ບັກຢາງ: ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ
![]() | ສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຢູ່ ຈີນ ແລະ ລາວ |
![]() | ສະເຫຼີມສະຫຼອງ 80 ປີແຫ່ງວັນກອງທັບປະຊາຊົນ ຫວຽດນາມ ຢູ່ ລັດເຊຍ, ອິນເດຍ ແລະ ອົດສະຕາລີ |
ບັນດາຜູ້ແທນໄດ້ທົບທວນຄືນປະຫວັດສາດ 75 ປີແຫ່ງການພົວພັນທາງການທູດລະຫວ່າງ 2 ປະເທດ ແລະ ຊົມຮູບເງົາເອກະສານ “ຊຸມເດືອນປີທີ່ຄຽງຂ້າງກັນ”. ນັບແຕ່ເມື່ອສ້າງຕັ້ງໃນວັນທີ 27 ກໍລະກົດ 1999, ສະມາຄົມມິດຕະພາບ ຫວຽດນາມ-ຈີນ ແຂວງ ບັກຢາງ (ສະມາຄົມ) ໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ປະຈຸບັນມີ 12 ສາຂາດ້ວຍສະມາຊິກທັງໝົດ 170 ກວ່າທ່ານ. ສະມາຄົມດັ່ງກ່າວໄດ້ສ້າງຕັ້ງສາຂາສະມາຄົມມິດຕະພາບ ຫວຽດນາມ-ຈີນ ຂອງມະຫາວິທະຍາໄລກະສິກຳ ແລະ ປ່າໄມ້ ບັກຢາງ, ໃນນັ້ນ ມີປະລິນຍາເອກ ແລະ ປະລິນຍາໂທເກືອບ 20 ຄົນທີ່ຮຽນຈົບຢູ່ ຈີນ.
![]() |
ສະມາຄົມມິດຕະພາບ ຫວຽດນາມ - ຈີນ ແຂວງ ບັກຢາງ ໄດ້ຈັດຕັ້ງການພົບປະສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ. |
ປີກາຍນີ້, ສະມາຄົມໄດ້ສົມທົບກັບສະຖານທູດ ຈີນ ປະຈຳ ຫວຽດນາມ ເພື່ອມອບທຶນສຶກສາໃຫ້ນັກສຶກສາດີເດັ່ນ 7 ຄົນຢູ່ຕາແສງ ແລະ ຕ້ອນຮັບຄະນະນັກຮົບເກົ່າ, ຍາດພີ່ນ້ອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຈີນ ໄປໄວ້ອາໄລສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຈີນ ຢູ່ຕາແສງ ດາວໝີ້ , ເມືອງ ລ້າງຢາງ. ບັນດາການເຄື່ອນໄຫວນີ້ ສະແດງໃຫ້ເຫັນນ້ຳໃຈມິດຕະພາບ, ປະກອບສ່ວນສະໜິດຕິດພັນການພົວພັນລະຫວ່າງປະຊາຊົນສອງປະເທດ.
ທີ່ເຫດການນີ້, ບັນດາຜູ້ແທນໄດ້ປຶກສາຫາລື ແລະ ຕີລາຄາໝາກຜົນການເຄື່ອນໄຫວໃນໄລຍະຜ່ານມາ, ສະເໜີບັນດາວິທີການແກ້ໄຂເພື່ອຍົກສູງຄຸນນະພາບການຈັດຕັ້ງບັນດາການເຄື່ອນໄຫວ ເພື່ອແນໃສ່ຊຸກຍູ້ການຮ່ວມມືມິດຕະພາບ, ພົບປະແລກປ່ຽນວັດທະນະທຳລະຫວ່າງປະຊາຊົນສອງປະເທດ, ພ້ອມກັນນັ້ນ ກໍ່ປະຕິບັດບົດບັນທຶກຊ່ວຍຈຳລະຫວ່າງຄະນະກຳມະການປະຊາຊົນແຂວງ ບັກຢາງ ແລະ ອຳນາດການປົກຄອງນະຄອນ ນານນິງ ແຂວງ ກວາງຊີ ປະເທດຈີນ ຢ່າງມີປະສິດທິຜົນ.
ສະມາຄົມໄດ້ວາງອອກ 5 ໜ້າທີ່ຈຸດສຸມໃນປີ 2025, ລວມມີ:
ທິໜຶ່ງ, ສືບຕໍ່ໂຄສະນາ ແລະ ຍົກສູງຄວາມຮັບຮູ້ໃຫ້ບັນດາສະມາຊິກສະມາຄົມ ແລະ ປະຊາຊົນກ່ຽວກັບແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດ. ປະຕິບັດຂະບວນການແຂ່ງຂັນຮັກຊາດໃຫ້ເປັນຢ່າງດີ, ບັນດາການຂົນຂວາຍໂດຍຄະນະພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ແລະ ສະຫະພັນບັນດາອົງການມິດຕະພາບແຂວງ ບັກຢາງ ໄດ້ປຸກລະດົມ. ໂຄສະນາເຜີຍແຜ່ບັນດາມູນເຊື້ອ, ເຫດການການເມືອງທີ່ສຳຄັນຂອງປະເທດຊາດ, ຂອງແຂວງ.
