ເວທີຄົນຫວຽດນາມທີ່ປະສົບສໍາເລັດຜົນໃນທຸກໜ້າທີ່ວຽກງານຂອງຕົນໃນທົ່ວໂລກ

00:54 | 15/05/2019

ຍສໝ - ເວທີຄົນຫວຽດນາມທີ່ປະສົບສໍາເລັດຜົນໃນທຸກໜ້າທີ່ວຽກງານຂອງຕົນໃນທົ່ວໂລກຈະໄດ້ຈັດຂຶ້ນຢູ່ນະຄອງຫຼວງປາລີ, ຝະລັ່ງ ໃນລະຫວ່າງແຕ່ວັນທີ 30-31 ມີນາ 2019.

ເວທີຄົນຫວຽດນາມທີ່ປະສົບສໍາເລັດຜົນໃນທຸກໜ້າທີ່ວຽກງານຂອງຕົນໃນທົ່ວໂລກ

ເວທີຄົນຫວຽດນາມທີ່ປະສົບສໍາເລັດຜົນໃນທຸກໜ້າທີ່ວຽກງານຂອງຕົນໃນທົ່ວໂລກຈະໄດ້ຈັດຂຶ້ນທີ່ ປາລີ, ຝະລັ່ງ

ຄະນະກໍາມະການກ່ຽວກັບຄົນຫວຽດນາມຢູ່ຕ່າງປະເທດສົມທົບກັບສະມາຄົມວີທະຍາສາດ ແລະ ນັກຊ່ຽວຊານຫວຽດນາມທົ່ວໂລກ ໃນການຈັດເວທີຄົນຫວຽດທີ່ປະສົບສໍາເລັດຜົນໃນທຸກໜ້າທີ່ວຽກງານຂອງຕົນໃນທົ່ວໂລກ ທີ່ ປາລີ, ຝະລັ່ງ ໃນລະຫວ່າງແຕ່ວັນທີ 30 - 31 ມີນາ 2019.

ດ້ວຍເປົ້າໝາຍເພື່ອເຊື່ອມຕໍ່ຄົນຫວຽດນາມທີ່ປະສົບສໍາເລັດຜົນໃນທຸກໜ້າທີ່ວຽກງານຂອງຕົນ, ມີຄວາມອິດທິຜົນທັງຢູ່ໃນປະເທດ ແລະ ຢູ່ຕ່າງປະເທດ, ເພີ່ມທະວີຄວາມສາມັກຄີຊົນຊາດ, ຫັນໄປສູ່ປະເທດຊາດ ເຊິ່ງຜ່ານນັ້ນກໍ່ສາມາດສ້າງແຜນການໃນການເຕົ້າໂຮມ ແລະ ຮຽກຮ້ອງຄົນຫວຽດນາມທີ່ປະສົບສໍາເລັດຜົນໃນທຸກໜ້າທີ່ວຽກງານຂອງຕົນໃນທົ່ວໂລກປະກອບສ່ວນໃນການພັດທະນາປະເທດຊາດ.

ພາກສ່ວນເຂົ້າຮ່ວມເວທີຄົນຫວຽດນາມທີ່ປະສົບສໍາເລັດຜົນໃນໜ້າທີ່ວຽກງານຂອງຕົນໃນທົ່ວໂລກປີນີ້ມີຜູ້ແທນ 300 ຄົນ, ໃນນັ້ນມີຜູ້ຕາງໜ້າໃຫ້ອົງການກ່ຽວຂ້ອງຕ່າງໆຂອງຫວຽດນາມ, ຄົນຫວຽດນາມທີ່ປະສົບສໍາເລັດຜົນໃນໜ້າທີ່ວຽກງານຂອງຕົນໃນທົ່ວໂລກ, ແຂກຕ່າງປະເທດຖືກເຊີນ ແລະ ອົງການຂ່າວສານ ຈໍານວນໜຶ່ງເຂົ້າຮ່ວມ.

ກ່ຽວກັບເຫດການດັ່ງກ່າວ, ສະຖານທູດຫວຽດນາມ ປະຈໍາ ສປປ ລາວ ກໍ່ໄດ້ແຈ້ງການໄປຍັງສະມາຄົມໃຫຍ່ຄົນຫວຽດນາມ ຢູ່ ສປປ ລາວ ແລະ ສະມາຄົມຄົນຫວຽດນາມ ຢູ່ ນະຄອນຫຼວງວຽງຈັນ ສປປ ລາວ ກ່ຽວກັບການລົງະບຽນລາຍຊື່ເພື່ອເຂົ້າຮ່ວມເວທີຄົນຫວຽດນາມທີ່ປະສົບສໍາເລັດຜົນໃນທຸກໜ້າທີ່ວຽກງານຂອງຕົນໃນທົ່ວໂລກທີ່ຈະໄດ້ຈັດຂຶ້ນທີ່ ປາລີ, ຝະລັ່ງ ໃນລະຫວ່າງແຕ່ວັນທີ 30 - 31 ມີນາ 2019 ຕໍ່ໜ້ານີ້.

(ໄຊພອນ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