08:53 | 10/01/2025

ປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ

ງານຕະຫຼາດນັດ​ສິນຄ້າ: ຂົວ​ເຊື່ອມຕໍ່​ການ​ຄ້າ​ລະຫວ່າງ​ຫວຽດນາມ ​ແລະ ລາວ
ຊຸກຍູ້ການຮ່ວມມືຂອງຫວຽດນາມ ກັບ ສິງກະໂປ ແລະ ຍີ່ປຸ່ນ ໃນບັນດາຊ່ອງທາງລັດຖະສະພາ

​ເຂົ້າ​ຮ່ວມເຫດການ​ມີ​ທ່ານ Jaya Ratnam, ​ເອກ​ອັກຄະ​ລັດຖະທູດ​ຜູ້​ມີ​ອຳນາດ​ເຕັມ ສາທາລະນະ​ລັດ ສິງກະ​ໂປ ປະຈຳ ຫວຽດນາມ; ທ່ານ ຫວູຫວຽດ​ຫງວານ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ສິງ​ກະ​ໂປ; ຜູ້ຕາງໜ້າ​ບັນດາ​ກະຊວງ, ຄະນະ, ຂະແໜງການ ​ແລະ ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ສິງກະ​ໂປ.

ປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ

ສະມາຄົມມິດຕະພາບຫວຽດນາມ - ສິງກະໂປ ແລະ ສະຖານທູດສິງກະໂປ ປະຈໍາ ຫວຽດນາມ ປະກາດ logo ສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ ແລະ 60 ປີແຫ່ງວັນຊາດສິງກະໂປ (ພາບ: Dinh Hoa).

Logo ທີ່ໄດ້ປະກາດມີຮູບຂອງດອກໄມ້ສອງດອກທີ່ມີຄວາມໝາຍເປັນສັນຍາລັກອັນເລິກເຊິ່ງ. ດອກ​ໄມ້​ປະຈຳ​ຊາດ​ຂອງ​ສິງກະ​ໂປ Vanda Miss Joaquim (ດອກກ້ວຍໄມ້ ສິງກະໂປ) ​ເປັນ​ສັນຍາ​ລັກ​ໃຫ້​ແກ່​ພື້ນຖານ​ວັດທະນະທຳທີ່​ເປັນ​ເອກະລັກ​ສະ​ເພາະ​ ແລະ ຈິດ​ໃຈ​ຂອງຄວາມກ້າວຫນ້າ ແລະ ດີເລີດ. ​ໃນ​ຂະນະ​ນັ້ນ, ດອກບົວຂອງ​ຫວຽດນາມ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄຸນ​ນະທາດອັນ​ລະອຽດ​ອ່ອນ, ບໍລິສຸດ ​ແລະ ພະລັງ​ອັນ​ແຮງ​ກ້າ​ຂອງ​ຊາວ ຫວຽດນາມ. ສັນຍາລັກດັ່ງກ່າວບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງການຮ່ວມມືອັນແໜ້ນແຟ້ນລະຫວ່າງສອງປະເທດເທົ່ານັ້ນ, ແຕ່ຍັງເປັນການສົ່ງສານເຖິງການພົວພັນຄູ່ຮ່ວມມືຍຸດທະສາດໃນສັງກາດໃໝ່.

