ນັກສຶກສາລາວ ຈຳນວນ 200 ຄົນ ພວມສຶກສາຮ່ຳຮຽນຢູ່ໂຮງຮຽນຕ່າງໆໃນນະຄອນຫຼວງ ຮ່າໂນ້ຍ ໄດ້ເຂົ້າຮ່ວມບັນດາລາຍການຕ້ອນຮັບບຸນປີໃຫ່ມລາວ ຢ່າງອົບອຸ່ນ ແລະ ເຕັມໄປດ້ວຍຄວາມໝາຍ
ໃນຕອນບ່າຍ ຂອງວັນທີ 11 ເມສາ, ທີ່ ສູນລວມນັກສຶກສາສາກົນຮ່າໂນ້ຍ, ເນື່ອງໃນໂອກາດປີໃໝ່ ພ.ສ 2564 ຂອງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ນັກສຶກສາລາວ ຈຳນວນ 200 ຄົນ ພວມສຶກສາຮ່ຳຮຽນຢູ່ໂຮງຮຽນຕ່າງໆໃນນະຄອນຫຼວງ ຮ່າໂນ້ຍ ໄດ້ເຂົ້າຮ່ວມບັນດາລາຍການຕ້ອນຮັບບຸນ ປີໃຫ່ມລາວ ຢ່າງອົບອຸ່ນ ແລະ ເຕັມໄປດ້ວຍຄວາມໝາຍ.
|
ນັກສຶກສາລາວຕ້ອນຮັບບຸນປີໃໝ່ຢູ່ ສູນລວມນັກສຶກສາສາກົນຮ່າໂນ້ຍ |
|
ພາຂວັນ |
|
ພິທີບາສີສູ່ຂວັນ |
ລາຍການສະແດງສິລະປະ ແລະ ພິທີບາສີສູ່ຂວັນໃນໂອກາດບຸນປີໃໝ່ໄດ້ຈັດຕັ້ງທີ່ ສູນລວມນັກສຶກສາສາກົນຮ່າໂນ້ຍ, ນີ້ແມ່ນການເຄື່ອນໄຫວປະຈຳປີ ຂອງ ນັກສຶກສາລາວພວມສຶກສາຮ່ຳຮຽນຢູ່ໂຮງຮຽນຕ່າງໆໃນນະຄອນຫຼວງ ຮ່າໂນ້ຍ, ເຊີ່ງໄດ້ດຶງດູດນັກສຶກສາປະເທດ ລາວ ແລະ ຫວຽດນາມ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
|
ການເຄື່ອນໄຫວນີ້ບໍ່ພຽງແຕ່ຊ່ວຍໃຫ້ນ້ອງໆນັກສຶກສາລາວ ໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດທີ່ມີຄວາມໝາຍ ເມື່ອຢູ່ໄກຈາກບ້ານເກີດເມືອງນອນ ເທົ່ານັ້ນ ຫາກຍັງ ສະແດງໃຫ້ເຫັນນ້ຳໃຈສາມັກຄີ, ສະໜິດຕິດພັນ, ຍາວນານລະຫວ່າງສອງປະເທດ, ສອງຊາດ ຫວຽດນາມ - ລາວ. |
|
ທ້າວ ສອນໄຊ ຫຼວງອຸດົມ ເປັນນັກສຶກສາປະລິນຍາເອກ ຢູ່ ມະຫາວິທະຍາໄລ ສັບພະວິຊາ ຮ່າໂນ້ຍ |
ໂດຍຕອບສຳພາດຕໍ່ນັກຂ່າວ ວາລະສານຍຸກສະໄໝ, ທ້າວ ສອນໄຊ ຫຼວງອຸດົມ ເປັນນັກສຶກສາປະລິນຍາເອກ ຢູ່ ມະຫາວິທະຍາໄລ ສັບພະວິຊາຮ່າໂນ້ຍ ໄດ້ແບ່ງປັນວ່າ: ຂ້າພະເຈົ້າດີໃຈ ແລະ ຮູ້ສຶກມີຄວາມສຸກເມື່ອໄດ້ເຂົ້າຮ່ວມງານບຸນໃນຄັ້ງນີ້. ເຖິງວ່າຈະຢູ່ໄກຈາກຄອບຄົວ ກໍ່ຕາມ, ແຕ່ຂ້າພະເຈົ້າຍັງຮູ້ສຶກໄດ້ບັນຍາກາດອັນອົບອຸ່ນ, ມ່ວນຊື່ນຂອງບຸນປີໃໝ່ ທີ່ໄດ້ຈັດຕັ້ງຢູ່ນະຄອນຫຼວງ ຮ່າໂນ້ຍເໝືອນດັ່ງ ບ້ານເກີດເມືອງນອນຂອງຕົນ.
