|
ພາຍຫຼັງກອງປະຊຸມ ທັງສອງຝ່າຍໄດ້ມອບຂອງທີ່ລະນຶກໃຫ້ແກ່ກັນ.
ໃນວາລະຂອງການພົບປະ ສະຫາຍບຸນມີ ພິມມະສອນ ຮອງເລຂາພັກແຂວງໄດ້ກ່າວຕ້ອນຮັບ ແລະ ລາຍງານສະພາບການຈັດຕັງປະຕິບັດແຜນພັດທະນາແຂວງຄຳມ່ວນຕໍ່ຄະນະຜູ້ແທນແຂວງຕຽນຢ່າງໃຫ້ຊາບ. ຈາກນັ້ນບົນຈິດໃຈແຫ່ງການຮ່ວມມືມິດຕະພາບ, ສະເໝີພາບທັງສອງຝ່າຍໄດ້ແຈ້ງໃຫ້ກັນຮູ້ເຖິງສະພາບການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງສອງແຂວງພ້ອມທັງປຶກສາຫາລືເນື້ອໃນການຢ້ຽມຢາມ ແລະ ຮ່ວມມືມິດຕະພາບໃນການພັດທະນາບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ. ກອງປະຊຸມທັງສອງຝ່າຍໄດ້ເຫັນດີເປັນເອກະພາບຮ່ວມມືກັນໃນຂົງເຂດປູກຝັງ - ລ້ຽງສັດ ແລະ ແປຮູບຜະລິດຕະພັນຈາກເຂົ້າ, ຕົ້ນໄມ້ກິນໜາກ, ຖ່າຍທອດເຕັກນິກດ້ານການຜະລິດເຂົ້າ. ສອງຝ່າຍຈະເພີ້ມທະວີການແລກປ່ຽນດ້ານວັດ ທະນະທຳເຊິ່ງກັນ ແລະ ກັນ. ດ້ານການສຶກສາ ແລະ ກໍ່ສ້າງ ແຂວງຕຽນຢາງເຫັນດີຮັບເອົາ ແລະ ສ້າງເງື່ອນໄຂສະ ດວກໃຫ້ພະນັກງານ - ນັກສຶກສາ ແຂວງຄຳມ່ວນ. ສ່ວນແຂວງຄຳມ່ວນກໍ່ຈະພະຍາຍາມສ້າງເງື່ອນໄຂອຳນວຍຄວາມສະ ດວກໃຫ້ພະນັກງານ - ນັກຮຽນທີ່ຮຽນຈົບມໍ 7 ໄດ້ໄປສຶກສາ ແລະ ຮໍ່າຮຽນຢູ່ແຂວງຕຽນຢາງ, ພ້ອມດຽວກັນສອງຝ່າຍໄດ້ມອບໃຫ້ພະແນກການຕ່າງປະເທດແຂວງຄຳມ່ວນ ແລະ ພະແນກການຕ່າງປະເທດແຂວງຕຽນຢາງເປັນເສ ນາທິການໃນຂອດການປະສານງານຮ່ວມມືລະຫວ່າງສອງແຂວງໃຫ້ການນຳຂັ້ນສູງສອງແຂວງໃຫ້ມີການພົວພັນ ແລະ ຮ່ວມມືໃນຕໍ່ໜ້າ. ໃນໂອກາດການມາຢ້ຽມຢາມໃນຄັ້ງນີ້ແຂວງຕຽນຢາງໄດ້ມອບ ແນວພັນເຂົ້າຈຳນວນ 35 ເປົາ ແລະ ແນວພັນສັດ ( ແບ້ ) ຈຳນວນ 20 ໂຕ ໃຫ້ແກ່ວິທະຍາໄລເຕັກນິກວິຊາຊີບແຂວງຄຳມ່ວນ.
(ແຫຼ່ງຂໍ້ມູນ: Khammouane News)