ສະຫາຍ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນການນຳທີ່ດີເດັ່ນພິເສດ ດ້ວຍຫຼາຍຂີດໝາຍໃນການຍົກລະດັບການພົວພັນຕ່າງປະເທດຂອງ ຫວຽດນາມ
![]() |
ສະຫາຍ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວຄຳປາໄສຊີ້ນຳທີ່ກອງປະຊຸມການທູດ ຄັ້ງທີ 32, ເດືອນ ທັນວາ ປີ 2023. |
ເກືອບ 60 ປີແຫ່ງການຫຼໍ່ຫຼອມໃນພຶດຕິກຳຕົວຈິງຂອງການປະຕິວັດ, ດ້ວຍວິໄສທັດຍຸດທະສາດ, ວິທະຍາສາດ ແລະ ສັດຈະວິພາກ, ມີວິໄສທັດດ້ານການເມືອງອັນແຫຼມຄົມ, ຕິດພັນກັນຢ່າງແໜ້ນແຟ້ນລະຫວ່າງທິດສະດີກັບການສະຫຼຸບພຶດຕິກຳຕົວຈິງ, ບົນພື້ນຖານການນຳໃຊ້ ແລະ ພັດທະນາລັດທິມາກ - ເລນິນ ແລະ ແນວຄິດປະທານ ໂຮ່ຈີມິນ ຢ່າງມີຫົວຄິດປະດິດສ້າງ. ສະຫາຍ ຫງວຽນຟູ໋ຈ້ອງ ໄດ້ມີການປະກອບສ່ວນອັນສຳຄັນ ແລະ ດີເດັ່ນຫຼາຍຢ່າງໃນການກໍ່ສ້າງ ແລະ ປັບປຸງທິດສະດີ, ໂຄງການດຳເນີນງານຂອງພັກກອມມູນິດຫວຽດນາມໃນການພັດທະນາປະເທດຊາດ ຕາມທິດສັງຄົມນິຍົມ, ບັນດາແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ໃນຫຼາຍຂົງເຂດການເມືອງ, ເສດຖະກິດ - ສັງຄົມ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ.
![]() |
ສະຫາຍ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ສະຫາຍ ປະທານພັກປະຊາຊົນ ກຳປູເຈຍ Samdech Techo Hun Sen ແລະ ສະຫາຍ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດ ລາວ, ປະທານປະເທດ ລາວ ທອງລຸນ ສີສຸລິດ ທີ່ກອງປະຊຸມຢູ່ ຮ່າໂນ້ຍ, ເດືອນ ກັນຍາ ປີ 2023. |
ວຽກງານການພົວພັນຕ່າງປະເທດແມ່ນໜຶ່ງໃນບັນດາຂົງເຂດທີ່ສະແດງໃຫ້ເຫັນຫຼາຍຈຸດພົ້ນເດັ່ນຂອງສະຫາຍ ຫງວຽນຟູ໋ຈ້ອງ. ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການພາຍໃຕ້ການນຳພາ ແລະ ຊີ້ນຳຂອງສະຫາຍໃນຖານະເປັນ ເລຂາທິການໃຫຍ່ ໄດ້ອອກມະຕິ, ບົດສະຫຼຸບ ແລະ ຄຳສັ່ງຫຼາຍສະບັບກ່ຽວກັບການກໍ່ສ້າງ ແລະ ເຮັດສຳເລັດແນວທາງການພົວພັນຕ່າງປະເທດຂອງພັກ ແລະ ລັດຂອງປະເທດຫວຍດນາມ ໃນໄລຍະແຫ່ງການປ່ຽນແປງໃໝ່. ຄຽງຂ້າງການສືບທອດ ແລະ ເສີມຂະຫຍາຍບັນດາຜົນງານການພົວພັນຕ່າງປະເທດທີ່ບັນລຸໄດ້ໃນໄລຍະຜ່ານມາ ແລະ ການນຳໃຊ້ແນວຄິດທາງການທູດຂອງປະທານ ໂຮ່ຈີມິນ ຢ່າງມີຫົວຄິດປະດິດສ້າງ, ບັນດາມະຕິ, ຂໍ້ສະຫຼຸບ ແລະ ຄຳສັ່ງຂອງພັກກ່ຽວກັບວຽກງານການພົວພັນຕ່າງປະເທດ ນັບແຕ່ສະໄໝກອງປະຊຸມໃຫຍ່ ຄັ້ງທີ XI ມາຮອດປະຈຸບັນ ໄດ້ມີຫຼາຍບາດກ້າວໃໝ່ໃນການພັດທະນາກ່ຽວກັບດ້ານແນວຄິດ, ທິດສະດີພ້ອມທັງການຊີ້ນຳ, ນຳພາພຶດຕິກຳຕົວຈິງໃນວຽກງານການພົວພັນຕ່າງປະເທດຂອງພັກກອມມູນິດ ຫວຽດນາມ ໂດຍ ສະຫາຍເລຂາທິການໃຫຍ່ ນຳໜ້າ.
