06:38 | 29/08/2024

ຮ່າໂນ້ຍ - ວຽງຈັນ (ລາວ) : ແບ່ງປັນປະສົບການໃນວຽກງານກວດກາພັກ

ເປີດຊຸດອົບຮົມບຳລຸງກ່ຽວກັບວຽກງານພັກ ແລະ ມະຫາຊົນ ໃຫ້ພະນັກງານນະຄອນຫຼວງ ວຽງຈັນ
ພິທີເປີດໂຄງການມິດຕະພາບ ຮ່າໂນ້ຍ - ວຽງຈັນ (ລາວ)

ກ່າວ​ຄຳ​ປາໄສ​ທີ່​ການຕ້ອນຮັບ, ສະຫາຍ ວິລະສັກ ນາມມຸນຕີ ​ຫົວໜ້າ​ຄະນະ​ກວດກາ​​ພັກ -​ ອົງການ​ກວດກາ​ລັດຖະບານ ​ນະຄອນຫຼວງ ​ວຽງ​ຈັນ ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ ​ແລະ ​ແບ່ງເບົາຕໍ່​ການ​ເຖິງ​ແກ່​ມໍລະນະ​ກຳຂອງ​ ສະຫາຍ ​ເລຂາທິການ​ໃຫຍ່ ພັກຄອມມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ. ພ້ອມ​ກັນ​ນັ້ນ, ກໍ່ສະແດງຄວາມ​ຂອບ​ໃຈ​ຕໍ່ການ​ຕ້ອນຮັບ​ຢ່າງ​ສົມກຽດ​ຂອງ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ​ໃຫ້​ສຳລັບຄະນະ.

ຮ່າໂນ້ຍ - ວຽງຈັນ (ລາວ) : ແບ່ງປັນປະສົບການໃນວຽກງານກວດກາພັກ

ສະຫາຍ ນາງ​ ບຸ່ຍທິມິນຮວ່າຍ ເລຂາ​ຄະນະ​ພັກນະຄອນ ຮ່າ​ໂນ້ຍ ​ໄດ້​ມອບ​ຂອງ​ທີ່​ລະນຶກ​ໃຫ້​ ສະຫາຍ ​ວິ​ລະ​ສັກ ນາມ​ມຸນຕີ ​ຫົວໜ້າ​ຄະນະ​ກວດກາ​ພັກ - ອົງການ​ກວດກາ​ລັດຖະບານ ນະຄອນຫຼວງ​ ວຽງ​ຈັນ.

ສະຫາຍ ​​ວິ​ລະ​ສັກ ນາມ​ມຸນຕີ ຫວັງວ່າ ການພົວພັນຮ່ວມມືລະຫວ່າງສອງອົງການກວດກາຄະນະພັກນະຄອນ ຈະກາຍເປັນຈຸດທີ່ປະກາຍແຈ້ງໃນການພົວພັນຮ່ວມມືລະຫວ່າງ ນະຄອນຫຼວງ ວຽງຈັນ - ຮ່າໂນ້ຍ, ໂດຍຜ່ານນັ້ນ ກໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສາຍພົວພັນລະຫວ່າງ 2 ປະເທດ.

