|
ລັດຖະບານຈະຍູ້ຂະບວນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢ່າງແຂງແຮງ ໃນ ປີ 2019
ຈິດໃຈທິດຊີ້ນຳຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຕໍ່ກອງປະຊຸມຄັ້ງນີ້ວ່າ: ຮັບຮູ້ ແລະ ເຂົ້າໃຈເລິກຊຶ່ງ ຂຶ້ນຕື່ມຕໍ່ກັບສະພາບຄວາມເປັນຈິງທີ່ພົວພັນເຖິງບັນຫາທາງດ້ານເສດຖະກິດ-ການເງິນ ແລະ ຮາກຖານການເມືອງຊຶ່ງເປັນບັນຫາທີ່ສຳຄັນ, ເປັນກາງ ແລະ ຮຽກຮ້ອງໃຫ້ເອົາໃຈໃສ່ສູງສ້າງການຫັນປ່ຽນຢ່າງຈິງຈັງ, ແກ້ໄຂບັນຫາເສດຖະກິດຢ່າງເຖິງກົກເຖິງຮາກ ແລະ ການ ສ້າງຮາກຖານການເມືອງໃຫ້ ເປັນພື້ນຖານທີ່ໜັກແໜ້ນເພື່ອຮັບປະກັນໃຫ້ການຊີ້ນຳນຳພາຂອງພັກປະສົບຜົນສຳເລັດ. ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກຕໍ່ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນແລະ ການປັບປຸງ ຮາກຖານການເມືອງຊຶ່ງເປັນບັນຫາທີ່ສະສົມບົ່ມຊ້ອນມາຫຼາຍປີຖ້າບໍ່ແກ້ແມ່ນບໍ່ໄດ້ແທ້ໆ, ກົມການເມືອງສູນກາງພັກໄດ້ຕັດສິນໃຈຢ່າງເດັດດ່ຽວ ແລະ ຈະເພີ່ມຄວາມເດັດຂາດໃນການນຳພາ-ຊີ້ນຳປັບປຸງແກ້ໄຂທັງຈະມີການຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດເປັນແຕ່ລະໄລຍະ, ແຕ່ກ່ອນອື່ນຕ້ອງເປັນເອກະພາບສູງຕໍ່ທັດສະນະການວາງແຜນພັດທະນາແບບ ໃໝ່ໂດຍອີງໃສ່ຄວາມສາມາດຕົວຈິງຂອງລາຍຮັບງົບປະມານເພື່ອສະກັດກັ້ນບັນຫາໜີ້ສິນທີ່ຄຸມເຄືອແກ່ຍາວມາດົນນານແລ້ວ.
ໃນນີ້ການວາງແຜນຕ້ອງກ້າຫານກຳນົດບຸລິມະສິດທີ່ຈຳເປັນແທ້ຮີບດ່ວນແທ້ໄປພ້ອມກັບຍົກສູງຄຸນນະພາບໂຄງການລົງທຶນ, ສ້າງແຜນການ-ການເງິນບົນພື້ນຖານສົມທົບລະຫວ່າງການສ້າງແຜນພັດທະນາເສດຖະກິດ-ສັງຄົມທີ່ມີລັກສະນະເປັນແຜນຊີ້ນຳຂອງລັດຖະບານກັບການມອບສິດໃຫ້ຂະແໜງການ ແລະ ທ້ອງຖິ່ນເປັນເຈົ້າການຜັນຂະຫຍາຍ, ບໍລິຫານຈັດການໜີ້ສິນໃຫ້ເປັນລະບົບ ແລະ ມີປະສິດທິພາບ, ຖືການສຳລະສະສາງໜີ້ສິນເປັນວຽກບຸລິມະສິດ, ຄົ້ນຄວ້າ ແລະ ປັບປຸງແຜນພັດທະນາເສດຖະກິດ-ສັງຄົມຂອງຂະແໜງການ ແລະ ທ້ອງຖິ່ນຄືນໃໝ່ໂດຍສົມທົບກັນລະຫວ່າງການນຳໃຊ້ພັດທະນາທ່າແຮງບົ່ມຊ້ອນ ແລະ ການສ້າງຖານເສດຖະກິດທີ່ເປັນປາຍແຫຼມ-ມີລັກສະນະຍືນຍົງເປັນຕົ້ນແມ່ນເອົາໃຈໃສ່ວຽກງານພັດທະນາກະສິກໍາທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ, ກະສິກຳຕິດພັນກັບການປຸງແຕ່ງ, ກະສິກຳຕິດພັນກັບການຜະລິດເປັນສິນຄ້າສົ່ງອອກ (ປູກຝັງ-ລ້ຽງສັດ), ການທ່ອງທ່ຽວ ແລະ ການບໍລິການ, ພະລັງງານຕິດພັນກັບການພັດທະນາອຸດສາຫະກຳພາຍໃນ, ເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ ແລະ ການພັດທະນາໂລຈິຕິກ ແລະ ວຽກງານອື່ນໆ.
