ຍສໝ - ຫວ່າງເບື້ອງຕົ້ນນີ້, ຄະນະຜູ້ແທນ ໂດຍທ່ານ Kohdayar Marri ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ປະຈຳ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ນະຄອນ ເກີນເທີ, ແລກປ່ຽນກ່ຽວກັບທ່າແຮງການຊຸກຍູ້ການຮ່ວມມືດ້ານການຄ້າ ລະຫວ່າງ ສອງຝ່າຍ ພາຍໃນໄລຍະຈະມາເຖິງ.
ຍສໝ - ຫວ່າງເບື້ອງຕົ້ນນີ້, ຢູ່ທີ່ສຳນັກງານສູນກາງພັກ, ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການ ໄດ້ຕ້ອນຮັບຄະນະຜູ້ແທນ ພັກປະຊາທິປະໄຕ ເສລີ ຍີ່ປຸ່ນ (LDP) ໂດຍທ່ານ Hagiuda Koichi ຜູ້ຮັກສາການເລຂາທິການໃຫຍ່ ເປັນຫົວໜ້າຄະນະ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ຫວຽດນາມ ຕັ້ງແຕ່ວັນທີ 20-23 ກໍລະກົດ ປີ 2026.
ຍສໝ - ໃນຕອນເຊົ້າວັນທີ 20 ກໍລະກົດ, ຢູ່ທີ່ແຂວງ ຕາມກີ່, ສູນສົ່ງເສີມການເກສັດ ນະຄອນ ດານັງ ໄດ້ໄຂຊຸດແລກປ່ຽນບົດຮຽນ ແລະ ຝຶກອົບຮົມຖ່າຍທອດຄວາມກ້າວໜ້າທາງດ້ານວິທະຍາສາດເຕັກນິກການເກສັດ ໃຫ້ແກ່ຄະນະພະນັກງານວິຊາການ ແຂວງ ເຊກອງ (ລາວ). ການເຄື່ອນໄຫວນີ້ ໄດ້ປະກອບສ່ວນເພີ່ມທະວີການຮ່ວມມືທາງດ້ານວິຊາສະເພາະ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງສອງທ້ອງຖິ່ນ.
ຍສໝ - ຫວ່າງມໍ່ໆມານີ້ ຢູ່ທີ່ຮາໂນ້ຍ, ທ່ານ ເລຮວາຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ Moctar Al Housseynou Lam, ລັດຖະມົນຕີ, ເລຂາໃຫຍ່ລັດຖະບານ ໂມຣິຕານີ ໄດ້ຮ່ວມແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ສາຍພົວພັນສອງຝ່າຍ, ພາຍໃນນັ້ນ ໄດ້ເອົາໃຈໃສ່ເຂົ້າໃນການຂຸດຄົ້ນທ່າແຮງບົ່ມຊ້ອນການຮ່ວມມື ພາຍໃນຂົງເຂດກະສິກຳ, ໂທລະຄົມມະນາຄົມ, ການຂຸດຄົ້ນບໍ່ແຮ່ ແລະ ບາງຂົງເຂດວຽກງານທີ່ສອງຝ່າຍມີທ່າແຮງຮ່ວມກັນ.
ຍສໝ - ຕອນບ່າຍວັນທີ 17 ກໍລະກົດ, ຢູ່ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ເລຮວາຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບເຈລະຈາກັບ ທ່ານ George Gerapetritis, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກຣັກ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປ ຫວຽດນາມ ຢ່າງເປັນທາງການ. ສອງຝ່າຍໄດ້ຮ່ວມແລກປ່ຽນບັນດາມາດຕະການ ແນໃສ່ນຳພາສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຫວຽດນາມ - ເກຣັກ ໃຫ້ນັບມື້ນັບໄດ້ຮັບການພັດທະນາເຂົ້າສູ່ລວງເລິກ, ມີຄວາມແທດຕົວຈິງ ແລະ ມີປະສິດທິຜົນສູງຍິ່ງຂຶ້ນ.
