EuroCham BCI: ຄວາມເຊື່ອໝັ້ນຕໍ່ສະພາບແວດລ້ອມດຳເນີນທຸລະກິດ ຂອງ ຫວຽດນາມ ສືບຕໍ່ໄດ້ຮັບການຟື້ນຟູ
ພິທີມອບ-ຮັບອຸປະກອນການແພດ ໃຫ້ສະຫະພັນແມ່ຍິງ ແລະກອງບັນຊາການທະຫານຊາຍແດນແຂວງຫົວພັນ ລາວ | |
ສັນຍາການຄ້າເສລີ ຫວຽດນາມ - ອັງກິດ ໄດ້ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 1 ພຶດສະພາ 2021 ເປັນຕົ້ນໄປ |
![]() |
ຄວາມເຊື່ອໝັ້ນຕໍ່ສະພາບແວດລ້ອມດຳເນີນທຸລະກິດ ຂອງ ຫວຽດນາມ ສືບຕໍ່ໄດ້ຮັບການຟື້ນຟູ. ພາບປະກອບ |
ດັດຊະນີສະພາບແດວລ້ອມດຳເນີນທຸລະກິດຂອງ EuroCham (Business Climate Index - BCI) ບັນລຸ 73,9% ໃນໄຕມາດ 1 ປີ 2021. ນີ້ແມ່ນຕົວເລກສູງທີ່ສຸດນັບແຕ່ໄຕມາດ 3 ປີ 2019 - ກ່ອນທີ່ໂລກລະບາດໂຄວິດ - 19 ສົ່ງຜົນກະທົບຕໍ່ລະບົບການຄ້າ ແລະ ການລົງທຶນທົ່ວໂລກ. ໝາກຜົນຂອງການສຳຫຼວດດັ່ງກ່າວ ໄດ້ຊີ້ໃຫ້ເຫັນຄວາມປະເອີບໃຈກ່ຽວກັບສະພາບແວດລ້ອມສືບຕໍ່ໄດ້ຮັບການຮັກສາ ແລະ ເພີ່ມຂຶ້ນ 47% ພາຍໃນ 12 ເດືອນຜ່ານມາ. ຫວຽດນາມ ໄດ້ຮັບການຢັ້ງຢືນມີລະດັບການເຕີບໂຕເສດຖະກິດຢ່າງແຮງນັບແຕ່ຕົ້ນປີ 2021 ແລະ ໝາກຜົນດັ່ງກ່າວ ສ່ອງແສງໃຫ້ເຫັນຄວາມເຊື່ອໝັ້ນຂອງບັນດາວິສາຫະກິດເອີຣົບ.
ປີ 2020 ຫວຽດນາມ ແລະ ບັນດາປະເທດ ໄດ້ລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ (RCEP) ແລະ ກໍ່ໃນປີນີ້ ຫວຽດນາມ ເລີ່ມຜັນຂະຫຍາຍການປະຕິບັດບັນດາຄຳໝັ້ນສັນຍາຂອງ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ (CPTPP) ແລະ ສັນຍາການຄ້າເສລີກັບ ສະຫະພາບເອີລົບ (EVFTA). ບັນດາຜົນສຳເລັດໃນການປະຕິບັດບັນດາຄຳໝັ້ນສັນຍາຂອງບັນດາສັນຍາດັ່ງກ່າວເປັນການສະແດງໃຫ້ເຫັນຈິດໃຈເຊື່ອມໂຍງ, ປະຕິຮູບຢູ່ພາຍໃນປະເທດຂອງລັດຖະບານຫວຽດນາມ.
ແງ່ຫວັງເສດຖະກິດຂອງຫວຽດນາມ ໃນໄລຍະຈະມາເຖິງ ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ແຕ່ ຫວຽດນາມ ພວມສະແດງໃຫ້ເຫັນຄວາມສາມາດຟື້ນຕົວຢ່າງແຮງກວ່າບັນດາພື້ນຖານເສດຖະກິດທີ່ຄ້າຍຄືກັນ ແລະ ແງ່ຫວັງຂອງພື້ນຖານເສດຖະກິດໃນໄລຍະກາງ ແລະ ຍາວຍັງຕັ້ງຫນ້າຢູ່. ຫວຽດນາມ ພວມມີແງ່ຫວັງໄດ້ຊົມໃຊ້ຜົນປະໂຫຍດຈາກບັນດາທ່າອ່ຽງດ້ານການຄ້າ, ການລົງທຶນ ແລະ ການຜະລິດທົ່ວໂລກໃນປະຈຸບັນ.