![]() |
ສະຫາຍ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ພັນລະຍາ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ພ້ອມດ້ວຍພັນລະຍາ ໃນເດືອນ ທັນວາ ປີ 2023. |
ໂດຍເຂົ້າຮ່ວມບັນດາການເຄື່ອນໄຫວວຽກງານການພົວພັນຕ່າງປະເທດຂັ້ນສູງຂອງພັກ ແລະ ລັດຫວຽດນາມ ໂດຍກົງ, ສະຫາຍ ເລຂາທິການໃຫຍ່ ຍາມໃດກໍ່ຝາກເຖິງບັນດາຄູ່ຮ່ວມມື ແລະ ເພື່ອນມິດສາກົນ ດ້ວຍຄວາມປະທັບໃຈອັນດີງາມກ່ຽວກັບປະເທດ ຫວຽດນາມ ທີ່ມີການພັດທະນາ, ອຸດົມສົມບູນດ້ານອະລິຍະທຳ, ສະໜິດສະໜົມ, ຍົກສູງຄວາມຊອບທຳ, ຄວາມຖືກຕ້ອງ, ເຄົາລົບນັບຖືກົດໝາຍສາກົນ, ມີການປະພຶດຢ່າງສົມເຫດສົມຜົນ, ເປັນເພື່ອນມິດທີ່ສັດຊື່ບໍລິສຸດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ກ່ຽວກັບຮູບພາບຂອງຜູ້ນໍາທີ່ມີຄວາມເຊື່ອໝັ້ນທີ່ຍິ່ງໃຫຍ່, ວິໄສທັດທີ່ເບິ່ງກວ້າງມອງໄກ, ແນວຄິດທີ່ແຫຼມຄົມ, ການປະພຶດເປັນແບບຢ່າງ, ລະອຽດອ່ອນ, ມີຄວາມຈິງໃຈ, ໃກ້ຊິດ ແລະ ລຽບງ່າຍ.
ກ່ຽວກັບຂະແໜງການທູດ, ສະຫາຍ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຍາມໃດກໍໃຫ້ການເອົາໃຈໃສ່ຊີ້ນຳ, ນຳພາ ແລະ ໃຫ້ຄວາມຮັກແພງເປັນພິເສດ. ຄຽງຂ້າງກອງປະຊຸມການທູດທົ່ວປະເທດ (ເດືອນ ທັນວາ ປີ 2021), ສະຫາຍ ຫງວຽນຟູ໋ຈ້ອງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສຊີ້ນຳທີ່ກອງປະຊຸມການທູດ 6 ຄັ້ງ, ໃນນັ້ນ ມີ 5 ຄັ້ງທີ່ທ່ານເປັນ ເລຂາທິການໃຫຍ່. ເນື້ອໃນບົດກ່າວປາໄສຂອງສະຫາຍ ທີ່ບັນດາກອງປະຊຸມນີ້ ໄດ້ຊີ້ນຳວຽກງານການຳພົວພັນຕ່າງປະເທດຢ່າງຮອບດ້ານ ແລະ ເລິກເຊິ່ງ, ສ້າງຄວາມເປັນເອກະພາບໃນຈິດສຳນຶກ ແລະ ການເຄື່ອນໄຫວຂອງທຸກຂັ້ນ, ຂະແໜງການ ພ້ອມກັນຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກຢ່າງມີປະສິດທິຜົນ, ພ້ອມກັນນັ້ນ ກໍ່ເປີດນະໂຍບາຍ ແລະ ທິດທາງຍຸດທະສາດກ່ຽວກັບການກໍ່ສ້າງ ແລະ ພັດທະນາຂະແໜງການການພົວພັນຕ່າງປະເທດຢ່າງຮອບດ້ານ, ທັນສະໄໝ ແລະ ເປັນມືອາຊີບ. ສະຫາຍໄດ້ເອົາໃຈໃສ່ເປັນພິເສດເຖິງການຊີ້ນຳວຽກງານກໍ່ສ້າງຖັນແຖວພະນັກງານການທູດຢ່າງຮອບດ້ານກ່ຽວກັບຄຸນສົມບັດ, ຄຸນນະທາດ, ຈັນຍາບັນ ແລະ ລະດັບວິຊາສະເພາະ.
