ຫວຽດນາມ - ຈຸດຫມາຍປາຍທາງເພື່ອຕິດປີກຄວາມໄຝ່ຝັນຂະແໜງການແພດໃຫ້ນັກສຶກສາລາວ
![]() | ຍົກສູງຄຸນນະພາບການສອນພາສາຫວຽດນາມ ໃຫ້ນັກສຶກສາລາວ |
![]() | ຕອບບຸນຄຸນຕໍ່ຮອຍຕີນຂອງທະຫານອາສາສະໝັກຫວຽດນາມ ຢູ່ປະເທດເພື່ອນລາວ |
ເລືອກຫວຽດນາມ ເພື່ອເດີນຕາມຄວາມໄຝ່ຝັນ
ພວກຂ້າພະເຈົ້າໄດ້ພົບກັບນ້ອງ ແກ່ນສີວົງ ເພັດສະໝອນ (ອາຍຸ 22 ປີ), ນັກສຶກສາປີ 4, ວິທະຍາໄລແພດສາດ ກວາງບິ່ງ ທີ່ຕຶກຫໍພັກຂອງໂຮງຮຽນ. ຫ້ອງກ້ວາງປະມານ 30 ຕາແມັດ, ມີສິ່ງງອໍານວຍຄວາມສະດວກທີ່ຈໍາເປັນເຊັ່ນ: ຕຽງນອນ, ເສື່ອ, ຜ້າຫົ່ມ, ພັດລົມ, ຫ້ອງນ້ໍາ. "ຫ້ອງຢູ່ທີ່ນີ້ແມ່ນຄືກັນກັບຫ້ອງຂອງນ້ອງຢູ່ເຮືອນ. ຄວາມແຕກຕ່າງພຽງແຕ່ນ້ອງຢູ່ກັບຫມູ່ເພື່ອນ!", ນ້ອງ ແກ່ນສີວົງ ກ່າວ.
ເມື່ອເລົ່າເຖິງການເດີນທາງມາຫວຽດນາມ, ນ້ອງ ແກ່ນສີວົງ ໃຫ້ຮູ້ວ່າ ນ້ອງມັກໃນດ້ານການແພດຕັ້ງແຕ່ຍັງນ້ອຍ ແລະ ຍາມໃດກໍ່ມຸ່ງໄປເຖິງຄວາມໄຝ່ຝັນທີ່ຢາກນຸ່ງເສື້ອ blouse ສີຂາວ ເພື່ອເບິ່ງແຍງສຸຂະພາບຂອງປະຊາຊົນຢູ່ບ້ານເກີດຂອງຕົນ. ດ້ວຍຄຳປຶກສາຈາກພໍ່ແມ່ ແລະ ອ້າຍນ້ອງທີ່ເຄີຍຮຽນແພດສາດຢູ່ຫວຽດນາມ, ນ້ອງຮູ້ວ່າ ຫວຽດນາມ ມີເງື່ອນໄຂການຮຽນທີ່ດີ, ມີສະພາບແວດລ້ອມທີ່ເປັນມິດ, ມີຄູອາຈານທີ່ເກັ່ງປະສົບການ. ບັນດາປັດໄຈເຫຼົ່ານັ້ນ ເຮັດໃຫ້ນ້ອງຕັດສິນໃຈເລືອກສະຖານທີ່ນີ້ເປັນຈຸດຫມາຍປາຍທາງເພື່ອປະຕິບັດຄວາມໄຝ່ຝັນຂອງຕົນ.
