ເສດຖະກິດເອີຣົບຈະຂະຫຍາຍຕົວຫລຸດລົງ

00:54 | 13/05/2019

ໃນເມື່ອວັນທີ 15 ເດືອນມັງກອນ ປີ 2019, ທ່ານ ມາຣີໂອ ດຣາກີ ປະທານທະນາຄານກາງເອີຣົບ (ECB) ໃຫ້ຮູ້ວ່າການຈະເລີນເຕີບໃຫຍ່ຂອງເສດຖະກິດໃນເຂດນຳໃຊ້ສະກຸນເງິນຮ່ວມເອີໂຣ (Eurozone) ຫລຸດລົງເມື່ອທຽບໃສ່ການຄາດຄະເນໄວ້.

ເສດຖະກິດເອີຣົບຈະຂະຫຍາຍຕົວຫລຸດລົງ

ເສດຖະກິດເອີຣົບຈະຂະຫຍາຍຕົວຫລຸດລົງ

ທ່ານ ມາຣີໂອ ດຣາກີ ປະທານທະນາຄານກາງເອີຣົບ(ECB)ໃຫ້ຮູ້ວ່າ: ການຈະເລີນເຕີບໃຫຍ່ຂອງເສດຖະກິດໃນເຂດນຳໃຊ້ສະກຸນເງິນຮ່ວມເອີໂຣ(Eurozone)ຫລຸດລົງເມື່ອທຽບໃສ່ການຄາດຄະເນໄວ້, ພ້ອມທັງເນັ້ນວ່າ: ຕ້ອງສືບຕໍ່ບັນດາມາດຕະການສົ່ງເສີມເສດຖະກິດທ່າມກາງຄວາມກັງວົນ ຈັງຫວະການຈະເລີນເຕີບໃຫຍ່ຊ້າລົງໃນບັນດາພື້ນຖານເສດຖະກິດແຖວໜ້າໃນເອີຣົບເປັນຕົ້ນ ເຢຍລະມັນ, ຝຣັ່ງ ແລະ ອິຕາລີ ເຊິ່ງໄດ້ຮັບຜົນກະທົບ ຈາກຄວາມບໍ່ໝັ້ນຄົງທ່ີກ່ຽວຂ້ອງເຖິງເບຣກຊິດ ແລະ ສະພາບຄວາມເຄັ່ງຕຶງການຄ້າລະຫວ່າງ ສ.ອາເມລິກາ-ຈີນ. ເດືອນ 12/2018, ECB ໄດ້ສິ້ນສຸດລາຍການຊຶ້ຮຸ້ນລັດຖະບານ ແລະ ບັນດາວິສາຫະກິດ ຂະໜາດໃຫຍ່ທ່ີນຳ​ອອກ​ມາເພື່ອກະຕຸ້ນການຈະເລີນເຕີບໃຫຍ່ ແລະ ຊຸກຍູ້ອັດຕາເງິນເຟີ້ໃຫ້ຢູ່ໃນລະດັບເປົ້າໝາຍຫລຸດລົງຕ່ຳກວ່າ 2% ຂອງ ECB.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