ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢູ່ແຂວງຫົວພັນ
ຈີນ ແລະ ລາວ ແມ່ນ 2 ທ້ອງຕະຫຼາດສົ່ງອອກໝາກເຜັດຕົ້ນຕໍຂອງ ຫວຽດນາມ | |
ຫວຽດນາມ ນອນໃນ top 2 ຂອງຈຳນວນນັກທ່ອງທ່ຽວສາກົນມາລາວ |
ຄະນະຜູ້ແທນຫວຽດນາມ ໂດຍທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນຳໜ້າ. ພິທີຕ້ອນຮັບໄດ້ດຳເນີນໄປຢ່າງສົມກຽດ ພາຍໃຕ້ການເປັນປະທານຂອງທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງ ພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ.
![]() |
ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບທ່ານພົນເອກ ຟານວັນຢາງ. ພາບ: cand.com.vn |
ພາຍຫຼັງພິທີຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ໄດ້ດໍາເນີນພິທີຂ່ຳນັບ, ທາສີຫຼັກໝາຍຊາຍແດນອະທິປະໄຕ, ປູກຕົ້ນໄມ້ມິດຕະພາບ, ເປັນສັກຂີພິຍານການລາດຕະເວນຮ່ວມກັນຂອງກຳລັງປົກປັກຮັກສາຊາຍແດນສອງປະເທດ.
ຫວຽດນາມ ແລະລາວ ມີເສັ້ນຊາຍແດນຮ່ວມກັນຍາວກວ່າ 2.300 ກິໂລແມັດ, ຕິດຈອດລະຫວ່າງ 10 ແຂວງຂອງຫວຽດນາມ ແລະ 10 ແຂວງຂອງລາວ. ເຂດຊາຍແດນຫວຽດນາມ-ລາວ ສອງປະເທດໄດ້ກໍານົດວ່າແມ່ນໜຶ່ງໃນບັນດາເຂດທີ່ມີທີ່ຕັ້ງຍຸດທະສາດສໍາຄັນຍິ່ງທາງດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະເສດຖະກິດ-ສັງຄົມ.
ຕໍ່ຈາກນັ້ນ, ຄະນະຜູ້ແທນຫວຽດນາມ ແລະລາວ ໄປຢ້ຽມຢາມ, ມອບຂອງຂວັນໃຫ້ໂຮງຮຽນປະຖົມ - ມັດທະຍົມຕອນຕົ້ນ ປາຮາງ.
![]() |
ນັກຮຽນໂຮງຮຽນປະຖົມ - ມັດທະຍົມຕອນຕົ້ນປາຮາງ ໂບກທຸງ ແລະດອກໄມ້ ເພື່ອຕ້ອນຮັບລັດຖະມົນຕີສອງທ່ານ. ພາບ: TTXVN |
ກ່າວຄຳເຫັນທີ່ນີ້, ທ່ານພົນເອກ ຟານວັນຢາງ ໄດ້ສະແດງຄວາມສະເທືອນໃຈເມື່ອໄດ້ຮັບຊໍ່ດອກໄມ້ສົດ ແລະຜ້າແດງຈາກນັກຮຽນໂຮງຮຽນປະຖົມ - ມັດທະຍົມຕອນຕົ້ນ ປາຮາງ. ທ່ານພົນເອກ ຟານວັນຢາງ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ເຫັນນັກຮຽນມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ຫ້າວຫັນ, ໄດ້ຮັບການຮຽນຮູ້ ແລະເຕີບໃຫຍ່ໃນສະພາບແວດລ້ອມທີ່ເຕັມໄປດ້ວຍຄວາມຮັກແພງ ແລະຄວາມເອົາໃຈໃສ່; ການນຳທ້ອງຖິ່ນ ແລະຄະນະອຳນວຍການໂຮງຮຽນໄດ້ເອົາໃຈໃສ່, ຖືເປັນສໍາຄັນການໂຄສະນາ, ສຶກສາອົບຮົມໃຫ້ນັກຮຽນຮັບຮູ້ກ່ຽວກັບສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ; ຄູອາຈານ ແລະນັກຮຽນຂອງໂຮງຮຽນ ຍາມໃດກໍ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານພູມສັນຖານ, ສະພາບອາກາດ, ພື້ນຖານວັດຖຸ ເພື່ອແຜ່ຂະຫຍາຍຄວາມຮູ້, ຫວ່ານເມັດພືດໃນອະນາຄົດ.
ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ແຂວງຫົວພັນ ເວົ້າລວມ ແລະເມືອງສົບເບົາ ເວົ້າສະເພາະແມ່ນດິນແດນທີ່ອຸດົມສົມບູນໄປດ້ວຍມູນເຊື້ອວິລະຊົນປະຕິວັດ, ມີສະຕິປັນຍາ, ກ້າຫານໃນການຕໍ່ສູ້, ດຸໝັ່ນ, ມີຫົວຄິດປະດິດສ້າງໃນການອອກແຮງງານທຳການຜະລິດ, ໂອບອ້ອມອາລີ, ມີຄວາມເມດຕາປານີໃນຊີວິດຊຸມຊົນ. ໃນຜືນແຜ່ນດິນແຫ່ງນີ້, ກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ ໄດ້ຄຽງບ່າຄຽງໄລ່ຕໍ່ສູ້ຕ້ານລ່າເມືອງຂຶ້ນ, ຈັກກະພັດຮຸກຮານ, ຍາດເອົາເອກະລາດແຫ່ງຊາດ, ເສລີພາບ ແລະຄວາມຜາສຸກມາໃຫ້ປະຊາຊົນແຕ່ລະປະເທດ.
ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ດື່ມນໍ້າຈາກແມ່ນໍ້າຂອງດຽວກັນ, ພ້ອມກັນອີງຫຼັງໃສ່ສາຍພູຫຼວງທີ່ໃຫຍ່ໂຕມະໂຫຖານ. ຜ່ານໄລຍະປະຫວັດສາດ, ການພົວພັນອັນບໍລິສຸດຜຸດຜ່ອງລະຫວ່າງ ຫວຽດນາມ-ລາວ ທີ່ປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ໄດ້ກໍ່ຕັ້ງ, ເພີ່ມພູນຄູນສ້າງນັ້ນໄດ້ພັດທະນາຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ. ຄວາມສາມັກຄີແບບພິເສດ ແລະຫາຍາກນີ້ເປັນຊັບສົມບັດອັນລໍ້າຄ່າຂອງປະຊາຊົນສອງປະເທດເຊິ່ງລຸ້ນໜຸ່ມຂອງສອງປະເທດ, ໃນນັ້ນມີນັກຮຽນຂອງໂຮງຮຽນປະຖົມ - ມັດທະຍົມຕອນຕົ້ນ ປາຮາງ ຈະສືບຕໍ່ຮັກສາ ແລະເພີ່ມພູນຄູນສ້າງ, ເຮັດໃຫ້ມູນເຊື້ອຄວາມສາມັກຄີສະໜິດແໜ້ນລະຫວ່າງ ຫວຽດນາມ-ລາວ ຮຸ່ງເຮືອງເຫຼືອງເຫຼື້ອມຂຶ້ນກວ່າອີກ.
ພາຍຫຼັງຢ້ຽມຢາມໂຮງຮຽນປະຖົມ - ມັດທະຍົມຕອນຕົ້ນ ປາຮາງ, ຄະນະຜູ້ແທນສອງປະເທດ ຫວຽດນາມ ແລະລາວ ໄດ້ເຂົ້າຮ່ວມພິທີລົງມືກໍ່ສ້າງໂຄງການກໍ່ສ້າງຄ້າຍກອງຮ້ອຍທະຫານຊາຍແດນ 214 (ກອງທັບປະຊາຊົນລາວ), ເຊິ່ງແມ່ນຂອງຂວັນຈາກກອງທັບປະຊາຊົນຫວຽດນາມມອບໃຫ້.
![]() |
ຜູ້ແທນສອງປະເທດກົດປຸ່ມລົງມືກໍ່ສ້າງໂຄງການ. ພາບ: TTXVN |
ກ່າວຄໍາເຫັນທີ່ພິທີລົງມືກໍ່ສ້າງ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ ແລະລາວ ມີເສັ້ນຊາຍແດນຮ່ວມກັນຍາວກວ່າ 2.300 ກິໂລແມັດ. ໃນໄລຍະຜ່ານມາ, ການຮ່ວມມືຄຸ້ມຄອງ, ປົກປັກຮັກສາຊາຍແດນແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນ, ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ, ສ້າງເງື່ອນໄຂໃຫ້ພໍ່ແມ່ປະຊາຊົນທີ່ຢູ່ສອງຟາກຊາຍແດນມີຄວາມອຸ່ນອ່ຽນໃຈແລກປ່ຽນຄ້າຂາຍ, ພັດທະນາເສດຖະກິດ. ດ້ວຍຄວາມຫວັງຢາກຄຽງບ່າຄຽງໄຫຼ່ພ້ອມກັບກອງທັບປະຊາຊົນລາວ ເວົ້າລວມ, ກໍາລັງຄຸ້ມຄອງ, ປົກປັກຮັກສາຊາຍແດນລາວ ເວົ້າສະເພາະ, ສ້າງເງື່ອນໄຂສະດວກເພື່ອໃຫ້ພະນັກງານ, ນັກຮົບທະຫານຊາຍແດນປະຕິບັດສໍາເລັດໜ້າທີ່ທີ່ພັກ, ລັດ, ປະຊາຊົນ ແລະກອງທັບມອບໝາຍໃຫ້, ກະຊວງປ້ອງກັນປະເທດຫວຽດນາມ ມີຄວາມປິຕິຊົມຊື່ນທີ່ໄດ້ໜູນຊ່ວຍກໍ່ສ້າງສຳນັກງານກອງຮ້ອຍທະຫານຊາຍແດນ 214 ຂອງກອງທັບປະຊາຊົນລາວ ແລະຫວັງວ່າ ໂຄງການນີ້ຈະກໍ່ສ້າງສໍາເລັັດຢ່າງວ່ອງໄວ.
