08:00 | 07/04/2021

ສະມາຊິກສະພາແຫ່ງຊາດແມ່ນຜູ້ຮັບໃຊ້ ແລະ ຈົ່ງຮັກພັກດີຕໍ່ປະເທດຊາດແລະປະຊາຊົນ

ສະຖານທູດ ລາວ ປະຈຳ ສສ ຫວຽດນາມ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ ຊຸດທີ IX ສະຖານທູດ ລາວ ປະຈຳ ສສ ຫວຽດນາມ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ ຊຸດທີ IX
ການນຳ ສປປ.ລາວ ໄດ້ໄປໃຊ້ສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ, ນະຄອນຫລວງ ຊຸດ​ທີ II ​ ການນຳ ສປປ.ລາວ ໄດ້ໄປໃຊ້ສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ, ນະຄອນຫລວງ ຊຸດ​ທີ II ​
ສະມາຊິກສະພາແຫ່ງຊາດແມ່ນຜູ້ຮັບໃຊ້ ແລະ ຈົ່ງຮັກພັກດີຕໍ່ປະເທດຊາດແລະປະຊາຊົນ

ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບຜູ້ມີສິດເລືອກຕັ້ງ ເມືອງ ບາດິ່ງ (ພາບ: TTXVN)

ຕອນຄ່ຳວັນທີ 05 ເມສາ, ຢູ່ໜ່ວຍຊຸມຊົນເລກທີ 8, ຕາແສງ ດ້ຽນບຽນ, ເມືອງ ບາດິ່ງ, ນະຄອນຮ່າໂນ້ຍ, ໄດ້ຈັດກອງປະຊຸມເພື່ອຮັບເອົາຄຳເຫັນ ແລະ ຄວາມໄວ້ວາງໃຈຂອງຜູ້ມີສິດເລືອກຕັ້ງບ່ອນຢູ່ອາໄສສຳລັບຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຫວຽດນາມ ຊຸດທີ 15 ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ, ອາຍຸການ 2021 – 2025, ໃນນັ້ນໄດ້ຮັບເອົາຄຳເຫັນ ແລະ ຄວາມໄວ້ວາງໃຈກັບຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແມ່ນທ່ານປະທານປະເທດ ຫງວຽນຊວັນຟຸກ. ທີ່ກອງປະຊຸມ, ຜູ້ມີສິດເລືອກຕັ້ງໄດ້ຮັບຟັງການແນະນຳບັນດາມາດຕະຖານຂອງສະມາຊິກສະພາແຫ່ງຊາດ, ຊີວະປະຫວັດຫຍໍ້, ວິວັດການປະຕິບັດງານຂອງທ່ານປະທານປະເທດ ຫງວຽນຊວັນຟຸກ. ບັນດາຜູ້ມີສິດເລືອກຕັ້ງລ້ວນແຕ່ຕີລາຄາສູງການປະກອບສ່ວນສຳຄັນຂອງທ່ານປະທານປະເທດ ຫວຽນຊວັນຟຸກ ທີ່ມີຕໍ່ພາລະກິດປະຕິວັດຂອງປະເທດຊາດ. ກ່າວຄຳເຫັນຕໍ່ຜູ້ມີສິດເລືອກຕັ້ງ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ເນັ້ນໜັກວ່າ.

“ສະມາຊິກສະພາແຫ່ງຊາດແມ່ນຜູ້ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ, ຈົ່ງຮັກພັກດີຕໍ່ປະເທດຊາດ ແລະ ປະຊາຊົນ. ຂ້າພະເຈົ້າຫາກໍ່ສາບານຕໍ່ຄັນທຸງແດງ ດາວເຫຼືອງ, ຕໍ່ປະຊາຊົນຜູ້ມີສິດເລືອກຕັ້ງທົ່ວປະເທດວ່າ, ຈົ່ງຮັກພັກດີຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ຕໍ່ລັດຖະທຳມະນູນ… ເພື່ອປົກປັກຮັກສາ, ສ້າງສາປະເທດຊາດ. ພະນັກງານຄົນທຳມະດາກໍ່ຄືແນວນັ້ນ ແລະ ໃນຖານະເປັນພະນັກງານຂັ້ນສູງກໍ່ຍິ່ງຕ້ອງຄືແນວນັ້ນ, ຕ້ອງຖືພາລະກິດຂອງຊາດເໜືອກວ່າສິ່ງໃດໝົດ. ແລະນີ້ກໍ່ແມ່ນຄຳໝັ້ນສັນຍາຂອງພວກຂ້າພະເຈົ້າທີ່ມີຕໍ່ປະຊາຊົນຜູ້ມີສິດເລືອກຕັ້ງ”.

