ຫວຽດນາມ ເປັນປະເທດຊາດທີສອງຂອງຂ້ອຍ

14:21 2019/11/20

ຍສໝ - ຂ້ອຍໄປເຖິງຫວຽດນາມໃນປີ 1968, ຊຶ່ງເປັນປີສົງຄາມທຳລາຍຮ້າຍກາດທີ່ສຸດ, ອາເມລິກາໄດ້ຖິ້ມລະເບີດທຳລາຍພາກເໜືອຂອງຫວຽດນາມຢ່າງໜັກໜ່ວງ. ເວລານັ້ນບໍ່ທັນມີໂຮງຮຽນ ຈຶ່ງຈຳຕ້ອງໄດ້ລີ້ໄພຢູ່ນຳປະຊາຊົນ ເປັນເວລາ 2 ປີ. ມາເຖິງປີ 1970 ຈຶ່ງມີໂຮງຮຽນ, ພວກຂ້ອຍຈຶ່ງໄດ້ຍ້າຍເຂົ້າໄປຢູ່ໃນໂຮງຮຽນ. ຂ້ອຍເລີ່ມຮຽນຫ້ອງ ປ1 ຄືນໃໝ່, ໃນເມື່ອກ່ອນເວລາຢູ່ບ້ານຂ້ອຍຮຽນຈົບ ປ ແລ້ວ ໝາຍຄວາມວ່າຈົບຊັ້ນປະຖົມແລ້ວ. ເຖິງປີ 1974 ຂ້ອຍຮຽນຈົບມັດທະຍົມຕອນຕົ້ນ ແຕ່ບໍ່ມີມັດທະຍົມຕອນປາຍ ຈຶ່ງໄດ້ຍ້າຍໂຮງຮຽນໄປຮຽນຢູ່ໂຮງຮຽນສາມັນພູດອຍເລກ II ຮ່າບັກ.

ຫວຽດນາມ ເປັນປະເທດຊາດທີສອງຂອງຂ້ອຍ

ຂ້ອຍກຳເນີດ ເຕີບໃຫ່ຍຂຶ້ນໃນຄອບຄົວຊາວໄຮ່ນາ, ບ້ານຂອງຂ້ອຍຢູ່ບ້ານນອກຄອກນາ ຫ່າງໄສສອກຫຼີກ ຂອງເມືອງຄູນ ແຂວງຊຽງຂວາງ. ພໍ່ຂອງຂ້ອຍເປັນນັກເຄື່ອນໄຫວປະຕິວັດ, ດົນໆຈຶ່ງມາຢ້າມບ້ານເທື່ອໜຶ່ງ. ມີມື້ໜຶ່ງພໍ່ມາຢາມບ້ານ ພວກສັດຕູໄດ້ຮູ້ຂ່າວ, ພວກມັນຈຶ່ງໄດ້ມາປິດລ້ອມບ້ານ. ໃນສະຖານະການດັ່ງກ່າວ, ພໍ່ລູງໜຶ່ງທີ່ໄປກັບພໍ່ກໍ ໄດ້ຂຶ້ນລີ້ຢູ່ເທິງຂ່າແຮ້ງ, ສ່ວນພໍ່ຂອງຂ້ອຍກະວົນກະວາຍບໍ່ຮູ້ຊິເຮັດແນວໃດ, ຈຶ່ງໄດ້ຄ່ອຍຈອບລົງເຮືອນໄປ ໃກ້ຈະເຖິງປ່າແຄມນາ ພວກສັດຕູກໍຫຼຽວເຫັນ, ພວກມັນໄດ້ສຸມປືນໃສ່ ພໍ່ຂ້ອຍລົ້ມລົງ, ພວກມັນໄດ້ເຂົ້າໄປຍິງຊໍ້າ ຈົນມຸ່ນ. ສ່ວນພໍ່ລູງທີ່ໄປນຳພໍ່ແມ່ນຫວິດຕາຍ ເພາະພວກເຂົາຊອກບໍ່ເຫັນ.

ຜູ້ຂຽນຖ່າຍກັບຄອບຄົວພໍ່ແມ່ຮັກ ຫວຽດນາມ ໃນປີ 1969 ( ຄົນລາວ 3 ຄົນຢູ່ເບື້ອງຂວາສຸດ). 

