ຫວຽດນາມ - ລາວ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຄົ້ນຄວ້າທິດສະດີ, ພຶດຕິກໍາຕົວຈິງ
ເພີ່ມທະວີການສົມທົບກັນລະຫວ່າງ VUFO ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ | |
ປະກອບສ່ວນເພີ່ມພູນຄູນສ້າງການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ |
ທີ່ການຕ້ອນຮັບ, ສະຫາຍ ຫງວຽນ ຊວນ ຖັງ ໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ສະຫຼະເວລາໃຫ້ການຕ້ອນຮັບອັນອົບອຸ່ນຄັ້ງນີ້ ແລະ ໄດ້ລາຍງານຜົນຂອງການພົບປະລະຫວ່າງ ສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ ແລະ ສະພາທິດສະດີສູນກາງພັກກອມມູນິດຫວຽດນາມ; ພ້ອມກັນນີ້, ກໍໄດ້ລາຍງານກ່ຽວກັບການມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີສອງພັກ ລາວ - ຫວຽດນາມ ຄັ້ງທີ XI.
![]() |
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ແລະສະຫາຍ ຫງວຽນຊວນຖັງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ, ປະທານສະພາທິດສະດີສູນກາງພັກ. ພາບ: ໜັງສືພິມປະຊາຊົນ |
ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ຫງວຽນ ຊວນ ຖັງ ພ້ອມຄະນະ ແລະ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການມາເຮັດວຽກຢູ່ ສປປ ລາວ ຂອງບັນດາສະຫາຍນັກທິດສະດີ, ນັກຄົ້ນຄວ້າວິທະຍາສາດໃນຄັ້ງນີ້ ຊຶ່ງນອກຈາກບັນດາສະຫາຍໄດ້ນຳເອົາບົດຮຽນອັນມີຄຸນຄ່າຂອງພັກກອມມູນິດຫວຽດນາມ ມາແລກປ່ຽນກັບພັກປະຊາຊົນປະຕິວັດລາວແລ້ວ ບັນດາສະຫາຍຍັງໄດ້ນໍາເອົາໄມຕີຈິດມິດຕະພາບອັນອົບອຸ່ນ, ຄວາມຮັກແພງ, ສາມັກຄີແບບໝົດຈິດໝົດໃຈຖານມິດສະຫາຍອ້າຍນ້ອງ ຂອງພັກ - ລັດ ແລະ ປະຊາຊົນຫວຽດນາມ ມາສູ່ພັກ - ລັດ ແລະ ປະຊາຊົນລາວບັນດາເຜົ່າ. ພ້ອມດຽວກັນນີ້, ກໍເປັນການຢັ້ງຢືນເຖິງສາຍພົວພັນມິດຕະພາບທີ່ບໍ່ປ່ຽນແປງ ໜຶ່ງບໍ່ມີສອງໃນໂລກ ທີ່ໄດ້ເນັ້ນມາຕະຫຼອດ.
ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາສູງຕໍ່ ການສຳມະນາທິດສະດີ ສອງພັກລາວ-ຫວຽດນາມ ທີ່ໄດ້ຖືກຈັດຕັ້ງປະຕິບັດໃນແຕ່ລະປີຢ່າງຕໍ່ເນື່ອງ ແລະ ໄດ້ຮັບໝາກຜົນເປັນຢ່າງດີ, ສອງພັກໄດ້ແລກປ່ຽນບົດຮຽນນຳກັນມາຫຼາຍຄັ້ງ ແລະ ມີຫຼາຍເນື້ອໃນທີ່ອຸດົມສົມບູນ; ຜົນຂອງການປະຊຸມຮ່ວມກັນແຕ່ລະຄັ້ງ ກໍໄດ້ນໍາໄປເຜີຍແຜ່ໃຫ້ອົງການຈັດຕັ້ງທັງສູນກາງ ແລະ ທ້ອງຖິ່ນ. ສຳລັບການສຳມະນາທິດສະດີຄັ້ງນີ້ ເປັນຄັ້ງທີ XI ພາຍໃຕ້ຫົວຂໍ້: “ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ບົດຮຽນລາວ ແລະ ຫວຽດນາມ”. ຊຶ່ງເປັນຫົວຂໍ້ສຳຄັນໃຫ້ແກ່ພັກປະຊາຊົນປະຕິວັດລາວ. ພ້ອມທັງແຈ້ງໃຫ້ຮູ້ວ່າພັກປະຊາຊົນປະຕິວັດລາວ ຖືວ່າການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ແມ່ນພາກສ່ວນສໍາຄັນ ແລະ ເປັນປັດໄຈພື້ນຖານຄ້ໍາປະກັນຄວາມເປັນເອກະລາດ, ອໍານາດອະທິປະໄຕ ຂອງຊາດ.
