ຍສໝ - ໂຮງຮຽນມັດທະຍົມຕອນຕົ້ນ ທົງເຍີດ (ເອກະພາບ) ໂດຍແຂວງ ກວາງບິ່ງ ມອບດ້ວຍຍອດຈຳນວນເງິນລົງທຶນ 25 ຕື້ດົ່ງ ໄດ້ກໍ່ສ້າງໃນເນື້ອທີ່ດິນເກືອບ 3.500 ຕາແມັດ ໂດຍຄະນະກຳມະການອຳນາດການປົກຄອງແຂວງ ຄຳມ່ວນ (ລາວ) ມອບໃຫ້ສະມາຄົມຊາວຫວຽດນາມ ອາໄສຢູ່ ແຂວງນີ້. ນີ້ແມ່ນໜຶ່ງໃນບັນດາສັນຍາລັກແຫ່ງນ້ຳໃຈສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ເເໜ້ນແຟ້ນລະຫວ່າງ 2 ແຂວງ ກວາງບິ່ງ - ຄຳມ່ວນ.
ຍສໝ - ວັນທີ 29 ມິຖຸນາ, ຢູ່ນະຄອນ ດົງເຫີຍ, ຄະນະຜູ້ແທນຂັ້ນສູງແຂວງ ກວາງບິ່ງ (ຫວຽດນາມ) ແລະ ແຂວງຄໍາມ່ວນ (ລາວ) ໄດ້ພົບປະເຈລະຈາ ແລະ ລົງນາມໃນບົດບັນທຶກຮ່ວມມື. ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ-ຄວາມປອດໄພ ແລະຊາຍແດນແມ່ນບັນດາຂົງເຂດທີ່ສອງຝ່າຍຫວັງວ່າ ຈະຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ.
ຍສໝ - ຕອນເຊົ້າວັນທີ 23 ພຶດສະພາ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ແລະ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ກວາງບິ່ງ ໄດ້ຈັດພິທີມອບຮັບ, ໄວ້ອາໄລ ແລະ ເຮັດພິທີທາງສາສະໜາ 16 ອັດຖິນັກຮົບອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ໄດ້ກັບຄືນບ້ານເກີດ ແລະ ຝັງທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ບ່າຢົກ (ໂບ໋ແຈັກ, ກວາງບິ່ງ).
ຍສໝ - ຄະນະກຳມະການປະຊາຊົນແຂວງກວາງບິ່ງ ໄດ້ອອກມະຕິສະບັບເລກທີ 1116/QD-UBND ລົງວັນທີ 3 ພຶດສະພາ 2024 ກ່ຽວກັບການຮັບຮອງເອົາໂຄງການກໍ່ສ້າງຕົວແບບໂຮງຮຽນອະນຸບານ K-ing ຢູ່ຕາແສງຊາຍແດນ ຈ້ອງຮວາ (ເມືອງ ມິງຮວາ) ໂດຍອົງການ Peace Trees ຫວຽດນາມ (PTVN) ອຸປະຖຳ.
ຍສໝ - ຄະນະປະຕິບັດງານຂອງ 02 ແຂວງ ກວາງບິ່ງ, ດົ່ງນາຍ (ຫວຽດນາມ) ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຈຳປາສັກ (ລາວ) ແລະ ແຂວງ Kampong Thom (ກຳປູເຈຍ) ເນື່ອງໃນໂອກາດບຸນປີໃໝ່ລາວ ແລະ ບຸນ Chol chnam Thmay.
ຍສໝ - ຫວ່າງມໍ່ໆນີ້ ອົງການຊ່ວຍເຫຼືອເດັກນ້ອຍສາກົນ ປະຈຳ ຫວຽດນາມ (Save the Children) ໄດ້ອຸປະຖຳໂຄງການເຄື່ອງບັນເທົາທຸກໃຫ້ບັນດາທ້ອງຖິ່ນທີ່ປະສົບໄພທຳມະຊາດ, ຄອບຄົວທຸກຍາກ, ມີສະພາບການຫຍຸ້ງຍາກ ແລະ ນັກຮຽນທຸກຍາກແຂວງ ກວາງບິ່ງ ດ້ວຍຈຳນວນເງິນກວ່າ 800 ລ້ານດົ່ງ.
ຍສໝ-ຫວ່າງແລ້ວນີ້, ທີ່ນະຄອນ ດົງເຮີຍ, ຄະນະຜູ້ແທນຊາຍແດນສອງແຂວງ ກວາງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ໄດ້ດຳເນີນການພົບປະເຈລະຈາ ແລະ ເຊັນບົດບັນທຶກຮ່ວມມື. ຜ່ານນັ້ນ, ກໍປະກອບສ່ວນເຂົ້າໃນການປົກປັກຮັກສາ, ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງແຂວງ ກວາງບິ່ງ ແລະ ແຂວງສະຫວັນນະເຂດ.
ຫວ່າງແລ້ວນີ້, ຢູ່ເມືອງທ່າແຂກ (ແຂວງຄຳມ່ວນ, ລາວ), ຄະນະປະຕິບັດງານພິເສດ ແຂວງກວາງບິ່ງ ແລະແຂວງຄຳມ່ວນ ໄດ້ດຳເນີນການພົບປະເຈລະຈາເຫັນດີເປັນເອກະພາບຕໍ່ບັນດາແຜນນະໂຍບາຍ ແລະມາດຕະການສົມທົບກັນຊອກຄົ້ນ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນບໍລິເວນແຂວງຄໍາມ່ວນ.
