ຫ້ອງຮຽນພາສາຫວຽດນາມ ຢູ່ Östergötland: ສືບທອດສີສັນຫວຽດນາມ ຢູ່ດິນແດນ ຊູແອດ
![]() | ຫ້ອງຮຽນເພື່ອປົກປັກຮັກສາພາສາບ້ານເກີດເມືອງນອນຢູ່ ຊູແອດ |
![]() | ດານັງ: ຫ້ອງຮຽນພາສາຫວຽດນາມ ສຳລັບບັນດານັກສຶກສາລາວ ແລະ ໄທ ຢູ່ວັດຕາມບາວ |
ການເດີນທາງເຜີຍແຜ່ໄຟແຫ່ງຄວາມຮັກພາສາຫວຽດນາມ
ໃນຕອນບ່າຍລະດູໃບໄມ້ຫຼົ່ນຢູ່ນະຄອນ Linköping, ເຂດ Östergötland, ລົມໄດ້ພັດຄ່ອຍໆຜ່ານປ່ອງຢ້ຽມຫ້ອງຮຽນຢູ່ໂຮງຮຽນມັດທະຍົມຕອນຕົ້ນ Elsa Brandstrom. ທ່າມກາງພື້ນທີ່ອັນສະຫງົບງຽບ, ສຽງຂອງອາຈານ Sally ດັງອອກມາຢ່າງອົບອຸ່ນ, ອ່ອນໂຍນແຕ່ເຕັມໄປດ້ວຍຄວາມຕັດສິນໃຈ. ອ້ອມຮອບອາຈານແມ່ນໄວໜຸ່ມທີ່ມີເຊື້ອຊາດຫວຽດນາມ, ສຸມໃສ່ຟັງຄຳສອນແຕ່ລະຄຳ, ພະຍາຍາມອອກສຽງພາສາຫວຽດນາມແຕ່ລະສັບໃຫ້ຖືກຕ້ອງ.
ຮູບພາບຂອງເດັກນ້ອຍໄດ້ແນະນຳຢ່າງເຊື່ອໝັ້ນຕົນເອງກ່ຽວກັບບ້ານເກີດເມືອງນອນຂອງພໍ່ແມ່ດ້ວຍຄວາມພາກພູມໃຈເປັນຫຼັກຖານສະແດງເຖິງຜົນຂອງຄວາມພະຍາຍາມຢ່າງບໍ່ຢຸດຢັ້ງຂອງນາງຊາລີຕະຫຼອດ 8 ປີຜ່ານມາ. ສຳລັບອາຈານແລ້ວ, ຫ້ອງຮຽນນີ້ບໍ່ພຽງແຕ່ສອນພາສາເທົ່ານັ້ນ, ຫາກຍັງແມ່ນບ່ອນບຳລຸງສ້າງຄວາມຮັກແພງ ແລະ ຄວາມພາກພູມໃຈກ່ຽວກັບກົກເຄົ້າເຫງົ້າກໍ, ຊ່ວຍໃຫ້ເດັກນ້ອຍໄດ້ດູດຊຶມຄຸນຄ່າຂອງພາສາຫວຽດນາມ ຢ່າງເລິກເຊິ່ງກວ່າຜ່ານບັນດາບົດຮຽນທີ່ເຕັ້ມໄປດ້ວຍວັດທະນະທຳຂອງຊາດ.
ກ່ອນນີ້ 8 ປີ, ໃນຂະນະທີ່ເປັນຜູ້ຈັດການຮ້ານອາຫານຫວຽດນາມ ຢູ່ ຊູແອດ, ອາຈານ Sally ໄດ້ຮັບຮູ້ເຖິງຄວາມສຳຄັນຂອງການປົກປັກຮັກສາພາສາ ແລະ ວັດທະນະທຳໃຫ້ແກ່ລຸ້ນໜຸ່ມທີ່ມີເຊື້ອຊາດຫວຽດນາມ. ເຖິງແມ່ນວ່າເຮັດທຸລະກິດ ບໍ່ຄ່ອຍມີເວລາ, ແຕ່ອາຈານຍັງຕັ້ງໃຈຈະເປີດຫ້ອງຮຽນພາສາຫວຽດນາມ ໃຫ້ແກ່ເດັກນ້ອຍຫວຽດນາມ ຢູ່ Östergötland. “ພາສາຫວຽດນາມ ແມ່ນເຊືອກເຊື່ອມຕໍ່ອັນດຽວລະຫວ່າງເດັກນ້ອຍກັບກົກເຄົ້າເຫວົ້າກໍ. ຖ້າໃຫ້ປ່ອຍມັນສູນຫາຍໄປ, ພວກເຮົາຈະສູນເສຍຫຼາຍກວ່າພາສາ” ອາຈານແບ່ງປັນ.
