ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ໄດ້ຈັດຂຶ້ນແຕ່ວັນທີ 19-25 ມັງກອນ 2026. ທ່ານນາງ ດາວຮົ່ງລານ ກຳມະການສູນກາງພັກ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຂ່າວເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດມະຕິເລກທີ 72-NQ/TW ລົງວັນທີ 9 ກັນຍາ 2025 ຂອງກົມການເມືອງ, ພ້ອມກັບວິທີແກ້ໄຂທີ່ສຳຄັນເພື່ອແກ້ໄຂບັນຫາທີ່ຕິດຂັດມາດົນນານໃນຂະແໜງສາທາລະນະສຸກ, ໂດຍໄດ້ປ່ຽນຈາກແນວຄິດ "ປິ່ນປົວ" ໄປສູ່ການດູແລສຸຂະພາບທີ່ຮອບດ້ານຕະຫຼອດວົງຈອນຊີວິດ, ໂດຍຖືປະຊາຊົນເປັນໃຈກາງ.
ຍສໝ - ທ່ານນາງ ເຈິ່ນເຟືອງລຽນ, ຫົວໜ້າຜູ້ຕາງໜ້າຂອງ REI (ອາເມລິກາ) ປະຈຳຫວຽດນາມ, ໄດ້ປະເມີນວ່າ ການປ່ຽນແປງໃນທາງບວກໃນຂົງເຂດສາທາລະນະສຸກ ແລະ ການສຶກສາ ພວມປະກອບສ່ວນຢ່າງຫຼວງຫຼາຍຕໍ່ການຍົກສູງບົດບາດ ແລະ ຊື່ສຽງຂອງຫວຽດນາມໃນເວທີສາກົນ. ວິທີການພັດທະນາທີ່ເນັ້ນໃສ່ປະຊາຊົນເປັນໃຈກາງ ໄດ້ປັບປຸງຄຸນນະພາບຊີວິດພາຍໃນປະເທດ ແລະ ເຮັດໃຫ້ຫວຽດນາມມີຄວາມໜ້າສົນໃຈຫຼາຍຂຶ້ນສຳລັບການຮ່ວມມືສາກົນ.
ຍສໝ - ໃນວັນທີ 27 ມິຖຸນານີ້, ຢູ່ມະຫາວິທະຍາໄລແພດສາດ ແລະ ການຢາ ໄທບິ່ງ ໄດ້ຈັດພິທີປະດັບຫຼຽນໄຊແຮງງານຊັ້ນ 1 ໂດຍທ່ານປະທານປະເທດ ສປປ ລາວ ມອບ.
ຍສໝ - ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ການປ່ຽນແປງຂອງດິນຟ້າອາກາດ ແລະ ພະຍາດຄື COVID-19 ແມ່ນໜຶ່ງໃນບັນດາມາດຕະການແບບຍືນຍົງຂອງຮູບແບບການພັດທະນາໃນໂລກໃນທຸກວັນນີ້. ດ້ວຍເຫດນັ້ນ, ມັນສະແດງໃຫ້ເຫັນວ່າ, ແມ່ນຄວາມຈຳເປັນອັນຮີບດ່ວນທີ່ຈະສຸມແຫຼ່ງກຳລັງເພື່ອຮັບມືກັບສິ່ງທ້າທາຍແບບຍືນຍົງໃນອະນາຄົດ.
ຕອນບ່າຍວັນທີ 1 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ ໄດ້ມີການພົບປະເຮັດວຽກກັບນັກວິທະຍາສາດ, ບັນດາສາດສະດາຈານ, ທ່ານໝໍ, ການນຳ, ອະດີດການນຳບັນດາໂຮງໝໍ, ມະຫາວິທະຍາໄລ, ສະຖາບັນຄົ້ນຄ້ວາການແພດ-ການຢາ, ຜູ້ຕາງໜ້າສະພາວິທະຍາສາດ ແລະ ບັນດາອົງການຄຸ້ມຄອງວິທະຍາສາດຂະແໜງສາທາລະນະສຸກ ຈຳນວນ 70 ຄົນ. ເຂົ້າຮ່ວມທາງອອນລາຍຢູ່ສະຖານທີ່ນະຄອນໂຮ່ຈິມິນ ມີທ່ານຮອງນາຍົກລັດຖະມົນຕີ ວູ້ດຶກດາມ.
