກງານຂອງ 6 ເດືອນທ້າຍປີ 2024 |
![]() | 4 ບຸກທະລຸ ແລະ 5 ໜ້າທີ່ຂອງ VUFO ໃນປີ 2024 |
ຜົນໄດ້ຮັບທີ່ໂດດເດັ່ນໃນປີ 2024
ເຂົ້າຮ່ວມໃນ 07 ຄະນະຂັ້ນສູງທີ່ເຮັດວຽກຢູ່ 09 ປະເທດ; ເປັນເສນາທິການເປັນປະທານ ແລະ ສົມທົບກັນຈັດຕັ້ງ 08 ການເຄື່ອນໄຫວການຕ່າງປະເທດຂອງການນຳຫຼັກແຫຼ່ງຂອງພັກ, ລັດ; ໄດ້ຈັດຕັ້ງການເຄື່ອນໄຫວທາງການທູດປະຊາຊົນ 1.000 ກວ່າຄັ້ງ, ໃນນັ້ນມີ 43 ຄະນະອອກ ແລະ 28 ຄະນະເຂົ້າປະເທດ; ກອງປະຊຸມການສຳມະນາສາກົນ 04 ຄັ້ງ; ລົງນາມສັນຍາການຮ່ວມມື (MOU) 01 ສະບັບ; ລະດົມ 232 ຕື້ດົ່ງ ເພື່ອໜູນຊ່ວຍປະຊາຊົນຢູ່ບັນດາເຂດປະສົບໄພພາຍຸ Yagi; ສ້າງຮາກຖານອັນສຳຄັນ ເພື່ອໃຫ້ຄຳໝັ້ນສັນຍາກໍ່ສ້າງເຮືອນຢູ່ 1.000 ຫຼັງ ແນໃສ່ຕອບສະໜອງຂະບວນການ “ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ” ໂດຍນາຍົກລັດຖະມົນຕີ ຫວຽດນາມ ປຸກລະດົມ.
![]() |
ທ່ານປະທານປະເທດ ຫວຽດນາມ ໂຕເລີ່ມ ແລະ ທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ເຂົ້າຮ່ວມການພົບປະກັບການນຳສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນ ລັດເຊຍ ແລະ ບັນດາລຸ້ນອະດີດນັກສຶກສາ ຫວຽດນາມ ທີ່ຮ່ຳຮຽນຢູ່ ລັດເຊຍ, ວັນທີ 20 ມິຖຸນາ 2024 ຢູ່ ຮ່າໂນ້ຍ. (ພາບ: ດິງຮວ່າ) |
ກອງປະຊຸມຄະນະປະທານປະເທດຄັ້ງທີ 9, ຊຸດທີ VI, ວັນທີ 29 ມັງກອນ 2024 ຢູ່ຮ່າໂນ້ຍ ໄດ້ວາງອອກບາງຈຸດສຸມສຳຄັນໃນວຽກງານຂອງ VUFO ດັ່ງນີ້:
ທີໜຶ່ງ, ສືບຕໍ່ປະຕິບັດວຽກງານກໍ່ສ້າງພັກເປັນຢ່າງດີ; ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ບັນດາມະຕິ, ຄຳສັ່ງຂອງສູນກາງກ່ຽວກັບວຽກງານການຕ່າງປະເທດ ແລະ ການທູດປະຊາຊົນ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງ VUFO.
ທີສອງ, ສົມທົບກັບບັນດາຄະນະ, ກະຊວງ, ຂະແໜງການ ເພື່ອສະຫຼຸບ, ສັງລວມໂດຍຫຍໍ້ການຫັນບັນດາມະຕິ, ຄຳສັ່ງຂອງສູນກາງກ່ຽວກັບການທູດປະຊາຊົນ ແລະ VUFO ເປັນລະບອບລະບຽບການ. ບົນພື້ນຖານນັ້ນ, ກໍ່ສະເໜີແນະກັບການນຳພັກ ແລະ ລັດທີ່ມີການຊີ້ນຳຢ່າງທັນການ, ສ້າງເງື່ອນໄຂກ່ຽວກັບກົນໄກ ແລະ ລະບອບ, ນະໂຍບາຍໃຫ້ແກ່ລະບົບ VUFO.
ທີສາມ, ສືບຕໍ່ປັບປຸງ, ສັບຊ້ອນ, ບູລະນະໂຄງຮ່າງການຈັດຕັ້ງກົງຈັກຂອງລະບົບແຕ່ສູນກາງລົງຮອດທ້ອງຖິ່ນ; ເພີ່ມທະວີວຽກງານກຳນົດທິດ, ປະສານສົມທົບ, ແບ່ງປັນຂໍ້ມູນຂ່າວສານໃນທົ່ວລະບົບ. ຍົກສູງຄຸນນະພາບຖັນແຖວພະນັກງານຮັບຜິດຊອບສະເພາະວຽກງານການທູດປະຊາຊົນ.