ກ່າວ​ຄຳປາໄສທີ່ເຫດການ, ທ່ານ ຫວູຫວຽດ​ຫງວານ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ສິງ​ກະ​ໂປ ເນັ້ນ​ໜັກ​ວ່າ Logo ​ນີ້​ບໍ່​ພຽງ​ແຕ່​ແມ່ນ​ສັນ​ຍາ​ລັກ​ແຫ່ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ໃນສັງກາດໃໝ່ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຮູບ​ພາບຕາງໜ້າ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ແໜ້ນ​ແຟ້ນ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ . ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ບັນດາ​ຜົນງານ​ລວມທີ່​ບັນດາ​ຄູ່​ຮ່ວມ​ມື​ຫວຽດນາມ ​ແລະ ສິງກະ​ໂປ ສ້າງ​ຂຶ້ນ. ​ໃນ​ປີ 2025 ​ແລະ ຊຸມ​ປີ​ຕໍ່​ໄປ, ດ້ວຍ​ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື, ພວກ​ເຮົາ​ຈະ​ກ້າວ​ໄປ​ສູ່​ອະນາຄົດ​ອັນ​ດີງາມ. ຫວຽດນາມ ຈະ​ກ້າວ​ເຂົ້າ​ສູ່​ສັງກາດໃໝ່, ສັງກາດບືນຕົວຂອງ​ປະ​ເທດ​ຊາດ, ຄືບັນດາ​ການ​ນຳ​ຂອງ​ຊາດ​ໄດ້​ກ່າວ​ໄວ້. ສິ່ງນັ້ນຈະ​ສ້າງ​ກາລະ​ໂອກາດ​ອັນ​ໃຫຍ່​ຫຼວງ​ເພື່ອປັບປຸງການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ.

ທ່ານ ຫວູຫວຽດ​ຫງວານ ກໍ່​ໃຫ້​ຮູ້​ວ່າ ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ສິງ​ກະ​ໂປ ແລະ ສະ​ຖານ​ທູດ​ສິງ​ກະ​ໂປ ໄດ້ມີ​ມູນ​ເຊື້ອ​ການຮ່ວມ​ມື​ອັນ​ຍາວ​ນານ ແລະ ພາກ​ພູມ​ໃຈ​ໃນ​ການ​ເຊື່ອມ​ຕໍ່​ປະ​ຊາ​ຊົນ​ສອງ​ປະ​ເທດ​ຜ່ານ​ຫລາຍ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ແລະ ມີປະ​ສິດ​ທິ​ຜົນ. ຄວາມ​ມາ​ນະ​ພະ​ຍາ​ຍາມ​ດັ່ງ​ກ່າວ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການປັບປຸງຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ທີ່​ດີກ​ວ່າ ແລະ ເປັນໂລກ​ທີ່​ສວຍງາມ.

ປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ

ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະນຶກ. (ພາບ: Dinh Hoa)

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Jaya Ratnam ​ແລ້ວ, logo ​ນີ້​ແມ່ນ​ສັນຍາ​ລັກ​ທຳ​ອິດ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື ຫວຽດນາມ - ສິງກະ​ໂປ ​ໃນ​ປີ 2025, ​ແມ່ນ​ຈຸດ​ເລີ່​ມຕົ້ນ​ທີ່​ມີ​ຄວາມ​ໝາຍ. ປີນີ້, ພວກເຮົາຈະ​ໄດ້ເຫັນ​ປະຈັກຕາການ​ຢ້ຽມຢາມ​ຂັ້ນ​ສູງ​ຫຼາຍ​ຄັ້ງ ​ແລະ ຂໍ້​ລິ​ເລີ່ມ​ການ​ຮ່ວມ​ມື, ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ. ການ​ພົວ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ແມ່ນ​ພື້ນ​ຖານ​ອັນ​ໜັກ​ແໜ້ນ​ເພື່ອ​ຊ່ວຍ​ໃຫ້​ສອງ​ປະ​ເທດ​ກ້າວ​ໄປ​ສູ່​ເປົ້າ​ໝາຍທີ່​ໃຫຍ່​ກວ່າ​ເກົ່າ. ຄຳ​ຂວັນ “ຄູ່​ຮ່ວມ​ມື​ຂອງສັງກາດໃໝ່” ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ຮ່ວມ​ມື​ເທົ່າ​ນັ້ນ, ຫາກ​ຍັງຝາກຝັງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ຫວັງ​ໃນ​ອະ​ນາ​ຄົດ​ຂອງ​ສອງ​ປະ​ເທດ.