ທ້າຍເດືອນ ພະຈິກ 2020 ຜ່ານມາ, ຢູ່ກະຊວງສາທາລະນະສຸກ ນະຄອນຫລວງວຽງຈັນ ໄດ້ມີພິທີເຊັນ ບົດບັນທຶກການຮ່ວມມື ໃນຂະແໜງການສາທາລະນະສຸກ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ເຄໂສ ທາເກວາກະ, ເອກອັກຄະລາຊະທູດ ຍີ່ປຸ່ນປະຈໍາ ສປປ ລາວ ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ແລະ ທ່ານ ຮສ. ດຣ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງ ສາທາລະນະສຸກ ແຫ່ງ ສປປ ລາວ, ເຊິ່ງບົດບັນທຶກດັ່ງກ່າວນີ້, ລາວ ແລະ ຍີ່ປຸ່ນຈະສົ່ງເສີມການຮ່ວມມື ໃນຂະແໜງການພັດທະນາ ຊັບພະຍາ ກອນມະນຸດ, ການເງິນເພື່ອສຸຂະພາບ, ການບໍລິການ ແລະ ການປັບປຸງຄຸນະພາບການປິ່ນປົວ, ກົງຈັກການຄຸ້ມຄອງ ສາທາລະນະສຸກ ແລະ ການບໍລິຫານ ແລະ ລະບົບຂໍ້ມູນ ດ້ານສຸຂະພາບ.
ຍສໝ - ທ່ານຮອງລັດຖະມົນຕີ ບຸ່ຍວັນນາມ ຮຽກຮ້ອງໃຫ້ອະນຸກຳມະການອາຊຽນດ້ານຄວາມໝັ້ນຄົງ - ສາທາລະນະສຸກ ອາຊຽນ 2020 ຕ້ອງເປັນເອກະພາບໃນການຮັບຮູ້ກ່ຽວກັບການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພດ້ານສຸຂະອະນາໄມມີຄວາມສຳຄັນ ແລະ ຮີບດ່ວນທີ່ສຸດ.
ຍສໝ - ວັນທີ 22 ກັນຍາ ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ບັນດາປະເທດເພີ່ມຄ່າໃຊ້ຈ່າຍ ໃນການຮັກສາສຸຂະພາບຂັ້ນຕົ້ນຂຶ້ນຕືື່ມອີກ ໜ້ອຍສຸດບໍ່ໃຫ້ຫຼຸດ 1% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ເພື່ອຂະຫຍາຍຂອບເຂດການປະກັນໄພສຸຂະພາບ ແລະ ຊ່ວຍເຫຼືອຄົນເຈັບທີ່ມີຖານະຍາກຈົນ.
ຍສໝ - ໃນຕອນເຊົ້າວັນທີ 29 ສິງຫາ 2019, ກອງປະຊຸມລັດຖະມົນຕີ ສາທາລະນະສຸກ ອາຊຽນ ຄັ້ງທີ 14 ໄດ້ໄຂຂຶ້ນ ຢູ່ ນະຄອນຊຽມຣຽບ ປະເທດ ກຳປູເຈຍ.
ເມື່ອບໍ່ດົນມານີ້, ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນກອງປະຊຸມປຶກສາຫາລືການປັບປຸງຄຸນນະພາບການບໍລິການ ໂດຍ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ເປັນປະທານ ແລະ ມີຫົວໜ້າກົມ ຮອງກົມ ຜູ້ຕາງໜ້າຈາກທະນາຄານພັດທະນາອາຊີ ພະແນກສາທາລະນະສຸກແຂວງ ພ້ອມກັນພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພິທີລົງນາມສັນຍາກ່ຽວກັບການສະໜັບສະໜູນທາງການເງິນໃຫ້ເຄືອບໍລິສັດ ບາງກອກເຊນ ຮອສປີໂທ ຈຳກັດ (ມະຫາຊົນ) ສຳລັບການກໍ່ສ້າງໂຮງໝໍກະເສມຣາດ ອິນເຕີເນຊັນແນວ ວຽງຈັນ ຈັດຂຶ້ນວັນທີ 14 ມີຖຸນາ 2019 ຢູ່ນະຄອນຫຼວງວຽງຈັນ.
ເມື່ອມໍ່ໆມານີ້, ທີ່ນະຄອນຫລວງວຽງຈັນ, ກະຊວງສາທາລະນະສຸກໄດ້ຈັດກອງປະຊຸມ ສະຫລຸບ-ຖອດຖອນບົດຮຽນ ການຜັນຂະຫຍາຍຍຸດທະສາດ ປະຕິຮູບສາທາລະນະສຸກ ຢູ່ຂັ້ນແຂວງ ໃນປີ 2018 ຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ.
ຍສໝ - ອະນຸກຳມະການປ້ອງກັນຄວາມສະຫງົບ-ສາທາລະນະສຸກອາຊຽນ 2020 ມີໜ້າທີ່ໃນການຊີ້ນໍາ ແລະ ຈັດຕັ້ງປະຕິບັດບັນດາວຽກງານຕ່າງໆເພື່ອຮັບປະດັນດ້ານຄວາມສະຫງົບ, ສາທາລະນະສຸກ ປີ ອາຊຽນ 2020.
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ປະຈຳ ປີ 2018 ແລະ ວາງທິດທາງແຜນການປີ 2019 ໄດ້ຈັດຂຶ້ນໃນວັນທີ 26 ກຸມພານີ້, ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາ ລະນະສຸກ, ມີບັນດາຮອງລັດຖະ ມົນຕີ, ຫົວໜ້າກົມ-ຮອງກົມ, ແຂກຖືກເຊີນ ທີ່ກ່ຽວຂ້ອງເຂົ້າຮ່ວມ.