![]() |
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບສະຫາຍ ຫງວຽນຊວນຖັງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ, ປະທານສະພາທິດສະດີສູນກາງພັກ. ພາບ: ໜັງສືພິມປະຊາຊົນ |
ສະຫາຍ ທອງລຸນ ສີສຸລິດ ກໍໄດ້ອວຍພອນແກ່ ສະຫາຍ ຫງວຽນ ຊວນ ຖັງ ພ້ອມຄະນະ ຈົ່ງປະສົບຜົນສຳເລັດໃນການມາ ສປປ ລາວ ໃນຄັ້ງນີ້; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າການສຳມະນາທິດສະດີສອງພັກໃນຄັ້ງນີ້ ຈະເປັນການປະກອບສ່ວນສ້າງຄວາມກະຈ່າງແຈ້ງທາງດ້ານທິດສະດີ ແລະ ພຶດຕິກຳ ໃຫ້ແກ່ການບູລະນະແນວທາງ, ແຜນນະໂຍບາຍຂອງພັກໃຫ້ມີຄວາມສົມບູນ. ເວທີສຳມະນານີ້ ທັງເປັນການເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມໃຫ້ນັບມື້ນັບແໜ້ນແຟ້ນ, ເລິກເຊິ່ງ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.
ໃນວັນດຽວກັນ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ພົບປະສອງຝ່າຍ ກັບສະຫາຍ ຫງວຽນ ຊວນຖັງ .
ໃນໂອກາດນີ້, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ຕີລາຄາສູງຕໍ່ການພົບປະ ແລະ ຕ້ອນຮັບຄະນະຜູ້ແທນການນຳຂັ້ນສູງຈາກຝ່າຍຫວຽດນາມ, ພ້ອມທັງຊົມເຊີຍບັນດາກົນໄກຂອງການຮ່ວມມືທີ່ມີປະສິດທິພາບ ແລະ ປະສິດທິຜົນລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງທີ່ໄດ້ຮ່ວມມືກັນຄົ້ນຄວ້າໃນໄລຍະຜ່ານມາ, ເພື່ອເປັນການແລກປ່ຽນບົດຮຽນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ກ້າວເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ.
![]() |
ຄະນະຜູ້ແທນສະພາທິດສະດີສູນກາງພັກກອມມູນິດຫວຽດນາມ. ພາບ: ໜັງສືພິມປະຊາຊົນ |
ການພົບປະສອງຝ່າຍໃນຄັ້ງນີ້, ສອງຝ່າຍໄດ້ທົບທວນຄືນການຮ່ວມມື ແລະ ແລກປ່ຽນບົດຮຽນກ່ຽວກັບການຮ່ວມມືໃນໄລຍະຜ່ານມາ ກໍຄືການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມື ລະຫວ່າງ ສອງສະພາທິດສະດີສູນກາງພັກ ຊຶ່ງເຫັນວ່າ ມີຜົນສຳເລັດໃນຫຼາຍດ້ານ ໂດຍສະເພາະການຈັດຕັ້ງຜັດປ່ຽນກັນເປັນເຈົ້າພາບໃນການດຳເນີນກອງປະຊຸມສອງພັກ ລາວ-ຫວຽດນາມ, ການແລກປ່ຽນບົດຮຽນດ້ານທິດສະດີ ແລະ ພຶດຕິກຳກ່ຽວກັບບັນຫາຕ່າງໆທີ່ໄດ້ກາຍເປັນການຕອບສະໜອງໃຫ້ແກ່ການປັບປຸງບູລະນະແນວທາງນະໂຍບາຍ ຂອງສອງພັກ ນອກຈາກນັ້ນ ການແລກປ່ຽນດ້ານຂໍ້ມູນ-ຂ່າວສານ ແລະ ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນວິຊາການຂອງສອງຝ່າຍ ກໍໄດ້ປະຕິບັດຕາມແຜນ.
![]() |
ຄະນະຜູ້ແທນສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ. ພາບ: ໜັງສືພິມປະຊາຊົນ |
ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມື ລະຫວ່າງ ສອງສະພາທິດສະດີສູນກາງພັກ ໄລຍະແຕ່ນີ້ເຖິງປີ 2026, ສະຫາຍປະທານສະພາທິດສະດີສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ເນັ້ນໜັກບາງບັນຫາ ເປັນຕົ້ນແມ່ນ ການສືບຕໍ່ປະຕິບັດບົດບັນທຶກການຮ່ວມມື ສອງສະພາທິດສະດີສູນກາງພັກ ທີ່ໄດ້ລົງນາມ ໂດຍສະເພາະແຜນການຮ່ວມມື ປີ 2025-2026 ແລະ ເຫັນວ່າ ສອງຝ່າຍຄວນມີແຜນການອັນລະອຽດເພີ່ມເຕີມໃນແຕ່ລະປີ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກການຮ່ວມມືໃນແຕ່ລະວຽກງານໄດ້ສຳເລັດຜົນຕາມລະດັບຄາດໝາຍ; ສືບຕໍ່ການພົວພັນຮ່ວມມື, ການແລກປ່ຽນບົດຮຽນ ແລະ ການປະສານສົມທົບໃນການ ຈັດຕັ້ງການຄົ້ນຄວ້າທາງດ້ານທິດສະດີ ແລະ ພຶດຕິກຳ ໂດຍຕິດພັນເນື້ອໃນກອງປະຊຸມໃຫຍ່ຂອງສອງພັກ ໂດຍສະເພາະບັນດາຫົວຂໍ້ລົງເລິກທາງດ້ານທິດສະດີ-ພຶດຕິກຳ ແຫ່ງການນຳພາ ຂອງສອງພັກ, ພ້ອມນັ້ນ ກໍສືບຕໍ່ແລກປ່ຽນບົດຮຽນກ່ຽວກັບການສ້າງໂຄງການການເມືອງ, ການສະຫຼຸບ 40 ປີ ແຫ່ງການປ່ຽນແປງໃໝ່ ຢູ່ ສປປ ລາວ.
