ຄວາມຄືບໜ້າຂອງວຽກງານ 3 ສ້າງຢູ່ຂັ້ນທ້ອງຖີ່ນ

00:54 | 14/05/2019

ທິດທາງ ແລະ ເປົ້າໝາຍ ໃນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ 7 ດ້ານ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງ ຮອບດ້ານ 5 ດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາຕາມ 4 ເນື້ຶອໃນ 4 ຄາດໝາຍ ໄດ້ກໍານົດໄວ້ຢ່າງລະອຽດໃນມະຕິກົມການເມືອງສູນກາງພັກ ສະບັບເລກທີ 25/ ກມສພ.

ຄວາມຄືບໜ້າຂອງວຽກງານ 3 ສ້າງຢູ່ຂັ້ນທ້ອງຖີ່ນ

ທ່ານ ນາງ ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ໊

ຊຶ່ງໄລຍະຜ່ານມາ, ອົງການປົກຄອງທ້ອງຖິ່ນ ໄດ້ ຍົກລະດັບຄວາມສາມາດໃນການບໍລິຫານທ້ອງຖິ່ນຂອງຕົນ, ມີສິດຕັດສິນບັນຫາ ແລະ ມີຄວາມຮັບຜິດຊອບຕໍ່ການພັດທະນາຮອບດ້ານຢູ່ຂັ້ນທ້ອງຖິ່ນຫຼາຍຂຶ້ນ, ພິເສດ ມີ 3 ເມືອງ ໄດ້ປະກາດສ້າງເປັນ ນະຄອນ ຄື ນະຄອນ-ຫຼວງພະບາງ, ນະຄອນໄກສອນ ພົມວິຫານ ແລະ ນະຄອນປາກເຊ; ທຸກແຂວງໄດ້ຜັນຂະຫຍາຍ ມະຕິ25 ແລະ ຄຳສັ່ງ 34 ກ່ຽວ ກັບວຽກງານ 3 ສ້າງ ອອກເປັນນິຕິກຳຂອງແຂວງແລ້ວ. ໃນບົດ ສະຫຼຸບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ປະຈຳປີ2018 ແລະ ທິດທາງແຜນການ ປີ 2019 ໄດ້ລາຍງານກ່ຽວກັບ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຢູ່ຂັ້ນທ້ອງຖິ່ນຄືລຸ່ມນີ້: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ : ອົງການປົກຄອງແຂວງໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ເພື່ອສ້າງເງື່ອນໄຂໃຫ້ແຂວງ ເປັນ ຫົວໜ່ວຍຍຸດທະສາດຕາມມາດຖານ 7 ດ້ານ ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງຊຶ່ງດ້ານພັກ - ພະນັກງານ: ບັນດາແຂວງໄດ້ຖືເອົາວຽກພັກ-ພະນັກງານ ເປັນບັນຫາສຳຄັນ, ມີການຂະຫຍາຍ ສະມາຊິກພັກ ແລະ ໜ່ວຍພັກ; ຫຼາຍແຂວງ ໄດ້ສຳເລັດການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຢູ່ບັນດາພະແນກ ແລະ ເມືອງຕ່າງໆ ໃຫ້ໄດ້ຄຸນນະພາບ, ສອດຄ່ອງກັບຕຳແໜ່ງງານ, ທັງຮັບປະກັນລັກສະນະສືບທອດປ່ຽນແທນ; ມີການຍົກ ລະດັບຄວາມຮູ້ ທາງດ້ານທິດສະດີ ແລະ ດ້ານວິຊາສະເພາະ ໃຫ້ກັບພະນັກງານ ຢ່າງຕໍ່ເນື່ອງ ແລະ ບາງແຂວງໄດ້ຫັນເອົາພະນັກງານລົງເຮັດວຽກຮາກຖານການເມືອງຕິດພັນກັບພັດທະນາຊົນນະບົດ ຕາມທິດ 3 ສ້າງ.