ຍສໝ - ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ໄດ້ເນັ້ນໜັກວ່າ ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ທີ່ໄດ້ລົງນາມກັນໃນປີ 1977 ແມ່ນໄດ້ຊ່ວຍໃຫ້ສອງປະເທດຜ່ານຜ່າທຸກສິ່ງທ້າທາຍ, ທັງເປັນການສ້າງພື້ນຖານອັນໜັກແໜ້ນ ເພື່ອນຳພາສາຍພົວພັນສອງຝ່າຍໃຫ້ໄດ້ຮັບການພັດທະນາເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ຍສໝ - ວັນທີ 10 ກໍລະກົດ, ທ່ານ ເລແມັງເກືອງ, ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດອຸດສາຫະກຳ - ພະລັງງານແຫ່ງຊາດ ຫວຽດນາມ (Petrovietnam) ໄດ້ມີການຕ້ອນຮັບ ແລະ ພົບປະເຮັດວຽກຮ່ວມກັບ ທ່ານ Jim Nickel, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ການາດາ ປະຈຳ ຫວຽດນາມ.
ຍສໝ - ໃນວັນທີ 13 ກໍລະກົດ, ທ່ານ ງວຽນແມັງຮຸ່ງ, ປະທານຄະນະກຳມະການປະຊາຊົນນະຄອນ ດານັງ ໄດ້ເປັນປະທານໃນການຕ້ອນຮັບທ່ານນາງ Nasly Isabel Bernal Prado, ເອກອັກຄະລັດຖະທູດ ຈີເລ ປະຈຳ ຫວຽດນາມ ພ້ອມດ້ວຍຄະນະປະຕິບັດງານ. ຢູ່ທີ່ການຕ້ອນຮັບ, ສອງຝ່າຍໄດ້ຮ່ວມກັນແລກປ່ຽນກ່ຽວກັບທ່າແຮງບົ່ມຊ້ອນໃນການຮ່ວມມືໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນພາຍໃນບັນດາຂົງເຂດ: ການຄ້າ, ການລົງທຶນ, Logistics. ນະວັດຕະກຳ, ການທ່ອງທ່ຽວ, ການພົບປະແລກປ່ຽນວັດທະນະທຳ ແລະ ກະສິກຳເຕັກໂນໂລຊີສູງ.
ຍສໝ - ໃນວັນທີ 13 ກໍລະກົດ ຢູ່ທີ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ປະສານສົມທົບກັບ ສະຖານເອກອັກຄະລັດຖະທູດ ນິກາຣາກວາ ປະຈຳ ຫວຽດນາມ ຈັດຕັ້ງການພົບປະມິດຕະພາບ ເພື່ອສະເຫຼີມສະຫຼອງວັນໄຊຊະນະການປະຕິວັດປະຊາຊົນ ຊານດິນິສຕາ ຄົບຮອບ 47 ປີ (19 ກໍລະກົດ 1979 - 19 ກໍລະກົດ 2026). ນີ້ແມ່ນຄັ້ງທຳອິດ ທີ່ທັງສອງອົງການຮ່ວມມືກັນຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງດັ່ງກ່າວຂຶ້ນຢູ່ທີ່ນະຄອນຫຼວງຮ່າໂນ້ຍ, ປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຂະຫຍາຍການພົບປະແລກປ່ຽນລະຫວ່າງປະຊາຊົນ ແລະ ຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳລະຫວ່າງສອງປະເທດ.
ຍສໝ - ໃນຕອນເຊົ້າວັນທີ 6 ກໍລະກົດ, ຢູ່ທີ່ ຮ່າໂນ້ຍ, ທ່ານນາງ ເລີມທິເຟືອງແທງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໄດ້ມອບຫຼຽນກາລະນຶກ "ເພື່ອພາລະກິດວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ" ໃຫ້ແກ່ທ່ານ Saadi Salama ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງລັດປາເລັសຕິນ ປະຈຳ ຫວຽດນາມ.
