“ເທວະດາ” ນຸ່ງເສື້ອສີຂຽວ ບົດທີ 4: ນ້ອງເຕີບໃຫຍ່ຂຶ້ນດ້ວຍເຂົ້າຈີ່ຂອງທະຫານ
“ເທວະດາ” ນຸ່ງເສື້ອສີຂຽວ ບົດທີ 3: ຮູບແບບເຮືອນສີຂຽວ ທີ່ຊ່ວຍນ້ອງນ້ອຍໄປໂຮງຮຽນ | |
Emagazine: “ເທວະດາ” ນຸ່ງເສື້ອສີຂຽວ |
![]() |
ກ້ອນເຂົ້າຈີ່ຢູ່ເຂດຊາຍແດນ ແມ່ນໜຶ່ງໃນບັນດາການເຄື່ອນໄຫວປົກກະຕິຂອງຄ້າຍທະຫານປ້ອງກັນຊາຍແດນ ລາໄລ (ເມືອງດາກຣົງ, ກວາງຈີ້) ເພື່ອໜູນຊ່ວຍໃຫ້ເດັກນ້ອຍໄປໂຮງຮຽນ. |
ເຄື່ອນທັບລົງບ້ານພ້ອມກັບ...ເຂົ້າຈີ່
ທຸກໆເຊົ້າຢູ່ຄ້າຍທະຫານປ້ອງກັນຊາຍແດນ ລາໄລ, ຫລັງຈາກອອກກຳລັງກາຍ ແລະ ສຸຂະອະນາໄມສ່ວນຕົວແລ້ວ, ສະຫາຍ ໂຮ່ວັນຖູ ຫົວໜ້າກອງ ແລະ ສະຫາຍ ເລຊວນເຈື່ອງ ຮອງຫົວໜ້າການເມືອງ ຂຶ້ນລົດກະບະເພື່ອໄປບ້ານ ອ່າແດ່ງ (ຕາແສງ ອ່າງໍ, ເມືອງ ດາກຣົງ).
ກາງທາງ, ພວກເຂົາແວ່ຮ້ານເຂົ້າຈີ່ ເພື່ອຊື້ເຂົ້າຈີ່, ພວກເຂົາເອົາເຂົ້າຈີ່ເຂົ້າໄປໃນກະເປົາຢ່າງວ່ອງໄວ, ຫຼັງຈາກນັ້ນ ກໍ່ໄປຫາໂຮງຮຽນບ້ານອ່າແດ່ງ, ໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມ ອ່າງໍ.
![]() |
ບັນດາພະນັກງານ, ນັກຮົບທະຫານ ພ້ອມດ້ວຍຄູອາຈານ ໄດ້ຈັດຕັ້ງໂຕະ ແລະ ປູຜ້າໂຕະລໍຖ້າ. ບັນດາຖົງເຂົ້າຈີ່ ໄດ້ນຳເອົາອອກມາ. ຫຼັງຈາກໃສ່ຖົງມື, ພວກເຂົາກໍ່ໄດ້ຕັດເຂົ້າຈີ່, ເປີດຝາປິດຂອງກະປ໋ອງນົມຂຸ້ນ. |
ຢູ່ທີ່ນີ້, ບັນດາພະນັກງານ, ນັກຮົບທະຫານ ພ້ອມດ້ວຍຄູອາຈານ ໄດ້ຈັດຕັ້ງໂຕະ ແລະ ປູຜ້າໂຕະລໍຖ້າ. ບັນດາຖົງເຂົ້າຈີ່ ໄດ້ນຳເອົາອອກມາ. ຫຼັງຈາກໃສ່ຖົງມື, ພວກເຂົາກໍ່ໄດ້ຕັດເຂົ້າຈີ່, ເປີດຝາປິດຂອງກະປ໋ອງນົມຂຸ້ນ.
