06:54 | 26/03/2021

UNICEF ຮ່ວມກັບ ສະຫະພາບເອີຣົບ ຕິດຕາມ ບັນດາກິດຈະກໍາດ້ານໂພຊະນາການ ຢູ່ແຂວງຫົວພັນ

ບັນດາອົງການຈັດຕັ້ງສາກົນ UNDP, UNICEF, WHO ຕີລາຄາສູງຕໍ່ໝາກຜົນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ
ດ່າ​ນັ້ງ ເພີ່ມ​ທະ​ວີ​ກາ​ນ​ຮ່ວມກັບ ສະ​ຫະ​ພາບ ເອີ​ລົບ (EU)

ຈຸດປະສົງ ຂອງໂຄງການເພື່ອແນໃສ່ ການສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງວຽກງານ ດ້ານໂພຊະນາການ ທີ່ເປັນການເຮັດວຽກຮ່ວມກັນ ຂອງລາຍຂະແໜງການ ເພື່ອຂະຫຍາຍການບໍລິການ ໂພຊະນາການທາງກົງ ທີ່ຈໍາເປັນທີ່ສຸດ ອີງຕາມຫລັກຖານ ທີ່ຈະນໍາໄປສູ່ການປັບປຸງ ໂພຊະນາການເດັກນ້ອຍ ແລະ ແມ່ ຢູ່ ສປປ ລາວ, ​ເຊິ່ງສອດຄ່ອງກັບຍຸດທະສາດ ໂພຊະນາການແຫ່ງຊາດ ປີ 2016-2025, ເປົ້າໝາຍທີ 2 ຂອງ ເປົ້າໝາຍການພັດທະນາ ແບບຍືນຍົງ “ລຶບລ້າງຄວາມອຶດຫິວ, ບັນລຸໄດ້ ຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ປັບປຸງໂພຊະນາການ ແລະ ສົ່ງເສີມກະສິກໍາແບບຍືນຍົງ” ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ປີ 2016-2020 ຂອງ ສປປ ລາວ.

UNICEF ຮ່ວມກັບ ສະຫະພາບເອີຣົບ ຕິດຕາມ ບັນດາກິດຈະກໍາດ້ານໂພຊະນາການ ຢູ່ແຂວງຫົວພັນ
UNICEF ຮ່ວມກັບ ສະຫະພາບເອີຣົບ ຕິດຕາມ ບັນດາກິດຈະກໍາດ້ານໂພຊະນາການ ຢູ່ແຂວງຫົວພັນ. (ພາບ: KPL)

ໂຄງການຮ່ວມມືປັບປຸງ ດ້ານໂພຊະນາການ ເປັນໂຄງການລິເລີ່ມ ທີ່ສະຫະພາບເອີຣົບ ໄດ້ຮ່ວມມືກັບຫລາຍຝ່າຍ, ເຊິ່ງໄດ້ຮ່ວມກັບອົງການອຸຍ​ນີເຊັບ ໃນເດືອນກໍລະກົດ 2016 ແລະ ຈະສີ້ນສຸດລົງໃນວັນທີ 15 ທັນວາ 2021. ລວມມູນຄ່າໂຄງການ 14.750.000 ເອີໂຣ, ​ໃນ​ນັ້ນສະຫະພາບເອີຣົບປະກອບ ສ່ວນ 11.500.000 ເອີໂຣ ແລະ ອຸຍ​ນິ​ເຊັບ 2.250.000 ເອີໂຣ ​ໂດ​ຍ​ໄດ້ດໍາເນີນການ ຈັດຕັ້ງປະຕິບັດຢູ່ 10 ແຂວງ ຂອງ ສປປ ລາວ ຄື: ແຂວງຜົ້ງສາລີ, ຫລວງພະບາງ, ຫລວງນໍ້າທາ, ຫົວພັນ, ບໍ່ແກ້ວ, ຊຽງຂວາງ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ​ແຂວງອັດຕະປື.

UNICEF ຮ່ວມກັບ ສະຫະພາບເອີຣົບ ຕິດຕາມ ບັນດາກິດຈະກໍາດ້ານໂພຊະນາການ ຢູ່ແຂວງຫົວພັນ
ທ່ານ ນາງ ອີນາ ມາຈູລໍນີແຕ. (ພາບ: KPL)

ທ່ານ ນາງ ອີນາ ມາຈູລໍນີແຕ ກ່າວວ່າ: ການໄປຢ້ຽມຢາມແຂວງຫົວພັນ ໃນຄັ້ງນີ້, ເປັນໂອກາດອັນດີ ທີ່ໄດ້ເຫັນບາງບັນດາ ກິດຈະກໍາ ທີ່ກໍາລັງຈັດຕັ້ງປະຕິບັດ ຢູ່ຂັ້ນແຂວງ ​ໂດຍເລັງໃສ່ເພື່ອປັບປຸງ ໂພຊະນາການຂອງແມ່ ແລະ ເດັກ, ພ້ອມທັງໄດ້ປະເມີນຄືນ ໃນສິ່ງທີ່ເຮົາຈະສາມາດ ເຮັດໄດ້ໃນອະນາຄົດ ເພື່ອປັບປຸງວຽກງານ ໂພຊະນາການໃນ ສປປ ລາວ.