​ນະຄອນຫຼວງ​ ວຽງ​ຈັນ ​ພວມ​ພະຍາຍາມ​ກະກຽມ​ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ​ ອາ​ຊຽນ ຄັ້ງ​ທີ 44, 45 ​ແລະ ບັນດາກອງ​ປະຊຸມ​ສຸດ​ຍອດ​ທີ່​ກ່ຽວຂ້ອງ​ຢ່າງ​ສຳ​ເລັດ​ຜົນ, ​ເຊິ່ງຄາດວ່າ ຈະ​ດຳເນີນ​ແຕ່​ວັນ​ທີ 8 - 11 ຕຸລາ ປີ 2024, ສະຫາຍ ​​ວິ​ລະ​ສັກ ນາມ​ມຸນຕີ ​ເນັ້ນ​ໜັກ​ວ່າ: ປີ 2024 ກໍ່​ແມ່ນ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຂອງ ​ລາວ, ດ້ວຍຫຼາຍກິດຈະກຳ ແລະ ເຫດການໃຫຍ່, ສະນັ້ນ, ນະຄອນຫຼວງ ວຽງຈັນ ຈຶ່ງມີຄວາມຕັດສິນໃຈທີ່ຈະຈັດຕັ້ງບັນດາກິດຈະກຳໃຫຍ່ດັ່ງກ່າວໃຫ້ປະສົບຜົນສຳເລັດ, ສ້າງຄວາມປະທັບໃຈໃຫ້ແກ່ເພື່ອນມິດສາກົນ. ສະຫາຍ ວີລະສັກ ນາມມຸນຕີ ກໍ່ອວຍພອນໃຫ້ນະຄອນຫຼວງ ຮ່າໂນ້ຍ ຈະສືບຕໍ່ພັດທະນາຢ່າງເຂັ້ມແຂງ, ຮັ່ງມີ, ສວຍງາມ, ສີວິໄລ, ປະຊາຊົນນັບມື້ນັບຈະເລີນຮຸ່ງເຮືອງ, ມີຊີວິດທີ່ອີ່ມໜຳສຳລານ ແລະ ມີຄວາມຜາສຸກ.

ໂດຍຂອບ​ໃຈ​ຕໍ່ບັນດາການແບ່ງປັນຂອງ ສະຫາຍ ​ວິ​ລະ​ສັກ ນາມ​ມຸນຕີ, ສະຫາຍ ນາງ ບຸ່ຍທິມິນຮວ່າຍ ໄດ້ຢືນຢັນ​ຄືນ​ໃໝ່​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ຖານບ້ານໃກ້ເຮືອນຄຽງອ້າຍນ້ອງ​ທີ່​ໃກ້ຊິດສະໜິດແໜ້ນແຕ່ດົນນານ​ລະຫວ່າງ ຫວຽດນາມ - ລາວ.

ສະຫາຍ ນາງ ບຸ່ຍທິມິນຮວ່າຍ ກໍ່ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ການ​ປ່ຽນ​ແປງ, ເຕີບໃຫຍ່ຂະ​ຫຍາຍ​ຕົວ ແລະ ບັນ​ດາ​ຜົນ​ງານ​ອັນ​ໃຫຍ່​ຫຼວງ​ຂອງ​ສອງ​ປະ​ເທດ, ໃນ​ນັ້ນ​ມີ​ການ​ພັດ​ທະ​ນາ​ຢ່າງເຂັ້ມ​ແຂງ​ຂອງ​ນະ​ຄອນຫຼວງ ຮ່າ​ໂນ້ຍ ແລະ ນະ​ຄອນ​ຫລວງ​ ວຽງ​ຈັນ ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບທີ່​ນັບມື້ນັບ​ເລິກ​ເຊິ່ງ.

ຮ່າໂນ້ຍ - ວຽງຈັນ (ລາວ) : ແບ່ງປັນປະສົບການໃນວຽກງານກວດກາພັກ

ບັນຍາກາດທີ່ການຕ້ອນຮັບ.

ຕາມ​ສະຫາຍ ນາງ ບຸ່ຍທິມິນຮວ່າຍ ແລ້ວ, ເວລາທີ່ຜ່ານ​ມາ​ນີ້, ນະ​ຄອນຫຼວງ ຮ່າ​ໂນ້ຍ ແລະ ນະ​ຄອນ​ຫລວງ​ ວຽງ​ຈັນ ໄດ້​ມີ​ການ​ຮ່ວມ​ມື ແລະ ພົບປະແລກ​ປ່ຽນ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ອົງ​ການ​ວິຊາສະ​ເພາະ.

