ເພີ່ມທະວີການຮ່ວມມືສະໜິດຕິດພັນລະຫວ່າງກົມໃຫຍ່ການເມືອງກອງທັບປະຊາຊົນສອງປະເທດຫວຽດນາມ-ລາວ
ເພີ່ມທະວີນໍ້າໃຈສາມັກຄີ, ການຮ່ວມມື ແລະມິດຕະພາບລະຫວ່າງສະຫະພັນແມ່ຍິງກອນຕູມ ແລະສະຫະພັນແມ່ຍິງອັດຕະປື, ເຊກອງ (ລາວ) | |
ຫວຽດນາມ-ຍີ່ປຸ່ນ ເພີ່ມທະວີການພົບປະແລກປ່ຽນລັດຖະສະພາ, ແລກປ່ຽນປະສົບການນິຕິບັນຍັດ |
ໃນຂອບເຂດການຢ້ຽມຢາມ ສປປ ລາວ ເປັນທາງການ, ຕອນບ່າຍວັນທີ 26 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ທ່ານພົນໂທ ຈິ້ງວັນກວ໊ຽດ, ເລຂາທິການສູນກາງພັກກອມມູນິດຫວຽດນາມ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນ ຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ.
![]() |
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບທ່ານພົນໂທ ຈິ້ງວັນກວ໊ຽດ. ພາບ: nhandan.vn |
ທ່ານພົນໂທ ຈິ້ງວັນກວ໊ຽດ ສະແດງຄວາມປາດຖະໜາວ່າ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ກະຊວງປ້ອງກັນປະເທດ ແລະກອງທັບສອງປະເທດເພີ່ມທະວີການແລກປ່ຽນປະສົບການໃນວຽກງານກະກຽມ ແລະຈັດຕັ້ງກອງປະຊຸມໃຫຍ່ທຸກຂັ້ນ; ໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະກັນຍົກສູງປະສິດທິຜົນໃນວຽກງານເປັນເສນາທິການ, ສະເໜີໃຫ້ການນຳຂັ້ນສູງສອງພັກ, ສອງລັດ ບັນດາແຜນນະໂຍບາຍ, ມາດຕະການແນໃສ່ເພີ່ມທະວີການນຳພາຂອງແຕ່ລະພັກສໍາລັບກອງທັບຂອງແຕ່ລະປະເທດ ແລະສະກັດກັ້ນບັນດາອິດທິກໍາລັງເປັນປໍລະປັກ, ປະຕິການ. ສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ກອງທັບສອງປະເທດເສີມຂະຫຍາຍ, ແຜ່ຂະຫຍາຍທ່າແຮງກ່ຽວກັບເສົາຄ້ຳການຮ່ວມມືດ້ານປ້ອງກັນຊາດໃຫ້ຂົງເຂດເສດຖະກິດ ແລະການຮ່ວມມືອື່ນເພື່ອສະໜິດຕິດພັນການພົວພັນຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ເພີ່ມທະວີຜົນປະໂຫຍດຂອງແຕ່ລະປະເທດຕິດພັນກັບການປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
![]() |
ທ່ານພົນໂທ ຈິ້ງວັນກວ໊ຽດ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ທີ່ການເຂົ້າຢ້ຽມຂໍ່ານັບ. ພາບ: nhandan.vn |
ຕອນບ່າຍວັນດຽວກັນ, ທ່ານພົນໂທ ຈິ້ງວັນກວ໊ຽດ ແລະຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ ເຂົ້າຢ້ຽມຂໍ່ານັບທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ.
ທ່ານພົນໂທ ຈິ້ງວັນກວ໊ຽດ ສະແດງຄວາມປາດຖະໜາວ່າ ລັດຖະບານ, ກະຊວງປ້ອງກັນປະເທດລາວ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ສືບຕໍ່ເອົາໃຈໃສ່, ຊີ້ນຳບັນດາອົງການທີ່ກ່ຽວຂ້ອງສົມທົບກັບອົງການ, ກົມກອງທີ່ກ່ຽວຂ້ອງຂອງຫວຽດນາມ ສູ້ຊົນໃນປີ 2024 ຈະປັບປຸງຂັ້ນຕອນຍື່ນສະເໜີຕໍ່ກົມການເມືອງສອງປະເທດອະນຸມັດຜ່ານສໍາເນົາເອກະສານ ເພື່ອສະເໜີຮັບຮອງປູຊະນີຍະສະຖານປະຫວັດສາດເສັ້ນທາງເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ ຢູ່ດິນແດນລາວ; ມີກົນໄກນະໂຍບາຍທີ່ເໝາະສົມເພື່ອໃຫ້ສອງກອງທັບເປີດກວ້າງແຫຼ່ງກຳລັງ, ຂົງເຂດຮ່ວມມືແນໃສ່ປັບປຸງການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ; ບັນດາອົງການ, ກົມກອງສອງຝ່າຍເພີ່ມທະວີການແລກປ່ຽນປະສົບການໃນວຽກງານກະກຽມ ແລະຈັດຕັ້ງກອງປະຊຸມໃຫຍ່ທຸກຂັ້ນ; ໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະກັນຍົກສູງປະສິດທິຜົນໃນວຽກງານເປັນເສນາທິການ, ສະເໜີໃຫ້ການນຳຂັ້ນສູງສອງປະເທດບັນດາແຜນນະໂຍບາຍ, ມາດຕະການເພື່ອແນໃສ່ເພີ່ມທະວີການນຳພາຂອງແຕ່ລະພັກສໍາລັບກອງທັບຂອງແຕ່ລະປະເທດ.