ກ່ອນໜ້ານັ້ນ, ຕອນຄໍ່າວັນທີ 22 ຕຸລາ, ຢູ່ເມືອງມົກເຈົາ, ແຂວງເຊີນລາ ໄດ້ດໍາເນີນການພົບປະແລກປ່ຽນວຽກງານການເມືອງ ແລະນາຍທະຫານໜຸ່ມກອງທັບສອງປະເທດ ຫວຽດນາມ-ລາວ.
ການພົບປະແລກປ່ຽນວຽກງານການເມືອງ ແລະນາຍທະຫານໜຸ່ມກອງທັບສອງປະເທດແມ່ນຈຸດພົ້ນເດັ່ນຂອງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີສອງ. ດ້ວຍຫົວຂໍ້ “ຄວາມເຊື່ອໝັ້ນທີ່ບໍລິສຸດຢ່າງສະເໝີຕົ້ນສະເໝີປາຍ”, ການພົບປະແລກປ່ຽນວຽກງານການເມືອງ ແລະນາຍທະຫານໜຸ່ມກອງທັບສອງປະເທດ ຫວຽດນາມ ແລະລາວ ໄດ້ຈັດຕັ້ງດ້ວຍຮູບການໂອ້ລົມສົນທະນາ, ເວທີສະແດງ ແລະໄດ້ຖ່າຍທອດສົດໃນຊ່ອງໂທລະພາບ VTV1, ສະຖານີໂທລະພາບຫວຽດນາມ, ອອກອາກາດຕໍ່ໃນຊ່ອງໂທລະພາບປ້ອງກັນຊາດຫວຽດນາມ, ໂທລະພາບແຫ່ງຊາດ ລາວ ແລະໂທລະພາບບັນດາແຂວງຊາຍແດນ ຫວຽດນາມ-ລາວ.
ລາຍການພົບປະແລກປ່ຽນລວມມີສອງພາກ. ພາກທີໜຶ່ງ: ການພົບປະແລກປ່ຽນປ້ອງກັນຊາດ-ວັນບຸນເຂດຊາຍແດນ ແລະພາກທີສອງ: ຮ່ວມຊາຍແດນ, ຮ່ວມອຸດົມການດຽວກັນ. ບັນດາຜູ້ແທນໄດ້ຮັບຊົມລາຍການສະແດງສິລະປະຍ້ອງຍໍຊົມເຊີຍພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ, ຍ້ອງຍໍຊົມເຊີຍນໍ້າໃຈສາມັກຄີ, ຄວາມຜູກພັນອັນສະໜິດແໜ້ນ ຫວຽດນາມ-ລາວ...
![]() |
ລາຍການສະແດງສີລະປະ. ພາບ: daibieunhandan.vn |
ພ້ອມກັນນັ້ນແມ່ນສາລະຄະດີທີ່ຢັ້ງຢືນເຖິງຄວາມສາມັກຄີພິເສດ ຫວຽດນາມ-ລາວ ແມ່ນຜ່ອງໃສຫາຍາກ, ມີໜຶ່ງບໍ່ມີສອງໃນໂລກ; ສະແດງໃຫ້ເຫັນອາລົມຈິດອັນສັດຊື່ບໍລິສຸດຂອງສອງພັກ, ສອງຊາດ ແລະກອງທັບສອງປະເທດ; ສ່ອງແສງບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ເຕັມໄປດ້ວຍຄວາມສາມັກຄີມິດຕະພາບ ຫວຽດນາມ-ລາວ ຜ່ານການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີສອງ; ສະເໜີໂດຍສັງເຂບບັນດາການເຄື່ອນໄຫວພົວພັນຕ່າງປະເທດລະຫວ່າງກອງທັບສອງປະເທດໃນຊຸມປີມໍ່ໆມານີ້; ສ່ອງແສງບັນດາການເຄື່ອນໄຫວປະສານສົມທົບລະຫວ່າງກອງທັບສອງປະເທດ ແລະບັນດາແຂວງຊາຍແດນ ຫວຽດນາມ-ລາວ ໃນການຊອກຫາ, ທ້ອນໂຮມອັດຖິຊ່ຽວຊານ ແລະທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ; ສ່ອງແສງໃຫ້ເຫັນອາລົມຈິດຂອງປະຊາຊົນຕໍ່ກັບສອງພັກ, ສອງລັດ ແລະກອງທັບສອງປະເທດທີ່ໄດ້ກໍ່ສ້າງເຂດຊາຍແດນ ຫວຽດນາມ-ລາວ ກາຍເປັນແບບຢ່າງກ່ຽວກັບຄວາມສາມັກຄີມິດຕະພາບ, ສະໜິດຕິດພັນ, ສັດຊື່ບໍລິສຸດ.
