ຄະນະພະນັກງານແຂວງ ເຊກອງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງ ກອນຕູມ ສສ ຫວຽດນາມ

14:28 | 03/06/2019

ທ້າຍເດືອນທີ່ຜ່ານມາ, ສະຫາຍ ເລ ຫງັອກ ຕວນ ກຳມະການຄະນະປະຈຳ ພັກແຂວງ, ຮອງປະທານຜູ້ປະຈຳການກຳມະການປະຊາຊົນແຂວງ ຕ້ອນຮັບ ຄະນະພະນັກງານແຂວງ ເຊກອງ ( ສປປ ລາວ) ໂດຍທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວໆ ເປັນຫົວໜ້າຄະນະ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງ ກອນຕຸມ.


ຄະນະພະນັກງານແຂວງ ເຊກອງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງ ກອນຕູມ ສສ ຫວຽດນາມ

ສະຫາຍ ເລ ຫງັອກ ຕວນ - ຮອງປະທານຜູ້ປະຈຳການ-ກະມະການທະຫານປະຊາຊົນແຂວງ ຕ້ອນຮັບ ແລະ ເຮັດວຽກ ກັບຄະນະພະນັກງານແຂວງເຊກອງ. (ພາບ: ຮົ່ງລາມ)

ທີ່ການຕ້ອນຮັບ ສະຫາຍ ເລ ຫງັອກ ຕວນ ໄດ້ສັງເກດຕີລາຄາຄືນ ບັນການ-ການເຄື່ອນໄຫວຮ່ວມມືຂອງສອງແຂວງ, ທ່ານ ຢືນຢັນວ່າ: ບົນພື້ນຖານຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືຮອບດ້ານ ຂອງພັກ, ລັດຖະບານ ແລະ ປະຊາຊົນ ສອງປະເທດ ໄດ້ສະຫຼະເຮື່ອແຮງກໍ່ສ້າງ ໃນຊຸມປີທີ່ຜ່ານມາ, ແຂວງກອນຕູມ ແລະ ແຂວງເຊກອງ ໄດ້ຮ່ວມມືຮັດແໜ້ນ ໃນຫຼາຍຂົງເຂດ, ນັບມື້ນັບມີຄວາມແໜ້ນແຟ້ນ, ໝັ້ນແກ່ນຍິ່ງຂື້ນ.

ສະຫາຍ ເລ ຫງັອກ ຕວນ ເນັ້ນໜັກວ່າ: ສຶກສາທິການ - ບຳລຸງສ້າງ ຍາມໃດກໍ່ເປັນຂະແໜງທີ່ນຳໜ້າໃນຂະບວນການຮ່ວມມື ຂອງສອງຝ່າຍ. ແຕ່ລະປີ ແຂວງກອນຕູມ ໄດ້ຕັ້ງ ໜ້າແບ່ງປັນງົບປະມານເພື່ອມອບທືນການສຶກສາ ໃຫ້ນັກຮຽນລາວເວົ້າລວມ ແລະ ນັກຮຽນແຂວງເຊກອງເວົ້າສະເພາະ ໄປສຶກສາຮຳ່ຮຽນ ຂັ້ນ ປະລິຍາຕີ, ຫຼັງປະລິນຍາຕີ ຢູ ແຂວງກອນຕູມ; ຊ່ວຍເຫຼືອກໍ່ສ້າງໂຮງຮຽນ, ອຸປະກອນສິນສອນ ໃຫ້ແຂວງເຊກອງ; ສົ່ງຄູອາຈານມາສອນພາສາຫວຽດ ຢູ່ ແຂວງເຊກອງ...

ຄະນະພະນັກງານແຂວງ ເຊກອງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງ ກອນຕູມ ສສ ຫວຽດນາມ

ຄະນະພະນັກງານແຂວງເຊກອງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງມະຫາວິທະຍາໄລ ດ່າໜັງ ສາຂາ ກອນຕຸມ. (ພາບ: ຮົ່ງລາມ)

ຕ່າງໜ້າຄະນະພະນັກງານແຂວງເຊກອງ, ທ່ານ ຖາວອນ ພົມມະໄລລຸນ ສະແດງຄວາມຂອບອົກຂອບໃຈ ສະຫາຍ ເລ ຫງັອກ ຕ໋ວນ ແລະ ການນຳແຂວງກອນຕູມ ທີ່ໃຫ້ການຕ້ອນຮັບຢ່າງສຸດອົກສຸດໃຈ ແລະ ມີໄມຕີຈິດເຕັມໄປດ້ວຍຄວາມສາມັກຄີມິດຕະພາບ.

“ຂ້າພະເຈົ້າເຫັນດີເປັນເອກກະພາບ ກັບ ການຕີລາຄາຂອງການນຳແຂວງ ກອນຕູມ, ໃນຊຸມປີຜ່ານມາທັງສອງຝ່າຍໄດ້ມີການພົວພັນຮ່ວມມືຢ່າງຮັດແໜ້ນ, ຮອບດ້ານ ແລະ ມີປະສິດທິຜົນໃນຫຼາຍຂົງເຂດ; ປະກອບສ່ວນກໍ່ສ້າງເຂດຊາຍແດນອັນມີສະຖຽນລະພາບໝັ້ນຄົງ, ພັດທະນາ ແລະ ຮ່ວມມື; ຊີວິດການເປັນຢູ່ຂອງປະຊາຊົນເຂດຊາຍແດນໄດ້ຮັບການຍົກສູງ....” ທ່ານ ຖາວອນ ພົມມະໄລລຸນ ໄດ້ເນັນໜັກ.

ຕີລາຄາສູງການຊ່ວຍເຫຼືອຂອງແຂວງກອນຕູມ ໃນຂົງເຂດການສຶກສາ ທ່ານ ຖາວອນ ພົມມະໄລລຸນ ໄດ້ໃຫ້ຮູ້ວ່າ: ປະຈຸບັນແຂວງເຊກອງ ກຳລັງຂາດຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ໂດຍສະເພາະແມ່ນຂະແໜງສາທາລະນະສຸກ ແລະ ການສຶກສາ. ຍ້ອນແນວນັ້ນ ແຂວງເຊກອງ ສະເໜີມາຍັງແຂວງກອນຕູມສະໜັບສະໜູນທືນການສຶກສາ, ສ້າງເງື່ອນໄຂສະດວກໃນການເພີ່ມຈຳນວນນັກຮຽນຂອງແຂວງເຊກອງ ໄດ້ຮັບການກໍ່ສ້າງໃນລະດັບຊັ້ນສູງ ແລະ ປະລິນຍາຕີ ຢູ່ ແຂວງກອນຕູມ.

ຊິ້ນສຸດການພົບປະເຈລະຈາ, ທັງສອງຝ່າຍໄດ້ເຫັນດີເປັນເອກກະພາບ ສືບຕໍ່ຊຸກຍູ້ຂະບວນການ-ການຮ່ວມມືຮອບດ້ານ, ພິເສດແມ່ນຂົງເຂດການສຶກສາ-ບຳລຸງສ້າງ ປະກອບສ່ວນເສີມສ້າງສາຍພົວພັນອັນດີງາມ ຂອງພັກ, ລັດ ແລະ ປະຊາຊົນ ສອງປະເທດໃຫ້ຮັດແໜ້ນ ແລະ ຈະເລີນຍິ່ງໆຂື້ນໄປ.

(ຫັດ​ທະ​ບູນ)

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