ຍສໝ - ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ Perth, ເຄືອຂ່າຍພອນສະຫວັນ ຫວຽດນາມ - ອົດສະຕຣາລີ (AVTN) ແລະ Global Trade Connection ຫາກໍປະກາດໂຄງການ Vietnamese Culture Day 2026 – ສີສັນບ້ານເກີດເມືອງນອນ, ເຊິ່ງແມ່ນເຫດການວັດທະນະທຳຊຸມຊົນຂະໜາດໃຫຍ່ທີ່ສຸດຂອງຄົນ ຫວຽດນາມ ຢູ່ ພາກຕາເວັນຕົກຂອງອົດສະຕຣາລີ. ໂຄງການຄາດຄະເນວ່າຈະຈັດຂຶ້ນພາຍໃນວັນທີ 7/11/2026 ຢູ່ທີ່ Forrest Place, ໃຈກາງເມືອງ Perth.
ຍສໝ - ຕອບສຳພາດຕໍ່ ວາລະສານ ຍຸກສະໄໝ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ຟີລິບປິນ ຄົບຮອບ 50 ປີ (12/7/1976 - 12/7/2026), ທ່ານ Francisco Noel R. Fernandez III ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ ຖືວ່າ, ການຍົກລະດັບສາຍພົວພັນຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດທີ່ໄດ້ຮັບການເພີ່ມທະວີ ໄດ້ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນຂອງສອງຝ່າຍພາຍໃນການສືບຕໍ່ຍົກລະດັບການແລກປ່ຽນ ແລະ ການຮ່ວມມືພາຍໃນບັນດາຂົງເຂດການເມືອງ, ເເສດຖະກິດ, ວັດທະນະທຳ, ຜ່ານນັ້ນນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ແລະ ວິສາຫະກິດຂອງສອງປະເທດ.
ຍສໝ - ເຄືອຂ່າຍນະວັດຕະກຳ ແລະ ປັນຍາຊົນ ຫວຽດນາມ ຢູ່ ໄຕ້ຫວັນ (VIN Taiwan) ຫາກໍປະສານງານກັບ ສູນນະວັດຕະກຳແຫ່ງຊາດ (NIC) ແລະ ໂຄງການທຶນການສຶກສາ INTENSE ຈັດຕັ້ງການພົບປະຊຸມຊົນປັນຍາຊົນ ຫວຽດນາມ ຢູ່ ໄຕ້ຫວັນ (ຈີນ) 2026. ນີ້ແມ່ນເຫດການເຊື່ອມຕໍ່ ແລະ ພົບປະແລກປ່ຽນປະຈຳປີຂະໜາດໃຫຍ່ ຂອງຊຸມຊົນປັນຍາຊົນ ຫວຽດນາມ ທີ່ພວມຮ່ອງຮຽນ, ຄົ້ນຄວ້າ ແລະ ເຮັດວຽກຢູ່ ໄຕ້ຫວັນ.
ຍສໝ - ວັນທີ 3 ກໍລະກົດ 2026, ຢູ່ທີ່ສຳນັກງານສະຫະພັນເສດຖະກິດ Kyukeiren, ທ່ານນາງ ຈິ້ງທິມາຍເຟືອງ ທ່ານກົງສຸນໃຫຍ່ ຫວຽດນາມ ປະຈຳ Fukuoka (ປະເທດຍີ່ປຸ່ນ) ໄດ້ມີພິທີເຮັດວຽກຮ່ວມກັບ ທ່ານ Kazuhiro Ikebe ປະທານ Kyukeiren ແນໃສ່ແລກປ່ຽນບັນດາທິດທາງເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ການລົງທຶນ ແລະ ເຊື່ອມຕໍ່ວິສາຫະກິດ ລະຫວ່າງ ຫວຽດນາມ ແລະ ເຂດ ຄີວຊູ.