ດ້ານການປົກຄອງ ແລະ ການບໍລິຫານລັດ : ມາຮອດປັດຈຸບັນ ບັນດາແຂວງໄດ້ປະຕິບັດສິດ ແລະ ໜ້າທີ່ໃນ ການຕົກລົງໂຄງປະກອບກົງຈັກ ຂອງອົງການປົກຄອງແຂວງ; ການແຕ່ງຕັ້ງ, ຍົກຍ້າຍ ແລະ ສັບຊ້ອນ ບຸກຄະລາກອນຜູ້ມີຕໍາ ແໜ່ງບໍລິຫານຢູ່ພາຍໃນການ ຄຸ້ມຄອງຂອງຕົນ ຕາມທີ່ໄດ້ ກຳນົດໄວ້ໃນກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ໂດຍບໍ່ ໄດ້ຈຳແນກລະຫວ່າງເມືອງ 3 ສ້າງແລະເມືອງທົ່ວໄປ;ອົງການ ປົກຄອງຂັ້ນແຂວງໄດ້ຮ່າງນິຕິ ກຳຂອງແຂວງສະເໜີໃຫ້ສະພາ ປະຊາຊົນຂັ້ນແຂວງຮັບຮອງ ແລະ ປະກາດໃຊ້ແລ້ວ, ນັບແຕ່ ປີ2015 ເປັນຕົ້ນມາ ມີຈຳນວນ 63 ສະບັບ ເພື່ອອອກລະບຽບ ການບໍລິຫານ ແລະ ການຄຸ້ມ ຄອງການດຳລົງຊີວິດ, ການທຳ ມາຫາກິນຂອງພົນລະເມືອງ ແລະ ການເຄື່ອນໄຫວຜະລິດ, ການດຳເນີນທຸລະກິດຂອງຜູ້ ປະກອບການໃນທ້ອງຖິ່ນຕົນ ໃຫ້ມີຄວາມສະດວກ, ເປັນ ລະບຽບຮຽບຮ້ອຍ, ຍັງມີ 4 ແຂວງ ທີ່ບໍ່ທັນມີນິຕິກຳ ຜ່ານ ສະພ າປະຊາຊົນຂັ້ນແຂວງ ຮັບຮອງ ຫຼາຍຂະແໜງການຂັ້ນທ້ອງຖິ່ນໄດ້ສົມທົບກັບສາຍຕັ້ງຂອງຕົນຂັ້ນສູນກາງ ສຳເລັດ ການປັບປຸງພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງ ຈະແຈ້ງ, ຊຶ່ງໃນນັ້ນມີຂະແໜງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຂະແໜງ ພະລັງງານ ແລະ ບໍ່ແຮ່ ໄດ້ ກຳນົດກົງຈັກຂອງພະແນກຂັ້ນ ແຂວງແຕກຕ່າງກັນ ໂດຍອີງໃສ່ ຈຸດພິເສດ ແລະ ຄວາມຈຳເປັນ ຂອງແຕ່ລະທ້ອງຖິ່ນ; ການອຳນວຍຄວາມສະດວກໃຫ້ກັບ ປະຊາຊົນທີ່ມາຕິດຕໍ່ພົວພັນວຽກງານກັບພາກລັດມີຄວາມສະດວກສະບາຍຂຶ້ນ ປັດຈຸບັນໃນທົ່ວປະເທດ ມີໜ່ວຍງານການບໍລິການຜ່ານປະຕູດຽວຂັ້ນ ແຂວງ 11 ແຫ່ງ ໃນນີ້ສະເພາະ ຢູ່ນະຄອນຫຼວງວຽງຈັນ ມີ 7 ແຫ່ງ.

ດ້ານການຊຸກດັນການຂະຫຍາຍຕົວເສດຖະກິດແຫ່ງຊາດ: ບັນດາແຂວງໄດ້ກຳນົດແຜນພັດທະນ າເສດຖະກິດ -ສັງຄົມຂອງຕົນ, ສອດຄ່ອງກົມກຽວກັບແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ; ພ້ອມທັງຊີ້ນຳ ແລະ ຕິດຕາມກວດກາ, ການສ້າງ, ການຄຸ້ມຄອງແຜນພັດທະນາຂອງເມືອງ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຢ່າງມີຜົນສຳເລັດໃນລະດັບດີ; ພ້ອມກັນນັ້ນ, ກໍເອົາໃຈໃສ່ຊີ້ນຳ-ຊຸກຍູ້ສົ່ງເສີມການຜະລິດ ໂດຍສະເພາະການຜະລິດເປັນ ສິນຄ້າ, ໃນປີ2018 ທະນາຄານທຸລະກິດໄດ້ສະໜອງສິນເຊື່ອປ່ອຍເງິນກູ້ໃຫ້ແກ່ການດຳເນີນທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ຈຳນວນ 66 ຫົວໜ່ວຍ ເປັນຈຳນວນເງິນທັງໝົດ 41 ຕື້ກີບ ຢູ່ນະຄອນຫຼວງວຽງຈັນ ມີ 55 ຫົວໜ່ວຍ, ມູນຄ່າ 35,8 ຕື້ກີບ ແລະ ຢູ່ບັນດາແຂວງ ຈຳນວນ 11 ຫົວໜ່ວຍ, ມູນຄ່າ 5,2 ຕື້ ກີບ.