UNICEF ຮ່ວມກັບ ສະຫະພາບເອີຣົບ ຕິດຕາມ ບັນດາກິດຈະກໍາດ້ານໂພຊະນາການ ຢູ່ແຂວງຫົວພັນ
(ພາບ: KPL)

ທ່ານ ນາງ ເພຍ ບຣິດໂຕ ກ່າວວ່າ: ການຮ່ວມມືໃນການປັບປຸງ ດ້ານໂພຊະນາການ ຊ່ວຍໃຫ້ເຮົາສາມາດຍາດໄດ້ ໂອກາດໃນການປະກອບສ່ວນ ເພື່ອໃຫ້ບັນລຸ ໄດ້ເປົ້າໝາຍ ອັນສໍາຄັນ ຕາມແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ VIII, ພ້ອມດຽວກັນນີ້, ຍັງເປັນສິ່ງທີ່ໜ້າຍິນດີ ທີ່ຈະໄດ້ເຫັນວ່າ ແຂວງຫົວພັນ ມີຄວາມຄືບໜ້າສູງ ໃນການຮັບມືກັບຈໍານວນເດັກເຕ້ຍ ທີ່ເກີດຂຶ້ນໃນຊຸມປີທີ່ຜ່ານມາ. ແຕ່ກໍຍັງມີຫລາຍຢ່າງ ທີ່ພວກເຮົາຍັງສາມາດເຮັດໄດ້ ເພື່ອຮັບປະກັນວ່າເດັກນ້ອຍ ຢູ່ໃນແຂວງຫົວພັນ ຈະໄດ້ຮັບອາ ຫານທີ່ມີຄຸນຄ່າ ທາງໂພຊະນາການ, ການບໍລິການ ແລະ ການດູແລທີ່ຈໍາເປັນ ທີ່ສໍາຄັນຕໍ່ການເຕີບໃຫຍ່ ແລະ ຄວາມອາດສາມາດ ໃນການຮັບຮູ້ເຖິງສັກກະຍາພາບ ທີ່ຕົນເອງມີ.

ເພີ່ມທະວີການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ ສະຫະພາບເອີຣົບ

ຍ​ສ​ໝ - ທ່ານຫງວຽນແທ່ງຟອງໃຫ້ຮູ້ວ່າ: ນະຄອນໂຮ່ຈີມິນຍາມໃດກໍ່ພ້ອມແລ້ວທີ່ຈະສະໜັບສະໜູນ ແລະເຊື້ອເຊີນບັນດາວິສາຫະກິດເອີຣົບມາລົງທຶນຢູ່ນະຄອນ, ພິເສດແມ່ນໃນບັນດາຂົງເຂດທີ່​ເປັນ​ທ່າ​ແຮງ​ຂອງເອີຣົບ ແລະ ນະຄອນໂຮ່ຈີມິນ ສຸມໃສ່ການພັດທະນາ.

UNICEF ໜູນຊ່ວຍໃຫ້ເດັກນ້ອຍພາກກາງ ຫວຽດນາມ

ຍ​ສ​ໝ - ທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ ໃຫ້ຮູ້ວ່າUNICEF ໄດ້ຈັດແບ່ງງົບປະມານ 100.000 USD ເພື່ອໜູນຊ່ວຍສຸກເສີນກ່ຽວກັບນ້ຳສະອາດ, ຮັກສາອະນາໄມສ່ວນຕົວ, ຮັກສາອະນາໄມສິ່ງແວດລ້ອມ, ສາທາລະນະສຸກ, ໂພສະນາການ ແລະ ການສຶກສາ, ກໍ່ຄືໜູນຊ່ວຍຈິດຕະວິທະຍາທາງສັງຄົມ ແລະ ປົກປ້ອງເດັກ.

ສະຫະພາບເອີຣົບ ສະໜອງທຶນ 2 ລ້ານກວ່າເອີໂຣ ເຂົ້າໃນວຽກຕ້ານການລະບາດໂຄວິດ-19 ຢູ່ລາວ

ພິທີ​ເປີດ​ໂຄງການ​ດັ່ງກ່າວ, ​ໄດ້​ຈັດ​ຂຶ້ນ ​ໃນ​ວັນ​ທີ 18 ສິງຫາ 2020 ທີ່ນະຄອນຫລງວຽງຈັນ, ​ໂດຍ ທ່ານ ໄບຣອັນ ອຸປະທູດ ອີຢູປະຈຳລາວ ​ກ່າວວ່າ: ໂຄງການດັ່ງກ່າວ, ເປັນສ່ວນໜຶ່ງໃນການສະໜັບສະໜູນລັດຖະບານລາວ ໃນການຕອບໂຕ້ການລະບາດ ຂອງພະຍາດໂຄວິດ-19 ແນໃສ່ຫລຸດ ຜ່ອນຄວາມສ່ຽງ, ຜົນກະທົບທາງ ເສດຖະກິດ-ສັງຄົມ ແລະ ສຸຂະພາບ ຂອງ​ປະຊາຊົນ​ລາວ ​ບັນດາ​ເຜົ່າ ຈາກການລະບາດຂອງ​ໂຄ​ວິດ-19.

Link: https://huunghivietlao.thoidai.com.vn/detail-article-9302.html

In bài biết