ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ ເລິກເຊິ່ງຂຶ້ນຕື່ມ
ມອບຫຼຽນກາມິດຕະພາບຂອງຫວຽດນາມໃຫ້ແກ່ຊາວເຢຍລະມັນສອງຄົນ | |
ຫວຽດນາມ ຍາມໃດກໍ່ການຊຸກຍູ້ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນເປັນສຳຄັນ |
![]() | |
|
ຕອນບ່າຍວັນທີ 22 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການເຈລະຈາທາງໂທລະສັບກັບທ່ານນາງ ນາຍົກລັດຖະມົນຕີ ເຢຍລະມັນ Angela Merkel. ທີ່ການເຈລະຈາທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືກັບ ເຢຍລະມັນ ແລະ ມີຄວາມຫວັງຢາກມີການພົວພັນກັບ ເຢຍລະມັນທີ່ໃກ້ຊິດຕິດແທດທີ່ມີຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ ໃນທຸກຂົງເຂດ ເລິກເຊິ່ງຂຶ້ນຕື່ມ. ທ່ານນາງ ນາຍົກລັດຖະມົນຕີ Angela Merkel ຖືວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືທີ່ສຳຄັນໃນນະໂຍບາຍມຸ່ງໄປສູ່ພາກພື້ນຂອງ ເຢຍລະມັນ ແລະ ເຊີດຊູການພົວພັນຮ່ວມມືລະຫວ່າງສອງປະເທດ. ທ່ານນາງເນັ້ນໜັ້ກວ່າ ສອງປະເທດ ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດ ແລະ ແງ່ຫວັງອັນໃຫຍ່ຫຼວງ ເຊິ່ງຄວນພັດທະນາຢ່າງແຂງແຮງ.
ທາງດ້ານເສດຖະກິດ ທັງສອງຝ່າຍໄດ້ຢືນຢັນຈະພ້ອມກັນສົມທົບ, ນຳໃຊ້ບັນດາກາລະໂອກາດ ຢ່າງມີປະສິດທິຜົນ ໂດຍສັນຍາການຄ້າເສລີ ຫວຽດນາມ - EU ນຳມາໃຫ້. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີລັດຖະບານ ເຢຍລະມັນສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳ, ຊຸກຍູ້ຄະນະກຳມະການເອີລົບຍົກເລີກ ບັດເຫຼືອງ ສຳລັບສິນໃນນ້ຳຂອງ ຫວຽດນາມ, ພ້ອມທັງສຳເລັດການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - EU. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ ເຢຍລະມັນ ສ້າງເງື່ອນໄຂສະດວກເພື່ອໃຫ້ຫວຽດນາມ ສຳຜັດກັບແຫຼ່ງວັກຊິນໂດຍໄວ ແລະ ຮ່ວມມືມອບໂອນເຕັກໂນໂລຢີຜະລິດວັກຊິນກັບບັນດາບໍລິສັດການຢາຂອງ ເຢຍລະມັນ.
ນາຍົກລັດຖະມົນຕີ ທັງສອງໄດ້ຕີລາຄາສູງ ແລະ ຢັ້ງຢືນຈະສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງ ສອງປະເທດໃນບັນດາເວທີປາໄສແລະອົງການຈັດຕັ້ງສາກົນ, ເປັນຕົ້ນແມ່ນການພົວພັນລະຫວ່າງ ອາຊຽນ ແລະ EU, ແລກປ່ຽນກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍ ໄດ້ເນັ້ນໜັກເຖິງການຮັບປະກັນສິດເສລີໃນການເດີນເຮືອ, ການບິນ ຄວາມໝັ້ນຄົງ ແລະ ສັນຕິພາບຢູ່ທະເລຕາເວັນອອກ ແລະ ເນັ້ນໜັກເຖິງການເຄົາລົບກົດໝາຍສາກົນໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.
![]() | ມອບຫຼຽນກາມິດຕະພາບຂອງຫວຽດນາມໃຫ້ແກ່ຊາວເຢຍລະມັນສອງຄົນ ຍສໝ - ທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນມິງວູ ໄດ້ຢັ້ງຢືນວ່າ ທ່ານ Siegfried Sommer ແລະທ່ານ Paul Hoffmann ແມ່ນເພື່ອນມິດສະໜິດສະໜົມ, ແທດຈິງ, ສະໜິດຕິດພັນກັບຫວຽດນາມ. |
![]() | ຫວຽດນາມ ຍາມໃດກໍ່ການຊຸກຍູ້ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນເປັນສຳຄັນ ຍສໝ - ທີ່ການໂອ້ລົມທາງໂທລະສັບ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ Heiko Maas ໄດ້ອວຍພອນ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ເມື່ອດຳລົງຕຳແໜ່ງໃໝ່ ແລະ ທ່ານສະແດງຄວາມເຊື່ອໝັ້ນວ່າ ຂະແໜງການທູດ ຫວຽດນາມ ຈະສືບຕໍ່ບັນລຸໄດ້ຜົນສຳເລັດຫຼາຍຢ່າງກ່ວາອີກ. |
![]() | ຊາວຫວຽດນາມ ອາໄສຢູ່ ເຢຍລະມັນຕັ້ງຄວາມໄວ້ເນື້ອເຊື່ອໃຈຕໍ່ສະພາແຫ່ງຊາດຊຸດທີ XV ຍສໝ - ເມື່ອເຕື້ອງເຖິງບົດບາດ ແລະ ການປະກອບສ່ວນອັນຍິ່ງໃຫຍ່ຂອງສະພາແຫ່ງຊາດຕໍ່ການພັດທະນາປະເທດຊາດ, ທ່ານ ສາດສະດາຈານ, ປ.ອ ວິທະຍາສາດ ຫງວຽນຊວັນທິ໊ງ - ປະທານ ເຄືອຂ່າຍປ່ຽນແປງໃໝ່ຫົວຄິດປະດິດຄິດສ້າງ ຫວຽດນາມ - ເຢຍລະມັນ ຕີລາຄາສະພາແຫ່ງຊາດຊຸດທີ XIV ບັນລຸໄດ້ຫຼາຍຜົນສຳເລັດທີ່ສຳຄັນ. |