|
ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂາໍ່ນັບຂອງຄະນະຜູ້ແທນມົງໂກນ
ຄະນະຜູ້ແທນມົງໂກນມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 16-19 ມັງກອນ 2019. ໃນໂອກາດນີ້, ປະທານສະພາແຫ່ງຊາດສປປ ລາວ ກໍໄດ້ສະແດງຄວາມຍິນດີຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນດັ່ງກ່າວທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ດີລະຫວ່າງສອງປະເທດ ລາວ-ມົງໂກນ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ ໂດຍສະເພາະລະຫວ່າງສອງອົງການນິຕິບັນຍັດລາວ-ມົງໂກນໃຫ້ນັບມື້ຂະຫຍາຍຕົວຂຶ້ນ. ໃນວັນດຽວກັນທີ່ສະພາແຫ່ງຊາດ, ກໍໄດ້ມີການພົບປະສອງຝ່າຍ, ລະຫວ່າງ ທ່ານ ສົມພູ ດວງສະຫວັນ ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມສະພາແຫ່ງຊາດ ສປປ ລາວພ້ອມດ້ວຍຄະນະ ແລະ ທ່ານ Yondonperenlein BAATARBILEG ສະມາຊິກສະພາຄູຣານໃຫຍ່, ປະທານກໍາມາທິການນະໂຍບາຍສັງຄົມ,ສຶກສາ, ວັດທະນະທໍາ ແລະ ວິທະຍາສາດ, ປະທານຄະນະມິດຕະພາບລັດຖະສະພາມົງໂກນ-ລາວ ພ້ອມດ້ວຍຄະນະ, ຊຶ່ງທັງສອງຝ່າຍໄດ້ແຈ້ງສະພາບການເຄື່ອນໄຫວວຽກງານໂດຍຫຍໍ້ໃຫ້ກັນຊາບ ໂດຍສະເພາະສອງຄະນະມິດຕະພາບລັດຖະສະພາໃນການແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດນິຕິບັນຍັດ-ແລກປ່ຽນຂໍ້ມູນຂ່າວສານ, ການປຶກສາຫາລືກ້າວໄປສູ່ການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງອົງການນິຕິບັນຍັດ ລາວ-ມົງໂກນໃຫ້ຕໍ່ເນື່ອງ ແລະ ເປັນປົກກະຕິ, ພ້ອມນີ້ສອງຝ່າຍຍັງໄດ້ສະເໜີການແລກປ່ຽນຢ້ຽມຢາມເພື່ອສືບຕໍ່ພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ສະພາຄູຣານໃຫຍ່ມົງໂກນກໍຄືສອງກຳມາທິການໃຫ້ເຂົ້າສູ່ລວງເລິກກວ່າເກົ່າເປັນຕົ້ນແມ່ນໃຫ້ມີການຮ່ວມມືແລກປ່ຽນ ແລະ ຖອດຖອນບົດຮຽນລະຫວ່າງຜູ້ແທນທັງສອງຝ່າຍໃຫ້ເປັນປົກກະຕິພ້ອມທັງຊຸກຍູ້ໃຫ້ມີການລົງເລິກດ້ານວິຊາການຕະຫຼອດຮອດການຮ່ວມມືສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ພ້ອມທັງພິຈາລະນາທຶນການຊ່ວຍເຫຼືອໃນການບໍາລຸງສ້າງ ແລະ ຍົກລະດັບໃຫ້ແກ່ພະນັກງານວິຊາການສະພາແຫ່ງຊາດ.
(ແຫຼ່ງຂໍ້ມູນ: pasaxon.org.la)