ແຕ່ນັ້ນເປັນຕົ້ນມາ ແມ່ຂ້ອຍລ້ຽງລູກນ້ອຍ 4 ຄົນຕາມລຳພັງແຕ່ຜູ້ດຽວ. ເມື່ອເຫັນສະພາບຄອບຄົວຂອງພວກຂ້ອຍມີຄວາມຫຍຸ້ງຍາກຫຼາຍ ແມ່ເຖົ້າ ແລະ ນ້າສາວ ຈຶ່ງໄດ້ເອົາເອື້ອຍ-ອ້າຍຂອງຂ້ອຍໄປຢູ່ນຳ. ແມ່ຂ້ອຍໄດ້ສ້າງຄອບຄົວໃໝ່. ເມື່ອຂ້ອຍໃຫ່ຍຂຶ້ນມາ ແມ່ເຖົ້າ, ນ້າສາວ ແລະ ເອື້ອຍອ້າຍ ກໍໄດ້ເອົາຂ້ອຍໄປຢູ່ນຳ ແລະ ໃຫ້ຮຽນໜັງສື ໃນສະພາບແວດລ້ອມ ອາເມລິກາ ເອົາເຮືອບິນມາຍິງທຳລາຍລາວຢ່າງໜັກໜ່ວງ. ສົງຄາມປີນຂັ້ນໄດໃນປີ 1968 ຂອງນິກເຊີນ ໄດ້ເຮັດໃຫ້ລາວກາຍເປັນສະໝໍລະພູມທີ່ນອງເລືອດ. ເວລານັ້ນ ຂ້ອຍມີອາຍຸໄດ້ພຽງແຕ່ 12 ປີ, ຈະໄປເປັນທະຫານກໍຍັງນ້ອຍໂພດ, ຈະຮຽນຕໍ່ກໍບໍ່ມີໂຮງຮຽນຈະຮຽນ. ເມື່ອຕົກຢູ່ໃນສະຖານະການດັ່ງກ່າວ ອ້າຍເຂີຍຂອງຂ້ອຍໃນເວລານັ້ນ ເປັນນາຍທະຫານຊັ້ນພັນເອກ ຕໍ່ມາເພີ່ນກໍໄດ້ ນາຍພົນຕີ ປັດຈຸບັນເພີ່ນເສຍຊີວິດແລ້ວ ຈຶ່ງໄດ້ເອົາຂ້ອຍໄປຮຽນຢູ່ຫວຽດນາມ.

ຂ້ອຍໄປເຖິງຫວຽດນາມໃນປີ 1968, ຊຶ່ງເປັນປີສົງຄາມທຳລາຍຮ້າຍກາດທີ່ສຸດ, ອາເມລິກາໄດ້ຖິ້ມລະເບີດທຳລາຍພາກເໜືອຂອງຫວຽດນາມຢ່າງໜັກໜ່ວງ. ເວລານັ້ນບໍ່ທັນມີໂຮງຮຽນ ຈຶ່ງຈຳຕ້ອງໄດ້ລີ້ໄພຢູ່ນຳປະຊາຊົນ ເປັນເວລາ 2 ປີ. ມາເຖິງປີ 1970 ຈຶ່ງມີໂຮງຮຽນ, ພວກຂ້ອຍຈຶ່ງໄດ້ຍ້າຍເຂົ້າໄປຢູ່ໃນໂຮງຮຽນ. ຂ້ອຍເລີ່ມຮຽນຫ້ອງ ປ1 ຄືນໃໝ່, ໃນເມື່ອກ່ອນເວລາຢູ່ບ້ານຂ້ອຍຮຽນຈົບ ປ ແລ້ວ ໝາຍຄວາມວ່າຈົບຊັ້ນປະຖົມແລ້ວ. ເຖິງປີ 1974 ຂ້ອຍຮຽນຈົບມັດທະຍົມຕອນຕົ້ນ ແຕ່ບໍ່ມີມັດທະຍົມຕອນປາຍ ຈຶ່ງໄດ້ຍ້າຍໂຮງຮຽນໄປຮຽນຢູ່ໂຮງຮຽນສາມັນພູດອຍເລກ II ຮ່າບັກ.

ຜູ້ຂຽນພາລູກສາວຮຽນຢູ່ ນະຄອນຣາຍຟອງ ໄປຢາມພໍ່ແມ່ຮັກ ໃນປີ 2013.