ທີ່ກອງປະຊຸມ, ຜູ້ມີສິດເລືອກຕັ້ງ 100% ໄດ້ເຫັນດີສະເໜີທ່ານ ຫງວຽນຊວັນຟຸກ ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 15.

ສະຖານທູດ ລາວ ປະຈຳ ສສ ຫວຽດນາມ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ ຊຸດທີ IX ສະຖານທູດ ລາວ ປະຈຳ ສສ ຫວຽດນາມ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ ຊຸດທີ IX

ສະຖານ​ເອກ​ອັກຄະ​ລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເປີດ​ພິທີປ່ອນ​ບັດ ​ເລືອກ​ຕັ້ງ​ສະມາ​ຊິກ ສະພາ​ແຫ່ງ​ຊາດ ຊຸດ​ທີ IX ​ຢ່າງ​ເປັນ​ທາງ​ການ ໃນວັນ​ທີ 14 ກຸມພາ ຜ່ານມາ ໂດຍມີ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມ​ດ້ວຍ ພະນັກງານສະຖານທູດ ​ແລະ ຄອບຄົວ​, ພະນັກງານ​ຜູ້​ຕາງໜ້າ ປ້ອງກັນຄວາມສະຫງົບ, ຫ້ອງການຜູ້ຕາງໜ້າ ການບິນລາວ ສາຂາຮ່າໂນ້ຍ ແລະ ພົນລະເມືອງລາວ ທີ່ດຳລົງຊີວິດຢູ່ຮ່າໂນ້ຍ ​ເຂົ້າ​ຮ່ວມ.

ການນຳ ສປປ.ລາວ ໄດ້ໄປໃຊ້ສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ, ນະຄອນຫລວງ ຊຸດ​ທີ II ​ ການນຳ ສປປ.ລາວ ໄດ້ໄປໃຊ້ສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ, ນະຄອນຫລວງ ຊຸດ​ທີ II ​

ຜູ້ມີສິດປ່ອນບັດເລືອກຕັ້ງ ທົ່ວປະເທດມີທັງໝົດ 4.279.243 ຄົນ, ຍິງ 2.128.167 ຄົນ, ມີໜ່ວຍປ່ອນບັດທັງໝົດ 7.217 ໜ່ວຍ. ໃນນີ້ ມີ 40 ໜ່ວຍເລືອກຕັ້ງ ທີ່ປະຈໍາຢູ່ຕ່າງປະເທດ, ມີພົນລະເມືອງລາວອາ​​ໄສ​ ຢູ່​ຕ່າງປະ​ເທດ ມີສິດປ່ອນບັດເລືອກຕັ້ງ ຈຳນວນ 13.404 ຄົນ, ຍິງ 5.493 ຄົນ.

ມາດຖານຜູ້ທີ່ຈະເປັນສະມາຊິກສະພາແຫ່ງຊາດ ມາດຖານຜູ້ທີ່ຈະເປັນສະມາຊິກສະພາແຫ່ງຊາດ

ສປປ ລາວ ກຳລັງ​ດຳ​ເນີນ​ການກະກຽມ​ຄວາມ​ພ້ອມ ໃຫ້​ແກ່​ການ​ເລືອກ​ຕັ້ງ ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II, ​ເຊິ່ງຄະນະ​ກຳມະການ​ ເລືອກ​ຕັ້ງ​ຂັ້ນ​ແຂວງ, ຂັ້ນ​ເມືອງ​ ໄດ້​ຜັນ​ຂະຫຍາຍ​ບັນດາ ​ເອກະສານ​ກ່ຽວ​ກັບ ​ການ​ເລືອກ​ຕັ້ງ ຂອງຄະນະກໍາມະການເລືອກຕັັ້ງລະດັບຊາດ ມາ​ຈັດ​ຕັ້ງ​ເຜີຍ​ແຜ່​ຢ່າງ​ກວ້າງຂວາງ, ​ໂດຍ​ສະ​ເພາະ ​ແມ່ນ​ມາດຖານ ຂອງ​ຜູ້​ທີ່​ຈະ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ​ເອກ​ກະສາ​ນກ່ຽວຂ້ອງ​ອື່ນໆ.

Link: https://huunghivietlao.thoidai.com.vn/detail-article-9378.html

In bài biết