ນາງ ເລຫວູແທັງຖາວ ໄດ້ຮັບລາງວັນທີໜຶ່ງໃນການເສັງເວົ້າພາສາ ຈີນ ທົ່ວປະເທດ - ດ່າຫນັງ ປີ 2024
![]() | ງານແຂ່ງຂັນບານເຕະກຳມະກອນ, ລັດຖະກອນ ຫວຽດນາມ ປີ 2024: ທີມອົງການກຳມະບານ ກວາງນິງ ຄວ້າໄດ້ແຊ໋ມຊະນະເລີດ |
![]() | ງານຕະຫຼາດນັດການຄ້າການທ່ອງທ່ຽວ ຫວຽດນາມ - ລາວ ໃນປີ 2024 |
3 ລາງວັນທີສອງ ເປັນຂອງຜູ້ເຂົ້າຮ່ວມການເສັງ ບ່ານທິກີມເງິນ (ມະຫາວິທະຍາໄລ ໄທຫງວຽນ ປະຈຳແຂວງ ລາວກາຍ), ຫງວຽນຟ້າມມິງທື (ມະຫາວິທະຍາໄລເສດຖະກິດ ແລະ ການເງິນ ນະຄອນ ໂຮ່ຈີມິນ) ແລະ ຫງວຽນທິແຄງຮົ່ງ (ສະຖາບັນການຕ່າງປະເທດ).
![]() |
ຄະນະຈັດຕັ້ງໄດ້ມອບລາງວັນຊະນະເລີດການເສັງເວົ້າພາສາ ຈີນ ທົ່ວປະເທດ - ດ່າຫນັງ 2024ໃຫ້ແກ່ຜູ້ເຂົ້າຮ່ວມການເສັງ ເລຫວູແທັງຖາວ. (ພາບ: ທູເວີນ) |
ການເສັງເວົ້າພາສາ ຈີນ ໄດ້ຈັດຂຶ້ນເປັນປະຈຳປີນັບແຕ່ປີ 2015 ຮອດປະຈຸບັນ, ດ້ວຍຂອບຂະໜາດໄດ້ຍົກລະດັບຈາກເຂດພາກກາງ - ໄທຫງວຽນ ເຖິງຂອບຂະໜາດທົ່ວປະເທດ. ຮອບຊິງຊະນະເລີດປີນີ້ ຈັດໂດຍສະຫະພັນບັນດາອົງການມິດຕະພາບນະຄອນ, ສະມາຄົມມິດຕະພາບ ຫວຽດນາມ - ຈີນ ນະຄອນດ່າຫນັງ ສົມທົບກັບກົງສຸນໃຫຍ່ ຈີນ ປະຈໍາ ນະຄອນດ່າຫນັງ ແລະ ບັນດາຫົວໜ່ວຍ, ໂຮງຮຽນ. ຜູ້ເຂົ້າຮ່ວມການເສັງດີເດັ່ນ 32 ຄົນທີ່ມາຈາກ 29 ມະຫາວິທະຍາໄລ, ສະຖາບັນ, ແລະ ສູນພາສາ ຈີນ ໃນ 17 ແຂວງ ແລະ ນະຄອນໄດ້ເຂົ້າຮ່ວມຮອບຊິງຊະນະເລີດ. ບັນດາຜູ້ເຂົ້າຮ່ວມການເສັງໄດ້ຜ່ານ 3 ຮອບເສັງຄື ການເສັງເວົ້າ, ການສະແດງຄວາມສັນທັດ ແລະ ການຈັດອັນດັບຮອບສຸດທ້າຍ.
ກ່າວຄຳປາໄສທີ່ຮອບຊິງຊະນະເລີດການເສັງ, ທ່ານ ຫງວຽນຫງອກບິ່ງ, ປະທານສະຫະພັນບັນດາອົງການມິດຕະພາບນະຄອນ ດ່າຫນັງ, ຫົວໜ້າຄະນະຈັດຕັ້ງ ໃຫ້ຮູ້ວ່າ ການເສັງເພື່ອແນໃສ່ສ້າງສະໜາມຫຼິ້ນທີ່ດຶງດູດ ແລະ ມີປະໂຫຍດໃຫ້ແກ່ນັກຮຽນ, ຊາວໜຸ່ມ ໃນທົ່ວປະເທດ ເວົ້າລວມ ແລະ ນະຄອນດ່າກຫນັງ ເວົ້າສະເພາະ ໄດ້ມີໂອກາດແລກປ່ຽນ ແລະ ແບ່ງປັນປະສົບການ, ຄວາມຫຼົງໄຫຼໃນການຮ່ຳຮຽນ ແລະ ການຄົ້ນຄ້ວາວັດທະນະທຳ, ພາສາ ຈີນ.