ທີສີ່, ປ່ຽນແປງໃໝ່ຈິນຕະນາການ, ວິທີການເຂົ້າເຖິງ, ແບບວິທີການຈັດຕັ້ງ ແລະ ເນື້ອໃນບັນດາການຄື່ອນໄຫວວຽກງານການທູດປະຊາຊົນຢ່າງເຂັ້ມແຂງ. ເພີ່ມທະວີຄວາມເປັນເຈົ້າການ, ປະດິດສ້າງໃນການເສນາທິການ, ກະກຽມ, ຈັດຕັ້ງ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຢ່າງມີປະສິດທິຜົນ, ໃນນັ້ນ ມີບັນດາການເຄື່ອນໄຫວວຽກງານການຕ່າງປະເທດຂັ້ນສູງຢູ່ພາຍໃນ ແລະ ຕ່າງປະເທດ.
ທີຫ້າ, ສືບຕໍ່ກໍ່ສ້າງ ແລະ ເປີດກວ້າງເຄືອຂ່າຍຄູ່ຮ່ວມມື, ສ້າງແຜນທີ່ລະບົບຄູ່ຮ່ວມມື; ຕັ້ງໜ້າເຂົ້າຮ່ວມບັນດາກົນໄກຫຼາຍຝ່າຍ, ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດຄື: ເສດຖະກິດ, ການຄ້າ, ການທ່ອງທ່ຽວ, ວັດທະນະທຳ, ວິທະຍາສາດ.
ທີຫົກ, ປ່ຽນແປງໃໝ່ເພື່ອຍົກສູງປະສິດທິຜົນວຽກງານບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ຕິດພັນການລະດົມການຊ່ວຍເຫຼືອກັບການການລະດົມການຕ່າງປະເທດ, ການໜູນຊ່ວຍການເຄື່ອນໄຫວຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ.
ທີເຈັດ, ສືບຕໍ່ເປີດກວ້າງບັນດາຊ່ອງຂໍ້ມູນຂ່າວສານການຕ່າງປະເທດ ແລະ ຍູ້ແຮງຂໍ້ມູນຂ່າວສານການຕ່າງປະເທດໃນບັນດາເຄືອຂ່າຍສັງຄົມ, ສ້າງຫົວຂໍ້ລົງເລິກຂໍ້ມູນຂ່າວສານກ່ຽວກັບການພົວພັນສອງຝ່າຍກັບບັນດາປະເທດຕ່າງໆ.
ທີແປດ, ເພີ່ມທະວີວຽກງານຄົ້ນຄ້ວາ, ເສນາທິການຢ່າງປະສິດທິຜົນ... ຕັ້ງໜ້າປະກອບສ່ວນຄຸນນະພາບເຂົ້າໃນບັນດາແຜນຮ່າງ,ໂຄງການ, ຄົ້ນຄວ້າ, ແຜນການການຕ່າງປະເທດຂອງບັນດາອົງການ; ເພີ່ມທະວີການຈັດຕັ້ງ ກອງປະຊຸມອໂອ້ລົມເຈລະຈາ, ການດຳລົງຊີວິດວິຊາການກ່ຽວກັບສະພາບການໃນໂລກ ແລະ ພາກພື້ນ, ຈັດຕັ້ງບັນດາກຸ່ມຄົ້ນຄວ້າ.
