|
ມອບຫລຽນກາອິດສະຫລະ ຊັ້ນ III ໃຫ້ ສະຫາຍ ເຈິ່ນ ກວັກ ຕໍ
ຕາມການລາຍງານຂອງການເຮັດວຽກ, ສາຍພົວພັນຂອງສອງແຂວງ ຖາຍງວຽນ ແລະ ຫລວງພະບາງ ໄດ້ມີການກໍ່ສ້າງສາຍພົວພັນມາໄດ້ເປັນເວລາ 9 ປີ (2010-2019), ເຊິ່ງສອງແຂວງໄດ້ມີການຢ້ຽມຢາມ ແລະ ເຮັດວຽກຮ່ວມກັນທັງຫມົດ 7 ຄັ້ງ, ແລະ ໄດ້ມີການຈົດບົດບັນທຶກຮ່ວມກັນ 2 ຄັ້ງ. ແຂວງ ຖາຍງວຽນ ໄດ້ຊ່ວຍ ແຂວງ ຫລວງພະບາງ ກໍ່ສ້າງນັກຮຽນ 229 ຄົນ, ລວມມູນຄ່າຫລາຍກ່ວາ 43 ຕື້ດົ່ງ. ປາໄສໃນງານພົບປະ, ການນຳແຂວງຖາຍງວຽນ ໄດ້ໃຫ້ຮູ້ເຖິງຂໍ້ມູນກ່ຽວກັບສະພາບການການພັດທະນາທາງດ້ານເສດຖະກິດ-ສັງຄົມ, ວຽກງານການກໍ່ສ້າງພັກ, ວຽກງານກໍ່ສ້າງລະບົບການເມືອງ.
ພິເສດແມ່ນບັນດາທ່າແຮງ, ຈຸດພິເສດຂອງແຂວງທີ່ທັງສອງຝ່າຍສາມາດຮ່ວມມື. ພ້ອມດຽວກັນນັ້ນທາງແຂວງກໍໄດ້ຕົກລົງເຫັນດີສືບຕໍ່ຊ່ວຍເຫລືອໃນການກໍ່ສ້າງນັກສຶກສາລາວ ແລະ ເລັ່ງໃຫ້ສຳເລັດບັນດາເອກະສານທີ່ຈະສະຫນັບສະຫນູນ 7 ຕື້ດົ່ງ ເຂົ້າໃນການກໍ່ສ້າງໂຄງການມິດຕະພາບກ່ຽວກັບການສຶກສາໃນຈຳນວນ 10 ຫ້ອງຮຽນ. ຕາມແຜນການຈະໄດ້ເລີ່ມຕົ້ນຊ້າສຸດແມ່ນຕົ້ນເດືອນ ສິງຫາ ທີ່ໄກ້ຈະມາຮອດນີ້ແມ່ນຈະໄດ້ມອບໃຫ້ແກ່ແຂວງຫລວງພະບາງ. ນີ້ແມ່ນວຽກງານທີ່ຈະເຮັດຢ່າງແທ້ຈິງເພື່ອແນໃສ່ຮັກສາເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນດີງາມຂອງປະຊາຊົນສອງຊາດ ຫວຽດນາມ-ລາວ ກໍຄືສາຍພົວພັນລະຫວ່າງສອງແຂວງ ຖາຍງວຽນ-ຫລວງພະບາງ.
ທ່ານ ຄຳຂັນ ທະວີສຸກ, ຄະນະກຳມະທິການສູນກາງພັກປະຊາຊົນປະຕິວັດລາວ, ເລຂາພັກແຂວງ, ເຈົ້າແຂວງໆຫລວງພະບາງ ມີຄວາມຄາດຫວັງວ່າໃນເວລາຕໍ່ຫນ້າ, ອີງໃສ່ບັນດາທ່າແຮງ, ຈຸດພິເສດຂອງແຂວງ, ແລະ ເນື້ອໃນຈິດໃຈທີ່ໄດ້ເຊັນສັນຍາຮ່ວມກັນ, 2 ແຂວງຈະສ້າງເງື່ອນໄຂຂໍ້ສະດວກໃຫ້ບັນດາເມືອງ, ບ້ານ ຮ່ວມມືພັດທະນາ.
|
ມອບຫລຽນກາມິດຕະພາບໃຫ້ 6 ພາກສ່ວນຄະນະ
ໂດຍໄດ້ຮັບການອະນຸຍາດຂອງທ່ານນາຍົກລັດທະມົນຕີແຫ່ງສາທະລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ທ່ານ ຄຳຂັນ ທະວີສຸກ ໄດ້ມອບ ຫລຽນກາອິດສະຫລະ ຊັ້ນ II ແກ່ທ່ານ ເຈີ່ນ ກວັກ ຕໍ, ຄະນະກຳມະທິການສູນກາງພັກ, ເລຂາພັກແຂວງ, ຫົວໜ້າຄະນະ ຜູ້ແທນສະພາແຫ່ງຊາດແຂວງ; ມອບຫຼຽນກາອິດສະຫລະ ຊັ້ນ III ໃຫ້ທ່ານ ຫຍື ວັນ ເຕິມ, ຄະນະກຳມະທິການ ຄະນະປະຈໍາພັກແຂວງ, ຮອງປະທານຜູ້ປະຈໍາການຄະນະກຳມະການປະຊາຊົນແຂວງ; ມອບຫລຽນກາມິດຕະພາບ ໃຫ້ 6 ພາກສ່ວນຄະນະ ແລະ 11 ບຸກຄົນ ທີ່ມີຜົນງານ, ປະກອບສ່ວນກໍ່ສ້າງບຸກຄະລາກອນໃຫ້ແກ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະກອບສ່ວນສຳຄັນໃນວຽກງານ ເສີມຂະຫຍາຍ ສາຍພົວພັນມິດຕະພາບ, ສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.
(ໄຊພອນ)