![]() |
ລາຍການສະແດງຢູ່ຮອບຮອບຊິງຊະນະເລີດຂອງການເສັງ. (ພາບ: ທູເວີນ) |
ດ້ວຍຫົວຂໍ້ “ບົດບາດຂອງລຸ້ນໜຸ່ມ ຫວຽດນາມ ໃນການຊຸກຍູ້ມິດຕະພາບ ຫວຽດນາມ - ຈີນ”, ຄະນະຈັດຕັ້ງການເສັງປາດຖະໜາຢາກຍົກສູງຖານະ ແລະ ບົດບາດຂອງໄວໜຸ່ມໃນການສືບທອດ, ເພີ່ມພູນຄູນສ້າງ ແລະ ພັດທະນາມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ຈີນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ ແລະ ການພັດທະນາຂອງສອງປະເທດ ແລະ ພາກພື້ນ.
ທ່ານ ເຢືອງທ້ວນຟອງ, ຮັກສາການກົງສຸນໃຫຍ່ ຈີນ ປະຈຳ ນະຄອນ ດ່າຫນັງ ກໍ່ເນັ້ນໜັກວ່າ ຫົວຂໍ້ການເສັງປີນີ້ແມ່ນເພື່ອແນໃສ່ສົ່ງເສີມໃຫ້ຊາວໜຸ່ມປະກອບສ່ວນສ້າງປະຊາຄົມຮ່ວມແບ່ງປັນ ຈີນ - ຫວຽດນາມ ໃນອະນາຄົດ.
ປີ 2025 ແມ່ນສະເຫຼີມສະຫຼອງ 75 ປີແຫ່ງການສ້າງສາຍພົວພັນທາງການທູດລະຫວ່າງ ຈີນ ກັບ ຫວຽດນາມ ພ້ອມກັນນັ້ນ ກໍ່ແມ່ນ "ປີແຫ່ງການແລກປ່ຽນມະນຸດສະທຳ ຈີນ - ຫວຽດນາມ". ຢືນຢູ່ຈຸດເລີ່ມຕົ້ນຂອງປະຫວັດສາດໃໝ່, ການພົວພັນ ຈີນ - ຫວຽດນາມ ຢືນຢູ່ໜ້າກັບກາລະໂອກາດໃຫຍ່ກວ່າ, ຊາວໜຸ່ມ ຈີນ - ຫວຽດນາມ ໄດ້ຮັບຄວາມຮັບຜິດຊອບຢ່າງໜັກໜ່ວງ. ທ່ານ ເຢືອງທ້ວນຟອງ ປາດຖະໜາວ່າ ໄວໜຸ່ມຂອງສອງປະເທດ ຈະມີຄວາມມຸ່ງມາດປາດຖະໜາອັນໃຫຍ່ຫຼວງ, ຍຶດໝັ້ນອຸດົມຄະຕິ ແລະ ຄວາມສັນທັດບຸກຄົນອະນາຄົດພາລະກຳປະເທດຊາດ, ນ້ຳໃຈມິດຕະພາບອັນຍາວນານລະຫວ່າງ ຈີນ - ຫວຽດນາມ ແລະ ການພັດທະນາທີ່ກ້າວໜ້າຂອງມະນຸດ, ການຮ່ຳຮຽນຢ່າງດຸໝັ່ນ, ສືບທອດ ແລະ ປະດິດຄິດສ້າງ, ກາຍເປັນຜູ້ນຳໜ້າ, ຂຸດຄົ້ນ ແລະ ອຸທິດສ່ວນຂອງຍຸກສະໄໝ.
![]() | ການນຳພັກ, ລັດ ຫວຽດນາມ ສົ່ງໂທລະເລກອວຍພອນສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຈີນ ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສາທາລະນະລັດປະຊາຊົນຈີນ (1 ຕຸລາ 1949 – 1 ຕຸລາ 2024), ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໂຕເລີມ ໄດ້ມີໂທລະເລກສົ່ງຄວາມຊົມເຊີຍເຖິງ ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດສາທາລະນະລັດປະຊາຊົນຈີນ ສີຈິ້ນຜິງ. |
![]() | ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ ປີ 2024 ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024 ພາຍໃຕ້ຄໍາຂັວນ“ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການ ພັດທະນາແບບຍືນຍົງ ຂອງບັນດານະຄອນອາຊຽນ. |
ແທັງຮັ່ງ