ຢູ່ ຊູແອດ, ເດັກນ້ອຍມີສິດທີ່ຈະຮຽນພາສາແມ່ເປັນເວລາ 30 ຫາ 60 ນາທີທຸກໆມື້ຫຼັງຈາກຊົ່ວໂມງຮຽນຫຼັກ. ສິ່ງນີ້ສ້າງເງື່ອນໄຂເພື່ອໃຫ້ເດັກນ້ອຍສາມາດຮັກສາທັກສະທາງດ້ານພາສາ ແລະ ຕິດພັນທາງດ້ານວັດທະນະທໍາ. ດ້ວຍການໜູນຊ່ວຍຈາກທ່ານ ເລເຊີນຮ່າ, ປະທານສະຫະພັນສະມາຄົມຊາວ ຫວຽດນາມ ປະຈຳ ຊູແອດ, ອາຈານ Sally ໄດ້ເປີດຫ້ອງຮຽນຢູ່ໂຮງຮຽນມັດທະຍົມຕອນຕົ້ນ Elsa Brandstrom, ບ່ອນທີ່ສົ່ງເສີມການຮັກສາພາສາແມ່.
![]() |
ຮູບແຕ້ມຄອບຄົວຂອງ ນ້ອຍ Sam, ນັກຮຽນໃນຫ້ອງຮຽນພາສາຫວຽດນາມ ຂອງອາຈານ Sally, ພ້ອມກັບຄຳແນະນຳ, ໂດຍທ່ານນາງ ຫງວຽນທູ໋ຍ ແບ່ງປັນ |
ການສອນພາສາຫວຽດນາມ ໃຫ້ແກ່ເດັກນ້ອຍທີ່ເກີດ ແລະ ເຕີບໃຫຍ່ຢູ່ ຊູແອດ ບໍ່ແມ່ນເລື່ອງງ່າຍ. ພາສາຫວຽດ, ມີ 6 ສຽງວັນນະຍຸດ ແລະ ບັນດາພະຍາງທີ່ສັບສົນ ເປັນສິ່ງທ້າທາຍສຳລັບນັກຮຽນທີ່ຄຸ້ນເຄີຍກັບພາສາທ້ອງຖິ່ນ. ເດັກນ້ອຍຫຼາຍຄົນສາມາດເວົ້າພຽງແຕ່ປະໂຫຍກທີ່ງ່າຍດາຍ, ຍັງບໍ່ຄ່ອງແຄ້ວ. ແຕ່ສຳລັບອາຈານ Sally, ບໍ່ມີຄວາມກ້າວໜ້າໃດແມ່ນສິ່ງທີ່ເລັກນ້ອຍ: “ມີຄວາມຮູ້ສຶກຕື້ນຕັນໃຈຫຼາຍເມື່ອໄດ້ຍິນພວກເດັກນ້ອຍຄ່ອຍໆເວົ້າພາສາຫວຽດນາມແຕ່ລະສຽງໄດ້ຊັດເຈນຂຶ້ນ, ເຖິງວ່ານັ້ນແມ່ນສຽງທີ່ຍາກຄື ວັນນະຍຸດໄມ້ໜັ້ງ ຫຼື ວັນນະຍຸດໄມ້ຫງາ”.
ບໍ່ພຽງແຕ່ສອນພາສາຫວຽດນາມເທົ່ານັ້ນ, ອາຈານຍັງສົ່ງເສີມໃຫ້ເດັກນ້ອຍມີຄວາມພາກພູມໃຈກ່ຽວກັບຕົ້ນກຳເນີດຂອງຕົນ. “ເຖິງແມ່ນວ່າພວກລູກເວົ້າພາສາຊູແອັດ, ນຸ່ງຖືຄືຄົນຊູແອັດ, ແຕ່ໜ້າ, ຊື່ ແລະ ອາຫານທີ່ມັກຂອງພວກລູກລ້ວນແຕ່ມີລັກສະນະຫວຽດນາມ. ຈົ່ງພູມໃຈ ແລະ ໃຊ້ພາສາຫວຽດນາມເລື້ອຍໆ, ເພາະວ່າມັນເປັນຈິດວິນຍານຂອງພວກເຮົາ”. ນັກຮຽນຂອງອາຈານມັກຈະເວົ້າວ່າ “ສະບາຍດີ” ເປັນພາສາຫວຽດນາມ ແທນທີ່ “Hej” ເມື່ອພົບກັບອາຈານ, ແລະສິ່ງນັ້ນຢ່າງດຽວກໍ່ເປັນແຫຼ່ງກຳລັງໃຈອັນໃຫຍ່ຫຼວງໃຫ້ອາຈານສືບຕໍ່ການເດີນທາງຕໍ່ໄປຂອງຕົນ.