![]() |
ນັກສຶກສາລາວ ຢູ່ວິທະຍາໄລແພດສາດ ກວາງບິ່ງ ເຂົ້າຮ່ວມການປະຕິບັດການກວດ ແລະ ປິ່ນປົວພະຍາດດ້ວຍຮູບແບບຢູ່ຫ້ອງຮຽນ. |
ໃນຊຸມມື້ທຳອິດທີ່ໄປຮອດ, ນ້ອງ ແກ່ນສີວົງ ບໍ່ສາມາດເວົ້າພາສາຫວຽດນາມໄດ້, ດັ່ງນັ້ນ ຈຶ່ງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການຮ່ຳຮຽນ ແລະ ການດຳລົງຊີວິດປະຈຳວັນ. ນັ້ນແມ່ນຈຸດເວລາທີ່ໂລກລະບາດໂຄວິດ-19 ຢູ່ ກວາງບິ່ງ ໄດ້ລະບາດຢ່າງແຮງ. ເຖິງວ່າມີຄວາມເປັນກັງວົນຍ້ອນຕ້ອງແຍກຕົວໃນສັງຄົມ, ແຕ່ຄວາມເປັນມິດ ແລະ ຄວາມກະຕືລືລົ້ນຂອງຄູອາຈານໄດ້ໃຫ້ການໜູນຊ່ວຍທັງທາງດ້ານຈິດໃຈ ເພື່ອຊ່ວຍໃຫ້ ແກ່ນສີວົງ ຜ່ານຜ່າໄລຍະທີ່ຫຍຸ້ງຍາກລຳບາກນີ້.
“ຄູອາຈານ ຍາມໃດກໍ່ຫ່ວງໃຍພວກນ້ອງ, ຖືພວກນ້ອງຄືເປັນລູກຂອງຕົນ, ດູແລ, ຢື້ຢາມຖາມຂ່າວສຸຂະພາບ, ເອົາໃຈໃສ່ທຸກລາຍລະອຽດ. ບັນດານັກສຶກສາ ຫວຽດນາມ ກໍ່ຍັງໜູນຊ່ວຍທັງດ້ານວັດຖຸ ແລະ ຈິດໃຈ. ຢູ່ຫວຽດນາມ, ພວກນ້ອງຮູ້ສຶກໃກ້ຊິດຄືກັບຢູ່ໃນບ້ານເກີດເມືອງນອນຂອງຕົນ”, ນ້ອງ ແກ່ນສີວົງ ກ່າວ.
ເມື່ອຫວນຄືນການເດີນທາງມາຮ່ຳຮຽນຢູ່ຫວຽດນາມ ເປັນເວລາ 4 ປີ, ນ້ອງ ແກ່ນສີວົງ ເຊື່ອວ່າ ການຮຽນແພດຢູ່ທີ່ນີ້ແມ່ນການຕັດສິນໃຈທີ່ຖືກຕ້ອງ. ນ້ອງໄດ້ປຽບທຽບປຶ້ມຕຳລາສອນການແພດຂອງລາວ, ໄທ ແລະ ຫວຽດນາມ ເຊິ່ງເຫັນວ່າ ມີຄວາມແຕກຕ່າງບໍ່ຫຼາຍ. ແຕ່ແນວໃດກໍ່ຕາມ, ເມື່ອຮຽນຢູ່ຫວຽດນາມ, ບັນດາຄູອາຈານສອນໄດ້ສອນຢ່າງລະອຽດ, ຍົກຫຼາກຫຼາຍຕົວຢ່າງຕົວຈິງ ເພື່ອຊ່ວຍໃຫ້ນັກສຶກສາເຂົ້າໃຈໄດ້ງ່າຍ, ມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າອີກກ່ຽວກັບຄວາມຮູ້ດ້ານການແພດ. ພິເສດສຳລັບນັກສຶກສາລາວ, ອາຈານໄດ້ໃຫ້ຄຳແນະນຳທີ່ລະອຽດກວ່າ.
