|
ສະຫາຍ ດ໋ວນງ໋ອກຫຼຳ ເລຂາພັກເມືອງ ເມືອງມິງຮົ່ວ ແຂວງ ກວາງບິ່ງ ສສ ຫວຽດນາມ ມອບຂອງຂວັນໃຫ້ແກ່ ແຂວງຄຳມ່ວນ.
ຈຸດປະສົງໃນການເຄື່ອນໄຫວພົບປະຢ້ຽມຢາມ ຂອງຄະນະການນຳເມືອງ ມິງຮົ່ວ ໃນຄັ້ງນີ້ ກໍ່ເພື່ອອວຍພອນປີ ໃໝ່ລາວ ປະຈຳປີ ພສ 2562 ໃຫ້ກັບ ຄະນະການນຳເມືອງບົວລະພາ ເພື່ອເພີ່ມທະວີຮັດແໜ້ນຄວາມສາມະຄີລະ ຫວ່າງ 2 ເມືອງຕິດຈອດກັນ ເຊິ່ງໃນໂອກາດທີ່ການນຳ ເມືອງມີງຮົ່ວ ສສ ຫວຽດນາມ ເຄື່ອນໄຫວພົບປະຢ້ຽມຢາມ ໃນຄັ້ງນີ້ ສະຫາຍ ປອ. ແກ້ວອຸດອນ ບຸດສິງຂອນ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ຢ່າງອົບອຸ່ນຕໍ່ການມາຢ້ຽມຢາມ ຂອງ ສະຫາຍ ດ໋ວນງ໋ອກຫຼຳ ເລຂາພັກເມືອງ ເມືອງມິງຮົ່ວ ສສຫວຽດນາມ ພ້ອມຄະນະ, ເຊິ່ງການມາຢ້ຽມ ຢາມ ຂອງ ຄະນະການນຳເມືອງມິງຮົ່ວໃນຄັ້ງນີ້ ທ່ານເຈົ້າເມືອງ ເມືອງບົວລະພາ ພ້ອມດ້ວຍການນຳພາຍໃນເມືອງ ຍັງໄດ້ນຳພາທ່ຽວຊົມ ຖ້ຳນ້ຳລອດເຊບັ້ງໄຟ ເຊີ່ງເປັນແຫລ່ງທ່ອງທ່ຽວ ທີ່ມີຄວາມສວຍສົດງົດງາມ ຂອງເມືອງບົວລະພາ ອີກດ້ວຍ.
(ແຫຼ່ງຂໍ້ມູນ: Khammouane News)