ສ່ວນທ່ານພົນເອກ ຈັນສະໝອນ ຈັນຍາລາດ ເນັ້ນໜັກວ່າ ການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດກັບຫວຽດນາມ ຍາມໃດກໍ່ແມ່ນໜຶ່ງໃນບັນດາບຸລິມະສິດຂອງກະຊວງປ້ອງກັນປະເທດລາວ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດກັບຫວຽດນາມ “ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”; ພ້ອມທັງເຊື່ອໝັ້ນວ່າ ກອງທັບປະຊາຊົນຫວຽດນາມ ຈະບັນລຸໄດ້ຜົນງານຫຼາຍຢ່າງໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດກວ່າອີກ.
*ກ່ອນໜ້ານັ້ນ, ຕອນບ່າຍວັນທີ 26 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ທ່ານພົນໂທ ທອງລອຍ ສີລິວົງ, ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນໂທ ຈິ້ງວັນກວ໊ຽດ ແລະຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ.
ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານພົນໂທ ຈິ້ງວັນກວຽດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ.
![]() |
ທ່ານພົນໂທ ຈິ້ງວັນກວ໊ຽດ ແລະທ່ານພົນໂທ ທອງລອຍ ສີລິວົງ ກວດແຖວກຽດຕິຍົດກອງທັບປະຊາຊົນລາວ. ພາບ: nhandan.vn |
ທີ່ການພົບປະ, ທ່ານພົນໂທ ຈິ້ງວັນກວຽດ ໄດ້ແຈ້ງໃຫ້ທ່ານພົນໂທ ທອງລອຍ ສີລິວົງ ຮັບຊາບກ່ຽວກັບສະພາບການຢູ່ ຫວຽດນາມ ນັບແຕ່ຕົ້ນປີ 2024 ມາຮອດປະຈຸບັນ; ໂດຍຢືນຢັນວ່າ, ພາຍໃຕ້ການນຳພາຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ ພ້ອມກັບຄວາມເຫັນດີເຫັນພ້ອມ, ຄວາມຕັດສິນໃຈຂອງທົ່ວລະບົບການເມືອງ ແລະທົ່ວປວງຊົນ, ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ສືບຕໍ່ບັນລຸໄດ້ໝາກຜົນອັນໃຫຍ່ຫຼວງ ແລະ ຮອບດ້ານໃນຫຼາຍຂົງເຂດ.
ທ່ານພົນໂທ ຈິ້ງວັນກວຽດ ໄດ້ສະແດງຄວາມເຫັນດີເປັນເອກະພາບຕໍ່ກັບການຕີລາຄາຂອງທ່ານພົນໂທ ທອງລອຍ ສີລິວົງ ກ່ຽວກັບໝາກຜົນການຮ່ວມມືລະຫວ່າງສອງກອງທັບ ແລະສອງກົມໃຫຍ່ການເມືອງ. ພົ້ນເດັ່ນແມ່ນ, ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະປະຕິບັດວຽກງານໂຄສະນາ, ສຶກສາອົບຮົມກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງປະເທດເປັນຢ່າງດີ ກໍຄືຕໍ່ເຫດການສຳຄັນຂອງສອງປະເທດຢ່າງເປັນປະຈຳ.
ສອງຝ່າຍໄດ້ສົມທົບກັນຈັດຕັ້ງການສຳຫຼວດພື້ນທີ່ຕົວຈິງ ແລະສ້າງເອກະສານວິທະຍາສາດໃຫ້ສຳເລັດ ເພື່ອສະເໜີຮັບຮອງປູຊະນີຍະສະຖານເສັ້ນທາງ ເຈື່ອງເຊີນ - ເສັ້ນທາງ ໂຮ່ຈີມິນ ຢູ່ດິນແດນລາວ; ສົມທົບກັນຈັດຕັ້ງພິທີປະດັບຫຼຽນໄຊຂອງລັດ ແລະ ກະຊວງປ້ອງກັນປະເທດລາວ ໃຫ້ແກ່ໝູ່ຄະນະ, ບຸກຄົນຂອງກອງທັບປະຊາຊົນຫວຽດນາມ; ສົມທົບກັນຈັດຕັ້ງພິທີມອບລາງວັນໃຫ້ແກ່ໝູ່ຄະນະ, ບຸກຄົນຂອງລາວ ທີ່ມີຜົນງານດີເດັ່ນໃນການສົມທົບກັນຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍຊີວິດຢູ່ລາວ ໃນປາງສົງຄາມ, ໄລຍະ 2013-2020.