ຊ່ວຍໃຫ້ນັກສຶກສາລາວ ກຳແໜ້ນກ່ຽວກັບວິຊາສະເພາະ
ອາຈານ ນາງ ເລທິມິງຕວ່ານ, ອາຈານສອນຢູ່ວິທະຍາໄລເເພດສາດ ກວາງບິ່ງ ໃຫ້ຮູ້ວ່າ ສຳລັບນັກສຶກສາລາວ, ຫຼາຍຄົນຮຽນມາໄລຍະໜຶ່ງແລ້ວ ແຕ່ພື້ນຖານພາສາຫວຽດນາມ ຍັງບໍ່ທັນຄ່ອງແຄ້ວ, ພິເສດແມ່ນຄຳສັບການແພດສະເພາະຂະແໜງ. ນີ້ແມ່ນສິ່ງກີດຂວາງໃຫຍ່ທີ່ເຮັດໃຫ້ນັກສຶກສາລາວ ຮັບຄວາມຮູ້ໄດ້ຊ້າກວ່ານັກສຶກສາຫວຽດນາມ. ສະນັ້ນ, ອາຈານ ນາງ ຕວ່ານ ພ້ອມທັງຄູອາຈານສອນຂອງໂຮງຮຽນ ຍາມໃດກໍ່ມີຄວາມຕັ້ງໃຈສອນໃນແຕ່ລະໜ້າຂອງເນື້ອໃນບົດສອນ, ຊອກຫາບັນດາວິທີສື່ສານທີ່ງ່າຍໃນການຟັງ, ເຂົ້າໃຈ ແລະ ສ້າງເງື່ອນໄຂສູງສຸດ ເພື່ອໃຫ້ນັກສຶກສາລາວ ໄດ້ຮັບຄວາມຮູ້, ທັກສະ, ຍົກສູງຄຸນນະພາບການຮ່ຳຮຽນ.
![]() |
ນັກສຶກສາລາວ ຈາກມະຫາວິທະຍາໄລແພດສາດ ວິງ ໄດ້ເຂົ້າຮ່ວມການຝຶກງານອາການຄລີນິກ ແລະ ໄດ້ຕິດຕາມການຜ່າຕັດຢູ່ໂຮງຫມໍມິດຕະພາບຫຼາຍຂະແໜງການ ເງະອານ. |
ຕາມອາຈານ ເລວຽດຮຸ່ງ, ຮັກສາການຜູ້ອຳນວຍການວິທະຍາໄລແພດສາດ ກວາງບິ່ງ ແລ້ວ, ປະຈຸບັນ ໂຮງຮຽນມີນັກສຶກສາລາວ ທີ່ພວມຮ່ຳຮຽນ 85 ຄົນ. ເພື່ອເຮັດໃຫ້ນັກສຶກສາໄດ້ຮັບຄວາມຮູ້ທາງດ້ານວິຊາສະເພາະເປັນຢ່າງດີ, ໂຮງຮຽນໄດ້ແບ່ງງານບັນດາຄູອາຈານທີ່ມີປະສົບການ; ຈັດຕັ້ງຫ້ອງຮຽນການສອນພາສາລາວ ໃຫ້ຄູອາຈານເພື່ອຮັບໃຊ້ວຽກງານການສອນ ແລະ ການຄຸ້ມຄອງ; ສ້າງບັນດາກຸ່ມນັກສຶກສາຫວຽດນາມ ເພື່ອຊ່ວຍນັກສຶກສາລາວ ໃນຂະບວນການຮ່ຳຮຽນ.
ຄຽງຂ້າງວິທະຍາໄລແພດສາດ ກວາງບິ່ງ, ປະຈຸບັນ ສະຖາບັນການສຶກສາຫຼາຍແຫ່ງໃນທົ່ວປະເທດ ກໍ່ໄດ້ ແລະ ພວມປະກອບສ່ວນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດດ້ານການແພດທີ່ມີຄຸນນະພາບໃຫ້ແກ່ລາວ ຄື: ໂຮງໝໍສູນກາງ ເຫ້ວ; ມະຫາວິທະຍາໄລແພດສາດ ວິງ; ວິທະຍາໄລແພດສາດ ກວາງຈີ້... ບັນດາສະຖາບັນນີ້ ລ້ວນແຕ່ພະຍາຍາມຊອກຫາວິທີໃໝ່ເພື່ອຍົກສູງປະສິດທິຜົນໃນການສິດສອນ, ຮັບປະກັນໃຫ້ນັກສຶກສາລາວ ພາຍຫຼັງຮຽນຈົບ ເພື່ອເສີມຂະຫຍາຍໄດ້ກຳລັງຄວາມສາມາດ, ກຳແໜ້ນກ່ຽວກັບວິຊາສະເພາະ, ຊຳນິຊຳນານໃນທັກສະວິຊາຊີບ, ສາມາດເລີ່ມຕົ້ນວຽກງານກວດ ແລະ ປິ່ນປົວພະຍາດໄດ້ຢ່າງທັນທີ.