ເພື່ອເຮັດໃຫ້ເວລາຮຽນມີຊີວິດຊີວາຂຶ້ນ, ອາຈານ Sally ໄດ້ປະສົມປະສານລະຫວ່າງເຕັກໂນໂລຢີ ແລະ ເອກະສານສິດສອນທີ່ທັນສະໄໝ. ສຳລັບເດັກນ້ອຍ, ອາຈານໄດ້ນຳໃຊ້ບັນດາບົດເພງເດັກນ້ອຍ ຫວຽດນາມ, ຮູບເງົາເອກະສານກ່ຽວກັບບຸນປີໃໝ່ ແລະ ບຸນໄຫວ້ພະຈັນ. ສຳລັບເດັກນ້ອຍຜູ້ມີອາຍຸໃຫຍ່ກ່ວາ, ອາຈານໄດ້ແນະນຳປະຫວັດສາດ ຫວຽດນາມ, ກອນຜະຫຍາ, ສຸພາສິດ ແລະ ທັງສິລະປະຂັບແຈ່ວ, ກ່າຍເລືອງ ຫຼື ເຄື່ອງດົນຕີພື້ນເມືອງ. ອາຈານໄດ້ຊອກຫາວິທີການສິດສອນທີ່ເໝາະສົມກັບອາຍຸ ແລະ ລະດັບຂອງເດັກນ້ອຍ, ພ້ອມກັນນັ້ນ ກໍ່ຕິດແທດກັບຫຼັກສູດຂອງເດັກນ້ອຍຢູ່ໂຮງຮຽນ ເພື່ອທັງຮຽນເອົາຄວາມຮູ້ ແລະ ຝຶກພາສາຫວຽດນາມໄປນຳ.
ທ່ານນາງ ຫງວຽນທູ໋ຍ, ພໍ່ແມ່ຂອງນ້ອຍ Sam, ບໍ່ສາມາດປົກປິດຄວາມສຸກຂອງຕົນໄດ້ເມື່ອແບ່ງປັນຮູບຄອບຄົວທີ່ລູກຊາຍອາຍຸ 8 ປີແຕ້ມດ້ວຍມື, ພ້ອມກັບຄຳແນະນຳສັ້ນ ແຕ່ໜ້າຮັກເປັນພາສາຫວຽດນາມ: “ຂ້າພະເຈົ້າຊື່ Sam. ອາຍຸແປດປີ, Susu ແມ່ນໂຕແມວຂອງຂາ້ພະເຈົ້າ. ພໍ່ຂອງຂ້າພະເຈົ້າຊື່ ແທງ. ແມ່ຂອງຂ້າພະເຈົ້າຊື່ ທູ໋ຍ. ເອື້ອຍຂອງຂ້າພະເຈົ້າຊື່ ແອງ. ອ້າຍຂອງຂ້າພະເຈົ້າຊື່ ຫວຽດ.”
ທ່ານນາງ ທູ໋ຍ ໃຫ້ຮູ້ວ່າ ນີ້ແມ່ນໝາກຜົນອັນໃຫຍ່ຫຼວງພາຍຫຼັງທີ່ໄດ້ຮຽນພາສາຫວຽດນາມ ຢູ່ໃນຫ້ອງຮຽນພາສາຫວຽດນາມ ຂອງອາຈານ Sally. ໃນເມື່ອກ່ອນ, Sam ສ່ວນຫຼາຍພຽງແຕ່ສື່ສານເປັນພາສາຊູແອັດ, ແຕ່ປະຈຸບັນ Sam ສາມາດຂຽນແລະເວົ້າປະໂຫຍກພາສາຫວຽດນາມ ພື້ນຖານໄດ້, ເຮັດໃຫ້ຄອບຄົວທັງຫມົດຂອງນາງມີຄວາມພູມໃຈຫຼາຍ.