![]() |
ເຂົ້າຈີ່ຈຳນວນກວ່າ 200 ກ້ອນທີ່ໄດ້ຕັດ, ແຊ່ດ້ວຍນົມ ແລະ ວາງຢູ່ເທິງໂຕະ. ບັນດານັກຮົບທະຫານປ້ອງກັນຊາຍແດນ ແລະ ຄູອາຈານໄດ້ຈັດສົ່ງໃຫ້ນັກຮຽນ. ໃນເວລາພຽງບໍ່ເທົ່າໃດນາທີ, ເຂົ້າໜົມສ່ວນໃຫຍ່ໄດ້ໝົດໄປ. ທົ່ວທຸກແຫ່ງໃນໂຮງຮຽນ ເດັກນ້ອຍ ໄດ້ເຕົ້າໂຮມກິນເຂົ້າໜົມຢ່າງພໍອົກພໍໃຈ.
![]() |
ກ້ອນເຂົ້າຈີ່ຢູ່ເຂດຊາຍແດນ ໄດ້ປະກອບສ່ວນສ້າງຄວາມອົບອຸ່ນ ໃຫ້ແກ່ນັກຮຽນຊົນເຜົ່າສ່ວນໜ້ອຍ ທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. |
ສະຫາຍ ເລຊວນເຈື່ອງ ຮອງຫົວໜ້າການເມືອງ ໄດ້ໃຫ້ຮູ້ວ່າ, ງົບປະມານ ມີຄວາມຈຳກັດ, ສະນັ້ນ ໃນຫຼັກການ, ເດັກແຕ່ລະຄົນສາມາດໄດ້ຮັບພຽງແຕ່ເຂົ້າຈີ່ 1 ກ້ອນ. ແຕ່ມີເດັກນ້ອຍບາງຄົນ ທີ່ຢາກກິນແຮງ, ແຕ່ງົບປະມານມີຄວາມຈຳກັດ.
ກ້ອນເຂົ້າຈີ່ຢູ່ເຂດຊາຍແດນ ແມ່ນໜຶ່ງໃນບັນດາການເຄື່ອນໄຫວປົກກະຕິຂອງຄ້າຍທະຫານປ້ອງກັນຊາຍແດນ ລາໄລ (ເມືອງດາກຣົງ, ກວາງຈີ້) ເພື່ອໜູນຊ່ວຍໃຫ້ເດັກນ້ອຍໄປໂຮງຮຽນ. ກິດຈະກຳໄດ້ດຳເນີນ ໃນແຕ່ລະອາທິດ, ແຕ່ມີ 2 ຕາແສງ ແລະໂຮງຮຽນ 14 ແຫ່ງ ຢູ່ໃກ້ກັບຄ້າຍທະຫານປ້ອງກັນຊາຍແດນ, ສະນັ້ນ ການແຈກຢາຍເຂົ້າຈີ່ ຈະໄດ້ຈັດຕັ້ງປະຕິບັດປ່ຽນກັນຢູ່ບັນດາໂຮງຮຽນເຫຼົ່ານີ້.
''ຄັ້ງໜຶ່ງ ຢູ່ສະຖານທີ່ໂຮງຮຽນ, ເດັກຊາຍຄົນໜຶ່ງ ໄດ້ຮັບເອົາເຂົ້າຈີ່ ແລ້ວ ກິນໝົດເຂົ້າຈີ່ກ້ອນໜຶ່ງ ໃນເວລາບໍ່ເຖິງ... ໜຶ່ງນາທີ. ແຕ່ເຫັນວ່າ ລາວຍັງຫິວຢູ່ ບັນດານັກຮົບທະຫານຊາຍແດນ ກໍ່ໄດ້ເອົາເຂົ້າຈີ່ໃຫ້ລາວຕື່ມອີກ. ມື້ນັ້ນ, ລາວໄດ້ກິນເຂົ້າ ໜົມ 4 ກ້ອນ''. |
ທັງແຊບ ແລະ ມ່ວນ ແມ່ນເຂົ້າຈີ່ຂອງທະຫານ
ອາຈານ ເກີນ - ຜູ້ອໍານວຍການໂຮງຮຽນ ໃຫ້ຮູ້ວ່າ, ມີ 95% ຂອງຈໍານວນປະຊາຊົນໃນບ້ານ ອາງໍ ແມ່ນຊົນເຜົ່າ ປາໂກ. ບັນດາຄອບຄົວຊາວເຜົ່າມັກກິນເຂົ້າມີແຕ່ສອງຄາບຫຼັກ. ຄາບອາຫານຫຼັກທໍາອິດໃນມື້ ແມ່ນມັກຈະເລີ່ມແຕ່ເວລາ 8 ໂມງເຊົ້າ, ໃນເວລາທີ່ເດັກນ້ອຍມາຮອດໂຮງຮຽນ, ສະນັ້ນ ຄອບຄົວຈະແບ່ງປັນອາຫານໃຫ້ເດັກນ້ອຍ ກັບມາກິນເຂົ້າທ່ຽງ.