ນອກນີ້, ກໍສະເໜີວ່າຄວນປັບປຸງກົນໄກການປະສານງານ ລະຫວ່າງ ສອງສະພາທິດສະດີສູນກາງພັກ ເພື່ອສືບຕໍ່ເຮັດໃຫ້ການພົບປະ ແລະ ເຮັດວຽກຮ່ວມກັນໄດ້ເຂົ້າສູ່ລະບົບ ຊຶ່ງໃນນັ້ນ ຄວນຄົ້ນຄວ້າດ້ານຄວາມເປັນໄປໄດ້ໃນການພົວພັນປະສານງານໂດຍກົງ ຂອງສອງສະພາທິດສະດີສູນກາງພັກໃຫ້ກາຍເປັນກົນໄກໜຶ່ງໃນການເຮັດໃຫ້ການເຮັດວຽກຂອງສອງສະພາທິດສະດີສູນກາງພັກໄດ້ວ່ອງໄວ ແລະ ທັນສະພາບການ, ສຳລັບບັນຫາທີ່ມີລັກສະນະເປັນຫຼັກການ ເປັນບັນຫາໃຫຍ່ ແມ່ນປະສານງານຜ່ານຄະນະພົວພັນຕ່າງປະເທດ ຂອງສອງພັກ; ສືບຕໍ່ເສີມຂະຫຍາຍການພົວພັນແລກປ່ຽນ ແລະ ການຕອບສະໜອງຂໍ້ມູນ-ຂ່າວສານທາງດ້ານວິທະຍາສາດ, ທາງດ້ານທິດສະດີ ແລະ ພຶດຕິກຳ ຂອງສອງພັກ, ສອງລັດ ໃຫ້ເປັນປົກກະຕິ ໂດຍສະເພາະບັນດາບັນຫາໃໝ່ທີ່ພົ້ນເດັ່ນໃນປັດຈຸບັນ ເພື່ອສະໜອງຂໍ້ມູນໃຫ້ແກ່ການປັບປຸງບູລະນະແນວທາງ ຂອງສອງພັກ, ສອງລັດຖະບານ ແລະ ສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານວຽກງານກໍ່ສ້າງພະນັກງານ-ນັກຄົ້ນຄວ້າ ຂອງສອງສະພາທິດສະດີສູນກາງພັກ, ການສ້າງນັກຊ່ຽວຊານ ໃນນັ້ນ ສະເໜີໃຫ້ສະພາທິດສະດີສູນກາງພັກກອມມູນິດຫວຽດນາມຊ່ວຍເຫຼືອໃນການສ້າງພະນັກງານ ຂອງສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ, ການຕອບສະໜອງນັກຊ່ຽວຊານຂອງຝ່າຍຫວຽດນາມ ເພື່ອມາແລກປ່ຽນຖ່າຍທອດບົດຮຽນໃຫ້ແກ່ພະນັກງານຝ່າຍລາວ.
![]() | ໄຊຊະນະ ດ້ຽນບຽນຝູ - ເປັນຂົວເຊື່ອມຕໍ່ຊ່ວຍໃຫ້ ຫວຽດນາມ ແລະ ອານເຊຣີ ແບ່ງປັນອະດີດ ແລະ ມຸ່ງໄປເຖິງອະນາຄົດ ຍສໝ - ຫວ່າງມໍ່ໆມານີ້, ຢູ່ຫໍພິພິທະພັນນັກຮົບເກົ່າແຫ່ງຊາດນະຄອນຫຼວງ ອານເຊຣີ, ສະຖານທູດ ຫວຽດນາມ ປະຈຳ ອານເຊຣີ ສົມທົບກັບກະຊວງນັກຮົບເກົ່າ ແລະ ຜູ້ທີ່ມີຄຸນງາມຄວາມດີ ອານເຊຣີ ໄດ້ຈັດຕັ້ງກອງປະຊຸມວິທະຍາສາດດ້ວຍຫົວຂໍ້ “ຈາກໄຊຊະນະ ດ້ຽນບຽນຝູ ເຖິງການປະຕິວັດ ອານເຊຣີ: ຄວາມໝາຍທາງປະຫວັດສາດ ແລະ ແງ່ຫວັງໃນອະນາຄົດ”. |
![]() | ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ ຍສໝ - ແຂວງ ຮ່າຍເຢືອງ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ, ຄະນະຕິດຕໍ່ພົວພັນທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍລາວ ແຂວງ ມີຫຼາຍການເຄື່ອນໄຫວແທດຈິງ ແລະ ມີຄວາມໝາຍ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ. |
ແສງເດືອນ