ເຂື່ອນໄຟຟ້ານໍ້າກົງ 3 ຈະເປີດຜະລິດໄຟຟ້າຈໍາໜ່າຍ ກາງປີ 2021
![]() |
ເຂື່ອນໄຟຟ້ານໍ້າກົງ 3 ຈະເປີດຜະລິດໄຟຟ້າຈໍາໜ່າຍ ກາງປີ 2021 |
ທ່ານ ທອງໃສ ທໍາມະວົງ ຜູ້ຈັດການໃຫຍ່ໂຄງການ ເຂື່ອນໄຟຟ້ານໍ້າກົງ 3 ລາຍງານໃຫ້ຮູ້ ໃນໂອກາດທີ່ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ລົງເຄື່ອນໄຫວຕິດຕາມ ກວດກາໂຄງການດັ່ງກ່າວ ໃນວັນ ທີ 26 ພະຈິກ 2020 ນີ້ວ່າ: ເຂື່ອນໄຟຟ້ານໍ້າກົງ 3 ມີເຄື່ອງຈັກທັງໝົດ 3 ໜ່ວຍ, ມີກໍາລັງຕິດຕັ້ງລວມ ທັງໝົດ 54 MW (3x18 MW), ຄາດວ່າຈະທົດລອງແລ່ນ ຈັກຜະລິດໄຟຟ້າເຄື່ອງຈັກທີ 1 ພາຍໃນເດືອນມີນາ, ເຄື່ອງຈັກທີ 2 ພາຍໃນເດືອນເມສາ ແລະ ທົດລອງແລ່ນຈັກຜະລິດ ໄຟຟ້າເຄື່ອງຈັກທີ 3 ພາຍໃນເດືອນ ພຶດສະພາ ແລະ ຄາດວ່າໃນເດືອນມິຖຸນາ 2021 ຈະເລີ່ມຜະລິດກະແສໄຟຟ້າ ເພື່ອສົ່ງອອກຈໍາໜ່າຍ ໃຫ້ປະເທດຫວຽດນາມ ຢ່າງເປັນທາງການ. ມາຮອດປັດຈຸບັນ ການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 3 ມີຄວາມຄືບໜ້າຢ່າງຕໍ່ເນື່ອງ. ໃນນັ້ນ, ການກໍ່ສ້າງຖານເຂື່ອນ ແບບຫຍິບຮອຍແຫງ ສໍາເລັດ 100%, ໂຄງສ້າງອຸໂມງ ແລະ ປະຕູປ່ອຍນໍ້າເຂົ້າ ເຮືອນຈັກສໍາເລັດ 100%, ອາຄານເຮືອນຈັກສໍາເລັດ 91%, ວຽກກັງຫັນເຄື່ອງຈັກປັ່ນໄຟ E&M ສໍາເລັດ 90,6%, ຕົວເຂື່ອນສໍາເລັດ 86%, ຝາຍນໍ້າລົ້ນ 63%.
ທ່ານ ສີນາວາ ສຸພານຸວົງ ໄດ້ເນັ້ນໜັກ ໃຫ້ໂຄງການດັ່ງກ່າວ, ເອົາໃຈໃສ່ປະຕິບັດ ຕາມຂັ້ນຕອນ, ລະບຽບກັກເກັບນ້ຳເຂົ້າອ່າງ ແລະ ແຜນການຮັບມື ໃນກໍລະນີສຸກເສີນ ຢ່າງເຂັ້ມງວດ, ຮັບປະກັນ ບໍ່ໃຫ້ມີຜົນກະທົບ ຕໍ່ສິ່ງແວດລ້ອມທໍາມະຊາດ ແລະ ສັງຄົມ, ການກັກນໍ້າ ຕ້ອງໄດ້ມີການທົບທວນ ແລະ ຝຶກຊ້ອມແຜນສໍາລັບຮັບມື ສຸກເສີນຂອງຕົນຢ່າງ ເປັນປົກກະຕິ, ຮັບປະກັນໃຫ້ມີການປະສານງານ ກັບອົງການປົກຄອງທ້ອງຖີ່ນຢ່າງຕໍ່ເນື່ອງ, ຮັບປະກັນມີເຄື່ອງຮັບໃຊ້ ທີ່ຈໍາເປັນໃຫ້ພຽງພໍ ແລະ ອື່ນໆ.
![]() | ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ຢ້ຽມຢາມ ສປປ ລາວ ເພື່ອຮັດແໜ້ນການຮ່ວມມື ຍສໝ - ສອງຝ່າຍ ຍັງເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນການຢ້ຽມຢາມ ແລະ ການພົບປະຂອງການນໍາຂັ້ນສູງຂອງສອງປະເທດ ດ້ວຍຫລາຍຮູບແບບ ແລະ ປະຕິບັດກົນໄກການຮ່ວມມືທີ່ມີຢູ່ແລ້ວ ລະຫວ່າງສອງປະເທດ ກໍຄືສອງກະຊວງໃຫ້ມີປະສິດທິຜົນຍິ່ງໆຂຶ້ນ. |
![]() | ການໂອ້ລົມສົນທະນາຫວຽດນາມ - ອາເມລິກາ: ຢັ້ງຢືນບົດບາດຂອງການແລກປ່ຽນ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສະມາຄົມຫວຽດນາມ - ອາເມລິກາ (17 ຕຸລາ 1945 - 17 ຕຸລາ 2020) ຄົບຮອບ 25 ປີແຫ່ງການພົວພັນຫວຽດນາມ - ອາເມລິກາ, ໃນຕອນບ່າຍວັນທີ 28 ພະຈິກ, ຢູ່ສູນປະຊຸມແຂວງຕ່ຽນກວາງ, ສະມາຄົມຫວຽດນາມ - ... |
![]() | COVID-19: ນຳສົ່ງພົນລະເມືອງຫວຽດນາມ 368 ຄົນ ຈາກມາກາວ (ປະເທດຈີນ) ກັບຄືນປະເທດ ຍສໝ - ໃນວັນທີ 28 ພະຈິກ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ໄຕ້ຫວັນ ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ຮ່ວມມືກັບ ບັນດາອົງການທີ່ມີໜ້າທີ່ມາກາວ ເພື່ອນຳສົ່ງພົນລະເມືອງຫວຽດນາມ 368 ຄົນກັບເມືອບ້ານຢ່າງປອດໄພ. |