ພົ້ນເດັ່ນແມ່ນວິທະຍາໄລແພດສາດ ເຊີນລາ ໄດ້ປະຕິບັດການສຳຫຼວດ, ຮັບຄຳເຫັນຂອງບັນດາພື້ນຖານສາທາລະນະສຸກ ລາວ ກ່ຽວກັບຄຸນນະພາບການເຮັດວຽກຂອງພະນັກງານແພດທີ່ເຄີຍຮຽນຢູ່ໂຮງຮຽນ. ຈາກນັ້ນ, ໄດ້ດັດປັບຫຼັກສູດການບຳລຸງສ້າງ, ວິທີການສອນ ກໍ່ຄືການຄຸ້ມຄອງການໜູນຊ່ວຍໃຫ້ເໝາະສົມ, ມີປະສິດທິຜົນກວ່າ. ຫຼື ມະຫາວິທະຍາໄລແພດສາດ ວິງ ສ້າງເງື່ອນໄຂໃຫ້ນັກສຶກສາລາວ ທຸກຄົນລ້ວນແຕ່ໄດ້ໄປຝຶກງານອາການຄລີນິກຢູ່ໂຮງໝໍ, ສູນການແພດ. ນີ້ແມ່ນເງື່ອນໄຂທີ່ສຳຄັນ ເພື່ອໃຫ້ນັກສຶກສາລາວ ໄດ້ມີຄວາມຊຳນິຊຳນານບັນດາທັກສະຢ່າງວ່ອງໄວ, ຫັນຄວາມຮູ້ຈາກທິດສະດີໄປສູ່ການປະຕິບັດຕົວຈິງ.
ດ້ວຍບັນດາຄວາມມານະພະຍາຍາມນັ້ນ, ນັກສຶກສາລາວ ຫຼາຍລຸ້ນຄົນທີ່ສຳເລັດຫຼັກສູດບຳລຸງສ້າງຂະແໜງການແພດຢູ່ ຫວຽດນາມ ກັບຄືນປະເທດ ກໍ່ສາມາດເສີມຂະຫຍາຍໄດ້ກຳລັງຄວາມສາມາດ, ເຂົ້າຮ່ວມການເບິ່ງແຍງ ແລະ ຮັກສາສຸຂະພາບຂອງປະຊາຊົນ. ພວກເຂົາ ບໍ່ພຽງແຕ່ກາຍເປັນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບໃຫ້ແກ່ປະເທດເພື່ອນມິດລາວ ເທົ່ານັ້ນ, ຫາກຍັງເປັນ “ແກ່ນສານ” ທີ່ປະກອບສ່ວນເຂົ້າໃນການເຊື່ອມຕໍ່, ເພີ່ມພູນຄູນສ້າງນ້ຳໃຈຄວາມມິດຕະພາບແບບພິເສດ ຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາອີກດ້ວຍ.
![]() | ຮັດແໜ້ນນ້ຳໃຈສາມັກຄີມິດຕະພາບລະຫວ່າງກະຊວງຕຳຫຼວດສອງປະເທດຫວຽດນາມ - ລາວ ຍສໝ - ວັນທີ 9 ຕຸລາ 2024, ຢູ່ນະຄອນຫຼວງວຽງຈັນ, ລາວ, ທ່ານພົນໂທ ເຈີ່ນກວກຕໍ໋, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງຕຳຫຼວດ, ນຳໜ້າຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ໄປຢ້ຽມຂ່ຳນັບທ່ານພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ. |
ມີງດຶກ