14:03 | 13/08/2024

ສະພາແຫ່ງຊາດ ຫວຽດນາມ ແລະລັດຖະສະພາ ມາເລເຊຍ ພ້ອມແລ້ວທີ່ຈະລົງນາມໃນສັນຍາຮ່ວມມື

ມາເລເຊຍ ຍູ້ແຮງການສົ່ງອອກ ໄປຍັງຕະຫຼາດຫວຽດນາມ
ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ - ກູ​ບາ ​ໄດ້​ອອກ​ຖະ​ແຫຼ​ງການ​ສະໜັບສະໜູນ​ກູ​ບາ
ສະພາແຫ່ງຊາດ ຫວຽດນາມ ແລະລັດຖະສະພາ ມາເລເຊຍ ພ້ອມແລ້ວທີ່ຈະລົງນາມໃນສັນຍາຮ່ວມມື

ທ່ານ ຫງວຽນຄັກດິ້ງ, ກໍາມະການສູນກາງພັກ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານ​ສະພາຕ່ຳ ມາ​ເລ​ເຊຍ Tan Sri Dato' Johari Bin Abdul.

ກ່າວ​ຄຳ​ປາໄສ​ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ຄັກ​ດິ້ງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ທີ່​ ມາ​ເລ​ເຊຍ ​ບັນລຸ​ໄດ້, ພິ​ເສດ​ແມ່ນ​ການ​ພັດທະນາ​ເສດຖະກິດ​ຢ່າງ​ວ່ອງ​ໄວ​ຂອງ ​ມາ​ເລ​ເຊຍ, ກາຍ​ເປັນ​ໜຶ່ງ​ໃນ 27 ພື້ນຖານ​ເສດຖະກິດ​ທີ່​ມີ​ກຳລັງ​ແກ່ງ​ແຍ້​ງແຖວໜ້າ​ໃນ​ໂລກ. ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຍັງ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ຕັ້ງ​ຫນ້າ​ ແລະ ແທດຈິງໃນ​ໄລ​ຍະ​ເຄິ່ງ​ສັດ​ຕະ​ວັດ​ທີ່​ຜ່ານ​ມາ​ໃນ​ທຸກ​ຂົງ​ເຂດ. ປະຈຸ​ບັນ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດໜຶ່ງດຽວ ​ແລະ ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ 3 ຂອງ ​ມາ​ເລ​ເຊຍ ຢູ່ ອາ​ຊຽນ. ມາ​ເລ​ເຊຍ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ 2 ​ຂອງ​ ຫວຽດ​ນາມ​ ໃນ​ ອາ​ຊຽນ ແລະ​ ທີ 11 ໃນ​ໂລກ.

ຕາມ​ທ່ານ ຫງວຽນ​ຄັກ​ດິ້ງ ​ແລ້ວ, ​ໃນ​ໄລຍະຜ່ານ​ມາ​, 2 ປະ​ເທດ​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ​ຄື ອາ​ຊຽນ, ສະຫະ​ປະຊາ​ຊາດ, APEC... ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ລັດຖະສະພາ​ ມາ​ເລ​ເຊຍ ກໍ່​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງບົນແງ່ມຸມ​​ສອງ​ຝ່າຍ ​ແລະ ​ໃນ​ຂອບ​ເຂດ​ບັນດາ​ເວທີ​ປາ​ໄສ​ລະຫວ່າງ​ສະພາ​ແຫ່ງ​ຊາດ ​ເຊິ່ງ 2 ຝ່າຍ​ເປັນ​ສະມາຊິກ​ຄື AIPA, IPU, APPF...

ເພື່ອສືບຕໍ່ຮັດແໜ້ນການພົວພັນຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດ, ທ່ານ ຫງວຽນຄັກດິ້ງ ສະເໜີໃຫ້ສອງຝ່າຍຊຸກຍູ້ການລົງນາມໃນສັນຍາຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບ ສະພາຕ່ຳ ແລະ ສະພາສູງ ມາເລເຊຍ; ບັນດາການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລະຫວ່າງ​ຄະນະ​ກຳມະການ​ວິຊາ​ສະ​ເພາະ, ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ, ສະມາຊິກລັດຖະ​ສະພາ​ຍິງ, ສະມາຊິກ​ລັດຖະສະພາ​ໜຸ່ມ... ສະພາແຫ່ງຊາດ ຫວຽດນາມ ກຽມພ້ອມທີ່ຈະຕ້ອນຮັບຫຼາຍກວ່າບັນດາຄະນະຜູ້ແທນຈາກສະພາສູງ, ສະພາຕ່ຳຂອງ ມາເລເຊຍ ທີ່ມາຢ້ຽມຢາມ, ແບ່ງປັນ ແລະ ແລກປ່ຽນປະສົບການຢູ່ ຫວຽດນາມ, ບໍ່​ພຽງ​ແຕ່​ຢູ່​ຂັ້ນ​ສະຫະພາບ​ເທົ່າ​ນັ້ນ ຫາກ​ຍັງ​ຢູ່​ບັນດາ​ລັດ​ຂອງ​ ມາ​ເລ​ເຊຍ ນຳ​ອີກ.