ໃນຂະນະດຽວກັນກໍຕ້ອງເອົາຈິງເອົາຈັງໃນການສົ່ງເສີມ SMEs ຢ່າງແຂງແຮງ ແລະ ຕິດພັນກັບຂະແໜງເສດຖະກິດ ທີ່ເປັນປາຍແຫຼມ ແລະ ເປັນທ່າແຮງຂອງປະເທດເພື່ອສ້າງຄວາມເຂັ້ມແຂງຕ້ອງສ້າງເງື່ອນໄຂເອື້ອອໍານວຍໃຫ້ຜູ້ປະກອບການ, ຜູ້ລົງທຶນພາຍໃນ ແລະ ຕ່າງປະເທດ, ຄຳສັ່ງ 2 ມີແລ້ວແຕ່ການຜັນຂະຫຍາຍຢູ່ຂະແໜງການຍັງຊັກຊ້າພາກສ່ວນໃດກໍຮ່າງລະບຽບການເພື່ອເອື້ອອຳນວຍໃຫ້ພາກສ່ວນຕົນເອງ, ຕໍ່ໄປຈະຄວນມີອົງການທີ່ເປັນກາງ ເພື່ອກວດກາ, ຕິດຕາມວຽກນີ້ໃຫ້ເລິກເຊິ່ງຕື່ມອີກ. ພັກຍາມໃດກໍຖືວຽກງານຮາກຖານເປັນກຳລັງແຮງເປັນວຽກທີ່ຕັດສິນໄຊຊະນະໃນການປະຕິບັດນະໂຍບາຍຂອງພັກກໍຄືແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ. ດັ່ງນັ້ນ, ພັກເຮົາຈຶ່ງຖືເອົາວຽກງານກໍ່ສ້າງ-ປັບປຸງວຽກງານຮາກຖານການເມືອງເປັນວຽກງານຍຸດທະສາດທີ່ບໍ່ປ່ຽນແປງທັງສະເພາະໜ້າ ແລະ ຍາວນານ.