![]() |
ນັ້ນແມ່ນເຫດຜົນທີ່ເດັກນ້ອຍສ່ວນໃຫຍ່ໄປໂຮງຮຽນ ໂດຍບໍ່ທັນກິນເຂົ້າເຊົ້າ. ກ້ອນເຂົ້າຈີ່ຢູ່ເຂດຊາຍແດນ ໄດ້ປະກອບສ່ວນສ້າງຄວາມອົບອຸ່ນ ໃຫ້ແກ່ນັກຮຽນຊົນເຜົ່າສ່ວນໜ້ອຍ ທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.
![]() |
ກິດຈະກຳໄດ້ດຳເນີນ ໃນແຕ່ລະອາທິດ, ແຕ່ມີ 2 ຕາແສງ ແລະໂຮງຮຽນ 14 ແຫ່ງ ຢູ່ໃກ້ກັບຄ້າຍທະຫານປ້ອງກັນຊາຍແດນ, ສະນັ້ນ ການແຈກຢາຍເຂົ້າຈີ່ ຈະໄດ້ຈັດຕັ້ງປະຕິບັດປ່ຽນກັນຢູ່ບັນດາໂຮງຮຽນເຫຼົ່ານີ້. |
ດ້ວຍກິດຈະກຳດັ່ງກ່າວ, ບັນດານັກຮົບທະຫານປ້ອງກັນຊາຍແດນ ກໍ່ໄດ້ສ້າງອິດທິພົນທີ່ດີໃຫ້ແກ່ນັກຮຽນ. ຄູອາຈານມັກຈະອະທິບາຍໃຫ້ເດັກນ້ອຍຮູ້ ກ່ຽວກັບນັກຮົບທະຫານປ້ອງກັນຊາຍແດນ ແລະ ກ່ຽວກັບຊາຍແດນຂອງປະເທດ.
![]() |
ນ້ອງ ໂຮ່ຖິ້ເຍີດ ຮຽນ ຫ້ອງ ປ5 C, ເຮືອນ ຢູ່ ບ້ານ ອາແດງ |
ນ້ອງ ໂຮ່ວັນຮືງ, ນັກຮຽນ ປ.3 C, ໃຫ້ຮູ້ວ່າ, ຄັ້ງທຳອິດ ທີ່ຫຼານມີໂອກາດໄດ້ກິນເຂົ້າຈີ່ ມາຈາກບັນດານັກຮົບການທະຫານປ້ອງກັນຊາຍແດນ. ຫຼານຮູ້ສືກດີໃຈຫຼາຍ ເນື່ອງຈາກ ທັງໄດ້ກິນເຂົ້າຈີ່ ແລະ ບັນດານັກຮົບທະຫານປ້ອງກັນຊາຍແດນ ໄດ້ເລົ່າເລື່ອງຕ່າງໆໃຫ້ຟັງ.