ກໍ່ສ້າງຂົວເຊື່ອມຕໍ່ທີ່ແໜ້ນແຟ້ນກັບບ້ານເກີດເມືອງນອນ
ບໍ່ພຽງແຕ່ໄດ້ຮັບການຕີລາຄາສູງຈາກປະຊາຄົມຊາວ ຫວຽດນາມ ຢູ່ ຊູແອັດ ເທົ່ານັ້ນ, ຫ້ອງຮຽນຂອງອາຈານ Sally ຍັງໄດ້ຮັບການໜູນຊ່ວຍຢ່າງເຂັ້ມແຂງຈາກຝ່າຍຄະນະອຳນວຍການໂຮງຮຽນມັດທະຍົມຕອນຕົ້ນ Elsa Brandstrom.
![]() |
ອາຈານ ລືວ Sally ແບ່ງປັນກ່ຽວກັບຫ້ອງຮຽນ. |
ທ່ານນາງ Sabina Carlsson, ຮອງອະທິການບໍດີໂຮງຮຽນ Elsa Brandstrom ໃຫ້ຮູ້ວ່າ “ພວກຂ້າພະເຈົ້າໄດ້ມີຄວາມຮັບຮູ້ວ່າ ການຮຽນພາສາ ຫຼື “ພາສາແມ່” ຂອງນັກຮຽນຕ່າງປະເທດຢູ່ ຊູແອດ ເວົ້າລວມ ຫຼື ລູກຫຼານຂອງຊາວຫວຽດນາມ ເວົ້າສະເພາະ ແມ່ນສຳຄັນຫຼາຍ. ທີ່ໂຮງຮຽນ Elsa Brandstrom ພວມມີຫ້ອງຮຽນສອນພາສາປະຈຳຖິ່ນປະມານ 15 ພາສາໃຫ້ແກ່ນັກຮຽນ. ສິ່ງນີ້ ຈະຊ່ວຍໃຫ້ນັກຮຽນເຊື່ອມໂຍງເຂົ້າໃນສະພາບແວດລ້ອມຂອງໂຮງຮຽນ ແລະ ສາມາດເຂົ້າເຖິງວິຊາຮຽນໃນແຕ່ລະລະດັບຢູ່ ຊູແອດ ໄດ້ຢ່າງວ່ອງໄວ. ໂຮງຮຽນ ຍາມໃດກໍ່ສ້າງເງື່ອນໄຂເພື່ອໃຫ້ນັກຮຽນມີເວລາຮຽນພາສາຫວຽດນາມ ຢູ່ໂຮງຮຽນ. ນັ້ນແມ່ນເຫດຜົນທີ່ອາຈານ ລືວ ເປີດຫ້ອງຮຽນ ແລະ ໜູນຊ່ວຍການສອນພາສາຫວຽດ ຢູ່ໂຮງຮຽນ Elsa Brandstrom”.
ເດືອນກັນຍາ 2024, ທ່ານນາງ ວູທິຮວິ່ງມາຍ, ຫົວໜ້າຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນໂຮ່ຈີມິນ ໄດ້ໄປຢ້ຽມຢາມຫ້ອງຮຽນພາສາຫວຽດນາມ ຢູ່ Linköping. ທ່ານນາງ ບໍ່ອາດກັ້ນຄວາມຕື້ນຕັນໃຈຕໍ່ກັບຄວາມກະຕືລືລົ້ນຂອງອາຈານ Sally ແລະ ຄວາມພະຍາຍາມທີ່ບໍ່ຢຸດຢັ້ງຂອງນັກຮຽນໄວ້ໄດ້.
ທີ່ການພົບປະ, ນັກຮຽນຜູ້ໜຶ່ງໄດ້ສະແດງຄວາມປາດຖະໜາຢາກມີປຶ້ມພາສາຫວຽດນາມ ແລະ ຝຶກຂຽນຕົວໜັງສືໃສ່ປຶ້ມຕາກະໂລ້ ຄືກັບບັນດານັກຮຽນຢູ່ຫວຽດນາມ. ນັ້ນແມ່ນຄວາມປາດຖະຫນາທີ່ງ່າຍດາຍແຕ່ເລິກເຊິ່ງ, ສະແດງອອກເຖິງຄວາມປາຖະຫນາທີ່ຈະເຊື່ອມຕໍ່ກັບບ້ານເກີດເມືອງນອນ, ເຖິງແມ່ນວ່າເດັກນ້ວຍພວມອາໄສຢູ່ໄກເຄິ່ງໜ່ວຍໂລກກໍ່ຕາມ.
