|
ຫວຽດນາມ ຮັບຕຳແໜ່ງເປັນປະທານ AAPTC 2020. ພາບ: TTXVN
ວັນທີ 26 ເມສາ 2019, ໃນຂອບເຂດກອງປະຊຸມສຳມະນາ ແລະ ກອງປະຊຸມປະຈຳປີສະຫະສະມາຄົມບັນດາສູນຮັກສາ ສັນຕິພາບ ອາຊີ - ປາຊີຟິກ (AAPTC), ຫວຽດນາມ ໄດ້ຮັບຕຳແໜ່ງເປັນປະທານ AAPTC ປີ 2020 ຈາກ ໄທ.
ກອງປະຊຸມສຳມະນາ ແລະ ກອງປະຊຸມປະຈຳປີ AAPTC ໄດ້ດຳເນີນໃນລະຫວ່າງແຕ່ວັນທີ 23 – 26 ເມສາ ຢູ່ ບາງກອກ ພາຍໃຕ້ຫົວຂໍ້ວ່າ “ຜ່ານຜ່າສິ່ງທ້າທາຍ: ການກະທຳ ແລະ ຄວາມມານະພະຍາຍາມຂອງ ອາຊີ - ປາຊີຟິກ ແນໃສ່ຍົກສູງປະສິດທິຜົນໃນການເຄື່ອນໄວຮັກສາສັນຕິພາບ” ໂດຍມີການເຂົ້າຮ່ວມຂອງ 21 ຄະນະຜູ້ແທນທີ່ມາຈາກບັນດາປະເທດສະມາຊິກ.
ກ່າວບົດປະກອບຄຳເຫັນທີ່ກອງປະຊຸມ, ຫົວໜ້າຄະນະຜູ້ແທນຫວຽດນາມ, ທ່ານພົນຈັດຕະວາ ຮ່ວາງກິມຟຸ້ງ ໄດ້ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ປະຕິບັດຕາມບັນດາມາດຕະຖານຂອງສະຫະປະຊາຊາດວາງອອກ ກ່ຽວກັບເລື່ອງຍົກສູງບົດບາດຂອງແມ່ຍິງໃນການເຄື່ອນໄຫວຮັກສາສັນຕິພາບ.
(ໄຊພອນ)