|
ບັນຍາກາດທີ່ການເຮັດວຽກ.(ພາບ: TTXVN)
ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນຂັ້ນສູງແຂວງອຸດົມໄຊ ຢູ່ ແຂວງຮ່ານາມ ໃນຄັ້ງນີ້ ແມ່ນແນໃສ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຮັດແໜ້ນຄວາມສາມັກຄີ ລະຫວ່າງ ສອງປະເທດ ຫວຽດນາມ - ລາວ ເວົ້າລວມ ແລະ ລະຫວ່າງສອງແຂວງ ອຸດົມໄຊ-ຮ່ານາມ ເວົ້າສະເພາະ. ທີ່ກອງປະຊຸມພົບປະ, ທ່ານ ເຈືອງ ມີງ ຮ໋ຽນ ຮອງເຈົ້າແຂວງໆຮ່ານາມ ໄດ້ແນະນໍາໂດຍຫຍໍ້ກ່ຽວກັບສະພາບການ-ການພັດທະນາ ເສດຖະກິດ - ສັງຄົມ ແຂວງຮ່ານາມ ໃຫ້ແກ່ຄະນະຜູ້ແທນຂັ້ນສູງແຂວງອຸດົມໄຊ ຮັບຊາບ.
ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນຂັ້ນສູງແຂວງອຸດົມໄຊ ຢູ່ ແຂວງຮ່ານາມ ໃນຄັ້ງນີ້ ຍັງແມ່ນກາລະໂອກາດອັນດີເພື່ອໃຫ້ບັນດາພະແນກ, ຂະແໜງການຂອງແຂວງອຸດົມໄຊ ໄດ້ຮຽນຮູ້ ແລະ ແລກປ່ຽນປະສົບການ ໃນການພັດທະນາ ເສດຖະກິດ-ສັງຄົມ. ທ່ານເຈົ້າແຂວງໆອຸດົມໄຊ ກໍ່ມີຄວາມມຸ່ງຫວັງວ່າແຂວງຮ່ານາມ ຈະເພີ່ມທະວີການພົບປະແລກປ່ຽນ ແລະ ການຮ່ວມມື ໃນຂົງເຂດບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ແນະນໍານັກລົງທຶນແຂວງຮ່ານາມ ໄປລົງທຶນ ຢູ່ ແຂວງອຸດົມໄຊ, ໂດຍສະເພາະແມ່ນຂະແໜງປູກຝັງ, ລ້ຽງສັດ; ເພີ່ມທະວີການຮ່ວມມືພັດທະນາການທ່ອງທ່ຽວ ແລະ ອື່ນໆ.
(ໄຊພອນ)