ໂດຍຕີລາຄາສູງຄວາມປາດຖະໜາຢາກຮ່ຳຮຽນເອົາປະສົບການວຽກງານກວດກາພັກ ຂອງຄະນະກວດກາພັກ - ອົງການກວດກາລັດຖະບານ ນະຄອນຫຼວງ ວຽງຈັນ, ສະຫາຍ ນາງ ບຸ່ຍທິມິນຮວ່າຍ ສະເໜີໃຫ້ຄະນະກຳມະການກວດກາພັກນະຄອນ ຮ່າໂນ້ຍ ຕັ້ງໜ້າແບ່ງປັນປະສົບການຢ່າງເລິກເຊິ່ງກວ້າງຂວາງ, ພິເສດແມ່ນການຝຶກອົບຮົມຖັນແຖວພະນັກງານກວດກາຢູ່ທຸກຂັ້ນ. ພ້ອມ​ກັນ​ນັ້ນ, ​ກໍ່​ຮຽນ​ຮູ້​ປະສົບ​ການ​ທີ່​ເປັນ​ປະ​ໂຫຍ​ດຕື່ມ​ອີກ​ຈາກ​ຝ່າຍ​ເພື່ອນ, ໂດຍຜ່ານ​ນັ້ນ​ ກໍ່ສ້າງ​ອົງການ​ພັກ​ໃຫ້​ປອດ​ໃສ ​ແລະ ​ເຂັ້ມ​ແຂງ​ຂອງ​ສອງ​ຝ່າຍ​ຢ່າງ​ບໍ່​ຢຸດ​ຢັ້ງ.

Vietjet ເປີດສາຍການບິນເຊື່ອມຕໍ່ນະຄອນ ໂຮ່ຈີມິນ (ຫວຽດນາມ) ກັບນະຄອນຫຼວງ ວຽງຈັນ (ສປປ ລາວ)

Vietjet ເປີດສາຍການບິນເຊື່ອມຕໍ່ນະຄອນ ໂຮ່ຈີມິນ (ຫວຽດນາມ) ກັບນະຄອນຫຼວງ ວຽງຈັນ (ສປປ ລາວ)

ຍສໝ - ສາຍການບິນ ນະຄອນ ໂຮ່ຈີມິນ - ນະຄອນຫຼວງ ວຽງຈັນ ໄດ້ຮັບໃຊ້ຜູ້ໂດຍສານດ້ວຍ 4 ຖ້ຽວໄປ - ກັບ/ອາທິດ, ໃນວັນຈັນ, ວັນພຸດ, ວັນສຸກ, ວັນອາທິດ, ໂດຍໃຊ້ເວລາບິນປະມານ 1 ຊົ່ວໂມງ 45 ນາທີ.

ນໍາ ຮວ່ານນກຽມ-ຈັນທະບູລີ ກາຍເປັນແບບຢ່າງການຮ່ວມມືລະຫວ່າງຮ່າໂນ້ຍ ແລະ ວຽງຈັນ (ລາວ) ໂດຍໄວ

ນໍາ ຮວ່ານນກຽມ-ຈັນທະບູລີ ກາຍເປັນແບບຢ່າງການຮ່ວມມືລະຫວ່າງຮ່າໂນ້ຍ ແລະ ວຽງຈັນ (ລາວ) ໂດຍໄວ

ຍສໝ - ສະຫາຍ ຫງວຽນວັນຟອງ ຫວັງວ່າ ເມືອງຮວ່ານກຽມ ແລະ ເມືອງຈັນທະບູລີ ຈະປຶກສາຫາລື ແລະ ກຳນົດເນື້ອໃນການຮ່ວມມືໃນໄລຍະຈະມາເຖິງ ຕາມທິດເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະທ້ອງຖິ່ນ...

ມິງດຶກ (ແປຕາມ baomoi.com)

Link: https://huunghivietlao.thoidai.com.vn/detail-article-19467.html

In bài biết