ພິທີ​ປະກາດ logo ກໍ່​ໄດ້​ເລີ່​ມຕົ້ນ​ບັນດາການ​ເຄື່ອນ​ໄຫວ​ສຳຄັນ​ຂອງ​ສອງ​ປະ​ເທດ​ໃນ​ປີ 2025 ຫຼາຍ​ຢ່າງ, ເມື່ອຂະນະ​ທີ່ 2 ປະ​ເທດ​ມຸ່ງ​ໄປ​ເຖິງ​ຍົກ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂຶ້ນ​ສູ່​ລະດັບສູງ​ໃໝ່. ທີ່ກອງປະຊຸມພົບປະທາງ​ໂທລະສັບ​ລະຫວ່າງ​ທ່ານ​ເລຂາທິການ​ໃຫຍ່ ຫວຽດນາມ ໂຕເລີມ ​ແລະ ທ່ານ​ນາຍົກລັດຖະມົນຕີ ສິງກະ​ໂປ Lawrence Wong ​ໃນ​ວັນ​ທີ 20 ທັນວາ 2024, ທ່ານ​ນາຍົກລັດຖະມົນຕີ ສິງກະ​ໂປ Lawrence Wong ​ໄດ້ເຊື້ອເຊີນ​ທ່ານ​ເລຂາທິການ​ໃຫຍ່ ຫວຽດນາມ ໂຕເລີມ​ ແລະ ພັນ​ລະ​ຍາ ​ໄປ​ຢ້ຽມຢາມ ສິງກະ​ໂປ ຢ່າງ​ເປັນ​ທາງ​ການ​ຕາມ​ເວລາ​ສະດວກ​ທີ່​ສຸດ​ໃນ​ປີ 2025. ທ່ານ​ເລຂາທິການ​ໃຫຍ່ ຫວຽດນາມ ໂຕເລີມ​ ​ໄດ້​ຕອບຮັບ​ຄຳ​ເຊີນ​ຢ່າງ​ດີ​ໃຈ ​ແລະ ເຊື້ອເຊີນ​ທ່ານ​ນາຍົກລັດຖະມົນຕີ ສິງກະ​ໂປ Lawrence Wong ​ແລະ ພັນ​ລະ​ຍາ ມາ​ຢ້ຽມຢາມ ຫວຽດນາມ ​ໃນ​ເວລາ​ທີ່​ເໝາະ​ສົມ.

ບາງຮູຍພາບໃນເຫດການ:

ປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ
ປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ
ປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ
ປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ
ປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ
ປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ
ປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ
ປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ
ຕ້ອງ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ລຸ້ນໜຸ່ມ​ຫວຽດນາມ ​ແລະ ມົງ​ໂກ​ລີ

ຕ້ອງ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ລຸ້ນໜຸ່ມ​ຫວຽດນາມ ​ແລະ ມົງ​ໂກ​ລີ

ຍສໝ - ນີ້​ແມ່ນ​ເນື້ອ​ໃນ​ຂອງ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ​ແລະ ທ່ານ Jigjee Sereejav, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ມົງ​ໂກ​ນ ປະຈຳ ຫວຽດນາມ, ​ໃນ​ວັນ​ທີ 24 ຕຸລາ ຢູ່ ຮ່າ​ໂນ້ຍ.

ລັດຖະບານ ສິງກະໂປ ສົ່ງເຄື່ອງຊ່ວຍເຫຼືອທີ່ຈຳເປັນເພື່ອໜູນຊ່ວຍປະຊາຊົນເຂດຖືກເສຍຫາຍຈາກໄພທຳມະຊາດຂອງ ຫວຽດນາມ

ລັດຖະບານ ສິງກະໂປ ສົ່ງເຄື່ອງຊ່ວຍເຫຼືອທີ່ຈຳເປັນເພື່ອໜູນຊ່ວຍປະຊາຊົນເຂດຖືກເສຍຫາຍຈາກໄພທຳມະຊາດຂອງ ຫວຽດນາມ

ຍສໝ - ເຄື່ອງຊ່ວຍເຫຼືອລວມມີ: ຈັກກັນຕອງນ້ຳ, ນ້ຳດື່ມແກ້ວ, ເຄື່ອງອະນາໄມສ່ວນຕົວ, ຜ້າຫົ່ມກູ້ຊີວິດ (ຜ້າຫົມສຸກເສີນ), ອາຫານ.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-20368.html

In bài biết