|
ນັກສຶກສາລາວມັດແຂນເຊິ່ງກັນ ແລະ ກັນ |
|
ທີ່ພິທີບັນດາພິທີກຳທີ່ເປັນມູນເຊື້ອຂອງບຸນປີໃໝ່ລາວໄດ້ຮັບການຈັດຕັ້ງຢ່າງສົມກຽດ ແລະ ອົບອຸ່ນ |
|
ລາຍການສະແດງສິລະປະ ແລະ ພິທີບາສີສູ່ຂວັນໃນໂອກາດບຸນປີໃໝ່ໄດ້ຈັດຕັ້ງທີ່ ສູນລວມນັກສຶກສາສາກົນຮ່າໂນ້ຍ, ນີ້ແມ່ນການເຄື່ອນໄຫວປະຈຳປີ ຂອງ ນັກສຶກສາລາວພວມສຶກສາຮ່ຳຮຽນຢູ່ໂຮງຮຽນຕ່າງໆໃນນະຄອນຫຼວງ ຮ່າໂນ້ຍ |
|
ບັນດາລາຍການຕ້ອນຮັບບຸນປີໃຫ່ມລາວ ຢ່າງອົບອຸ່ນ ແລະ ເຕັມໄປດ້ວຍຄວາມໝາຍ |
|
ລາຍການສະແດງສິລະປະຂອງນັກສຶກສາລາວ |
ການເຄື່ອນໄຫວນີ້ບໍ່ພຽງແຕ່ຊ່ວຍໃຫ້ນ້ອງໆນັກສຶກສາລາວ ໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດທີ່ມີຄວາມໝາຍ ເມື່ອຢູ່ໄກຈາກບ້ານເກີດເມືອງນອນ ເທົ່ານັ້ນ ຫາກຍັງ ສະແດງໃຫ້ເຫັນນ້ຳໃຈສາມັກຄີ, ສະໜິດຕິດພັນ, ຍາວນານລະຫວ່າງສອງປະເທດ, ສອງຊາດ ຫວຽດນາມ - ລາວ.
| ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ເປັນເຈົ້າການຮັບມືກັບໂລກລະບາດໂຄວິດ-19 ໃນສະພາບການໃໝ່ ຫວ່າງແລ້ວນີ້, ນະຄອນຮ່າໂນ້ຍ ໄດ້ຈັດກອງປະຊຸມປຶກສາຫາລືບັນດາມາດຕະການເພື່ອຮັບມືກັບໂລກລະບາດໂຄວິດ-19 ໃນສະພາບການໃໝ່ ຂະນະທີ່ເປັນມື້ທີ 21 ບໍ່ໄດ້ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ. |
| ປະເທດລາວ ໄດ້ຮັບຢາວັກຊີນປ້ອງກັນ ແລະ ຕ້ານ COVID-19 ຈຳນວນ 1000 ປະລິມານ ຈາກຣັດເຊຍ ຍສໝ - ກະຊວງສາທາລະນະສຸກລາວ ໄດ້ຮັບຢາວັກຊີນ Sputnik V ຈຳນວນ 1,000 ປະລິມານໂດຍຜ່ານກອງທຶນການລົງທືນໂດຍກົງຂອງສະຫະພັນຣັດເຊຍ, ເຊິ່ງເປັນການໃຫ້ຢາວັກຊີນປ້ອງກັນ ແລະ ຕ້ານ COVID-19 ເປັນຄັ້ງທຳອິດໃນຊຸດຢາວັກຊີນຈຳນວນສອງລ້ານປະລິມານ ທີ່ລັດຖະບານສອງປະເທດໄດ້ຕົກລົງ. |
| ນັກສຶກສາລາວ ຊ່ວຍເຫຼືອປະຊາຊົນແກ້ໄຂຜົ້ນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ ໃນຊຸມວັນຜ່ານມາ, ບັນດາແຂວງພາກພາງຂອງຫວຽດນາມ ຖືກເສຍຫາຍ ຢ່າງໜັກໜ່ວງກ່ຽວກັບຊັບສິນອີນຊີ. ເມື່ອນໍ້າຖ້ວມຫຼຸດລົງແລ້ວ, ປະຊາຊົນ ໄດ້ເລີ່ມເຮັດອະນາໄມເຮືອນຊານເພື່ອສ້າງຊີວິດການເປັນຢູ່ເປັນປົກກະຕິ ໂດຍໄວ. ນອກຈາກທະຫານລາດ, ທະຫານ, ກຸ່ມນັກສຶກສາລາວ ກໍ່ເຂົ້າຮ່ວມຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ທີ່ນີ້ຢ່າງສຸດຈິດສຸດໃຈ. |
ໄຊພອນ