ອາຈານ Sally ລືວຫງວຽນ ເກີດໃນປີ 1975, ໄດ້ຕັ້ງຖິ່ນຖານຢູ່ປະເທດ ຊູແອດ ນັບແຕ່ປີ 2000. ນາງໄດ້ເລີ່ມສອນພາສາຫວຽດໃນປີ 2016. ປະຈຸບັນຫ້ອງຮຽນຂອງນາງມີນັກຮຽນ 33 ຄົນນັບແຕ່ປະຖົມປະຖົມເຖິງມັດທະຍົມປາຍ. ນັກສຶກສາຮຽນພາສາຫວຽດນາມ ດ້ວຍໄລຍະເວລາ ແລະຫຼັກສູດດຽວກັນກັບວິຊາອື່ນໆ ໂຮງຮຽນໄດ້ສະໜອງປຶ້ມແບບຮຽນ, ອຸປະກອນການຮຽນ ແລະ ໃບຢັ້ງຢືນໃຫ້ພາຍຫຼັງສໍາເລັດໂຄງການ. |
ທ່ານນາງ ມາຍ ກ່າວວ່າ “ພາສາຫວຽດນາມ ຍັງມີ ແມ່ນຊົນເຜົ່າກໍ່ຍັງມີ, ເຖິງວ່າຈະໄປໃສກໍ່ຍັງເປັນຄົນຫວຽດນາມ, ສະນັ້ນ ຕ້ອງຮັກສາພາສາຫວຽດນາມ, ຮຽນຮູ້ ແລະ ເຂົ້າໃຈເຊື້ອຊາດຫວຽດນາມ, ຫຼັງຈາກນັ້ນຈະສາມາດຮຽນພາສາຂອງປະເທດປະຈຳຖິ່ນ (ຊູແອດ) ຫຼື ພາສາອື່ນໆ”.
ເລື່ອງລາວຂອງອາຈານ Sally ບໍ່ຢຸດຢູ່ໃນຫ້ອງຮຽນພາສາ. ນັ້ນເປັນການເດີນທາງຢ່າງຍຶດໝັ້ນດ້ວຍຄວາມເຊື່ອໝັ້ນເຂົ້າໃນຄຸນຄ່າຂອງພາສາ ແລະ ວັດທະນະທໍາ. ຫ້ອງຮຽນຂອງອາຈານໄດ້ກາຍເປັນສັນຍາລັກແຫ່ງຄວາມມານະພະຍາຍາມເພື່ອປົກປັກຮັກສາວັດທະນະທຳຫວຽດນາມ ຢູ່ໃນປະຊາຄົມຊາວຫວຽດນາມ ຢູ່ ຊູແອັດ. ຄວາມອົດທົນຂອງອາຈານບໍ່ພຽງແຕ່ຊ່ວຍໃຫ້ຄົນລຸ້ນໜຸ່ມຮຽນພາສາເທົ່ານັ້ນ, ຫາກຍັງສ້າງຂົວຕໍ່ກັບບ້ານເກີດເມືອງນອນຢ່າງແໜ້ນແຟ້ນອີກດ້ວຍ.
![]() | ເຜີຍແຜ່ຄວາມຮັກພາສາຫວຽດນາມ ໃນດິນແດນລ້ານຊ້າງ ຍສໝ - ຕອບສະໜອງວັນເຊີດຊູພາສາ ຫວຽດນາມ ໃນປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ແລະ ຄະນະປະສານງານສະມາຄົມພຸດທະສາສະໜາ ຫວຽດນາມ ປະຈຳ ລາວ ຈັດຕັ້ງພິທີເຊີດຊູພາສາ ຫວຽດນາມ ຢູ່ ລາວ ໃນປີ 2024. |
![]() | ຕອບບຸນຄຸນຕໍ່ຜູ້ປົກປັກຮັກສາພາສາ ຫວຽດນາມ ຢູ່ ສ.ເຊັກໂກ Mới đây, Lễ Tôn vinh tiếng Việt trong cộng đồng người Việt Nam tại Séc đã được tổ chức. ຍສໝ - ຫວ່າງມໍ່ໆມານີ້, ພິທີເຊີດຊູພາສາ ຫວຽດນາມ ໃນປະຊາຄົມ ... |
ມີງດຶກ