ປະຊາຊົນທົ່ວປະເທດເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກ ຈະສ້າງບາດກ້າວກະໂດດຂັ້ນ
ອ້າຍ ຫງວຽນງອກດິ້ງ, ປະຊາຊົນຢູ່ນະຄອນ ຖູເຢົາໂມດ, ແຂວງ ບິ່ງເຢືອງ ຫວັງວ່າ:
“ຂ້າພະເຈົ້າປາດຖະໜາວ່າ ກອງປະຊຸມໃຫຍ່ຄັ້ງນີ້ ຈະບັນລຸໄດ້ຕາມມາດຕະຖານ ເຊິ່ງມະຕິໄດ້ວາງອອກ, ມີຄວາມສາມັກຄີ ແລະ ນຳປະເທດພວກເຮົານັບມື້ນັບໝັ້ນຄົງ, ເຂັ້ມແຂງ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນ, ຊຸກຍູ້ກຳລັງໜູນແກ່ການພັດທະນາປະເທດຊາດໃຫ້ນັບມື້ນັບດີຂຶ້ນ. ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງແນວແນ່ວ່າ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກ ຈະປະສົບຜົນສຳເລັດຢ່າງຈົບງາມ ແລະ ເປັນແປ້ນຢັນໃຫ້ຊຸມປີຕໍ່ໄປ”.
![]() |
ອ້າຍ ຫງວຽນງອກດິ້ງ, ປະຊາຊົນຢູ່ນະຄອນ ຖູເຢົາໂມດ, ແຂວງ ບິ່ງເຢືອງ (ພາບ: VOV) |
ເອື້ອຍ ເລທິທື ຢູ່ນະຄອນ ບ່າເຣ້ຍ, ແຂວງ ບ່າເຣ້ຍ - ຫວູງເຕົ່າ ກໍຕັ້ງຄວາມຫວັງຫຼາຍຢ່າງຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ.
“ຂ້າພະເຈົ້າຫວັງວ່າ ກອງປະຊຸມໃຫຍ່ຄັ້ງນີ້ ຈະຍົກສູງກທາງດ້ານວິທະຍາສາດ - ເຕັກໂນໂລຢີ, ເຕັກນິກ, ລົງທຶນກໍ່ສ້າງຕົວເມືອງອັດສະລິຍະ ແລະ ມີການກຳນົດທິດ ແລະ ລັດຖະນະໂຍບາຍທີ່ເໝາະສົມເພື່ອເຊື່ອມໂຍງເຂົ້າກັບເສດຖະກິດສາກົນ”.
ສ່ວນພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອ ຫວັງວ່າ ກອງປະຊຸມໃຫຍ່ຄັ້ງນີ້ ຈະສືບຕໍ່ວາງແຜນນະໂຍບາຍ, ນະໂຍບາຍສຳລັບປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເຂດຊາຍແດນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ແລະ ຊ່ວຍເຫຼືອພໍ່ແມ່ປະຊາຊົນໃນການອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຂອງເຜົ່າຕົນ.
![]() | ສານອວຍພອນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ຢັ້ງຢືນ ຈະສືບຕໍ່ປະຕິບັດແນວທາງການຕ່າງປະເທດສະເໝີຕົ້ນສະເໝີປາຍ ເຊິ່ງພັກໄດ້ວາງອອກ ນັ້ນແມ່ນ ເພີ່ມທະວີການພົວພັນຮ່ວມມືມິດຕະພາບກັບບັນດາປະເທດ, ບັນດາພັກການເມືອງ, ອົງການຈັດຕັ້ງ ແລະ ເພື່ອນມິດສາກົນ, ປະກອບສ່ວນເຂົ້າໃນພາລະກິດແຫ່ງການສ້າງສັນຕິພາບ, ເອກະລາດຂອງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມໃນໂລກ. |
![]() | ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຍສໝ - ກອງປະຊຸມວົງແຄບລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນທາງອອນລາຍໄດ້ປຶກສາຫາລືກຳນົດທິດ, ບຸລິມະສິດທົ່ວປີຂອງອາຊຽນ ແລະ ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ມີຄວາມສົນໃຈ. |
![]() | ສື່ມວນຊົນລາວຕີລາຄາສູງຕໍ່ວຽກງານກະກຽມບຸກຄະລາກອນໃຫ້ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ກ່ອນການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ເຊິ່ງຈະດຳເນີນແຕ່ວັນທີ 25 ມັງກອນ - 2 ກຸມພາ. ສື່ມວນຊົນລາວໄດ້ລົງຂ່າວກ່ຽວກັບວຽກງານກະກຽມບຸກຄະລາກອນ ໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ. |