ບັນດາລຸ້ນນັກສຶກສາ ຫວຽດນາມ ຢູ່ ລັດເຊຍ - ຂົວເຊື່ອມຕໍ່ມິດຕະພາບ

ບັນດາລຸ້ນນັກສຶກສາ ຫວຽດນາມ ຢູ່ ລັດເຊຍ - ຂົວເຊື່ອມຕໍ່ມິດຕະພາບ

​ຍສໝ - ຫວ່າງແລ້ວນີ້, ຢູ່ ​ຮ່າ​ໂນ້ຍ, ກ່າວ​ຄຳ​ປາໄສ​ທີ່​ການ​ພົບ​ປະ​ກັບ​ການ​ນຳ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ​ລັດ​ເຊຍ ​ແລະ ບັນດາ​ລຸ້ນອະດີດນັກສຶກສາ ຫວຽດນາມ ທີ່​​ຮ່ຳຮຽນ​ຢູ່ ລັດ​ເຊຍ ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ເປັນ​ເຈົ້າພາບ, ທ່ານ​ປະທານາທິບໍດີ ​ສະຫະພັນ​ ລັດ​ເຊຍ Vladimir Putin ຫວັງ​ວ່າ ​ບັນດາ​ລຸ້ນອະດີດນັກສຶກສາ ຫວຽດນາມ ຈະ​ສືບ​ຕໍ່​​ເປັນ​ຂົວເຊື່ອມ​ຕໍ່​ເພື່ອໃຫ້​ລຸ້ນໜຸ່ມ ​ຫວຽດນາມ ມີຄວາມ​ເຂົ້າ​ໃຈ​ ລັດ​ເຊຍ​ ໄດ້ແຈ້ງກວ່າອີກ, ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ກອງປະຊຸມອະລິຍະທໍາອາຊີມຸ່ງເນັ້ນການແລກປ່ຽນ ແລະ ແບ່ງປັນ

ກອງປະຊຸມອະລິຍະທໍາອາຊີມຸ່ງເນັ້ນການແລກປ່ຽນ ແລະ ແບ່ງປັນ

ກອງປະຊຸມປຶກສາຫາລືອະລິຍະທໍາອາຊີໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 15 ພຶດສະພາ 2019 ນີ້ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງປັກກິ່ງ ສປ ຈີນໂດຍໃຫ້ກຽດເຂົ້າຮ່ວມພິທີເປີດຂອງ ທ່ານ ສີ ຈິ້ນ ຜີງ ປະທານປະເທດແຫ່ງ ສປ ຈີນ, ສະເພາະຄະນະຜູ້ແທນລາວນໍາໂດຍ ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມບັນດາປະມຸກລັດ ແລະ ຄະນະຜູ້ແທນຈາກອາຊີ 47 ປະເທດ, ອົງການຈັດພາກລັດ-ສາກົນ ແລະ ປະເທດອື່ນໆກ່ຽວຂ້ອງເຂົ້າຮ່ວມປະມານ 2.000 ຄົນ ເຊິ່ງກອງປະຊຸມຄັ້ງນີ້ພາຍໃຕ້ຫົວຂໍ້ແລກປ່ຽນອະລິຍະທໍາຮ່ວມກັນ ແລະ ແບ່ງປັນຊຸມຊົນແຫ່ງອະນາຄົດໂດຍຜູ້ເຂົ້າໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນ, ຄວາມເຂົ້າໃຈ ແລະ ແບ່ງປັນປະສົບການຄວາມຫລາກດ້ານອະລິຍະທໍາ, ຂະນົບທໍານຽມ ຮີດຄອງປະເພນີ, ວັດທະນະທໍາ, ການສຶກສາ, ທ່ອງທ່ຽວ ແລະ ອື່ນໆ.