ປີ 1977 ຂ້ອຍໄດ້ຮຽນຈົບມັດທະຍົມຕອນປາຍຢູ່ທີ່ນີ້. ເມື່ອຮຽນຈົບມັດທະຍົມຕອນປາຍແລ້ວກໍໄດ້ກັບຄືນປະເທດ ເພື່ອໃຫ້ລັດຖະບານຊັບຊ້ອນໄປຮຽນຕາມແຜນຂອງລັດຖະບານ. ໝູ່ຄູ່ສວນຫຼາຍທີ່ຮຽນຈົບລຸ່ນດຽວກັນ ສ່ວນຫຼາຍແມ່ນຖືກຊັບຊ້ອນໄປຮຽນຢູ່ໃນບັນດາປະເທດສັງຄົມນິຍົມເອີໂຣບຕາເວັນອອກເກືອບໝົດ,ຍັງແຕ່ຂ້ອຍພ້ອມດ້ວຍໝູ່ຄູ່ອີກສອງສາມຄົນ ຖືກໃຫ້ກັບຄືນຫວຽດນາມເພື່ອຮຽນຕໍ່ ແຕ່ຊໍ້າພັດແມ່ນຂະແໜງສ້າງຄູ. ຂ້ອຍເຂົ້າມະຫາວິທະຍາໄສ້າງຄູເລກໜຶ່ງ ຮ່າໂນ້ຍ ໃນປີ 1977 ແລະ ຈົບປີ 1981.

ຫຼັງຈາກນັ້ນຂ້ອຍໄດ້ກັບຄືນມາຄົ້ນຄ້ວາເອົາປະລິນຍາໂທ ແລະ ເອກແຕ່ປີ 1989 – 1996 ຢູ່ທີ່ມະຫາວິທະຍາໄລ ເລກ I ບ່ອນທີ່ຂ້ອຍຮຽນໃນເມື່ອກ່ອນ, ເວລານີ້, ຂ້ອຍໝັ່ນເມືອຢາມພໍ່ແມ່ຮັກຢູ່ທີ່ ຕາແສງ ດາວຊ້າ, ເມືອງແທັງຖຸຍ ແຂວງ ວິງຟູ້ ຢູ່ເປັນປະຈຳ. ໃນເວລາທີ່ຂ້ອຍຍັງເຮັດວຽກຢູ່ພະແນກການຕ່າງປະເທດ ແຂວງວຽງຈັນ ຂ້ອຍໝັ່ນໄດ້ໄປໄດ້ມາຫວຽດນາມເປັນປະຈຳ ໂດຍສະເພາະແມ່ນບັນດາແຂວງແຮກສ່ຽວເຊັ່ນ: ຮາຍຟອງ, ຮາຍເຢືອງ, ເຫງະອານ ແລະ ອຽນບາຍ. ເທື່ອໃດທີ່ໄດ້ໄປແຂວງອຽນບາຍ ຂ້ອຍມັກຈະແວ່ຢາມພໍ່ແມ່, ເທື່ອໃດບໍ່ທັນແວ່ ກໍໂທໃຫ້ພວກນ້ອງເຂົາມາຕ້ອນຢູ່ແຄມທາງ ຮຶງຮວາ ແລ້ວ ກໍເອົາຂອງຕ້ອນຂອງຝາກໃຫ້ພໍ່ແມ່.

ແຕ່ນັ້ນມາເຖິງປັດຈຸບັນບໍ່ໄດ້ຮັບຂ່າວຄາວຄອບຄົວພໍ່ແມ່ ແລະນ້ອງນຸ່ງເລີຍ. ຈະໂທຫາກໍບໍ່ໄດ້ ເພາະເບີໂທລະສັບທີ່ພວກນ້ອງໃຫ້ນັ້ນກໍໂທບໍ່ໄດ້ອີກແລ້ວ. ຂ້ອຍຍັງມີຄວາມຫວັງວ່າ ມີມື້ໃດມື້ໜຶ່ງຂ້ອຍຄົງມີໂອກາດໄດ້ພົບກັບຄອບຄົວພໍ່ແມ່ອີກ. ຂ້ອຍຢາກຝາກຄວາມຫວັງກັບສື່ມວນຊົນຂອງຫວຽດນາມຈົ່ງໄດ້ຊ່ວຍອອກຂ່າວບັດຂຽນນີ້ຂອງຂ້າພະເຈົ້າໃຫ້ແດ່ ເພື່ອຝາກຄວາມຖາມຂ່າວຫາພໍ່ແມ່./.

(ຄຳແກ້ວ ວົງພິລາ)
;

ຜູ່ອ່ານອາດຈະສົນໃຈ

ຄຳເຫັນຂອງຜູ້ອ່ານ
ຊື່ ແລະ ນາມສະກຸນ:
ອີເມວ :
ເນື້ອໃນ :
   
 
 
 
 
   
Mobile
TieuDe
ລະຫັດລັບ :  
ສົ່ງ
  Hiển thị    kết quả / trang
Không tìm thấy bản ghi nào
Scroll