ການປັບປຸງວຽກງານຮາກຖານການເມືອງຕ້ອງກຳນົດຄາດໝາຍຈະແຈ້ງ, ກຳນົດເວລາຊັດເຈນ, ມີການແບ່ງງານ ແລະ ຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄົນຈະແຈ້ງ ແລະ ຕ້ອງມີການຕິດຕາມ, ກວດກາ ແລະ ປະເມີນຜົນເປັນແຕ່ລະໄລຍະ. ການກໍ່ສ້າງ ແລະ ປັບປຸງ ຮາກຖານການເມືອງຕ້ອງໄດ້ເຮັດຢ່າງກວ້າງຂວາງ, ເລິກເຊ່ິງ ແລະ ແທດກັບຕົວຈິງ, ແຕ່ອັນກວ້າງຂວາງໝາຍວ່າຕ້ອງກວມລວມບໍ່ພຽງແຕ່ຮາກຖານບ້ານແຕ່ລວມເຖິງຮາກຖານ ຂອງສຳນັກງານ-ອົງການ, ກໍາລັງປະກອບອາວຸດ, ລັດວິສາຫະກິດແລະການຈັດຕັ້ງເສດຖະກິດ-ສັງຄົມຕ່າງໆ; ອັນເລິກເຊິ່ງໝາຍເຖິງຕ້ອງເຮັດໃຫ້ສະມາຊິກພັກ, ພະນັກງານ ແລະ ປະຊາຊົນຢູ່ແຕ່ລະຮາກຖານຮັບຮູ້, ເຂົ້າໃຈ, ກໍາແໜ້ນ ແລະ ເປັນເອກະພາບພ້ອມທັງສະໜັບສະໜູນ ແລະ ປະຕິບັດແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ກົດໝາຍ-ລະບຽບການ ຂອງພັກ ແລະ ລັດຖະບານດ້ວຍຄວາມຕື່ນຕົວ, ສະໝັກໃຈ ແລະ ຫ້າວຫັນຢ່າງແທ້ຈິງ.
ອັນແທດກັບຕົວຈິງໝາຍເຖິງຕ້ອງເຮັດໃຫ້ແທດເໝາະກັບສະພາບແວດລ້ອມ ແລະ ເງື່ອນໄຂ ຕົວຈິງຂອງແຕ່ລະຮາກຖານເພາະແຕ່ລະຮາກຖານຄື: ບ້ານ, ສຳນັກງານ-ອົງການ, ກຳລັງປະກອບອາວຸດ, ວິສາຫະກິດລັດ ແລະ ບັນດາຫົວໜ່ວຍ ການຈັດຕັ້ງເສດຖະກິດ-ສັງຄົມມີເງື່ອນໄຂ ແລະ ຈຸດພິເສດແຕກຕ່າງກັນ. ການປັບປຸງຮາກຖານການເມືອງຕ້ອງເຮັດເປັນລະບົບ ແລະ ຮອບດ້ານຕ້ອງໄດ້ປັບປຸງດ້ານການຈັດຕັ້ງ, ພາລະບົດບາດ, ເນື້ອໃນ ແລະ ຮູບການເຄື່ອນໄຫວໃຫ້ໄປຕາມ 4 ເນື້ອໃນ 4 ຄາດໝາຍຂອງການພັດທະນາວຽກງານ, ທັງແທດເໝາະກັບຍຸກສະໄໝ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງຂອງການພັດທະນາ, ການປັບປຸງວຽກງານການເມືອງຕ້ອງເຮັດເປັນຂະບວນ, ມີການລະດົມກຳລັງແຮງໃນທົ່ວສັງຄົມເຂົ້າຮ່ວມໂດຍມີການແຂ່ງຂັນ, ສະຫຼຸບຕີລາຄາ, ຍ້ອງຍໍຊົມເຊີຍຜົນງານ ແລະ ໄປຄຽງຄູ່ກັບການປຸກລະດົມການຈັດຕັ້ງປະຕິບັດຄຳຂວັນຂອງພັກ, ລັດ ແລະ ສໍານັກງານອົງການຂອງຕົນ ເພື່ອໃຫ້ຮາກຖານໜັກແໜ້ນ, ເຂັ້ມແຂງ ແລະ ປອດໃສ.
