ຍົກສູງບົດບາດ ແລະ ຕໍາແໜ່ງຂອງຫວຽດນາມຢູ່ເວທີສາກົນ

00:54 | 14/05/2019

ຍສໝ-ການຈັດຕັ້ງກອງປະຊຸມສຸດຍອດສະຫະລັດອາເມລິກາ - ສປປ ເກົາຫຼີ ບໍ່ພຽງແຕ່ເປັນໂອກາດໃຫ້ຫວຽດນາມໂຄສະນາເຜີຍແຜ່ຮູບພາບຂອງປະເທດຫວຽດນາມແຕ່ຍັງສະແດງໃຫ້ເຫັນເຖິງຂະບວນການພັດທະນາເສດຖະກິດຂອງຫວຽດນາມ ແລະ ມີຄວາມອິດທິພົນຕໍ່ພາກພື້ນ...ປັດໃຈທັງໝົດເຫລົ່ານີ້ຈະຍົກສູງບົດບາດ ແລະ ຕໍາແໜ່ງຂອງຫວຽດນາມຢູ່ເວທີສາກົນ.

ຍົກສູງບົດບາດ ແລະ ຕໍາແໜ່ງຂອງຫວຽດນາມຢູ່ເວທີສາກົນ

ນະຄອນຫຼວງຮ່າໂນ້ຍກຽມພ້ອມເພື່ອຈັດກອງປະຊຸມສຸດຍອດສະຫະລັດອາເມລິກາ - ສປປ ເກົາຫຼີ

ຫຼັງຈາກທີ່ນະຄອນຫຼວງຮ່າໂນ້ຍຂອງຫວຽດນາມໄດ້ເລືອກເປັນສະຖານທີ່ຈັດກອງປະຊຸມສຸດຍອດຄັ້ງທີສອງລະຫວ່າງສະຫະລັດອາເມລິກາ - ສປປ ເກົາຫຼີ, ສື່ມວນຊົນກໍ່ຄືນັກຊ່ຽວຊານຕ່າງປະເທດໄດ້ສັງເກດນີ້ແມ່ນໂອກາດອັນດີເພື່ອໃຫ້ຫວຽດນາມທີ່ສາມາດຍົກສູງບົດບາດ, ຕໍາແໜ່ງ ແລະ ຄວາມອິດທິພົນຂອງຕົນໃນພາກພື້ນ.

ຫວຽດນາມແມ່ນສະມາຊິກທີ່ສໍາຄັນຂອງສະມາຄົມອາຊຽນ, ເສດຖະກິດຂະຫຍາຍຕົວຢ່າງໄວວາຂອງອາຊຽນ ແລະ ເປັນຄູ່ຮ່ວມງານທາງການທູດສໍາຄັນຂອງຫຼາຍປະເທດໃນທົ່ວໂລກ. ຫວຽດນາມກໍ່ແມ່ນຄູ່ຮ່ວມງານທີ່ສໍາຄັນຂອງອາເມລິກາໃນອາຊີຕາເວັນອອກສ່ຽງໃຕ້, ມີສາຍພົວພັນທີ່ດີກັບບັນດາປະເທດມະຫາອໍານາດໃນພາກພື້ນ, ປະເທດອົດສະຕາລີ, ອິນເດຍ ແລະ ຍີ່ປຸ່ນ.

ຫວຽດນາມມີຄວາມສະຫງົບທີ່ດີ ແລະ ເສດຖະກິດມີການພັດທະນາທີ່ດີໃນພາກພຶື້ນ, ມີທ່າແຮງບົ່ມຊ້ອນອັນຍິ່ງໃຫຍ່ ແລະ ມີແຫຼ່ງແຮງງານທີ່ມີປະສິດທິຜົນ, ມີແຫຼ່ງທຶນສໍາລັບການລົງທຶນທີ່ໃຫຍ່ຫຼວງເນື່ອງຈາກກໍາລັງແຮງງານທີ່ມີຄວາມສາມາດເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ. ມີບັນດານະໂຍບາຍເສດຖະກິດທີ່ດີໃນເວລາເຂົ້າຮ່ວມຂໍ້ຕົກລົງວ່າດ້ວຍຄູ່ຮ່ວມມືຮອບດ້ານ ແລະ ຄວາມກ້າວໜ້າຂ້າມຜ່ານປາຊີຟີກ (CPTTP) ເພາະສະນັ້ນຫວຽດນາມເປັນແບບຢ່າງດ້ານເສດຖະກິດສໍາລັບບັນດາປະເທດອື່ນໆໃນພາກພື້ນ.

ຫວຽດນາມຈະເປັນປະທານອາຊຽນໃນປີ 2020 ແລະ ທີ່ກໍາລັງມີຄວາມພະຍາຍາມທີ່ຈະກາຍເປັນສະມາຊິກບໍ່ຖາວອນຂອງສະພາຄວາມຫມັ້ນຄົງສະຫະປະຊາຊາດ. ປັດໃຈທັງຫມົດເຫຼົ່ານີ້ຈະຍົກສູງບົດບາດ ແລະ ຕໍາແໜ່ງຂອງຫວຽດນາມຢູ່ເວທີສາກົນ. ຜ່ານເຫດການນີ້ກໍ່ສະແດງໃຫ້ເຫັນເຖິງຕໍາແຫນ່ງຂອງຫວຽດນາມ, ກໍ່ຄືພາລະບົດບາດຂອງຫວຽດນາມເປັນປະເທດທີ່ມີສາຍພົວພັນໃນທາງບວກກັບຫຼາຍປະເທດມະຫາອໍານາດໃນໂລກ.

(ໄຊພອນ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