ພັກ ແລະ ລັດ ຫວຽດນາມ ຍາມໃດກໍເອົາໃຈໃສ່, ເບິ່ງແຍງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ
ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຢັ້ງຢືນເຖິງນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ທີ່ຍາມໃດກໍເອົາໃຈໃສ່, ເບິ່ງແຍງປະຊາຊົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ, ຖືນີ້ແມ່ນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້. ທ່ານປະທານສະພາແຫ່ງຊາດ ປາດຖະໜາວ່າ ພໍ່ແມ່ປະຊາຊົນ ຈະສືບຕໍ່ມານະພະຍາຍາມຫຼາຍກວ່າອີກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ, ສ້າງສາປະເທດ ລາວ; ທ່ານເຊື່ອໝັ້ນວ່າ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ຈະນັບມື້ນັບພັດທະນາ, ສາມັກຄີ, ອວ່າຍໜ້າເມືອຫາປະເທດຊາດ, ຍາມໃດກໍອະນຸລັກຮັກສາ, ເສີມຂະຫຍາຍມູນເຊື້ອອັນປະເສີດເລີດລ້ຳຂອງຊາດ, ຄວາມຮັກແພງ, ຄວາມສາມັກຄີ, ໜູນຊ່ວຍເຊິ່ງກັນ ແລະ ກັນ. ສຳລັບສະຖານທູດ ຫວຽດນາມ ປະຈຳ ລາວ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນ ແທັງເໝິນ ກໍສະເໜີວ່າ:
![]() |
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ |
“ຂ້າພະເຈົ້າສະເໜີໃຫ້ສະຖານທູດ ຫວຽດນາມ ປະຈຳ ລາວ ສືບຕໍ່ເອົາໃຈໃສ່ເຖິງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ລາວ, ໃນນັ້ນ: ສືບຕໍ່ຍົກລະດັບທີ່ຕັ້ງບົດບາດດ້ານນິຕິທຳ, ຮັກສາພາສາ ຫວຽດ ຢູ່ ລາວ. ພວກເຮົາຕ້ອງເປີດໂຮງຮຽນ, ການຈັດຕັ້ງ, ສະໂມສອນດຳເນີນຊີວິດເພື່ອເອື້ອອຳນວຍຄວາມສະດວກໃຫ້ແກ່ພໍ່ແມ່ພີ່ນ້ອງທີ່ມີເງື່ອນໄຂຢ່າງຄົບຖ້ວນ, ແລກປ່ຽນຂໍ້ມູນຂ່າວສານໃຫ້ກັນ, ແບ່ງປັນບົດຮຽນປະສົບການໃນໄລຍະດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ທີ່ນີ້”.
ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ມອບຂອງຂວັນຈຳນວນ 200 ພູດ ໃຫ້ແກ່ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ລາວ. ກໍໃນຕອນຄ່ຳຂອງວັນດຽວກັນ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ໂຮງແຮມ Holiday Inn & Suites Vientiane. ນີ້ແມ່ນໂຮງແຮມທີ່ມີເຄື່ອງໝາຍການຄ້າສາກົນ ແຫ່ງທີ 2 ເຊິ່ງ ກຸ່ມບໍລິສັດ BIM Group ຂອງ ຫວຽດນາມ ພັດທະນາຢູ່ ລາວ, ໂດຍສືບຕໍ່ຜົນສຳເລັດຂອງໂຮງແຮມ Crowne Plaza Vientiane.
![]() | ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫວັງວ່າ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດແຕ່ລະຄົນຈະເປັນທູດຂອງສາຍພົວພັນມິດຕະພາບຫວຽດນາມ - ຈີນ ຍສໝ - ຕອນບ່າຍວັນທີ 5 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບພະນັກງານ, ລັດຖະກອນຂອງສະຖານກົງສຸນໃຫຍ່ ແລະ ປະຊາຄົມຊາວຫວຽດນາມ ຢູ່ແຂວງຢູນໜານ, ຈີນ ໃນການໄປປະຕິບັດງານຢູ່ປະເທດນີ້ແຕ່ວັນທີ 5-8 ພະຈິກ. |
![]() | ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດຫວຽດນາມ ປະຈຳບັນດາປະເທດ ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຢືນຢັນວ່າ ໜ້າທີ່ຂອງບັນດາເອກອັກຄະລັດຖະທູດ ແມ່ນຢູ່ໃນທຸກດ້ານ, ຂົງເຂດຂອງປະເທດຊາດ ຄື: ການທູດ, ເສດຖະກິດ, ວັດທະນະທຳ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປ້ອງສິດ, ຜົນປະໂຫຍດຂອງຊາດ. |
ມີງດຶກ