ລັດຖະບານຈະຍູ້ຂະບວນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢ່າງແຂງແຮງ ໃນ ປີ 2019 ໂດຍເຮັດຕິດພັນກັບການຈັດຕັ້ງປະຕິບັດຄຳຂວັນ ‘‘ຮັກຊາດ ແລະ ພັດທະນາ’’, ເສີມຂະຫຍາຍຄວາມສາມັກຄີເປັນ ເອກະພາບບົນພື້ນຖານແນວທາງນະໂຍບາຍ ແລະ ຫຼັກການຂອງພັກແຕ່ກໍຕ້ອງເດັດດ່ຽວປັບປຸງ, ແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ຮາກຖານການເມືອງໂດຍຕິດພັນກັບການປະເມີນຄວາມສາມາດໃນການນຳພາຂອງຄະນະພັກແຕ່ລະຂັ້ນ ແລະ ດຳເນີນໄປຄ່ຽງຄູ່ກັບການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ. ໝາຍວ່າການປັບປຸງຕ້ອງຕິດພັນກັບການປັບປຸງກົງຈັກການຈັດຕັ້ງ, ການສຳ ຫຼວດກວດກາການປະຕິບັດໜ້າທີ່ແລະຄວາມຮັບຜິດຊອບຂອງບຸກຄົນ, ການແກ້ໄຂບັນຫາຫຍໍ້ທໍ້ພາຍໃນພະນັກງານນຳພາ-ຄຸ້ມຄອງ (ພະຍາດອາດຍາສິດ, ແນວຄິດຄັບແຄບ-ໃນຕົວ, ການສວຍໂອກາດ-ສໍ້ລາດບັງຫຼວງ...), ການຄົ້ນຄວ້າຊັບຊ້ອນພະນັກງານ ແລະ ກະກຽມບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະພັກແຕ່ລະຂັ້ນເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງຂັ້ນຕົນ.
ພວກເຮົາຕ້ອງບຸກທະລຸ ແລະ ເຊີດຊູ ບົດບາດນຳໜ້າ ແລະ ຄວາມເດັດດ່ຽວກ້າຫານຂອງຄະນະພັກໃນການມ້າງຄວາມເຄີຍຊິນເກົ່າທີ່ຫຼ້າຫຼັງ, ທ່ວງດຶງຄວາມກ້າວໜ້າເຊັ່ນ: ບໍ່ກ້າເຮັດໃນສິ່ງທີ່ຖືກຕ້ອງ, ເຮັດຫຼາຍເຮັດໜ້ອຍ, ແກ້ຕົວຫຼາຍກວ່າປັບປຸງແກ້ໄຂເຮັດເພື່ອເອົາໃຈຂັ້ນເທິງ ແລະ ຂັ້ນລຸ່ມ ແຕ່ຂັດກັບລະບຽບການ. ເພື່ອຮັບປະກັນໃຫ້ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຜົນການເຊື່ອມຊຶມມະຕິ 7 ໃຫ້ໄດ້ຮັບໝາກຜົນສູງ, ທ່ານນາຍົກລັດຖະມົນຕີຍັງຮຽກຮ້ອງມາຍັງບັນດາສະຫາຍກຳມະການສູນກາງພັກ, ຄະນະພັກ-ຄະນະນຳ ຂອງບັນດາກະຊວງ ແລະ ອົງການໃນຂົງເຂດເສດຖະກິດ - ການຕ່າງປະເທດຈົ່ງຍົກສູງຄວາມຮັບຜິດຊອບ, ຄວາມເປັນແບບຢ່າງນຳໜ້າ, ຄວາມເດັດດ່ຽວກ້າຫານ ແລະ ຄວາມມີຫົວຄິດປະດິດສ້າງໃນການນຳພາຊີ້ນຳການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຈິດໃຈ ແລະ ຜົນຂອງການເຊື່ອມຊຶມໃນຄັ້ງນີ້ໃຫ້ເປັນແຜນວຽກລະອຽດຢູ່ໃນກົງຈັກ - ການຈັດຕັ້ງຂອງຕົນ, ພ້ອມທັງປະຕິບັດໃຫ້ມີປະສິດທິຜົນ.
(ແຫຼ່ງຂໍ້ມູນ: pasaxon.org.la)