ທີສອງ, ກວດກາຄືນ, ສ້າງອົງການສະມາຄົມໃຫ້ນັບມື້ນັບເຂັ້ມແຂງທັງດ້ານປະລິມານ ແລະ ຄຸນນະພາບຢ່າງເປັນປະຈຳ. ຈັດຕັ້ງບັນດາກິດຈະກໍາຖືກຕາມກົດລະບຽບ ແລະ ຂໍ້ກຳນົດໃນປັດຈຸບັນ. ກະກຽມຢ່າງລອບຄອບ ເພື່ອຈັດຕັ້ງກອງປະຊຸມໃຫຍ່ສະມາຄົມມິດຕະພາບ ຫວຽດນາມ-ຈີນ ຄັ້ງທີ V ອາຍຸການ 2025-2030.
![]() |
ທ່ານ ຫງວຽນດຶກຈ້ອງ, ຮອງປະທານຜູ້ປະຈຳການ, ເລຂາທິການສະຫະພັນອົງການມິດຕະພາບແຂວງ ບັກຢາງ ກ່າວຄຳປາໄສທີ່ການພົບປະ. |
ທີສາມ, ສົມທົບກັນຈັດຕັ້ງການເຄື່ອນໄຫວແລກປ່ຽນຄະນະລະຫວ່າງ ຫວຽດນາມ - ຈີນ ຢູ່ແຂວງ ບັກຢາງ ເປັນຢ່າງດີ. ເຮັດບົດບາດເປັນຂົວເຊື່ອມຕໍ່ລະຫວ່າງບັນດາອົງການ, ວິສາຫະກິດ ບັກຢາງ ກັບຄູ່ຮ່ວມມືຂອງຈີນ ໃຫ້ເປັນຢ່າງດີ. ຍູ້ແຮງການແລກປ່ຽນວັດທະນະທຳ, ໜູນຊ່ວຍການສຶກສາ, ການກຸສົນສັງຄົມ ແລະ ຂຸດຄົ້ນແຫຼ່ງຊ່ວຍເຫຼືອຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ເພື່ອພັດທະນາເສດຖະກິດ - ສັງຄົມຂອງແຂວງ. ພ້ອມກັນນັ້ນ, ກໍ່ສົມທົບກັບບັນດາສະມາຄົມສອງຝ່າຍ ແລະ ວິສາຫະກິດ ຈີນ ທີ່ພວມດຳເນີນໃນບໍລິເວນແຂວງເພື່ອຍົກສູງການເຄື່ອນໄຫວຢ່າງປະສິດທິຜົນ.
ທີສີ່, ສືບຕໍ່ຄຸ້ມຄອງ, ເບິ່ງແຍງດູແລສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຈີນ ຢູ່ແຂວງຢ່າງລອບຄອບ. ຕ້ອນຮັບບັນດາຄະນະແຂກຢ້ຽມຢາມ, ໂດຍສະເພາະແມ່ນໃນບັນດາວັນບຸນ, ປີໃໝ່ ແລະ ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວຕາມຄວາມຕ້ອງການຂອງບັນດາຂັ້ນ, ຂະແໜງການ. ເພີ່ມທະວີການຢ້ຽມຢາມ ແລະ ຊຸກຍູ້ບັນດາສະມາຊິກສະມາຄົມເມື່ອປະສົບກັບຄວາມຫຍຸ້ງຍາກ, ພ້ອມກັນນັ້ນ ກໍ່ສົ່ງເສີມບັນດາສະມາຊິກສະມາຄົມສະໜັບສະໜູນເຊິ່ງກັນ ແລະ ກັນໃນການພັດທະນາເສດຖະກິດ.
ທີຫ້າ, ເສີມຂະຫຍາຍບົດບາດຂອງກໍາມະການຄະນະບໍລິຫານງານ, ຄະນະປະຈຳໃນການຊີ້ນຳ ແລະ ແນະນຳການເຄື່ອນໄຫວຂອງສະມາຄົມ. ປ່ຽນແປງໃໝ່ເນື້ອໃນ ແລະ ວິທີການເຄື່ອນໄຫວຕາມທິດທີ່ອຸດົມສົມບູນ, ສຸມໃສ່ເຂົ້າບັນດາໜ້າທີ່ຈຸດສຸມ. ເຂົ້າຮ່ວມຢ່າງຄົບຖ້ວນ ແລະ ມີຄວາມຮັບຜິດຊອບໃນບັນດາການເຄື່ອນໄຫວການທູດປະຊາຊົນໂດຍສູນກາງສະມາຄົມ ແລະ ສະຫະພັນຈັດຕັ້ງ.
![]() | ບັກຢາງ ຊ່ວຍເຫຼືອປະຊາຊົນ ແຂວງໄຊສົມບູນ (ລາວ) ປັບປຸງລາຍຮັບຈາກອາຊີບກະສິກຳ ຍສໝ - ຈາກລົດບັນທຸກແນວພັນປາຂ້າມພູໄປສູ່ທົ່ງນາສີຂຽວອຸ່ມທຸ່ມ, ແຂວງບັກຢາງ ໄດ້ ແລະ ພວມປະກອບສ່ວນຊ່ວຍປະຊາຊົນແຂວງໄຊສົມບູນ (ລາວ) ພັດທະນາເສດຖະກິດກະສິກຳ, ສ້າງພື້ນຖານການຫາລ້ຽງຊີບແບບຍາວນານຢ່າງໝັ້ນຄົງ. |
ແທັງຮັ່ງ