ແຂວງ ຫາຍຟ່ອງ ແລະ ເຊີນລາ ໄດ້ຈັດຕັ້ງການພົບປະແລກປ່ຽນຂ່ຳນັບຮັບຕ້ອນວັນຊາດ ລາວ
![]() | ສະຖາບັນການເມືອງເຂດ II ຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນໂຮງຮຽນການເມືອງ - ການປົກຄອງ ແຂວງ ຈໍາປາສັກ, ລາວ |
![]() | ເຊີນລາ: ເປີດນຳໃຊ້ຄູ່ດ່ານຊາຍແດນສາກົນ ລ້ອງເຊີບ - ປ່າຮ່າງ |
ແຂວງ ຫາຍຟ່ອງ ໄດ້ມີການພົບປະແລກປ່ຽນມິດຕະພາບຂຳ່ນັບຮັບຕ້ອນວັນຊາດ ລາວ
ວັນທີ 30 ພະຈິກ, ສະຫະພັນບັນດາອົງການມິດຕະພາບນະຄອນ ຫາຍຟ່ອງ ໄດ້ສົມທົບກັບຄະນະຊາວໜຸ່ມນະຄອນ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຫາຍຟ່ອງ ຈັດຕັ້ງການພົບປະແລກປ່ຽນມິດຕະພາບ ເນື່ອງໃນໂອກາດວັນຊາດ ລາວ ລະຫວ່າງ ນັກສຶກສາ ລາວ, ນັກສຶກສາ ຫວຽດນາມ , ຜູ້ຕາງໜ້ານັກຮົບເກົ່າອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ລາວ.
ລາຍການມີການເຂົ້າຮ່ວມຂອງຜູ້ຕາງໜ້າການນຳສູນກາງແນວໂຮມປະເທດຊາດ ຫວຽດນາມ ນະຄອນ ຫາຍຟ່ອງ, ຄະນະໂຄສະນາສຶກສາຄະນະພັກນະຄອນ, ສະມາຄົມນັກຮົບເກົ່ານະຄອນ ຫາຍຟ່ອງ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຫາຍຟ່ອງ ແລະ ບັນດາພະແນກ, ຂະແໜງການ ພ້ອມກັບນັກສຶກສາລາວ ແລະ ຫວຽດນາມ ຈໍານວນ 70 ຄົນ ທີ່ພວມຮ່ຳຮຽນຢູ່ບັນດາມະຫາວິທະຍາໄລໃນບໍລິເວນນະຄອນ.
ກ່າວຄຳປາໄສທີ່ລາຍການ, ທ່ານ ໂດວັນບິ່ງ, ປະທານສະຫະພັນບັນດາອົງການມິດຕະພາບນະຄອນ ຫາຍຟ່ອງ ໄດ້ສົ່ງຄຳອວຍພອນເຖິງບັນດານັກສຶກສາ ລາວ ທີ່ພວມຮ່ຳຮຽນຢູ່ບັນດາມະຫາວິທະຍາໄລ ແລະ ວິທະຍາໄລໃນບໍລິເວນນະຄອນ ເນື່ອງໃນໂອກາດວັນຊາດ ລາວ.
![]() |
ທ່ານ ໂດວັນບິ່ງ, ປະທານສະຫະພັນບັນດາອົງການມິດຕະພາບນະຄອນ ຫາຍຟ່ອງ. (ພາບ: ຄວາມສະຫງົບ ຫາຍຟ່ອງ) |
ຕາມທ່ານ ໂດວັນບິ່ງ ແລ້ວ, ນະຄອນ ຫາຍຟ່ອງ ມີການພົວພັນກັບຫຼາຍທ້ອງຖິ່ນຂອງ ລາວ ຢ່າງແໜ້ນແຟ້ນ, ໃນນັ້ນ ມີການສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອກັບແຂວງ ວຽງຈັນ ແລະ ແຂວງ ອຸດົມໄຊ. ທ່ານຫວັງວ່າ ບັນດານັກສຶກສາ ລາວ ຈະສືບຕໍ່ສາມັກຄີ, ມານະພະຍາຍາມໃນການຮໍ່າຮຽນ ແລະ ຝຶກຝົນຫຼໍ່ຫຼອມ ເພື່ອແນໃສ່ເຮັດໃຫ້ການສຶກສາຄວາມຮູ້ຂອງຕົນສຳເລັດ ເພື່ອກັບຄືນໄປປະກອບສ່ວນສ້າງສາປະເທດ ລາວ, ປົກປັກຮັກສາ ແລະ ເສີມຂະຫຍາຍ ນ້ຳໃຈມິດຕະພາບອັນດີງາມທີ່ບັນດາລຸ້ນການນຳ ແລະ ປະຊາຊົນສອງອອກເຫື່ອເທແຮງເພີ່ມພູນຄູນສ້າງ.
![]() |
ລາຍການສິລະປະ ໄດ້ສະແດງຢູ່ໃນລາຍການ. (ພາບ: ປະຕູຖານຂໍ້ມູນເອເລັກໂຕນິກ ນະຄອນ ຫາຍຟ່ອງ) |
ທີ່ລາຍການ, ບັນດາຜູ້ແທນໄດ້ຊົມບັນດາລາຍການສະແດງສິລະປະທີ່ດີເດັ່ນພິເສດ ແລະ ເຂັ້ມໄປດ້ວຍສີສັນຂອງຊາດ ຫວຽດນາມ - ລາວ; ຊອກຫາຄວາມຮູ້ປະຫວັດສາດ ແລະ ວັດທະນະທໍາແບບມູນເຊື້ອຂອງຫວຽດນາມ ແລະ ລາວ ຜ່ານການເສັງແບບສອບຖາມມ່ວນຊື່ນໃຫ້ລາງວັນທີ່ໜ້າສົນໃຈ ແລະ ມີປະໂຫຍດ.
