ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມຸ່ງໄປສູ່ເຂດທະເລ, ໝູ່ເກາະບ້ານເກີດເມືອງນອນ ດ້ວຍບັນດາການກະທຳທີ່ລະອຽດ ແລະ ແທດຈິງ
![]() | ເຜີຍແພ່ບັນດາຄຸນຄ່າວັດທະນະທຳຂອງ ຫວຽດນາມ ເຖິງເພື່ອນມິດສາກົນ ແລະ ຊາວ ບຣາຊິນ |
![]() | ນຳການພົວພັນ ຫວຽດນາມ - ການາ ກ້າວເຂົ້າສູ່ລວງເລິກ, ແທດຈິງ |
ທີ່ການພົບປະ, ບັນດາຜູ້ແທນຂອງຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈິມິນ (ຄະນະ) ໄດ້ຊົມຮູບເງົາມູນເຊື້ອກ່ຽວກັບຂະບວນການກໍ່ສ້າງ, ສູ້ຮົບ, ການເຕີບໂຕ ແລະ ພັດທະນາຂອງກອງບັນຊາການທະຫານເຮືອເຂດ 5; ຮັບຟັງການແນະນຳບາງຈຸດຫຼັກຂອງເຂດທະເລຕາເວັນຕົກສ່ຽງໃຕ້ ແລະ ຜົນສຳເລັດອັນພົ້ນເດັ່ນຂອງກອງບັນຊາການທະຫານເຮືອເຂດ 5 ໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ.
![]() |
ພາບປະກອບ: ຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ |
ກ່າວຄຳປາໄສທີ່ການພົບປະ, ທ່ານພັນເອກ ເລືອງກວັກແອງ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະທີ່ມາຢ້ຽມຢາມກົມກອງ. ຕາມທ່ານພັນເອກ ເລືອງກວັກແອງ ແລ້ວ: “ການເດີນທາງຂອງຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ກັບທະເລ, ໝູ່ເກາະ” ຂອງຄະນະແມ່ນການເຄື່ອນໄຫວທີ່ແທດຈິງ, ຊ່ວຍໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ມີຄວາມເຂົ້າໃຈກ່ຽວກັບທະເລ, ໝູ່ເກາະບ້ານເກີດເມືອງນອນ ກໍ່ຄືເງື່ອນໄຂຊີວິດການເປັນຢູ່, ການສຶກສາ, ວຽກງານຂອງພະນັກງານ, ນັກຮົບກອງບັນຊາການທະຫານເຮືອເຂດ 5 ແລະ ໜ້າທີ່ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງກົມກອງໄດ້ຈະແຈ້ງກວ່າອີກ.
ທ່ານຮອງຜູ້ບັນຊາການທະຫານເຮືອເຂດ 5 ໄດ້ສະແດງຄວາມປາດຖະໜາວ່າ: ພາຍຫຼັງການເດີນທາງໄປຍັງເຂດທະເລຕາເວັນຕົກສ່ຽງໃຕ້, ບັນດາຜູ້ແທນຈະເຄື່ອນໄຫວໂຄສະນາກ່ຽວກັບທະເລ, ໝູ່ເກາະ ແລະ ການເຄື່ອນໄຫວປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງພະນັກງານ, ນັກຮົບໃນເຂດ ມາຍັງປະຊາຊົນທຸກຊັ້ນຄົນ ແລະ ຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດຢ່າງຕັ້ງໜ້າ. ໂດຍຜ່ານນັ້ນ ກໍປະກອບສ່ວນຮັດແໜ້ນນ້ຳໃຈຮັກແພງທະເລ, ໝູ່ເກາະ, ເຮັດໃຫ້ຂະບວນການ “ເພື່ອທະເລ, ໝູ່ເກາະບ້ານເກີດເມືອງນອນ - ເພື່ອແນວໜ້າຂອງປະເທດຊາດ” ສືບຕໍ່ໄດ້ຮັບການແຜ່ກະຈາຍຢ່າງເລິກເຊິ່ງກ້ວາງຂວາງ, ບັນລຸໝາກຜົນທີ່ແທດຈິງ, ພ້ອມທັງໃຫ້ກຳລັງໃຈແກ່ພະນັກງານ, ນັກຮົບຂອງກົມກອງ ປະສົບຜົນສຳເລັດໜ້າທີ່ວຽກງານທີ່ໄດ້ຮັບມອບຫມາຍ.
