ກຳປູເຈຍ ສັກວັກຊິນກັນໂຄວິດ-19 ໃຫ້ພະນັກງານການທູດ ຫວຽດນາມ
![]() |
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຫວູກວາງມິງ ສັກວັກຊິນ AstraZeneca. ພາບ: VOV |
ຕອນເຊົ້າວັນທີ 23 ເມສາ, ທີ່ນະຄອນຫລວງ ພະນົມເປັນ, ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ໄດ້ສົມທົບກັບກະຊວງສາທາລະນະສຸກ ໄດ້ຜັນຂະຫຍາຍການສັກວັກຊິນກັນໂຄວິດ-19 ໂດຍບໍ່ເສຍຄ່າໃຫ້ແກ່ພະນັກງານການທູດ ແລະ ຄອບຄົວພວມປະຕິບັດງານ, ດຳລົງຊີວິດຢູ່ ກຳປູເຈຍ. ຄາດວ່າ ການສັກວັກຊິນກັນໂຄວິດ-19 ໃຫ້ພະນັກງານການທູດຢູ່ ກຳປູເຈຍ ຈະດຳເນີນແຕ່ວັນທີ 23 – 26 ມີນາ ດ້ວຍຈຳນວນ 741 ຄົນທີ່ມາຈາກບັນດາອົງການສຳນັກງານຜູ້ຕາງໜ້າຂອງ 18 ປະເທດ. ພະນັກງານສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ລວມມີ 105 ຄົນໄດ້ສັກວັກຊິນໃນຕອນເວົ້າວັນທີ 23 ເມສາ. ວັກຊິນໂດຍກະຊວງສາທາລະນະສຸກ ກຳປູເຈຍ ນຳໃຊ້ເພື່ອສັກໃຫ້ພະນັກງານການທູດ ແມ່ນວັກຊິນຂອງບໍລິສັດ Astra Zeneca ຜະລິດຢູ່ ອິນເດຍ ທີ່ມີຊື່ວ່າ Covishield.
![]() | ກຳປູເຈຍ ຍົກເລີກໜັງສືຈົດໝາຍທາງການ ທີ່ຈຳກັດການເດີນທາງຂ້າມຊາຍແດນຂອງພົນລະເມືອງ ກຳປູເຈຍ ແລະ ຫວຽດນາມ ຍສໝ - ເມື່ອບໍ່ດົນມານີ້, ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນກຳປູເຈຍ ໄດ້ປະກາດຍົກເລີກໜັງສືຈົດໝາຍທາງການ ທີ່ຈຳກັດການເດີນທາງຂ້າມຊາຍແດນຂອງພົນລະເມືອງ ກຳປູເຈຍ ແລະ ຫວຽດນາມ. |
![]() | ສະມາຄົມຂະແມ - ຫວຽດນາມ ຢູ່ ກຳປູເຈຍ ໄດ້ມອບຂອງຂວັນກວ່າ 400 ພູດເພື່ອຊ່ວຍເຫຼືອຊາວກໍາປູເຈຍເຊື້ອຊາດຫວຽດນາມ ເອົາຊະນະ COVID-19 ຍສໝ - ຕອນເຊົ້າວັນທີ 9 ພຶດສະພາ, ສະມາຄົມຂະແມ - ຫວຽດນາມ ປະຈຳ ກຳປູເຈຍ ໄດ້ຈັດຕັ້ງການມອບຂອງຂວັນ ຈຳນວນ 439 ພູດ ລວມມີ ເຄື່່ອງໃຊ້ຈໍາເປັນໃນຊິວີດປະຈໍາວັນ ໃຫ້ແກ່ຊາວກໍາປູເຈຍເຊື້ອຊາດຫວຽດນາມ ຢູ່ ນະຄອນຫຼວງພະນົມ. |
![]() | ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ກຳປູເຈຍ ວັນທີ 3 ມີນາ, ທີ່ນະຄອນດ່ານັ້ງ ໄດ້ດໍາເນີນກອງປະຊຸມປະສົມ ຄັ້ງທີ 20 ລະຫວ່າງທະຫານເຂດ 5 (ກອງທັບປະຊາຊົນຫວຽດນາມ) ກັບທະຫານເຂດ 1 (ກອງທັບລາດຊະວົງກໍາປູເຈຍ). |