ເຊີນລາ ມີຄວາມຄຶກຄື້ນໄປດ້ວຍກິດຈະກຳສະເຫຼີມສະຫຼອງວັນຊາດ ລາວ
ວັນທີ 30 ພະຈິກ, ມະຫາວິທະຍາໄລ ໄຕບັກ (ເຊີນລາ) ໄດ້ຈັດຕັ້ງລາຍການສະເຫຼີມສະຫຼອງ 49 ປີແຫ່ງວັນຊາດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ. ເຂົ້າຮ່ວມລາຍການມີການນຳຂອງບັນດາພະແນກ, ຂະແໜງການຂອງແຂວງ ແລະ ບັນດານັກສຶກສາ ລາວ ທີ່ພວມຮ່ຳຮຽນຢູ່ໂຮງຮຽນ.
![]() |
ລາຍການສະເຫຼີມສະຫຼອງວັນຊາດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 49 ປີ. (ພາບ: ໜັງສືພິມ ເຊີນລາ) |
ທີ່ລາຍການ, ບັນດາຜູ້ແທນ ແລະ ນັກສຶກສາຕ່າງປະເທດ ໄດ້ພ້ອມກັນທົບທວນຄືນປະຫວັດສາດການຕໍ່ສູ້ຢ່າງພິລະອາດຫານ, ອົງອາດ 49 ປີກ່ອນຂອງປະຊາຊົນບັນດາຊົນເຜົ່າ ລາວ, ສ້າງຕັ້ງປະເທດສາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ກໍ່ຄືການພົວພັນທີ່ສະໜິດສະໜົມ, ເປັນພິເສດຂອງປະຊາຊົນ 2 ຊາດ, 2 ປະເທດ ຫວຽດນາມ - ລາວ.
![]() |
ມະຫາວິທະຍາໄລ ໄຕບັກ ໄດ້ມອບໃບຍ້ອງຍໍໃຫ້ແກ່ນັກສຶກສາ ລາວ ທີ່ມີຜົນງານດີໃນສົກຮຽນ 2023 - 2024. (ພາບ: ໜັງສືພິມ ເຊີນລາ) |
ເນື່ອງໃນໂອກາດນີ້, ມະຫາວິທະຍາໄລ ໄຕບັກ ໄດ້ມອບໃບຍ້ອງຍໍໃຫ້ນັກສຶກສາ ລາວ 7 ຄົນ ທີ່ມີຜົນງານດີໃນສົກຮຽນ 2023 - 2024; ພະແນກການຕ່າງປະເທດ, ຄະນະຕິດຕໍ່ພົວພັນທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຢູລາວ ແຂວງ ເຊີນລາ ໄດ້ມອບຂອງຂວັນໃຫ້ບັນດານັກສຶກສາ ລາວ ທີ່ພວມຮ່ຳຮຽນຢູ່ໂຮງຮຽນ.
![]() |
ການແຂ່ງຂັນດຶງເຊືອກ ທີ່ງານສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສປປ ລາວ. (ພາບ: ໜັງສືພິມ ເຊີນລາ) |
ໃນມື້ດຽວກັນ, ມະຫາວິທະຍາໄລ ໄຕບັກ ກໍ່ໄດ້ຈັດການແຂ່ງຂັນດຶງເຊືອກ ເພື່ອສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສປປ ລາວ ດ້ວຍການເຂົ້າຮ່ວມຂອງ 9 ທີມ ແລະ ນັກກິລາ 90 ຄົນ ທີ່ຕາງໜ້າໃຫ້ 9 ແຂວງຂອງ ລາວ. ຄະນະຈັດຕັ້ງໄດ້ມອບລາງວັນທີ 1 ໃຫ້ທີມນັກສຶກສາ ລາວ ແຂວງ ຫົວພັນ, ລາງວັນທີ 2 ໃຫ້ທີມນັກສຶກສາລາວແຂວງ ອຸດົມໄຊ ແລະ ລາງວັນທີ 3 ໃຫ້ທີມນັກສຶກສາ ລາວ ແຂວງ ຫຼວງນໍ້າທາ.
![]() | ເຊີນລາ ໜູນຊ່ວຍແຂວງ ຫົວພັນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ ຍສໝ - ວັນທີ 7 ພະຈິກ, ຢູ່ດ່ານຊາຍແດນສາກົນ ຈຽງເຄືອງ, ເມືອງ ຊົງມ້າ, ສະຫາຍ ເລດິງຟອງ, ຮອງປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ເຊີນລາ ພ້ອມກັນກັບຄະນະປະຕິບັດງານ ໄດ້ມອບເງິນຊ່ວຍເຫຼືອແຂວງຫົວພັນ (ສປປ ລາວ) ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ. |
![]() | ທ່ານນາຍົກລັດຖະມົນຕີ ຫວຽດນາມ: ນຳແຂວງ ຢຸນໜານ ແລະ ແຂວງ ລາວກາຍ ກາຍເປັນສູນເຊື່ອມຕໍ່ການຄ້າລະຫວ່າງຈີນ ກັບ ອາຊຽນ ຍສໝ - ໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງ ຄັ້ງທີ 8 ແລະ ການປະຕິບັດງານຢູ່ຈີນ, ຕອນເຊົ້າວັນທີ 6 ພະຈິກນີ້, ຢູ່ນະຄອນ ຄຸນໝິງ, ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບສະຫາຍ ຫວ່າງນິງ, ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ເລຂາພັກແຂວງ ຢຸນນານ. |
ແທັງຮັ່ງ