ອາຊີ ສຸມກຳລັງແຮງເຂົ້າໃນການກູ້ໄພ, ຮັບມືກັບພາຍຸ Yagi
![]() | ຫວຽດນາມ ເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນກັບ WTO |
![]() | ອາຊຽນ ແລະ ບັນດາປະເທດອາຊີຕາເວັນອອກ ຈະຍົກລະດັບການຮ່ວມມືປ້ອງກັນໄພທຳມະຊາດ |
ດ້ວຍລົມລະດັບແຮງທີ່ສຸດເຖິງ 234 ກິໂລແມັດຕໍ່ຊົ່ວໂມງ ໃກ້ກັບສູນກາງຂອງພະຍຸ, Yagi ໄດ້ຖືກບັນທຶກວ່າເປັນພະຍຸເຂດຮ້ອນທີ່ແຮງທີ່ສຸດເປັນອັນດັບສອງຂອງໂລກນັບແຕ່ຕົ້ນປີ 2024 ຈົນເຖິງປັດຈຸບັນ, ຖັດຈາກພາຍຸລະດັບ 5 Beryl ໃນມະຫາສະໝຸດອັດລັງຕິກ. ປະເທດທີ່ໄດ້ຮັບຜົນກະທົບຈາກພະຍຸ Yagi ແມ່ນຟີລິບປິນ, ຈີນ, ຫວຽດນາມ, ລາວ, ກໍາປູເຈຍ, ແລະ ໄທ ເລັ່ງຮັບມືກັບພະຍຸ.
ສະພາຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດທາງທຳມະຊາດແຫ່ງຊາດ ຟີລິບປິນ (NDRRMC) ຫາກໍ່ປະກາດຜົນຮ້າຍຂອງພະຍຸ Yagi (ແຕ່ວັນທີ 1 ຫາວັນທີ 4 ກັນຍາ): ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເປັນ 16 ຄົນ, ຄວາມເສຍຫາຍດ້ານພື້ນຖານໂຄງລ່າງປະມານ 4 ລ້ານ USD. ຈໍານວນຄອບຄົວທີ່ໄດ້ຮັບຜົນກະທົບຈາກສະພາບອາກາດບໍ່ດີແມ່ນຫຼາຍກວ່າ 538.000 ຄອບຄົວ, ເທົ່າກັບປະມານ 2 ລ້ານຄົນ, ໃນນັ້ນມີຫຼາຍກວ່າ 9.000 ຄົວເຮືອນທີ່ອາໄສຢູ່ໃນສູນອົບພະຍົບ. ກະຊວງສະຫວັດດີການສັງຄົມ ແລະ ພັດທະນາ ຟີລິບປິນ ພ້ອມກັບບັນດາອົງການອຳນາດການປົກຄອງທ້ອງຖິ່ນ ໄດ້ສະໜອງອາຫານ ແລະ ບັນດາການຊ່ວຍເຫຼືອອື່ນໆດ້ວຍຍອດມູນຄ່າຫຼາຍກວ່າ 92 ລ້ານ ເປໂຊ (1,6 ລ້ານ USD) ໃຫ້ແກ່ເຂດປະສົບໄພ.
![]() |
ຄວາມແຮງຂອງພະຍຸ Yagi ສົ່ງຜົນກະທົບເຖິງຫຼາຍປະເທດ ອາຊີ |
ກະຊວງຊັບພະຍາກອນນ້ຳຂອງຈີນ ໄດ້ຕິດຕາມສະພາບພະຍຸ ແລະ ໄພນ້ຳຖ້ວມທີ່ເກີດຈາກຝົນຕົກໜັກ ຢ່າງເຂັ້ມງວດ, ພ້ອມກັນນັ້ນ ກໍ່ແນະນຳອຳນາດການປົກຄອງຂອງບັນດາທ້ອງຖິ່ນກ່ຽວກັບຄວາມພະຍາຍາມປ້ອງກັນ. ລັດຖະບານຈີນ ໄດ້ສົ່ງກຳລັງພິເສດໄປ ກວາງຕຸ້ງ ແລະ ໄຫໜານ ເພື່ອແນະນຳກ່ຽວກັບການປ້ອງກັນໄພນ້ຳຖ້ວມ ແລະ ພະຍຸ. ພະນັກງານກູ້ໄພດ່ວນ 2.178 ຄົນ, ອຸປະກອນ 492 ເຄື່ອງສຳລັບເຂດປ້ອງກັນໄພນ້ຳຖ້ວມ ແລະ ພະຍຸທີ່ສຳຄັນ ແລະ 70.000 ອຸປະກອນບັນເທົາທຸກໄພພິບັດໄດ້ຖືກຈັດສົ່ງໄປ.
ພາຍຸ Yagi ໄດ້ພັດເຂົ້າຕົວເມືອງ ເວີນຊາງ ຂຶ້ນກັບແຂວງ ໄຫໜານ, ທາງພາກໃຕ້ຂອງຈີນ ໃນວັນທີ 6 ກັນຍາ. ພາຍຸດັ່ງກ່າວ ໄດ້ນຳເອົາຝົນຕົກໜັກມາໃນບໍລິເວນກວ້າງ, ເຮັດໃຫ້ສາຍໄຟຟ້າຫຼາຍສາຍຖືກຕັດຂາດ. ແຂວງ ໄຫໜານ ໄດ້ເຫັນປະຈັກຕາສະພາບການຕັດໄຟຟ້າສົ່ງຜົນກະທົບຕໍ່ 830.000 ຄອບຄົວໃນແຂວງ. ອົງການສະໜອງໄຟຟ້າຂອງແຂວງ ໄຫໜານ ໄດ້ສ້າງຕັ້ງໜ່ວຍງານສຸກເສີນ 7.000 ຄົນ ເພື່ອເລີ່ມສ້ອມແປງຢ່າງທັນທີເມື່ອເງື່ອນໄຂ. ຮອດຕອນຄ່ຳວັນທີ 6 ກັນຍາ, ປະຊາຊົນປະມານ 260.000 ຄອບຄົວໄດ້ມີໄຟຟ້າໃຊ້ແລ້ວ.
