|
ຄະນະຜູ້ແທນຂັ້ນສູງແຂວງອຸດົມໄຊ ຢ້ຽມຢາມ ແລະ ເຮັດວຽກ ກັບແຂວງນາມດີ້ງ. (ພາບ:baonamdinh.com.vn)
ກ່າວຄໍາເຫັນທີ່ການຕ້ອນຮັບ, ສະຫາຍ ດວ່ານ ຮົ່ງ ຝອງ, ເລຂາພັກແຂວງນາມດີ້ງ ໄດ້ເນັ້ນໜັກວ່າ: ການຢ້ຽມຢາມ ມິດຕະພາບ ກັບແຂວງນາມດີ້ງ ຂອງຄະນະຜູ້ແທນຂັ້ນສູງແຂວງອຸດົມໄຊ ໃນຄັ້ງນີ້ໄດ້ສະແດງໃຫ້ເຫັນມິດຕະພາບ ແລະ ມູນເຊື້້ອການພົວພັນ, ຄວາມໄກ້ສິດກັນ ຂອງຄະນະພັກ, ອໍານາດການປົກຄອງ, ປະຊາຊົນສອງແຂວງຄື: ອຸດົມໄຊ ແລະ ນາມດີ້ງ. ຈາກນັ້ນ, ເຮັດໃຫ້ມີການພົວພັນສາມັກຄີເພີ່ມທະວີ, ມິດຕະພາບ, ການຮ່ວມມືຮອບດ້ານ ລະຫວ່າງ ການນໍາ ແລະ ປະຊາຊົນສອງແຂວງ ຫຼາຍຂື້ນກວ່າເກົ່າ. ນອກຈາກນັ້ນ, ສະຫາຍ ດວ່ານ ຮົ່ງ ຝອງ ກໍ່ໄດ້ລາຍງານສະພາບການໂດຍຫຍໍ້ ກ່ຽວກັບຜົນງານການຈັດຕັ້ງປະຕິບັດ ພາລະກິດສ້າງສາ ເສດຖະກິດ - ສັງຄົມ ແຂວງນາມດີ້ງ ໃນປີ 2018 ແລະ ຕົ້ນປີ 2019 ໃຫ້ຄະນະຜູ້ແທນຂັ້ນສູງແຂວງອຸດົມໄຊ ໄດ້ຮັບຊາບ.
ທີ່ການຕ້ອນຮັບ, ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ຢັ້ງຢືນເຖິງຄວາມໝາຍ-ຄວາມສໍາຄັນ, ຂອງສາຍພົວພັນມິດຕະພາບ-ການຮ່ວມມື ຂອງແຂວງ ນາມດີ້ງ ແລະ ອຸດົມໄຊ ເຊິ່ງທີ່ໄດ້ສ້າງສາ, ເພີ່ມພູນຄູນສ້າງໃນຊຸມປີຜ່ານມາ; ສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບ, ສາມັກຄີ ແລະ ການຮ່ວມມືຮອບດ້ານ ຂອງສອງແຂວງ ບົນພື້ນຖານການຮ່ວມມືຢ່າງສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ; ຕັ້ງໜ້າໃນການປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ ແລະ ລາວ ເກີດດອກອອກຜົນ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.
(ໄຊພອນ)