ຫວ່າງແລ້ວນີ້, ຢູ່ດ່ານສາກົນຈໍຫລໍ-ນາເພົ້າ, ກອງບັນຊາການຕໍາຫຼວດແຂວງກວາງບິ່ງ ສສ ຫວຽດນາມ ໄດ້ນຳເອົາອຸປະກອນການແພດ ແລະເງິນຈຳນວນໜຶ່ງມາມອບໃຫ້ກອງບັນນຊາການ ປກສ ແຂວງຄຳມ່ວນ ເພື່ອປະກອບສ່ວນຊ່ວຍເຫລືອເຂົ້າໃນວຽກງານຕ້ານ ແລະສະກັດກັ້ນພະຍາດໂຄວິດ-19 ກ່າວມອບໂດຍ ທ່ານ ພັນເອກພິເສດ ຟານດັງຕີ໊ງ ຮອງຫົວໜ້າກອງບັນຊາການຕຳຫລວດແຂວງກວາງບິ່ງ ແລະ ກ່າວຮັບໂດຍທ່ານ ພັນໂທ ຄຳສິງ ນົນທະສອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ທະຫານລາວ-ຫວຽດນາມ ປຶກສາຫາລື ແລະ ເອກະພາບກັນ ກ່ຽວກັບວິທີການຕ້ານ ແລະ ສະກັດກັ້ນການເຄື່ອນໄຫວຂອງກຸ່ມຄົນບໍ່ດີທີ່ຢູ່ລຽບຕາມຊາຍແດນ.
ຍສໝ - ເມື່ອມໍ່ໆມານີ້, ຢູ່ເທດສະບານແຂວງທ່າແຂກ, ແຂວງຄໍາມ່ວນ, ປະເທດລາວ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນແຂວງກວາງບີ່ງ ໂດຍທ່ານພັນເອກພິເສດ ຫງວຽນວັນຖ້ຽນ, ຫົວໜ້າກອງບັນຊາການ ເປັນຫົວໜ້າຄະນະໄດ້ດໍາເນີນການພົບປະເຈລະຈາ ຄັ້ງທີ 12 ກັບກອງບັນຊາການ ປກສ ແຂວງຄໍາມ່ວນ.
ພະແນກພາຍໃນ ແຂວງຄຳມ່ວນ ນຳໂດຍ ທ່ານ ນາງ ແສງມະນີ ອິນທະລັງສີ ກໍາມະການພັກແຂວງ, ຫົວໜ້າພະແນກ ພາຍໃນແຂວງ ໄດ້ພົບປະ ແລກປ່ຽນ ບົດຮຽນ ກັບ ທ່ານ ເຈິ່ນ ດິ່ງ ຢິງ ກໍາມະການພັກແຂວງ, ຫົວໜ້າພະແນກ ພາຍໃນ ແຂວງກວາງບິ່ງ ສສ ຫວຽດນາມ ນໍາ ພ້ອມຄະນະ ໃນວັນທີ 13 ພຶດສະພາ 2019 ຢູ່ແຂວງຄຳມ່ວນ ເຊິ່ງການພົບປະຄັ້ງນີ້ ສອງຝ່າຍ ຕ່າງກໍໄດ້ແຈ້ງສະພາບ ການເຄື່ອນໄຫວ ວຽກງານວິຊາສະເພາະ ຂອງຕົນ ໃຫ້ກັນຊາບ ພ້ອມທັງ ໄດ້ມີການປຶກສາ ຫາລືວຽກງານ ການພົວພັນ ຮ່ວມມື ເຊິ່ງກັນ ແລະ ກັນໃນຕໍ່ໜ້າ, ພ້ອມກັນນີ້, ກໍໄດ້ມີເຊັນບົດບັນທຶກຊ່ວຍຈໍາຮ່ວມກັນ ເຊິ່ງສອງຝ່າຍເຫັນດີ ເປັນເອກະພາບກັນ ກ່ຽວກັບ ບັນດາເນື້ອໃນ ທີ່ໄດ້ຄົ້ນຄວ້າ, ແລກປ່ຽນບົດຮຽນ ວຽກງານ ຂອງຂະແໜງ ພາຍໃນ ໃຫ້ມີປະສິດທິພາບ ຕໍ່ໄປເລື້ອຍໆ ເພື່ອຮັບໃຊ້ວຽກງານພັດທະນາ ຮ່ວມກັນຂອງສອງແຂວງ.
ເມືອງບົວລະພາ ເພີ່ມທະວີຮັດແໜ້ນຄວາມສາມັກຄີ ລະຫວ່າງ ກັນກັບ ເມືອງມີງຮົ່ວ ສສ ຫວຽດນາມ.
ກອງປະຊຸມພົບປະລະຫວ່າງຄະນະຜູ້ແທນຂັ້ນສູງແຂວງຄໍາມ່ວນ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງແຂວງກວາງບິ່ງ ສສ ຫວຽດນາມແມ່ນໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 08 ເມສາ 2019 ຢູ່ທີ່ເຮືອນຮັບແຂກເລກ 01 ຂອງແຂວງເຊິ່ງຝ່າຍແຂວງຄໍາມ່ວນນໍາໂດຍສະຫາຍ ສົມໃຈ ເພັດສີນວນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ , ສ່ວນຝ່າຍແຂວງກວາງບິ່ງນໍາໂດຍສະຫາຍ ເຈີນ ກົງ ຖ້ວດ ຮອງເລຂາຜູ້ປະຈໍາການຄະນະບໍລິຫານງານພັກແຂວງ ,ປະທານຄະນະກໍາມະການປະຊາຊົນແຂວງ ຫົວໜ້າຄະນະຜູ້ແທນສະພາແຂວງກວາງບິ່ງ .