ຕອນຄ່ຳວັນທີ 6 ກັນຍາ, ພະຍຸ Yagi ໄດ້ເຄື່ອນຂ້າມຊ່ອງແຄບ Qiongzhou ທາງພາກເໜືອຂອງແຂວງ ໄຫໜານ ແລະ ໄດ້ສົ່ງຜົນສະທ້ອນເຖິງແຂວງ ກວາງຕຸ້ງ. ປະຊາຊົນຫຼາຍກວ່າ 574.500 ຄົນໄດ້ຖືກຍົກຍ້າຍອອກຈາກເຂດທີ່ມີຄວາມສ່ຽງ. ຫຼາຍກວ່າສອງສ່ວນສາມຂອງຄົນເຫຼົ່ານີ້ມາຈາກເມືອງ Zhanjiang. ເຮືອຫາປາທັງໝົດ 84.873 ລຳ ໄດ້ຊອກຫາບ່ອນພັກຢູ່ໃນທ່າເຮືອ. ໂຮງຮຽນໃນ 10 ຕົວເມືອງກໍ່ໄດ້ປິດເປັນການຊົ່ວຄາວ.
![]() |
ຕົ້ນໄມ້ຫັກຢູ່ຖະໜົນແຫ່ງໜຶ່ງໃນເມືອງ Haikou ແຂວງ Hainan ທາງພາກໃຕ້ຂອງຈີນ, ວັນທີ 6 ກັນຍາ, ຍ້ອນພາຍຸ Yagi ໄດ້ພັດເຂົ້າຖະຫຼົ່ມ. |
ໃນຂະນະນັ້ນ, ກົມອຸຕຸນິຍົມ ແລະ ອຸທົກກະສາດຂອງໄທ (TMD) ໄດ້ແນະນຳໃຫ້ປະຊາຊົນ ກຽມພ້ອມຮັບມືກັບຝົນຕົກໜັກຕິດມານຳລົມພັດແຮງຢູ່ພາກເໜືອ ແລະ ພາກຕາເວັນອອກສຽງເໜືອຂອງປະເທດໄທ. ເຂດທະເລ Andaman ແລະ ອ່າວພາກເໜືອຂອງໄທ ຄາດວ່າຈະມີລົມພັດແຮງ, ທະເລມີຄື້ນສູງເຖິງ 3 ແມັດ ຫຼື ຫຼາຍກວ່ານັ້ນໃນເຂດທີ່ມີພະຍຸ. ເຈົ້າຂອງເຮືອໄດ້ຮັບການແນະນຳຄວນລະມັດລະວັງທີ່ສຸດ, ຫຼີກລ້ຽງການເຄື່ອນທີ່ໃກ້ກັບເຂດທີ່ມີພະຍຸ ຫຼື ເປັນເຈົ້າການໃນການຈອດຢູ່ຝັ່ງ.
ປະຊາຊົນຢູ່ເຂດທີ່ໄດ້ຮັບຜົນກະທົບ, ພິເສດເເມ່ນເຂດໃກ້ພູ ຫຼື ທາງນໍ້າ ແລະ ເຂດທີ່ຕໍ່າ, ໄດ້ຮັບການແນະນຳວ່າ ຕ້ອງລະວັງຕໍ່ຄວາມສ່ຽງທີ່ອາດຈະເກີດໄພນໍ້າຖ້ວມກະທັນຫັນ ແລະ ຄວາມເປັນໄປໄດ້ຂອງນໍ້າທີ່ໄຫຼລົ້ນຝັ່ງ ເນື່ອງຈາກຝົນຈະຕົກຫຼາຍ, ເລັ່ງປະຕິບັດມາດຕະການປ້ອງກັນ ເພື່ອຫຼຸດຜ່ອນຜົນກະທົບຈາກພະຍຸຝົນ.
ກະຊວງຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ, ອຸທົກກະສາດຂອງກຳປູເຈຍ (MOWRAM) ພວມຕິດຕາມການຜັນແປທີ່ສັບສົນຂອງດິນຟ້າອາກາດຢ່າງໃກ້ຊິດ ແລະ ອັບເດດຂໍ້ມູນຂ່າວສານດິນຟ້າອາກາດເປັນປະຈຳ.
![]() | ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກເຖິງເລື່ອງ ຫວຽດນາມ ແລະ ອາເມລິກາ ພ້ອມກັນຍົກລະດັບເປັນ ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ |
![]() | ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ກັບ UNESCO ເພື່ອຮັບໃຊ້ການພັດທະນາປະເທດຊາດ ຍສໝ - ວັນທີ 28 ກຸມພາ ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2022 ແລະ ວາງອອກການກຳນົດທິດການເຄື່ອນໄຫວ ປີ 2023. |
ມີງດຶກ