ດ້ານການເງິນ: ອົງການ ປົກຄອງຂັ້ນແຂວງ ໄດ້ສຸມໃສ່ ການຊີ້ນຳ-ນຳພາ ການຈັດຕັ້ງ ປະຕິບັດແຜນງົບປະມານປະ ຈຳປີ, ໃນສົກປີ2017 ແຂວງ ທີ່ສາມາດເກັບລາຍຮັບໄດ້ເກີນແຜນການທີ່ລັດຖະບານມອບໝາຍ ມີ 11 ແຂວງແລະ ແຂວງ ທີ່ສາມາດກຸ້ມຕົນເອງທາງດ້ານລາຍຈ່າຍ ມີ 2 ແຂວງ ຄື : ນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ. ດ້ານການຄຸ້ມຄອງ, ຂຸດຄົ້ນ ແລະ ນຳໃຊ້ແຫຼ່ງຊັບພະຍາກອນທຳມະຊາດ : ອົງການປົກຄອງຂັ້ນແຂວງ ໄດ້ຊີ້ນຳໃຫ້ເມືອງເປັນເຈົ້າການປົກປັກຮັກສາ ແລະ ນຳໃຊ້ແຫຼ່ງຊັບພະຍາກອນທຳມະຊາດ, ຊັບສິນຂອງລັດ. ພາຍຫຼັງຂັ້ນແຂວງໄດ້ມອບວຽກການສຳຫຼວດວັດແທກເພື່ອອອກໃບຕາດິນ ແລະ ການຂຶ້ນສຳມະໂນທີ່ດິນໃຫ້ຂັ້ນເມືອງເປັນເຈົ້າການເຮັດໃຫ້ການອອກໃບຕາດິນໃນຂັ້ນແຂວງມີຄວາມ ວ່ອງໄວ ແລະ ຄ່ອງຕົວຂຶ້ນສາມາດຕອບສະໜອງການບໍລິການໃຫ້ແກ່ປະຊາຊົນດີຂຶ້ນ, ມາຮອດປັດຈຸບັນ ຂັ້ນແຂວງໄດ້ອອກໃບຕາດິນທັງໝົດ 1.249.334 ຕອນ, ສະເພາະ ໃນປີ 2018 ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໄດ້ຈັດຕັ້ງປະຕິບັດຂຶ້ນທະບຽນໃບຕາດິນສາມາດປະຕິບັດໄດ້ຈຳນວນ 132.286 ຕອນ, ທຽບໃສ່ແຜນສູ້ຊົນ 139.600 ຕອນ ເທົ່າກັບ 94,76%; ການດຳເນີນໂຄງການກໍ່ສ້າງເຂື່ອນໄຟຟ້າ ຄວາມແຮງ 15 ເມກາວັດ ລົງມາ ທີ່ຂັ້ນແຂວງໄດ້ອະນຸມັດ ພາຍຫຼັງທີ່ມີການກວດກາທາງ ດ້ານເຕັກນິກວິຊາການແລ້ວໄດ້ອະນຸຍາດຄືນໃຫ້ສືບຕໍ່ດຳເນີນ ກໍ່ສ້າງ 11 ໂຄງການ (ຈາກ 95 ໂຄງການ ທີ່ຢູ່ໃນໄລຍະຄຸ້ມຄອງ ສັນຍາໂຄງການ).

ດ້ານການຄຸ້ມຄອງວັດທະນະທຳ-ສັງຄົມ ແລະ ການພັດທະນາຊັບພະຍາກອນມະນຸດ: ບັນດາແຂວງໄດ້ເອົາໃຈໃສ່ຄຸ້ມຄອງສັງຄົມໃນທ້ອງຖິ່ນດ້ວຍການເສີມສ້າງຄວາມສາມັກຄີປອງດອງ ແລະ ຄວາມເປັນປຶກແຜ່ນລະຫວ່າງເຜົ່າ, ພ້ອມທັງໄດ້ເອົ າໃຈໃສ່ພັດທະນາຊັບພະຍາກອນມະນຸດກໍຄືການກໍ່ສ້າງ, ບຳລຸງ ແລະ ຍົກລະດັບພະນັກງານໃນທ້ອງຖິ່ນໃຫ້ມີ ລະດັບທີ່ສົມຄູ່ ແລະ ໄດ້ມີການ ຝຶກອົບຮົມຍົກລະດັບວິຊາຊີບໃຫ້ແກ່ປະຊາຊົນ, ຍົກລະດັບສີມືແຮງງານໃຫ້ກັບກຳມະກອນນາຍຊ່າງຕາມທ້ອງຖິ່ນຕ່າງໆ, ປັດຈຸບັນມີສູນພັດທະນາສີມືແຮງງານຂອງພາກລັດທີ່ແຂວງຄຸ້ມຄອງບໍລິຫານໃນທົ່ວປະເທດ ທັງໝົດ 6 ແຫ່ງ.