ໃນສະພາບການສາກົນ, ຢູ່ພາຍໃນປະເທດ ຄາດຄະເນວ່າມີບັນດາກາລະໂອກາດ, ຄວາມສະດວກ ແຕ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍກໍ່ບໍ່ແມ່ນຫນ້ອຍ, ພິເສດ ແມ່ນໂລກລະບາດໂຄວິດ, ຫວຽດນາມ ຍັງສືບຕໍ່ຢືດໝັ້ນເປົ້າໝາຍ ທັງປ້ອງກັນ, ຕ້ານໂລກລະບາດ, ຮັກສາສຸຂະພາບຂອງປະຊາຊົນ, ທັງຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ ບົນພື້ນຖານຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່. ບັນດາຜົນສຳເລັດທີ່ບັນລຸໄດ້ໃນປີ 2020 ຈະແມ່ນບັນດາປະຖົມປັດໄຈເພື່ອໃຫ້ຫວຽດນາມ ບັນລຸການເຕີບໂຕຂອງປີ 2021 ກໍ່ຄືຊຸມປີຕໍ່ໄປ.
![]() | ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ທົ່ວປວງຊົນ, ທົ່ວກອງທັບ ຈົ່ງຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຍສໝ - ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ທົ່ວປວງຊົນ ແລະນັກຮົບທົ່ວປະເທດຈົ່ງຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ, ມານະພະຍາຍາມຢ່າງສູງສຸດ ແລະປະຕິບັດຂໍ້ກໍານົດຕ່າງໆຂອງລັດຖະບານ, ຄະນະຊີ້ນຳແຫ່ງຊາດ... ເພື່ອປ້ອງກັນ, ຕ້ານໂລກລະບາດ ເພື່ອສຸຂະພາບຂອງແຕ່ລະຄົນ, ເພື່ອສຸຂະພາບຂອງຊຸມຊົນ, ເພື່ອຜົນປະໂຫຍດຂອງປະເທດຊາດ. |
![]() | ພິທີມອບຮັບ ແລະສົ່ງ 3 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ ຍສໝ - ແຕ່ປີ 2000 ຮອດປີ 2020, ຄະນະປະຕິບັດງານພິເສດແຂວງຮ່າຕິ໋ງ ໄດ້ສົມທົບກັບກອງບັນຊາການທະຫານນະຄອນຫຼວງວຽງຈັນ ຈັດຕັ້ງການຊອກຫາ, ຂຸດເອົາ ແລະທ້ອນໂຮມໄດ້ 124 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ. |
![]() | ນາຍົກລັດຖະມົນຕີ ຫວຽດນາມ ຊີ້ນຳກະຊວງສາທາລະນະສຸກ ພ້ອມກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ ໜູນຊ່ວຍ ລາວ ໃນການຮັບມືກັບໂລກລະບາດໂຄວິດ 19 ຍສໝ - ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງທ່ານ ພັນຄໍາ ວິພາວັນ, ຄວາມຕັດສິນໃຈຕ້ານພະຍາດໂຄວິດ-19 ຂອງບັນດາອົງການທີ່ກ່ຽວຂ້ອງ ແລະປະຊາຊົນທຸກຄົນ, ປະເທດຊາດ ແລະປະຊາຊົນລາວອ້າຍນ້ອງ ຈະສາມາດຄວບຄຸມພະຍາດໂຄວິດ-19 ໂດຍໄວ, ຟື້ນຟູເສດຖະກິດ-ສັງຄົມຢ່າງວ່ອງໄວ ແລະສືບຕໍ່ພັດທະນາແບບຍືນຍົງ. |
ໄຊພອນ