ການເກັບລາຍຮັບສ່ວຍສາອາກອນທົ່ວປະເທດບັນລຸ 93,14 ສ່ວນຮ້ອຍ

00:54 | 13/05/2019

ການຈັດເກັບລາຍຮັບສ່ວຍສາອາກອນທົ່ວປະເທດສຳລັບປີ 2018 ໄດ້ບັນລຸ 93,14 ສ່ວນຮ້ອຍຂອງແຜນການປີ, ຊຶ່ງເທົ່າກັບ 10,8 ຕື້ກີບ, ໃນຂະນະຕົວເລກແຜນການປີທີ່ຕັ້ງໄວ້ແມ່ນ 11,6 ຕື້ກີບ.

ການເກັບລາຍຮັບສ່ວຍສາອາກອນທົ່ວປະເທດບັນລຸ 93,14 ສ່ວນຮ້ອຍ

ກອງປະຊຸມວຽກງານສ່ວຍສາອາກອນທົ່ວປະເທດປະຈຳປີ 2018 ແລະ ທິດທາງ ປີ 2019

ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ​ກະຊວງການເງິນກ່າວໃນກອງປະຊຸມວຽກງານສ່ວຍສາອາກອນທົ່ວປະເທດປະຈຳປີ 2018 ທີ່ ນະຄອນຫລວງວຽງຈັນ, ໃນວັນທີ 14 -15 ມັງກອນ 2019 ນີ້ວ່າ: ວຽກງານສ່ວຍສາອາກອນແມ່ນມີບົດບາດສຳຄັນທີ່ສຸດໃນລະບົບການເງິນແຫ່ງລັດ ເພາະເຮັດໜ້າທີ່ຂຸດຄົ້ນບັນດາແຫລ່ງລາຍຮັບເຂົ້າງົບປະມານເພື່ອຕອບສະໜອງໃຫ້ແກ່ການເບີກຈ່າຍງົບປະມານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຢູ່ສປປ ລາວ, ລາຍຮັບສ່ວຍສາອາກອນໄດ້ກວມເອົາຫລາຍກວ່າເຄິ່ງໜຶ່ງຂອງລາຍຮັບງົບປະມານທັງໝົດ, ເຊິ່ງໃນແຕ່ລະປີກໍມີ ລັກສະນະເພີ່ມຂຶ້ນ ແລະ ໃນປີ 2018 ກໍມີຫລາຍແຂວງທີ່ປະຕິບັດການເກັບລາຍຮັບໄດ້ດີເດັ່ນລື່ນຕົວເລກແຜນການທີ່ວາງໄວ້ເປັນຕົ້ນແມ່ນແຂວງຜົ້ງສາລີ, ບໍ່ແກ້ວ, ຫົວພັນ ແລະ ວຽງຈັນ ສາມາດປະຕິບັດໄດ້ລື່ນແຜນການ 20-24%. ໃນຂະນະດຽວກັນແຂວງຫລວງພະບາງ, ຫລວງນ້ຳທາ, ອຸດົມໄຊ, ຊຽງຂວາງ, ໄຊສົມບູນ ແລະ ແຂວງບໍລິຄຳໄຊກໍປະຕິບັດໄດ້ລື່ນແຜນການ 1-9%.

ທັງໝົດນີ້, ແມ່ນຍ້ອນມີການຊີ້ນໍາ, ນຳພາອັນຖືກຕ້ອງຂອງຄະນະພັກຂັ້ນຕ່າງໆບວກກັບຄວາມຕັດສິນໃຈອັນເດັດດ່ຽວຂອງພະນັກງານສ່ວຍສາອາກອນທຸກທົ່ວໜ້າ, ໄດ້ຮັບການຮ່ວມມືທີ່ດີ ແລະ ປະສານສົມທົບອັນແໜ້ນແຟ້ນກັບບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ສິ່ງສຳຄັນແມ່ນຍ້ອນສະຕິການຕື່ນຕົວໃນການປະຕິບັດພັນທະຕໍ່ລັດຂອງຜູ້ດຳເນີນທຸລະກິດ, ປະຊາຊົນບັນດາເຜົ່າທີ່ໄດ້ມອບພັນທະໃຫ້ລັດຖືກຕ້ອງ, ຄົບຖ້ວນ ແລະ ທັນກຳນົດເວລາ. ເຖິງແນວໃດກໍຕາມກໍຍັງມີບາງແຂວງທີ່ບໍ່ທັນສາມາດບັນລຸເປົ້າໝາຍທີ່ວາງໄວ້, ຊຶ່ງຈະຕ້ອງໄດ້ເອົາໃຈໃສ່ຕື່ມ ແລະ ອອກແຮງແກ້ໄຂໃນຕໍ່ໜ້າເປັນຕົ້ນແມ່ນກົງຈັກການຈັດຕັ້ງຍັງບໍ່ທັນຮັບປະກັນໄດ້ຢ່າງເຕັມສ່ວນທາງດ້ານຄຸນນະພາບເພື່ອຮອງຮັບກັບການຈັດຕັ້ງປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່, ມີບາງຂະແໜງການຂອງລັດຄຸ້ມຄອງລາຍຮັບຄ່າທຳນຽມ, ຄ່າບໍລິການເຮັດຍັງບໍ່ທັນໄດ້ດີຈຳນວນໜຶ່ງຍັງບໍ່ທັນຖືກຈັດເກັບ ຫລື ເກັບແລ້ວແຕ່ບໍ່ມອບເຂົ້າງົບປະມານຢ່າງຄົນຖ້ວນ ແລະ ບັນຫາອື່ນໆອີກ.

ໂອກາດນີ້, ທ່ານ ພູທະນູເພັດ ໄຊສົມບັດ ກໍໄດ້ຮຽກຮ້ອງມາຍັງບັນດາຜູ້ແທນທຸກທົ່ວໜ້າຈົ່ງເຊີດຊູຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງ, ສຸມສະຕິປັນຍາ ແລະ ຄວາມຄິດເຂົ້າໃສ່ການຄົ້ນຄິດບັນຫາທີ່ເລິກເຊິ່ງເຖິງຖອງ, ຖືກຕ້ອງ, ພາວະວິໃສ ແລະ ປະກອບສ່ວນໃຫ້ກອງປະຊຸມຄັ້ງນີ້, ຊຶ່ງເປັນເວທີແຫ່ງການແລກປ່ຽນນຄວາມຮູ້ ແລະ ປະສົບການໂດຍສະເພາະການປັບປຸງກົງຈັກການຈັດຕັ້ງໃຫ້ໄປຕາມແຜນການສ້າງພະນັກງານນຳພາ-ຄຸ້ມຄອງ, ຮັບປະກັນການສ້າງພະນັກງານສືບທອດປ່ຽນແທນໃຫ້ມີປະສິດທິພາບ, ສ້າງຄວາມເຂັ້ມແຂງທາງດ້ານຄວາມຮູ້ຄວາມສາມາດ ແລະ ເພີ່ມທະວີຄວາມຮູ້ທາງດ້ານການເມືອງໃຫ້ພະນັກງານ-ລັດຖະກອນຢ່າງເປັນລະບົບ, ການສ້າງຈິດສຳນຶກຕໍ່ສັງຄົມໃຫ້ເປັນມິດຕໍ່ກັບການເສຍພັນທະຕໍ່ພະນັກງານສ່ວຍສາອາກອນ ຄື ປາກັບນ້ຳ, ລວມທັງການປະຕິຮູບການຄຸ້ມຄອງລາຍຮັບສ່ວຍສາອາກອນໃຫ້ທັນສະໃໝເທື່ອລະກ້າວ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