ດ້ານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ: ແຂວງ ໃຫ້ຄວາມສຳຄັນຕໍ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນວຽກຕົ້ນຕໍພື້ນຖານ, ບັນດາແຂວງໄດ້ຈັດຕັ້ງເຜີຍແຜ່ແນວທາ ງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງທຸກຄົນໃນສັງຄົມ, ມີການຝຶກແອບຍຸດທະວິທີ-ການທະຫານໃຫ້ກອງຮ້ອຍ, ກອງຫຼອນ, ມີການກວດກາເວນຍາມ ແລະ ອອກເຄື່ອນໄຫວຕາມເຂດຊາຍແດນເປັນປົກກະຕິ, ກວດກາຄົນເຂົ້າ - ອອກເມືອງ, ອອກປຶ້ມສຳມະໂນຄົວເປັນລະບົບ, ເຄື່ອນໄຫວວຽກງານອື່ນໆ ຕາມໜ້າທີ່ ແລະ ຂັ້ນເທິງມອບໝາຍ. ນອກນັ້ນ, ບັນດາແຂວງຍັງໄດ້ເອົາໃຈໃສ່ ສະກັດກັ້ນ, ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ແລະ ບັນດາຂໍ້ຂັດແຍ່ງຕ່າງໆ.

ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານອົງການປົກຄອງຂັ້ນເມືອງໃນຖານະເປັນຫົວໜ່ວຍການປົກຄອງຂັ້ນກາງ ລະຫວ່າງ ແຂວງ ແລະ ບ້ານ ເປັນກຳລັງ ແຮງສຳຄັນປະກອບສ່ວນໃນ ການສ້າງແຂວງເປັນຫົວໜ່ວຍ ຍຸດທະສາດ ແລະ ມີຄວາມ ສຳຄັນຢ່າງຍິ່ງໃນການນຳພາ ສ້າງບ້ານເປັນຫົວໜ່ວຍພັດທະນາ ຊຶ່ງດ້ານພັກ-ພະນັກງານ: ບັນດາເມືອງຖືສຳຄັນໃນການ ປັບປຸງ ແລະ ກໍ່ສ້າງອົງຄະນະພັກ, ຄະນະພັກຮາກຖານໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ທັງໄດ້ສຳເລັດການຂຶ້ນແຜນກຳນົດພະນັກງານນຳ ພາ-ຄຸ້ມຄອງ ແລະ ໄດ້ແກ້ໄຂ ສະພາບໜ່ວຍພັກດຽວ ນຳພາ ຫຼາຍບ້ານ ສູ້ຊົນໃຫ້ແຕ່ລະບ້ານ ມີໜ່ວຍພັກນຳພາ ຊຶ່ງປັດຈຸບັນ ມີຫົວໜ່ວຍການປົກຄອງຂັ້ນ ບ້ານຈຳນວນ 8.448 ບ້ານ ໃນນີ້ມີໜ່ວຍພັກຮາກຖານບ້ານ ທັງໝົດ 7.632 ໜ່ວຍພັກກວມ ເອົາ 90,30% ມີພຽງແຕ່ບ້ານດຽວທີ່ເປັນບ້ານຂາວ (ບ້ານທີ່ບໍ່ມີສະມາຊິກພັກ); ພ້ອມກັນນັ້ນ, ກໍໄດ້ປະຕິບັດລະບອບຄວບຕໍາ ແໜ່ງລະຫວ່າງ ນາຍບ້ານ ແລະ ເລຂາພັກບ້ານ ມີ6.482 ທ່ານ ກວມເອົາ 78% ຂອງຈຳນວນ ບ້ານທັງໝົດ, ກຳມະການພັກ ເມືອງ ເປັນເລຂາກຸ່ມບ້ານ 671 ທ່ານ; ນັບແຕ່ ປີ2016 ເປັນຕົ້ນມາ ເມືອງເປັນເຈົ້າການສອບ ບັນຈຸເລືອກເຟັ້ນ, ຮັບເອົາ ແລະ ສັບຊ້ອນພະນັກງານເຂົ້າໃນ ຕຳແໜ່ງຕ່າງໆ ເຮັດໃຫ້ການ ບັນຈຸພະນັກງານໃນຂັ້ນເມືອງມີຄວາມວ່ອງໄວ ແລະ ແທດເໝາະກັບຄວາມຕ້ອງການຂອງວຽກຕົວຈິງຫຼາຍກວ່າເກົ່າ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