ສະຫຼັບກັບລາຍການສະແດງສິລະປະ ແລະສາລະຄະດີແມ່ນການພົບປະແລກປ່ຽນທີ່ສ່ອງແສງໃຫ້ເຫັນການພົວພັນສາມັກຄີທີ່ສະໜິດແໜ້ນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ບັນດາການເຄື່ອນໄຫວທີ່ເຕັມໄປດ້ວຍຄວາມຮັກແພງລະຫວ່າງອໍານາດການປົກຄອງທ້ອງຖິ່ນ ແລະປະຊາຊົນເຂດຊາຍແດນ ຫວຽດນາມ-ລາວ; ຜົນການປະສານສົມທົບລະຫວ່າງກໍາລັງປ້ອງກັນຊາຍແດນສອງປະເທດໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ປະກອບສ່ວນເຂົ້າໃນການຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນ; ຄວາມເອກອ້າງທະນົງໃຈຂອງນາຍທະຫານໜຸ່ມ ເມື່ອໄດ້ສືບຕໍ່ຮຸ່ນພໍ່ຮຸ່ນອ້າຍ ປົກປັກຮັກສາປະເທດຊາດ, ເພີ່ມພູນຄູນສ້າງຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ, ປົກປັກຮັກສາອະທິປະໄຕຄວາມໝັ້ນຄົງເຂດຊາຍແດນ ໄວ້ຢ່າງໝັ້ນຄົງ, ກໍ່ສ້າງເຂດຊາຍແດນສອງປະເທດ ໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ...
ໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີສອງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດພິທີມອບທຶນການສຶກສາ “ຊ່ວຍນ້ອງໄປໂຮງຮຽນ” ໃຫ້ນັກຮຽນ 100 ຄົນ ທີ່ປະສົບຄວາມຫຍຸ້ງຍາກຂອງສອງປະເທດ. ໃນຊຸມວັນຜ່ານມາ, ບັນດາກົມກອງຂອງທະຫານຊາຍແດນ ໄດ້ຈັດພິທີມອບທຶນການສຶກສາຢູ່ໂຮງຮຽນ ແລະໝູ່ບ້ານເຂດຊາຍແດນໃຫ້ນັກຮຽນ 60 ຄົນ. ທີ່ການພົບປະແລກປ່ຽນວຽກງານການເມືອງ ແລະນາຍທະຫານໜຸ່ມ ກອງທັບສອງປະເທດ ໃນຕອນຄໍ່າຂອງວັນທີ 22 ຕຸລາ ນີ້, ນັກຮຽນ 40 ຄົນທີ່ຍັງເຫຼືອໄດ້ຮັບທຶນການສຶກສາ “ຊ່ວຍນ້ອງໄປໂຮງຮຽນ”.
![]() | ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ເຂົ້າຮ່ວມ IPMF ຄັ້ງທີ 3, AEMM ຄັ້ງທີ 24, ຢ້ຽມຢາມ ແລະ ເຮັດວຽກທີ່ ແບຣນຊິກ ຍສໝ - ລີ່ມແຕ່ວັນທີ 31 ມັງກອນ - 02 ກຸມພາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ຈະເຂົ້າຮ່ວມ ເວທີປາໄສຂັ້ນລັດຖະມົນຕີ ພາກພຶ້ນມະຫາສະໝຸດອິນເດຍ - ປາຊີຟິກ (IPMF) ຄັ້ງທີ 3 ແລະ ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ເອີຣົບ (AEMM) ... |
![]() | ນາຍົກລັດຖະມົນຕີ 2 ປະເທດຫວຽດນາມ ແລະ ລາວ ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ ຍສໝ - ໃນຕອນເຊົ້າວັນທີ 6 ມັງກອນ 2024, ພາຍຫຼັງການເຈລະຈາຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືລະຫວ່າງສອງປະເທດ. |
ແສງເດືອນ