ຍສໝ - ວັນທີ 28 ກຸມພາ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີປະກາດໂຄງການ “ຮັບອຸປະກອນເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມໂດຍ ຍີ່ປຸ່ນ ອຸປະຖຳໃຫ້ສູນກະທຳລະເບີດແຫ່ງຊາດ ຫວຽດນາມ (VNMAC)”. ໂດຍເຂົ້າຮ່ວມພິທີມີທ່ານພົນໂທ ຮ່ວາງຊວນຈ໋ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າອົງການຜູ້ປະຈຳຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການແກ້ໄຂຜົນຮ້າຍລະເບີດ ແລະ ສານພິດເຄມີຫຼັງສົງຄາມຢູ່ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki.
ມະນະພະຍາຍາມເພື່ອໃຫ້ຫວຽດນາມ ບໍ່ມີມົນລະພິດລະເບີດຈາກລູກລະເບີດໝາກມິນ
ຍສໝ-ນັບມາຮອດປະຈຸບັນ, ເນື້ອທີ່ທີ່ຖືກມົນລະພິດຈາກລະເບີດ ໄດ້ຫຼຸດລົງຍັງເຫຼືອ 5.600.000 ເຮັກຕາ. ນີ້ແມ່ນຂໍ້ມູນ ທີ່ໄດ້ຍົກອອກໃນກອງປະຊຸມສະຫຼຸບບັນດາການເຄື່ອນໄຫວສື່ມວນຊົນ ແລະ ມອບລາງວັນໃນການປະກວດ “ຍົກສູງຄວາມຮັບຮູ້ເພື່ອຫຼີກລ່ຽງອຸປະຕິເຫດຂອງລູກລະເບີດ, ວັດຖຸລະເບີດ ທີ່ຕົກຄ້າງຈາກສົງຄາມຢູ່ຫວຽດນາມ”, ແລະ ຕອບສະໜອງວັນໂລກຍົກສູງຄວາມຮັບຮູ້ເພື່ອຫຼີກລ່ຽງອຸປະຕິເຫດຂອງລູກລະເບີດ 2022. ກອງປະຊຸມໄດ້ດຳເນີນໃນວັນທີ 16 ມິຖຸນາ ຢູ່ຮ່າໂນ້ຍ.
ພິທີລົງນາມສັນຍາສະໜອງທຶນຊ່ວຍເຫຼືອ ໂຄງການສະໜັບສະໜູນຂະແໜງການ ແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໄລຍະປີ 2019-2022 ມູນຄ່າ 5,5 ລ້ານໂດລາສະຫະລັດ ຫຼື ປະມານ 47,75 ຕື້ກີບ ຈັດຂຶ້ນວັນທີ 14 ພຶດສະພາ 2019 ຢູ່ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ບຸນເພັງ ສີສະຫວັດ ຮັກສາການຫົວໜ້າຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ).
ຫວ່າງແລ້ວນີ້, ກະຊວງການຕ່າງປະເທດ ຮ່ວມກັບຄະນະກຳມະການກາແດງສາກົນ (ICRC) ປະຈຳລາວ ຈັດສຳມະນາກ່ຽວກັບລະເບີດຝັງດິນ ລະເບີດລູກຫວ່ານ ແລະ ສິ່ງເສດເຫຼືອຕົກຄ້າງຈາກສົງຄາມຂຶ້ນ ຢູ່ ນະຄອນຫຼວງວຽງຈັນ.
ຍສໝ - ໃນວັນທີ 21 ເມສາ ເກີດເຫດການໂຈມຕີດ້ວຍລະເບີດຫລາຍແຫ່ງຢູ່ສີລັງກາເຮັດໃຫ້ມີຜູ້ເສຍຊີວິດຫຼາຍຮ້ອຍຄົນ.