![]() |
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: nhandan.vn |
ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນໄດ້ຮັບການຖືເປັນສໍາຄັນຈາກສອງຝ່າຍ; ການເຄື່ອນໄຫວແຮກສ່ຽວລະຫວ່າງຄູ່ຄ້າຍທະຫານຊາຍແດນ, ກອງຮ້ອຍທະຫານຊາຍແດນ; ກຸ່ມຊຸມຊົນທີ່ຢູ່ສອງຝາກຊາຍແດນ ໄດ້ຮັກສາໄວ້ຢ່າງມີປະສິດທິຜົນ; ການຮ່ວມມືຢ່າງແໜ້ນແຟ້ນໃນການບໍາລຸງ-ກໍ່ສ້າງພະນັກງານ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
ບົນເນື້ອໃນຈິດໃຈດັ່ງກ່າວນັ້ນ, ທ່ານພົນໂທ ຈິ້ງວັນກວຽດ ໄດ້ສະເໜີເນື້ອໃນຈຸດສຸມການຮ່ວມມືຈຳນວນໜຶ່ງ. ຕາມນັ້ນແລ້ວ, ສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນລະຫວ່າງບັນດາອົງການ, ກົມກອງຂອງສອງກົມໃຫຍ່ການເມືອງ. ນອກຈາກນັ້ນ, ສອງຝ່າຍຕ້ອງສືບຕໍ່ເສີມຂະຫຍາຍບັນດາກົນໄກ, ຮູບແບບການຮ່ວມມື ຄືການພົບປະແລກປ່ຽນນາຍທະຫານໜຸ່ມ, ແມ່ຍິງກອງທັບ, ການແຮກສ່ຽວລະຫວ່າງກຳລັງປ້ອງກັນຊາຍແດນ ແລະ ກຸ່ມຊຸມຊົນທີ່ຢູ່ສອງຟາກຊາຍແດນຢ່າງມີປະສິດທິຜົນ…
ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນຂົງເຂດວຽກງານພັກ, ວຽກງານການເມືອງ, ຜັນຂະຫຍາຍວຽກງານໂຄສະນາສຶກສາອົບຮົມກ່ຽວກັບປະຫວັດສາດ, ຄວາມໝາຍ ແລະ ຄວາມສຳຄັນຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງປະເທດ ຢ່າງມີປະສິດທິຜົນ...
ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືຢ່າງຮອບດ້ານ, ແທດຈິງ ແລະ ມີປະສິດທິຜົນໃນທຸກດ້ານໜ້າທີ່ວຽກງານຂອງພັກ ແລະ ວຽກງານການເມືອງ ບົນເນື້ອໃນຈິດໃຈມິດສະຫາຍອ້າຍນ້ອງ, ຖືນີ້ແມ່ນພື້ນຖານ ແລະກໍາລັງໜູນເພື່ອເພີ່ມພູນຄູນສ້າງໃຫ້ນໍ້າໃຈມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງກອງທັບສອງປະເທດໃຫ້ຫຼາຍກວ່າອີກ.
ກໍ່ໃນວັນດຽວກັນ, ທ່ານພົນໂທ ຈິ້ງວັນກວ໊ຽດ ແລະຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ ໄດ້ວາງພວງມາລາຢູ່ອະນຸສາວະລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ນະຄອນຫຼວງວຽງຈັນ.
![]() | ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານພະລັງງານ ແລະ ຊັບພະຍາກອນແຮ່ທາດ. ຍສໝ - ວັນທີ 7 ເມສານີ້, ຢູ່ນະຄອນຫຼວງວຽງຈັນ, ທ່ານ ລັດຖະມົນຕີອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢ່່ຽນ ໄດ້ມີການພົບປະເຈລະຈາກັບທ່ານ ລັດຖະມົນຕີພະລັງງານ ແລະ ບໍ່ແຮ່ ລາວ ໂພໄຊ ໄຊຍະສອນ. |
![]() | ຄະນະການຕິດຕໍ່ມິດຕະພາບທີ່ເປັນມູນເຊື້ອຫວຽດນາມ - ລາວ: ສືບຕໍ່ເສີມຂະຫຍາຍບົດບາດຂອງການທູດປະຊາຊົນ, ເພີ່ມທະວີຄວາມສາມັກຄີຂອງສອງປະເທດ ຍສໝ - ດ້ວຍບົດບາດຮັກສາຮີດຄອງປະເພນີ, ອະນຸລັກຮັກສາປະຫວັດສາດ, ປະກອບສ່ວນປະສົບການ ແລະ ເພີ່ມທະວີການພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ໃນຂົງເຂດການທູດປະຊາຊົນຫວຽດນາມ - ລາວ, ຄະນະກຳມະການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ລາວ ຍາມໃດກໍ່ປະຕິບັດໜ້າທີ່ເປັນຢ່າງດີ. ບົດບາດເປັນຂົວຕໍ່ຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ, ປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດ. ນີ້ແມ່ນຄຳຖະແຫຼງຂອງທ່ານພົນຕີ ຫງວຽນຕຽນລອງ, ... |
ແສງເດືອນ