ສອງອົງການນິຕິບັນຍັດ​ຕ້ອງການ​ສືບ​ຕໍ່​ສ້າງ​ແລວ​ທາງ​ດ້ານນິຕິກຳ​ທີ່​ສະດວກ, ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ, ຊຸກຍູ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ​ປະຕິບັດ​ບັນດາ​ຂໍ້​ຕົກລົງ ​ແລະ ສັນຍາ​ທີ່​ໄດ້​ລົງ​ນາມ​ຢ່າງຕັ້ງໜ້າ, ​ມີ​ປະສິດທິ​ຜົນ.

ທ່ານ ຫງວຽນ​ຄັກ​ດິ້ງ ​ສະ​ເໜີ​ໃຫ້​ຄະນະ​ເລຂາ​ສະພາ​ສູງ ​ແລະ ສະພາ​ຕ່ຳ ມາ​ເລ​ເຊຍ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວຽດນາມ, ໂດຍສະເພາະ ​ແມ່ນ​ໃນ​ຂົງ​ເຂດ​ກໍ່​ສ້າງ, ບຳລຸງ​ສ້າງ​ພະນັກງານ, ​ແລກປ່ຽນ​ປະສົບການ​ໃນ​ວຽກ​ງານ​ຄົ້ນຄວ້າ, ເສນາທິການສັງລວມ, ຈັດຕັ້ງການ​ຮັບ​ໃຊ້​ບັນດາການເຄື່ອນໄຫວ​ຂອງ​ລັດຖະສະພາ.

ຊົມເຊີຍ ມາເລເຊຍ ໄດ້ອະນຸຍາດສ້າງຕັ້ງ “ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ” ໃນປີ 2022, ທ່ານ ຫງວຽນ​ຄັກ​ດິ້ງ ຫວັງວ່າ ສະພາສູງ, ສະພາຕ່ຳ ແລະ ບັນດາສະມາຊິກລັດຖະສະພາ ມາເລເຊຍ ຈະສືບຕໍ່ເອົາໃຈໃສ່ໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມ ຊາວຫວຽດນາມ ທີ່​ດຳລົງຊີວິດ, ​ເຮັດ​ວຽກ, ຮ່ຳຮຽນຢູ່ ​ມາ​ເລ​ເຊຍ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ ມາ​ເລ​ເຊຍ ​ແລະ ​ເປັນ​ຂົວເຊື່ອມ​ຕໍ່​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ຊົມເຊີຍ ມາເລເຊຍ ຈະດຳລົງຕຳແໜ່ງປະທານ ອາຊຽນ ແລະ ປະທານ AIPA ໃນປີ 2025. ທ່ານຮອງປະທານສະພາແຫ່ງຊາດ ຫວັງວ່າ ໃນໄລຍະຈະມາເຖິງ, ມາເລເຊຍ ຈະມີຂໍ້ລິເລີ່ມຫຼາຍຢ່າງ, ປະກອບສ່ວນຢ່າງແທດຈິງ ແລະ ມີປະສິດທິຜົນເຂົ້າໃນການພັດທະນາຂອງ ອາຊຽນ ແລະ AIPA.

ສະພາແຫ່ງຊາດ ຫວຽດນາມ ແລະລັດຖະສະພາ ມາເລເຊຍ ພ້ອມແລ້ວທີ່ຈະລົງນາມໃນສັນຍາຮ່ວມມື

ທ່ານປະທານ​ສະພາ​ຕ່ຳ ມາ​ເລ​ເຊຍ Tan Sri Dato' Johari Bin Abdul (ຂວາ) ​ຕ້ອນຮັບ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຄັກ​ດິ້ງ.

ປະທານ​ສະພາ​ຕ່ຳ ​ແລະ ຮອງ​ປະທານ​ສະພາ​ສູງ ​ມາ​ເລ​ເຊຍ ​ໄດ້​ເຫັນ​ດີເປັນເອກະພາບ​ກັບບັນດາ​ຂໍ້​ສະ​ເໜີ​ຂອງ​ທ່ານ ຫງວຽນ​ຄັກ​ດິ້ງ ​ແລະ ຢືນຢັນ​ວ່າ ທັງ​ສະພາ​ສູງ ​ແລະ ສະພາ​ຕ່ຳ ມາ​ເລ​ເຊຍ ລ້ວນແຕ່ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ສະພາ​ແຫ່ງ​ຊາດ ຫວຽດນາມ; ຕົກລົງ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ຊຸກຍູ້​ການ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ລະຫວ່າງ​ສອງ​ອົງການ​ນິຕິບັນຍັດ. ພ້ອມ​ກັນ​ນັ້ນ, ກໍ່ຖືວ່າ ບັນດາຄະນະກຳມະການ​ວິຊາ​ສະ​ເພາະ​ຂອງ​ສອງ​ຝ່າຍ​ສາມາດ​ຄົ້ນຄວ້າ ​ແລະ ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື ​ເພື່ອ​ແລກປ່ຽນ​ປະສົບ​ການ​ໃນ​ບັນດາຂົງ​ເຂດ​ວິຊາ​ສະ​ເພາະ​ເຊັ່ນ: ການປະກາດ​ໃຊ້, ຕິດຕາມກວດກາ​ການ​ປະຕິບັດ​ກົດໝາຍ; ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ ​ແລະ ບັນດາ​ຂົງ​ເຂດ​ທີ່ສະມາຊິກ​ລັດຖະສະພາ​ມີ​ຄວາມ​ສົນ​ໃຈ​ຮ່ວມ​.

