ຊຸກຍູ້ການຮ່ວມມືກ່ຽວກັບຂົງເຂດການສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ແຟນລັງ
ແຟນລັງ ໄດ້ສະຫງວນເງິນກ່ວາ 100 ລ້ານ USD ເພື່ອໜູນຊ່ວຍບັນດາໂຄງການລົງທຶນສາທາລະນະຢູ່ຫວຽດນາມ | |
ຈັດສົ່ງພົນລະເມືອງຫວຽດນາມ ກ່ວາ 300 ຄົນຈາກຊູແອັດ ແລະ ແຟນລັງ ກັບຄືນປະເທດ |
![]() |
ພິທີລົງນາມການຮ່ວມມື |
ເວທີປາໄສກ່ຽວກັບການສຶກສາ ຂອງແຟນລັງ ທີ່ມີຊື່ວ່າ “Finnish Education Bootcamp” ໄດ້ດຳເນີນໃນວັນທີ 21 ມີນາ ຢູ່ ຮ່າໂນ້ຍ. ທີ່ເວທີປາໄສ, ບັນດາຜູ້ແທນໄດ້ແລກປ່ຽນບາງເນື້ອໃນເພື່ອແນໃສ່ຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງກ່ວາອີກ ໃນຂົງເຂດການສຶກສາ ແລະ ບຳລຸງສ້າງ ລະຫວ່າງສອງປະເທດ.
ແບ່ງປັນທີ່ເວທີປາໄສ, ທ່ານ Kari Kahiluoto ເອກອັກຄະລັດຖະທູດແຟນລັງ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ໃນຊຸມປີ ຜ່ານມາ, ຫວຽດນາມ ແລະ ແຟນລັງ ໄດ້ມີ ການຮ່ວມມືຫຼາຍຢ່າງໃນຂົງເຂດການສຶກສາ ແລະ ບັນລຸໄດ້ໝາກຜົນທີ່ດີງາມຫຼາຍຢ່າງ. ສິ່ງທີ່ພິສູດໃຫ້ເຫັນນັ້ນແມ່ນ ປັດຈຸບັນ ພວມມີນັກສຶກສາຫວຽດນາມ 2.500 ຄົນ ພວມຮ່ຳຮຽນຢູ່ແຟນລັງ.
![]() |
ທ່ານ Kari Kahiluoto ເອກອັກຄະລັດຖະທູດ ແຟນລັງ ປະຈຳ ຫວຽດນາມ ກ່າວຄໍາເຫັນທີ່ເວທີປາໄສ |
ທ່ານກໍ່ໃຫ້ຮູ້ວ່າ, ປັດຈຸບັນມີ ກ່ວາ 30 ໂຄງການສຶກສາ ແຟນລັງ ຢູ່ ຫວຽດນາມ ພວມໄດ້ຮັບການຜັນຂະຫຍາຍ. ເຖິງຢ່າງໃດກໍ່ຕາມ, ສະພາບການໂລກລະບາດໂຄວິດ - 19 ພວມກໍ່ຜົນກະທົບຕໍ່ຫຼາຍຂະແໜງ, ຫວ່າງແລ້ວນີ້ແມ່ນ 2 ໂຮງຮຽນຂອງແຟນລັງຢູ່ ຫວຽດນາມ ຕ້ອງປິດປະຕູ. ແຕ່ວ່າ, ຂ້າພະເຈົ້າຮູ້ສຶກດີໃຈເມື່ອເຫັນໄດ້ຫ້ອງການຕາງໜ້າ Wise Consulting Finland (WCF) - ແຟນລັງ ລົງນາມຮ່ວມມືກັບລະບົບການສຶກສາຍຸກສະໄໝ.
ການສຶກສາຢູ່ຫວຽດານມ ປະສົມກັບຄວາມຫຍຸ້ງຍາກ ແລະ ມີລັກສະນະແກ້ງແຍ້ງສູງ, ເພາະສະນັ້ນ, ທ່ານເອກອັກຄະລັດຖະທູດ ຮູ້ສຶກດີໃຈເມື່ອເຫັນຫຼາຍບໍລິສັດການສຶກສາໂຮນລັງຮ່ວມມືດ້ານສຶກສາກັບ ຫວຽດນາມ. ທ່ານກໍ່ສະແດງຄວາມຫວັງວ່າໃນໄລຍະຈະມາເຖິງສອງປະເທດອາດຈະມີການຮ່ວມມືໃນຂົງເຂດບຳລຸງສ້າງວິຊາຊີບ.
![]() | VASEAN ຕ້ອງເອົາໃຈໃສ່ຕໍ່ການພັດທະນາຂຽວ, ສ້າງການພົວພັນມິດຕະພາບ, ຮ່ວມມືກັບ ອາຊຽນ ຍສໝ - ຕາງໜ້າບັນດາວິສາຫະກິດ ສະມາຊິກ VASEAN ກໍ່ກ່າວຄຳເຫັນສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່, ການໜູນຊ່ວຍຂອງລັດຖະບານ, ບັນດາກະຊວງ, ຕີລາຄາສູງເລື່ອງລັດຖະບານ ຄວບຄຸມໄດ້ໂລກລະບາດໂຄວິດ - 19 ໃຫ້ສຳເລັດຜົນ, ຈາກນັ້ນ ໄດ້ຮັກສາສະຖຽນລະພາບການຜະລິດ, ດຳເນີນທຸລະກິດຄືໃນປັດຈຸບັນ. |
![]() | ແຟນລັງ ໄດ້ສະຫງວນເງິນກ່ວາ 100 ລ້ານ USD ເພື່ອໜູນຊ່ວຍບັນດາໂຄງການລົງທຶນສາທາລະນະຢູ່ຫວຽດນາມ ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານ Kari Kahiluoto ເອກອັກຄະລັດຖະທູດ ແຟນລັງປະຈຳ ຫວຽດນາມ ໃຫ້ຮູ້ວ່າ ພິທີລົງນາມສັນຍາແມ່ ໄດ້ດຳເນີນໃນວັນທີ 21 ມັງກອນ. ທ່ານ Kari Kahiluoto ແລະ ທ່ານ ເຈິ່ນຊວັນຮ່າ ຮອງລັດຖະມົນຕີກະຊວງການເງິນຫວຽດນາມ ໄດ້ຮັບການມອບສິດລົງນາມສັນຍາຈາກລັດຖະບານສອງປະເທດ. |
![]() | ຈັດສົ່ງພົນລະເມືອງຫວຽດນາມ ກ່ວາ 300 ຄົນຈາກຊູແອັດ ແລະ ແຟນລັງ ກັບຄືນປະເທດ ຍສໝ - ຖ້ຽວບິນໄດ້ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຄັມງວດ. ພາຍຫຼັງບິນລົງຈອດຢູ່ສະໜາມບິນສາກົນໂນ້ຍບາຍ, ບັນດາຜູ້ໂດຍສານຈະໄດ້ຮັບການກວດສຸຂະພາບ ແລະ ແຍກຕົວລວມໝູ່ຕາມຂໍ້ກຳນົດ. |
ບຸນຄົງ