![]() |
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີ່ມ ແລະ ບັນດາຜູ້ແທນຕາງໜ້າຜູ້ຊົງຄຸນວຸດທິມິດຕະພາບ ຈີນ, ວັນທີ 18 ສິງຫາ 2024 ຢູ່ ກວາງໂຈ່ (ກວາງດົງ, ຈີນ). (ພາບ: KT) |
ການກຳນົດທິດວຽກງານ ປີ 2025 ກໍ່ສ້າງລະບົບສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຢ່າງເຂັ້ມແຂງ; ຕອບສະໜອງບັນດາຄວາມຮຽກຮ້ອງຂອງສະຖານະການ ແລະ ສະພາບການໃໝ່, ຄວາມຕັ້ງຫວັງຂອງການນຳພັກ, ລັດ, ຄວາມຕ້ອງການປ່ຽນແປງໃໝ່, ການພັດທະນາຕົນເອງຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ຮັບປະກັນຜັນຂະຫຍາຍແຜນວຽກງານປີ 2025 ຢ່າງມີປະສິດທິຜົນ. |
VUFO ເຂົ້າຮ່ວມ, ຈັດຕັ້ງບັນດາການເຄື່ອນໄຫວການຕ່າງປະເທດຂັ້ນສູງໃນປີ 2024 1. ວັນທີ 9 ເມສາ, ຢູ່ນະຄອນຫຼວງ ປັກກິ່ງ, VUFO ແລະ ສະມາຄົມມິດຕະພາບການທູດປະຊາຊົນ ຈີນ ສົມທົບກັນຈັດຕັ້ງລາຍການ "ການພົບປະມິດຕະພາບປະຊາຊົນ ຫວຽດນາມ - ຈີນ". 2. ວັນທີ 20 ມິຖຸນາ, ຢູ່ຮ່າໂນ້ຍ, VUFO ໄດ້ເປັນປະທານຈັດເຫດການທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໂຕເລີ່ມ ໄດ້ມີການພົບປະກັບບັນດາການນຳສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນ ລັດເຊຍ ແລະ ບັນດາລຸ້ນອະດີດນັກສຶກສາ ຫວຽດນາມ ທີ່ເຄີຍຮຽນຢູ່ ລັດເຊຍ. 3. ວັນທີ 25 ແລະ 26 ມິຖຸນາ, VUFO ແລະ ສະມາຄົມມິດຕະພາບການທູດປະຊາຊົນ ຈີນ ໄດ້ສົມທົບກັນຈັດຕັ້ງເວທີປະຊາຊົນ ຫວຽດນາມ - ຈີນ ຄັ້ງທີ 12 ຢູ່ ຫູໜານ, ຈີນ ດ້ວຍການເຂົ້າຮ່ວມຂອງບັນດານັກຊ່ຽວຊານ, ນັກວິຊາການ, ປັນຍາຊົນ, ຜູ້ຊົງຄຸນວຸດທິ, ນັກຂ່າວ, ວິສາຫະກິດ 26 ທ່ານ ຂອງສອງປະເທດ. 4. ວັນທີ 30 ມິຖຸນາ, VUFO ໄດ້ສົມທົບກັບບັນດາຄູ່ຮ່ວມມື, ເພື່ອນມິດ ສ.ເກົາຫຼີ ຈັດຕັ້ງການພົບປະຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ ກັບເພື່ອນມິດ ສ.ເກົາຫຼີ ທີ່ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ການພົວພັນ ຫວຽດນາມ - ສ.ເກົາຫຼີ. 5. ວັນທີ 18 ສິງຫາ, ຢູ່ນະຄອນ ກວາງໂຈ່ (ກວາງດົງ, ຈີນ), VUFO, ສະມາຄົມມິດຕະພາບການທູດປະຊາຊົນ ຈີນ, ສະມາຄົມມິດຕະພາບການທູດປະຊາຊົນແຂວງ ກວາງດົງ, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ກວາງໂຈ່ ໄດ້ສົມທົບກັນຈັດຕັ້ງລາຍການທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີ່ມ ພົບປະກັບຕາງໜ້າຜູ້ຊົງຄຸນວຸດທິມິດຕະພາບ ຈີນ. 6. ວັນທີ 22 ກັນຍາ, VUFO, ຄະນະພົວພັນຕ່າງປະເທດສູນກາງ ແລະ ຄະນະຜູ້ແທນ ຫວຽດນາມ ພ້ອມກັບອົງການສະຫະປະຊາຊາດ ໄດ້ສົມທົບກັນຈັດຕັ້ງການພົບປະ, ແລກປ່ຽນລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີ່ມ ກັບການນຳຂອງພັກກອມມູນິດ ຫວຽດນາມ, ອົງການຊ້າຍຈັດ ແລະ ເພື່ອນມິດ ອາເມລິກາ ຢູ່ ນິວຢອກ. 7. ວັນທີ 27 ກັນຍາ, VUFO ໄດ້ສົມທົບກັບສະຖາບັນກູບາມິດຕະພາບກັບບັນດາຊົນເຜົ່າ ແລະ ສະຖານທູດ ຫວຽດນາມ ປະຈຳ ກູບາ ຈັດຕັ້ງການພົບປະກັບຜູ້ແທນມິດຕະພາບປະຊາຊົນ ແລະ ລຸ້ນໜຸ່ມ ກູບາ. ເຫດການມີການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີ່ມ ພ້ອມກັບເລຂາທິການຜູ້ທີ 1, ປະທານປະເທດ ກູບາ Miguel Diaz Canel Bermudez. |
![]() | ຍສໝ - ວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ຟ່ານແອງເຊັນ, ປະທານສະຫະພັນອົງການມິດຕະພາບຫວຽດນາມ (VUFO) ໄດ້ຕ້ອນຮັບທ່ານ Doraisamy Raja, ເລຂາທິການໃຫຍ່ພັກກອມມູນິດອິນເດຍ. |
ແທັງຮັ່ງ