![]() |
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໂອ້ລົມເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ໃນວັນທີ 20 ມິຖຸນາ ປີ 2024. |
ພະນັກງານການພົວພັນຈ່າງປະເທດ, ການທູດກໍ່ເປັນກຽດທີ່ໄດ້ໄປຕິດຕາມ ສະຫາຍ ຫງວຽນຟູ໋ຈ້ອງ ໃນບັນດາການເຄື່ອນໄຫວວຽກງານການພົວພັນຕ່າງປະເທດຂັ້ນສູງ, ຄຽງຄູ່ການໄດ້ຮັບຮູ້ໂດຍກົງບັນດາການຊີ້ນຳກ່ຽວກັບວຽກງານການພົວພັນຕ່າງປະເທດຂອງສະຫາຍແລ້ວ, ຍາມໃດກໍ່ຮູ້ສຶກເຖິງຄວາມຮັກແພງອັນອົບອຸ່ນ, ຄວາມສະໜິດສະໜົມ, ແບ່ງປັນ ແລະ ໃຫ້ກຳລັງໃຈຂອງຜູ້ນຳໜ້າພັກ ບໍ່ພຽງແຕ່ໃນວຽກງານເທົ່ານັ້ນ, ຫາກຍັງກ່ຽວກັບຊີວິດການເປັນຢູ່, ໂດຍສະເພາະແມ່ນບັນດານັກການທູດທີ່ເຮັດວຽກຢູ່ຫ່າງໄກຈາກປະເທດຊາດ ແລະ ບ້ານເກີດເມືອງນອນ. ຖັນແຖວພະນັກງານການທູດຍາມໃດກໍ່ຈົດຈຳ ແລະ ເຊື່ອມຊືມຄຳຕັກເຕືອນຂອງ ສະຫາຍ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ທີ່ວ່າ “ນັກການທູດ, ນັກເຄື່ອນໄຫວການຕ່າງປະເທດທີ່ດີ ກ່ອນອື່ນໝົດຕ້ອງເປັນນັກການເມືອງທີ່ດີ, ຍາມໃດກໍ່ຖືຜົນປະໂຫຍດຂອງປະເທດຊາດ, ຂອງລະບອບມາເປັນເຂັມທິດໃນການປະຕິບັດ", "ຈື່ຈໍາໄວ້ສະເຫມີວ່າ ທາງຫຼັງຂອງເຮົາແມ່ນພັກ, ປະເທດຊາດ ແລະ ປະຊາຊົນ".
![]() |
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເປັນປະທານໃນພິທີຕ້ອນຮັບ ທ່ານປະທານາທິບໍດີ ອາເມລິກາ Joe Biden ໃນເດືອນ ກັນຍາ ປີ 2023. |
ສະຫາຍ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໄປໄກພ້ອມກັບບັນດາບັນພະບຸລຸດໃນການປະຕິວັດແລ້ວ, ແຕ່ມໍລະດົກທີ່ສະຫາຍໄດ້ປະໄວ້ນັ້ນມີຄຸນຄ່າອັນໃຫຍ່ຫຼວງຕໍ່ພາລະກິດການປະຕິວັດຂອງພັກ ແລະ ປະເທດຊາດຫວຽດນາມ. ພາຍໃຕ້ແສງສະຫວ່າງແນວທາງການພົວພັນຕ່າງປະເທດຂອງພັກ ແລະ ແນວຄິດການທູດຂອງປະທານ ໂຮ່ຈີມິນ, ສືບທອດ ແລະ ເສີມຂະຫຍາຍບັນດາຜົນງານການພົວພັນຕ່າງປະເທດຂອງປະເທດຊາດ, ຕາມແບບຢ່າງຂອງ ສະຫາຍ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ຂະແໜງການຕ່າງປະເທດທັງໝົດຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອເສີມຂະຫຍາຍບົດບາດນຳໜ້າຂອງການພົວພັນຕ່າງປະເທດ, ມານະພະຍາຍາມ ແລະ ຝຶກຝົນຫຼໍ່ຫຼອມເພື່ອສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປ່ຽນແປງໃໝ່, ພັດທະນາປະເທດຊາດ ແລະ ປ້ອງກັນປະເທດ./.
![]() | ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ຫວຽດນາມ ປະຕິບັດແນວທາງເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນທາງການທູດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ໃນນັ້ນສືບຕໍ່ຊຸກຍູ້ການພົວພັນຮ່ວມມື, ມິດຕະພາບລະຫວ່າງ 2 ປະເທດ. |
![]() | ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ອວຍພອນບຸນເຕັດ ຢູ່ ແຂວງ ບັກນິງ ຍສໝ - ຕອນເຊົ້າວັນທີ 24 ມັງກອນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ຄະນະປະຕິບັດງານໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນເຕັດ ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນແຂວງ ບັກນິງ. |
ມິງດຶກ (ແປຕາມ baochinhphu.vn)