ຍສໝ - ວັນທີ 3 ກໍລະກົດ 2026 ຢູ່ທີ່ ສຳນັກງານກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ທ່ານ ຕ້າກວາງດົງ ລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳ, ກิລາ ແລະ ການທ່ອງທ່ຽວ ໄດ້ຕ້ອນຮັບ ແລະ ເຮັດວຽກຮ່ວມກັບ ຄະນະຜູ້ແທນລັດ Hessen (ປະເທດເຢຍລະມັນ) ໂດຍແມ່ນທ່ານ Kambiz Ghawami, ປະທານອົງການສະໜັບສະໜູນມະຫາວິທະຍາໄລໂລກ ເຢຍລະມັນ ເປັນຫົວໜ້າຄະນະ.
ຍສໝ - ພາຍໃຕ້ຄຳເຊີນຂອງກະຊວງການຕ່າງປະເທດ Nigeria, ນັບຕັ້ງແຕ່ວັນທີ 29-30 ມິຖຸນາ, ທ່ານ ເລແອງຕວນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີການເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ທີ່ນະຄອນຫຼວງ Abuja ຂອງ ປະເທດ Nigeria.
ຍສໝ - ໃນຕອນບ່າຍວັນທີ 30 ມິຖຸນາ, ທ່ານ ດົ່ງວັນແທັງ , ກຳມະການຄະນະບໍລິຫານງານສູນກາງພັກ, ຮອງເລຂາປະຈຳການຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ເກີນເທີ ພ້ອມດ້ວຍບັນດາຮອງປະທານສະພາປະຊາຊົນນະຄອນ ໄດ້ຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງ ຈຳປາສັກ (ລາວ) ໂດຍແມ່ນທ່ານ ອາລຸນໄຊ ສູນນະລາດ, ກຳມະການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ເລຂາຄະນະພັກແວງ, ປະທານສະພາປະຊາຊົນແວງ ຈຳປາສັກ ເປັນຫົວໜ້າຄະນະ ເຂົ້າຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ນະຄອນ ເຈິ່ນເທີ.
ຍສໝ - ຕອນບ່າຍວັນທີ 29 ມິຖຸນາ, ຢູ່ທີ່ ຮ່າໂນ້ຍ, ພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດ ໄດ້ຕ້ອນຮັບພົນຕີ Ibrahim Nasser Mohammed Al Alawi, ທຸຕິຍະລັດຖະມົນຕີກະຊວງປ້ອງກັນຊາດ ບັນດາປະເທດ ເອມິເລດ ອາຣັບ ເອກະພາບ (UAE) ທີ່ພວມມາຢ້ຽມຢາມ ແລະ ເຮັດວຽກ ຢູ່ທີ່ ຫວຽດນາມ.
ຍສໝ - ສືບຕໍ່ແຜນງານການເຄື່ອນໄຫວວຽກງານຢູ່ທີ່ ຊູແອັດ, ນັບຕັ້ງແຕ່ວັນທີ 25-27 ມິຖຸນາ, ຄະນະຜູ້ແທນກະຊວງຍຸຕິທຳ ຫວຽດນາມ ໂດຍທ່ານນາງ ຫງວຽນແທັງງອກ ຮອງລັດຖະມົນຕີກະຊວງຍຸຕິທຳ ເປັນຫົວໜ້າຄະນະ ໄດ້ເດິນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ບູນກາລີ.
ຍສໝ - ວັນທີ 26 ມິຖຸນາ, ພາຍໃນຂອບເຂດການເດີນທາງໄປເຄື່ອນໄຫວວຽກງານເຂົ້າຮ່ວມເວທີປາໄສນິຕິກຳສາກົນ Saint Petersburg ຄັ້ງທີ XIV, ທ່ານ ຫວາງແທັງຕຸ່ງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ເຮັດວຽກຮ່ວມກັບການນຳຄະນະພົວພັນຕ່າງປະເທດ Saint Petersburg ແລະ ຕາງໜ້າອົງການກົດໝາຍຂອງນະຄອນ. ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມືອັນແທ້ຈິງລະຫວ່າງ Saint Petersburg ກັບບັນດາທ້ອງຖິ່ນ, ອົງການ, ຈັດຕັ້ງຂອງ ຫວຽດນາມ, ປະກອບສ່ວນເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນຣັດເຊຍ ເລິກເຊິ່ງຂຶ້ນຕື່ມ.