ຍສໝ - ໃນປີ 2024, ຫຼວງພະບາງ (ລາວ) ໄດ້ຕ້ອນຮັບນັກທ່ອງທ່ຽວ 2,3 ລ້ານເທື່ອຄົນ, ເພີ່ມຂຶ້ນ 1,2 ລ້ານເທື່ອຄົນ ເມື່ອທຽບໃສ່ປີ 2023, ສ້າງລາຍຮັບທີ່ບັນລຸໄດ້ປະມານ 1,2 ຕື້ USD. ເພື່ອເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນປີ 2024, ອຳນາດການປົກຄອງແຂວງ ຫຼວງພະບາງ ໄດ້ວາງແຜນກຳນົດຫຼາຍວິທີການ ເພື່ອດຶງດູດນັກທ່ອງທ່ຽວມາທ້ອງຖິ່ນນີ້ໃນປີ 2025.
ຍສໝ - ບົດລາຍງານຂອງ ສູນຄົ້ນຄວ້າເສດຖະກິດຍີ່ປຸ່ນ (JCER) ຕີລາຄາຜົນກະທົບຂອງພະຍາດໂຄວິດ-19 ແລະຄາດຄະເນຄວາມກ້າວໜ້າຂອງບັນດາພື້ນຖານເສດຖະກິດອາຊີເມື່ອທຽບໃສ່ພື້ນຖານເສດຖະກິດອື່ນໃນໂລກ. ຫວຽດນາມ ຈະກາຍເປັນປະເທດມີລາຍຮັບສະເລ່ຍສູງໃນປີ 2023, ດ້ວຍລາຍຮັບສະເລ່ຍໃສ່ຫົວຄົນປະມານ 11.000 ໂດລາສະຫະລັດ.
ຕາມທະນາຄານໂລກ (WB) ແລ້ວ, ລາຍຮັບພາຍໃນຂອງລາວໃນປີ 2020 ຈະຫລຸດລົງມາເປັນ 10,2% ຂອງ GDP, ປີທີ່ຜ່ານມາ ແມ່ນ 13,5%. ສິ່ງດັ່ງກ່າວອາດຈະເຮັດໃຫ້ການຂາດດຸນງົບປະມານຢູ່ໃນລະດັບ 7,6% ຂອງ GDP, ທຽບໃສ່ລະດັບຄາດໝາຍ ໃນປີ 2019 ແມ່ນ 5,1%.
ໄລ່ຮອດຈຸດເວລານີ້, ວິສາຫະກິດສ່ວນຫຼາຍລ້ວນແຕ່ປະຕິບັດການດັດປັບເງິນເດືອນຕາມການກຳນົດ, ສະນັ້ນ ລະດັບເງິນເດືອນ, ລາຍຮັບຂອງຜູ້ອອກແຮງງານຈຶ່ງໄດ້ເພີ່ມຂຶ້ນ.
ສຳລັບປີ 2020 ແມ່ນຈະສືບຕໍ່ສູ້ຊົນແກ້ໄຂ ບັນຫາຄວາມຫຍຸ້ງຍາກ ທາງດ້ານງົບປະມານ ແລະຫັນປ່ຽນໃໝ່ ໂດຍກ້າວເຂົ້າສູ່ ການປະຕິຮູບ ການຄຸ້ມຄອງການເງິນພາກລັດຢ່າງຕັ້ງໜ້າ, ຫັນເປັນທັນສະໄໝຢ່າງທັນການ ແລະ ກວ້າງຂວາງ, ເຮັດໃຫ້ການເກັບລາຍຮັບ ແລະ ປະຕິບັດລາຍຈ່າຍງົບປະ ມານມີປະສິດທິຜົນ ແລະ ເຂັ້ມງວດຂຶ້ນກວ່າເກົ່າ, ແນໃສ່ເຮັດໃຫ້ເສດຖະກິດແຫ່ງຊາດ ເຕີບໂຕຕາມ ຄາດໝາຍ ວາງໄວ້ຢ່າງໜ້ອຍ 6,5%.
ກອງປະຊຸມການຈັດຕັ້ງປະຕິບັດວຽກງານການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຂອງຂະແໜງສ່ວຍສາອາກອນ ແລະ ບາງວຽກຈຸດສຸມໃນ 5 ເດືອນທ້າຍປີ 2019 ຈັດຂຶ້ນວັນທີ 14 ສິງຫາ 2019 ທີ່ກົມສ່ວຍສາອາກອນ ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ມີທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ທ່ານຫົວໜ້າສ່ວຍສາອາກອນນະຄອນຫຼວງ ບັນດາຫົວໜ້າ-ຮອງຫົວໜ້າສ່ວຍສາອາກອນ ປະຈຳ 9 ຕົວເມືອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງສ່ວຍສາອາກອນເຂົ້າຮ່ວມ.
ກະຊວງການເງິນຈັດກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 7 ສະໄໝທີ II ຂຶ້ນວັນທີ 13 ກຸມພາ 2019 ທີ່ກະຊວງຂອງຕົນ ໂດຍເປັນປະທານຂອງສະຫາຍ ສົມດີ ດວງດີ ກຳມະການສູນກາງພັກ ເລຂາຄະນະພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ມີຮອງເລຂາ ຄະນະພັກຄະນະປະຈຳພັກ ຄະນະພັກ ແລະ ເລຂາຄະນະພັກຮາກຖານເຂົ້າຮ່ວມ.
ການຈັດເກັບລາຍຮັບສ່ວຍສາອາກອນທົ່ວປະເທດສຳລັບປີ 2018 ໄດ້ບັນລຸ 93,14 ສ່ວນຮ້ອຍຂອງແຜນການປີ, ຊຶ່ງເທົ່າກັບ 10,8 ຕື້ກີບ, ໃນຂະນະຕົວເລກແຜນການປີທີ່ຕັ້ງໄວ້ແມ່ນ 11,6 ຕື້ກີບ.