![]() |
ທົ່ວທຸກແຫ່ງໃນໂຮງຮຽນ ເດັກນ້ອຍ ໄດ້ເຕົ້າໂຮມກິນເຂົ້າໜົມຢ່າງພໍອົກພໍໃຈ |
![]() |
ກ້ອນເຂົ້າຈີ່ຢູ່ເຂດຊາຍແດນ ໄດ້ປະກອບສ່ວນສ້າງຄວາມອົບອຸ່ນ ໃຫ້ແກ່ນັກຮຽນຊົນເຜົ່າສ່ວນໜ້ອຍ ທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. |
''ທະຫານປ້ອງກັນຊາຍແດນມີຫຼາຍກິດຈະກຳເພື່ອຊ່ວຍສະໜັບສະໜູນນັກຮຽນ. ນັກຮຽນສ່ວນໃຫຍ່ຢູ່ທີ່ນີ້ບໍ່ໄດ້ກິນອາຫານເຊົ້າ. ເຖິງວ່າ ສອງສາມອາທິດພວກເຂົາຈຶ່ງໄດ້ຮັບເຂົ້າຈີ່ຈາກບັນດານັກຮົບທະຫານປ້ອງກັນຊາຍແດນເທື່ອໜຶ່ງ, ແຕ່ເດັກນ້ອຍກໍ່ມີຄວາມກະຕືລືລົ້ນ. ນີ້ກໍ່ແມ່ນພື້ນຖານຕົວຈິງ ເພື່ອໃຫ້ພວກເຮົາສິດສອນນັກຮຽນໃຫ້ເຂົ້າໃຈກ່ຽວກັບທະຫານປ້ອງກັນຊາຍແດນ ແລະ ຊາຍແດນແຫ່ງຊາດ ໃຫ້ດີຂື້ນ...''. |
![]() | ພິທີມອບ-ຮັບອຸປະກອນການແພດ ໃຫ້ສະຫະພັນແມ່ຍິງ ແລະກອງບັນຊາການທະຫານຊາຍແດນແຂວງຫົວພັນ ລາວ ຍສໝ - ຈໍານວນອຸປະກອນດັ່ງກ່າວ ປະກອບມີ ຜ້າປິດປາກ 12.000 ອັນ, ນ້ຳຢາຂ້າເຊື້ອ 300 ຕຸກ, ຢາອົມ aquatap 1.000 ເມັດ, ເຄື່ອງແທກອຸນຫະພູມຮ່າງກາຍ ເພື່ອຕ້ານພະຍາດໂຄວິດ-19 5 ເຄື່ອງ. |
![]() | ພິທີມອບຮັບ ແລະສົ່ງ 3 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ ຍສໝ - ແຕ່ປີ 2000 ຮອດປີ 2020, ຄະນະປະຕິບັດງານພິເສດແຂວງຮ່າຕິ໋ງ ໄດ້ສົມທົບກັບກອງບັນຊາການທະຫານນະຄອນຫຼວງວຽງຈັນ ຈັດຕັ້ງການຊອກຫາ, ຂຸດເອົາ ແລະທ້ອນໂຮມໄດ້ 124 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ. |
![]() | ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຈັດຕັ້ງກອງປະຊຸມມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ໂດຍປະຕິບັດຕາມມະຕິຂອງສະພາແຫ່ງຊາດ ແລະຂໍ້ຕົກລົງຂອງປະທານປະເທດກ່ຽວກັບການພົ້ນຕຳແໜ່ງ, ແຕ່ງຕັ້ງລັດຖະມົນຕີກະຊວງປ້ອງກັນປະເທດ, ຕອນບ່າຍວັນທີ 9 ເມສາ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງກອງປະຊຸມມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດລະຫວ່າງທ່ານພົນເອກ ໂງຊວນລິກ, ຮອງເລຂາຄະນະພັກການທະຫານສູນກາງ, ອະດີດກຳມະການກົມການເມືອງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ແລະທ່ານພົນໂທ ຟານວັນຢາງ, ກຳມະການກົມການເມືອງ, ກໍາມະການປະຈໍາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ. |
ຄຳຮຸ່ງ