ທ່ານ​ປະທານ​ສະພາ​ຕ່ຳ​ ມາ​ເລ​ເຊຍ ​ໃຫ້ຮູ້​ວ່າ, ​ໃນ​ບົດບາດ​ເປັນ​ປະທານ ​ອາ​ຊຽນ ​ໃນ​ປີ 2025, ມາ​ເລ​ເຊຍ ​ຈະ​ສຸມ​ໃສ່ 3 ໂຄງການດຳເນີນງານ​ຄື: ການ​ຫັນປ່ຽນ​ພະລັງງານສີ​ຂຽວ, ພະລັງງານ​ທົດ​ແທນ; ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຫັນເປັນດິຈິຕອນ, ປັນຍາປະດິດ (AI). ຈາກ​ນັ້ນ, ກໍ່ໄດ້ເສີມຂະຫຍາຍ​ກຳລັງແຮງສັງລວມຂອງ​ ອາ​ຊຽນ ​ແລະ ທ້ອງຕະຫຼາດ​ທີ່​ມີ​ປະຊາກອນ 600 ລ້ານ​ກວ່າ​ຄົນ ​ເພື່ອ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ປະກອບສ່ວນ​ກໍ່ສ້າງ ​ອາ​ຊຽນ ​ໃຫ້​ກາຍ​ເປັນ​ພາກ​ພື້ນ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ.

ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະພາບ​ກັນ​ວ່າ 2 ປະ​ເທດ​ຕ້ອງ​ການສືບ​ຕໍ່​ການສົມທົບ​ລະຫວ່າງສອງຝ່າຍ ກໍ່ຄືກັບ​ບັນດາ​ປະ​ເທດ ອາ​ຊຽນ ​ເພື່ອ​ຮັກສາ​ທັດສະນະ​ລວມຂອງ ອາ​ຊຽນ ກ່ຽວ​ກັບ​ ທະ​ເລ​ຕາ​ເວັນ​ອອກ; ຮັບປະກັນການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ຈິງຈັງ; ຊຸກຍູ້ການ​ກໍ່ສ້າງ​ປະມວນ​ກົດ​ໝາຍ​ການ​ປະພຶດ​ຢູ່​ ທະ​ເລ​ຕາ​ເວັນ​ອອກ (COC) ຢ່າງ​ມີ​ປະສິດທິ​ພາບ, ປະສິດທິ​ຜົນ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ; ສົມທົບ​ກັນ​ກໍ່ສ້າງ​ທະ​ເລ​ຕາ​ເວັນ​ອອກ​ ເປັນ​ເຂດທະ​ເລ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ແບບ​ຍືນ​ຍົງ.

ທ່ານເອກອັກຄະລັດຖະທູດ ລາວ ແລະ ມາເລເຊຍ: ຊາວຫວຽດນາມ ມີນ້ຳໃຈ ແລະ ມີອາຫານທີ່ລະອຽດອ່ອນ

ທ່ານເອກອັກຄະລັດຖະທູດ ລາວ ແລະ ມາເລເຊຍ: ຊາວຫວຽດນາມ ມີນ້ຳໃຈ ແລະ ມີອາຫານທີ່ລະອຽດອ່ອນ

ຍສໝ - ເອກອັກຄະລັດຖະທູດ ລາວ ແລະ ມາເລເຊຍ ປະຈໍາ ຫວຽດນາມ ມີຄວາມປະທັບໃຈກັບທິວທັດທຳມະຊາດທີ່ສວຍງາມ, ນ້ຳໃຈ, ປະຊາຊົນມີຄວາມດຸໝັ່ນທຳມາຫາກິນ ແລະ ອາຫານການກິນທີ່ສວຍລະອຽດອ່ອນ, ເປັນເອກະລັກສະເພາະຂອງປະເທດທີ່ມີຮູບຊົງ S.

AAPF 31: ຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລັດຖະສະພາ​ກັບ​ລາວ ​ແລະ ລັດ​ເຊຍ

AAPF 31: ຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລັດຖະສະພາ​ກັບ​ລາວ ​ແລະ ລັດ​ເຊຍ

ຍສໝ - ຢູ່ນອກເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ ຄັ້ງທີ 31 (AAPF 31) ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ມານີລາ, ປະເທດ ຟີລິບປິນ, ຕອນເຊົ້າວັນທີ 25 ພະຈິກ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ລາວ ແລະ ຮອງປະທານສະພາສະຫະພັນລັດເຊຍຜູ້ທີໜຶ່ງ.

ມິງດຶກ

Link: https://huunghivietlao.thoidai.com.vn/detail-article-19375.html

In bài biết