ຕາງໜ້າຄະນະ, ທ່ານນາງ ຫວູທິຮວິ່ງມາຍ ໄດ້ສະແດງຄວາມຂອບໃຈຕໍ່ຄວາມຮັກແພງ ແລະ ໃຫ້ການຕ້ອນຮັບຢ່າງລອບຄອບ ແລະ ອົບອຸ່ນຂອງພະນັກງານ, ນັກຮົບກອງບັນຊາການທະຫານເຮືອເຂດ 5 ໃຫ້ແກ່ຄະນະ. ທ່ານນາງໃຫ້ຮູ້ວ່າ: ການເດີນທາງຄັ້ງນີ້ ແມ່ນເພື່ອແນໃສ່ຍົກສູງຄວາມຮັບຜິດຊອບ, ຄວາມຮັກແພງ, ປຸກລະດົມຈິດໃຈຮັກຊາດຂອງປະຊາຊົນບັນດາເຜົ່າຢູ່ນະຄອນ ໂຮ່ຈີມິນ ແລະ ພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດກ່ຽວກັບພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່.
ທ່ານນາງ ຫວູທິຮວິ່ງມາຍ ໄດ້ກ່າວຄຳປາໄສທີ່ການພົບປະວ່າ “ດ້ວຍຄວາມຮັກແພງ ແລະ ຄວາມຮັບຜິດຊອບຂອງຕົນ, ພວກຂ້າພະເຈົ້າຈະສືບຕໍ່ເປັນເສນາທິການ ແລະ ສະເໜີໃຫ້ບັນດາການນຳທຸກຂັ້ນ ແລະ ຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ຊຸກຍູ້ບັນດາການເຄື່ອນໄຫວມຸ່ງໄປເຖິງເຂດທະເລ, ໝູ່ເກາະບ້ານເກີດເມືອງນອນ ດ້ວຍບັນດາການກະທຳທີ່ລະອຽດ, ແທດຈິງ ແລະ ມີຄວາມໝາຍເພື່ອລະດົມສົ່ງເສີມ ແລະ ໃຫ້ກຳລັງໃຈພະນັກງານ, ນັກຮົບ, ປະຊາຊົນ ແລະ ບັນດາກຳລັງທີ່ຕິດພັນກັບທະເລ, ໝູ່ເກາະ, ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ, ປະກອບສ່ວນປົກປັກຮັກສາອະທິປະໄຕທາງທະເລ, ໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດໃຫ້ໝັ້ນຄົງຂະນົງແກ່ນ”.ເນື່ອງໃນໂອກາດນີ້, ຄະນະຜູ້ແທນຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໄດ້ມອບຂອງຂວັນໃຫ້ພະນັກງານ, ນັກຮົບກອງບັນຊາການທະຫານເຮືອເຂດ 5 ດ້ວຍຂອງຂວັນທີ່ແທດຈິງ ແລະ ມີຄວາມໝາຍຫຼາຍຢ່າງ.
![]() | ສ້າງເງື່ອນໄຂ ເພື່ອຊາວຫວຽດນາມ ອາໄສຢູ່ຕ່າງປະເທດລົງທຶນຢ່າງແຮງກວ່າອີກໃນຂົງເຂດເຮືອນຢູ່ ແລະ ອະສັງຫາລິມະຊັບຢູ່ ຫວຽດນາມ ຍສໝ - ວັນທີ 26 ມີນາ 2024, ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ - ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບກຳມາທິການເສດຖະກິດ ສະພາແຫ່ງຊາດ, ກະຊວງກໍ່ສ້າງ ແລະ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ເປັນປະທານຮ່ວມຈັດຕັ້ງກອງປະຊຸມໂຄສະນາ, ເຜີຍແຜ່ເນື້ອໃນທີ່ກ່ຽວຂ້ອງເຖິງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍເຮືອນຢູ່ ... |
![]() | ສະຫະພັນຊາວໜຸ່ມແຂວງ: ງານບຸນວັດທະນະທຳ ແລະ ກິລາ “ຊາວໜຸ່ມຫວຽດນາມ - ລາວ ສືບຕໍ່ພາກພູມໃຈ” ປີ 2023 ຍສໝ - ປະຕິບັດການຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ 3 ຂອງສະມາຄົມນັກສຶກສາຫວຽດນາມ ແຂວງ ບິ່ງດິ້ງ ໄລຍະ 2023 - 2028 ແລະ ເນື່ອງໃນໂອກາດສະເຫຼີມສະຫຼອງ 61 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 - 5/9/2023), ວັນທີ 24/9/2023, ຢູ່ນະຄອນ Van. ... |
ມິງດຶກ