10:48 | 05/10/2024

ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ ເພື່ອໄອແລນເພີ່ມທະວີກັບອາຊຽນ

ຊ່ວຍໃຫ້ປະຊາຊົນ ຮຶງອຽນ ຍິ່ງເຂົ້າໃຈຍິ່ງຮັກວັດທະທະທຳ ໄທ ຫຼາຍຂຶ້ນ ຊ່ວຍໃຫ້ປະຊາຊົນ ຮຶງອຽນ ຍິ່ງເຂົ້າໃຈຍິ່ງຮັກວັດທະທະທຳ ໄທ ຫຼາຍຂຶ້ນ
VUFO ພ້ອມແລ້ວທີ່ຈະເປັນຂົວຕໍ່ ໃຫ້ແກ່ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາຟຼິກາໃຕ້ VUFO ພ້ອມແລ້ວທີ່ຈະເປັນຂົວຕໍ່ ໃຫ້ແກ່ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາຟຼິກາໃຕ້

ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ໄອແລນ, ຕອນເຊົ້າວັນທີ 3 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Dublin, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ພົບປະກັບທ່ານ Simon Harris ນາຍົກລັດຖະມົນຕີໄອແລນ.

ຫວຽດນາມ ແລະໄອແລນ ຕັ້ງໜ້າຜັນຂະຫຍາຍກົນໄກຮ່ວມມື

ໃນບັນຍາກາດແຫ່ງຄວາມຈິງໃຈ, ມິດຕະພາບ ແລະເປີດອົກເປີດໃຈ, ການນຳສອງປະເທດໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຢູ່ແຕ່ລະປະເທດ, ປຶກສາຫາລືທິດທາງການຮ່ວມມື ແລະມາດຕະການ ເພື່ອແນໃສ່ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະໄອແລນ ເລິກເຊິ່ງກວ່າອີກ.

ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ ເພື່ອໄອແລນເພີ່ມທະວີກັບອາຊຽນ
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໃນການພົບປະກັບທ່ານ Simon Harris ນາຍົກລັດຖະມົນຕີໄອແລນ ຢູ່ນະຄອນຫຼວງ Dublin, ວັນທີ 3 ຕຸລາ 2024. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະທ່ານນາຍົກລັດຖະມົນຕີ Simon Harris ໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງແທດຈິງ ແລະມີປະສິດທິຜົນພາຍຫຼັງເກືອບ 3 ທົດສະວັດແຫ່ງການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ. ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານການຮ່ວມມືຂອງສອງປະເທດ, ການນຳສອງປະເທດໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະທຸກຂັ້ນລະຫວ່າງກະຊວງ, ຂະແໜງການສອງຝ່ານ; ຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ພ້ອມທັງຄົ້ນຄວ້າ ແລະສ້າງຂອບເຂດການຮ່ວມມືໃໝ່ໃຫ້ເໝາະສົມກັບສະພາບການໃໝ່.

ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ພາກພູມໃຈ ແລະແຈ້ງໃຫ້ທ່ານ Simon Harris ນາຍົກລັດຖະມົນຕີ ຮັບຊາບກ່ຽວກັບເລື່ອງ, ລັດຖະບານຫວຽດນາມ ໄດ້ຕົກລົງ ແລະພວມດໍາເນີນການເປີດສະຖານທູດຫວຽດນາມ ປະຈຳ ໄອແລນ ເພື່ອແນໃສ່ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາການພົວພັນລະຫວ່າງສອງປະເທດ.

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະໝູນໃຊ້ສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA) ຢ່າງມີປະສິດທິຜົນ, ໃນນັ້ນມີການພິຈາລະນາສ້າງຄວາມສະດວກໃຫ້ຜະລິດຕະພັນສົ່ງອອກທີ່ເປັນທ່າແຮງຂອງແຕ່ລະປະເທດເຂົ້າເຖິງແຕ່ລະປະເທດເຂົ້າເຖິງຕະຫຼາດຂອງກັນ; ຊົມເຊີຍໄອແລນ ມີນະໂຍບາຍສົ່ງເສີມ, ສ້າງຄວາມສະດວກໃຫ້ບັນດາວິສາຫະກິດໄອແລນ ເພີ່ມທະວີການລົງທຶນເຂົ້າຫວຽດນາມ ໃນບັນດາຂົງເຂດທີ່ມີທ່າແຮງ, ຄື: ການຫັນເປັນດີຈີຕອນ, ພະລັງງານທົດແທນ, ກະສິກຳເຕັກໂນໂລຢີສູງ... ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ກໍ່ສະເໜີໃຫ້ ໄອແລນ ສຳເລັດບັນດາລະບຽບການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ-ອີຢູ່ (EVIPA) ໂດຍໄວເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ການພົວພັນລົງທຶນທີ່ສະເໝີພາບ, ພ້ອມກັນມີຜົນປະໂຫຍດລະຫວ່າງສອງຝ່າຍ.

ເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ແລະຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ, ການນຳສອງປະເທດເນັ້ນໜັກເຖິງຄວາມຈຳເປັນຕ້ອງຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳສິລະປະ, ກິລາ ແລະການທ່ອງທ່ຽວຢູ່ສອງປະເທດ.

ປຶກສາຫາລືບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຕີລາຄາສູງ ໄອແລນ ທີ່ໄດ້ເອົາໃຈໃນການຊຸກຍູ້ການພົວພັນກັບອາຊີຕາເວັນອອກສ່ຽງໃຕ້; ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ຊ່ວຍເຫຼືອໄອແລນ ເພີ່ມທະວີການພົວພັນກັບອາຊຽນ; ສະເໜີ ໄອແລນ ເປັນຂົວຕໍ່ຊ່ວຍຫວຽດນາມ ເພີ່ມທະວີການພົວພັນກັບອີຢູ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ, ພິເສດແມ່ນສະຫະປະຊາຊາດ, ອາຊຽນ-ອີຢູ...; ເພີ່ມທະວີການຮ່ວມມືໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ.

ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ ເພື່ອໄອແລນເພີ່ມທະວີກັບອາຊຽນ
ບັນຍາກາດທີ່ການພົບປະ. ພາບ: VGP

ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງ ຫວຽດນາມ-ໄອແລນ.

ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະທ່ານນາຍົກລັດຖະມົນຕີໄອແລນ ກໍ່ໄດ້ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງສ້າງຕັ້ງຄູ່ຮ່ວມມືຍຸດທະສາດກ່ຽວກັບການສຶກສາປະລິຍາຕີລະຫວ່າງກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ແລະກະຊວງສຶກສາມະຫາວິທະຍາໄລ, ຄົ້ນຄວ້າ, ປ່ຽນແປງໃໝ່ ແລະວິທະຍາສາດໄອແລນ.

ຊຸກຍູ້ການຮ່ວມມືລະຫວ່າງລັດຖະສະພາສອງຝ່າຍ

ຕອນເຊົ້າວັນທີ 3 ຕຸລາ, ຢູ່ນະຄອນຫຼວງ Dublin, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ມີການພົບປະກັບທ່ານ Jerry Buttimer ປະທານສະພາສູງໄອແລນ ແລະທ່ານ Catherine Connolly ຮອງປະທານສະພາຕໍ່າ.

ທ່ານປະທານສະພາສູງ Jerry Buttimer ຊົມເຊີຍທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມາຢ້ຽມຢາມທາງລັດຖະກິດໄອແລນ, ຢືນຢັນວ່າ ການຢ້ຽມຢາມແມ່ນເຫດການສຳຄັນໃນການພົວພັນ ຫວຽດນາມ-ໄອແລນ, ປະກອບສ່ວນເພີ່ມທະວີການພົວພັນສອງຝ່າຍ; ສະແດງຄວາມປະທັບໃຈຕໍ່ບັນດາຜົນງານພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ.

ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ ເພື່ອໄອແລນເພີ່ມທະວີກັບອາຊຽນ
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະທ່ານ Jerry Buttimer ປະທານສະພາສູງໄອແລນ ຖ່າຍຮູບກັບສະມາຊິກລັດຖະສະພາ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານສະພາສູງ Jerry Buttimer ຊົມເຊີຍຫວຽດນາມ ທີ່ໄດ້ຕົກລົງເປີດສະຖານທູດ ປະຈຳ ໄອແລນ, ພ້ອມທັງ ຖືວ່າ ຫວຽດນາມ ແລະໄອແລນ ລ້ວນແຕ່ແມ່ນປະເທດທີ່ເຄີຍຜ່ານຜ່າສິ່ງທ້າທາຍຫຼາຍຢ່າງໃນອະດີດຕະການ ແລະປະຈຸບັນພວມມີຜົນສະທ້ອນໃນເວທີສາກົນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ຊົມເຊີຍ ແລະຕີລາຄາສູງເລື່ອງສະພາແຫ່ງຊາດຫວຽດນາມ ສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ-ໄອແລນ ແລະສະພາແຫ່ງຊາດໄອແລນ ສ້າງຕັ້ງກຸ່ມສະມາຊິກລັດຖະສະພາ ໄອແລນ-ຫວຽດນາມ; ເນັ້ນໜັກວ່າ ບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບຈະເປັນຂົວຕໍ່ທີ່ສຳຄັນປະກອບສ່ວນເພີ່ມທະວີການພົວພັນລະຫວ່າງສອງສະພາແຫ່ງຊາດເວົ້າສະເພາະ ແລະສອງປະເທດເວົ້າລວມ.

ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເຮັດໃຫ້ການພົວພັນລະຫວ່າງສອງຝ່າຍເລິກເຊິ່ງກວ່າອີກ ຜ່ານການເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໃນນັ້ນມີບັນດາຄະນະກຳມາທິການ/ກຸ່ມສະມາຊິກລັດຖະສະພາສອງປະເທດ; ຈັດຕັ້ງການເຄື່ອນໄຫວແລກປ່ຽນ ແລະແບ່ງປັນບົດຮຽນດ້ານນິຕິກຳ, ການເຈລະຈານະໂຍບາຍ ແລະກອງປະຊຸມສຳມະນາທິດສະດີ. ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສລັດຖະສະພາລະຫວ່າງຊາດຢູ່ພາກພື້ນ ແລະໃນໂລກ, ຊຸກຍູ້ການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDGs), ຄວາມສະເໝີພາບລະຫວ່າງຍິງຊາຍ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະສິ່ງທ້າທາຍທົ່ວໂລກ; ເປີດກວ້າງການພົບປະແລກປ່ຽນປະຊາຊົນ, ການຮ່ວມມືດ້ານການສຶກສາ ແລະກໍ່ສ້າງ, ກະສິກຳ, ການທ່ອງທ່ຽວ ແລະການພັດທະນາແບບຍືນຍົງ.

ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ສະເໜີໃຫ້ລັດຖະສະພາໄອແລນ ຮັບຮອງເອົາ EVIPA ໂດຍໄວເພື່ອສ້າງຄວາມສະດວກກວ່າໃຫ້ແກ່ການລົງທຶນສອງຝ່າຍ ແລະຊຸກຍູ້ຄະນະກຳມະການເອີລົບ (EC) ຍົກເລີກ “ບັດເຫຼືອງ” ຕ້ານການຂຸດຄົ້ນສິນທະເລຢ່າງຜິດກົດໝາຍ, ບໍ່ລາຍງານ, ບໍ່ຕາມຂໍ້ກຳນົດ (IUU) ສຳລັບສິນໃນນໍ້າຂອງຫວຽດນາມ.

ການນຳສະພາແຫ່ງຊາດໄອແລນ ຕີລາຄາສູງການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງໄອແລນ ແລະຢືນຢັນຈະໜູນຊ່ວຍປະຊາຄົມຊາວຫວຽດນາມ ສືບຕໍ່ເຊື່ອມໂຍງປະສົບຜົນສໍາເລັດ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ.

ສົ່ງເສີມບັນດາວິສາຫະກິດໄອແລນ ລົງທຶນຢູ່ຫວຽດນາມ

ຕອນເຊົ້າວັນທີ 3 ຕຸລາ, ຢູ່ນະຄອນຫຼວງ Dublin, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມີການພົບປະກັບບັນດາວິສາຫະກິດໄອແລນ.

ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ ເພື່ອໄອແລນເພີ່ມທະວີກັບອາຊຽນ
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ເຂົ້າຮ່ວມການພົບປະກັບວິສາຫະກິດໄອແລນ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ການພົບປະ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າຫຼາຍວິສາຫະກິດໄອແລນ ໄດ້ມີບັນດາໂຄງການລົງທຶນຢ່າງມີປະສິດທິຜົນ ແລະບັນລຸໄດ້ຜົນສຳເລັດຢ່າງແນ່ນອນໃນຫຼາຍຂົງເຂດ, ຢູ່ບາງທ້ອງຖິ່ນຂອງຫວຽດນາມ; ຖືວ່າຄວາມສາມາດບົ່ມຊ້ອນການຮ່ວມມືຂອງສອງປະເທດຍັງອຸດົມສົມບູນ, ຕ້ອງສືບຕໍ່ຍູ້ແຮງກວ່າອີກ, ເພາະແຫຼ່ງກຳລັງພາຍໃນທີ່ອຸດົມສົມບູນຂອງແຕ່ລະຝ່າຍ, ກໍ່ຄືພະລັງຊີວິດຂອງສະໄໝໃໝ່, ສະໄໝຂງການປະຕິວັດວິທະຍາສາດ-ເຕັກໂນໂລຢີ, ການເຊື່ອມຕໍ່, ການເຊື່ອມໂຍງທີ່ເລິກເຊິ່ງກວ້າງຂວາງໃນທົ່ວໂລກ.

ສະເໜີບາງທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກໃຫ້ວິສາຫະກິດໄອແລນ, ດ້ວຍຄວາມສາມາດ, ແຫຼ່ງກຳລັງຂອງຕົນ, ສືບຕໍ່ລົງທຶນເຂົ້າຫວຽດນາມ ຫຼາຍກວ່າອີກ. ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຍິນດີຕ້ອນຮັບວິສາຫະກິດໄອແລນ ເປີດກວ້າງການຮ່ວມມື; ບັນດາອົງການຂອງຫວຽດນາມ ຍາມໃດກໍ່ຮ່ວມເດີນທາງ, ພ້ອມແລ້ວທີ່ຈະແບ່ງປັນ, ສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີບັນດາວິສາຫະກິດໄອແລນ ລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມຂອງສອງປະເທດ.

ຕອນຄ່ຳວັນທີ 3 ຕຸລາ, ຢູ່ນະຄອນຫຼວງ Dublin, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມີການພົບປະກັບຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 130 ຄົນ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະເຮັດວຽກຢູ່ໄອແລນ ແລະຜູ້ຕາງໜ້າພະນັກງານ, ລັດຖະກອນຂອງສະຖານທູດຫວຽດນາມ ປະຈໍາ ລາຊະອານາຈັກອັງກິດ ແລະໄອແລນເໜືອ ທັງຮັບຜິດຊອບໄອແລນ.

ສະມາຄົມພຸດທະສາສະໜາ ​ຫວຽດ​ນາມ: ຂົວຕໍ່​ສັນ​ຕິ​ພາບ​ໃນ​ການ​ທູດ​ປະ​ຊາ​ຊົນ ສະມາຄົມພຸດທະສາສະໜາ ​ຫວຽດ​ນາມ: ຂົວຕໍ່​ສັນ​ຕິ​ພາບ​ໃນ​ການ​ທູດ​ປະ​ຊາ​ຊົນ

ຍສໝ - ດ້ວຍປະຫວັດສາດອັນຍາວນານ, ມູນເຊື້ອ ແລະ ຄຸນຄ່າທາງດ້ານວັດທະນະທຳສາສະໜາທີ່ອຸດົມສົມບູນ, ສະມາຄົມພຸດທະສາສະໜາ ​ຫວຽດ​ນາມ ບໍ່ພຽງແຕ່ແມ່ນອົງການສາສະໜາທີ່ມີໜ້າທີ່ເຜີຍແຜ່ພະທຳເທົ່ານັ້ນ ຫາກຍັງເປັນຂົວຕໍ່ທີ່ສຳຄັນໃນວຽກງານການທູດປະຊາຊົນ, ຊຸກຍູ້​ການ​ພົວພັນ​ມິດຕະພາບລະຫວ່າງ​ ຫວຽດນາມ ​ແລະ ປະຊາ​ຄົມສາກົນ.

ການ​ນຳ​ພັກ​, ​ລັດ​ ຫວຽດ​ນາມ ​ສົ່ງໂທລະເລກອວຍພອນສະ​ເຫຼີມ​ສະ​ຫຼອງ 75 ປີ​ແຫ່ງ​ວັນ​ຊາດ​ຈີນ ການ​ນຳ​ພັກ​, ​ລັດ​ ຫວຽດ​ນາມ ​ສົ່ງໂທລະເລກອວຍພອນສະ​ເຫຼີມ​ສະ​ຫຼອງ 75 ປີ​ແຫ່ງ​ວັນ​ຊາດ​ຈີນ

ຍສໝ -​ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາທາລະນະ​ລັດ​ປະຊາຊົນ​ຈີນ (1 ຕຸລາ 1949 – 1 ຕຸລາ 2024), ສະຫາຍ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ ຫວຽດນາມ, ປະທານ​ປະ​ເທດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ໂຕເລີມ ໄດ້ມີໂທລະເລກ​ສົ່ງຄວາມ​ຊົມ​ເຊີຍ​ເຖິງ ສະຫາຍ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດຈີນ​, ປະທານ​ປະ​ເທດສາທາລະນະ​ລັດ​ປະຊາຊົນ​ຈີນ ສີ​ຈິ້ນ​ຜິງ.

ແສງເດືອນ

Link: https://huunghivietlao.thoidai.com.vn/detail-article-19703.html

In bài biết