ສະຖານທູດຫວຽດນາມ ປະຈຳອິນເດຍ ໄດ້ແບ່ງປັນຄວາມຫຍຸ້ງຍາກ ກັບຜູ້ປະສົບໄພນ້ຳຖ້ວມຢູ່ພາກກາງຫວຽດນາມ
ສະຖານທູດຫວຽດນາມ ປະຈຳຢູ່ບຣຸໃນ ໄດ້ປຸກລະດົມການຊ່ວຍເຫຼືອປະຊາຊົນພາກກາງ ຢູ່ ຫວຽດນາມ | |
ສະຖານທູດຫວຽດນາມ ໄດ້ຈັດພິທີມອບຂອງຂວັນໃຫ້ແກ່ນັກເຝິກງານຫວຽດນາມ ທີ່ຍີ່ປຸ່ນ |
ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມ ປະຈຳອິນເດຍ ໄດ້ຈັດພິທີເປີດການປຸກລະດົມບໍລິຈາກເງິນ ດ້ວຍທາງອິນເຕີເນັດ ໂດຍມີການເຂົ້າຮ່ວມຂອງພະນັກງານຫ້ອງການສະຖານທູດທັງໝົດ ແລະ ບັນດາຫ້ອງການທີ່ກ່ຽວຂ້ອງ. ກ່າວຄຳເຫັນທີ່ກອງປະຊຸມລະດົມບໍລິຈາກເງິນຊ່ວຍເຫຼືອປະຊາຊົນ ໃນເຂດພາກກາງ, ທ່ານຟ້າມແຊັງເຈົ່າ - ເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ ໄດ້ລາຍງານຜົນກະທົບທີ່ຮ້າຍແຮງຂອງລົມພາຍຸ 6 ແລະ 7 ທີ່ຜ່ານມາ ຢູ່ບັນດາແຂວງພາກກາງ ແລະ ການມີສ່ວນຮ່ວມຂອງລະບົບການເມືອງທັງໝົດ ພ້ອມດ້ວຍປະຊາຊົນໃນທົ່ວປະເທດ ໃນການຕອບໂຕ້ ແລະ ຫຼຸດຜ່ອນຜົນເສຍຫາຍທີ່ເກີດຈາກໄພທຳມະຊາດ.
![]() |
ສະຖານທູດຫວຽດນາມ ປະຈຳອິນເດຍ ໄດ້ແບ່ງປັນຄວາມຫຍຸ້ງຍາກ ກັບຜູ້ປະສົບໄພນ້ຳຖ້ວມຢູ່ພາກກາງຫວຽດນາມ. (ພາບ: baoquocte) |
ເພື່ອສືບຕໍ່ປະເພນີແຫ່ງຄວາມສາມັກຄີ, ຄວາມຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອິນເດຍ ຟ້າມແຊັງເຈົ່າ ໄດ້ຮຽກຮ້ອງໃຫ້ພະນັກງານສະຖານທູດ ປະກອບສ່ວນສະໜັບສະໜູນ ປະຊາຊົນ ໃນເຂດພາກກາງ ໃຫ້ໄດ້ຜ່ານຜ່າຜົນກະທົບໄພພິບັດໂດຍໄວ ແລະ ສະຖຽນລະພາບຊີວິດການເປັນຢູ່.
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອິນເດຍ ຟ້າມແຊັງເຈົ່າ ໄດ້ເນັ້ນໜັກວ່າ ປະຊາຊົນຢູ່ບັນດາແຂວງພາກກາງ ພວມຕ້ອງການຄວາມຊ່ວຍເຫຼືອຈາກທຸກພາກສ່ວນຂອງປະເທດ, ກໍ່ຄືຂອງຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ, ໃນນັ້ນມີຊຸມຊົນຊາວຫວຽດນາມອາໄສຢູ່ອິນເດຍ. ໃນວັນດຽວກັນ, ຈຳນວນເງິນປຸກລະດົມບໍລິຈາກທັງໝົດທີ່ບັນລຸໄດ້ 42,520.000 ດົ່ງ ໄດ້ຖືກໂອນກັບຫວຽດນາມ.
![]() | ສະຖານທູດຫວຽດນາມ ປະຈຳຢູ່ບຣຸໃນ ໄດ້ປຸກລະດົມການຊ່ວຍເຫຼືອປະຊາຊົນພາກກາງ ຢູ່ ຫວຽດນາມ ຍສໝ - ໃນວັນທີ 22 ຕຸລາ, ສະຖານທຸດຫວຽດນາມ ປະຈຳຢູ່ບຣຸໃນ ໄດ້ຈັດພິທີການປຸກລະດົມການຊ່ວຍເຫືອປະຊາຊົນພາກກາງ ສສ.ຫວຽດນາມ ຜູ້ທີ່ຖືກຮັບຜົນສະທ້ອນ ເນື່ອງຈາກ ໄພທໍາມະຊາດ. |
![]() | ສະຖານທູດຫວຽດນາມ ປະຈຳເວເນຊູເອລາ ໄດ້ສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 75 ປີ ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ (2 ກັນຍາ 1945 - 2 ກັນຍາ 2020), ສະຖານທູດຫວຽດນາມ ປະຈຳເວເນຊູເອລາ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນວັດທະນະທຳຫວຽດນາມ - ເວເນຊູເອລາ ທີ່ໂຮງລະຄອນ Principal de Caracas. |
![]() | ສະຖານທູດຫວຽດນາມ ປະຈຳ ປະເທດຊູແອດ ຢ້ຽມຢາມ ແລະ ໃຫ້ກຳລັງໃຈ ປະຊາຄົມຊາວຫວຽດນາມ ຢູ່ ປະເທດຊູແອດ ຍສໝ - ການຢ້ຽມຢາມຊາວຫວຽດນາມທີ່ດຳລົງຊີວິດ ແລະ ດຳເນີນທຸລະກິດຢູ່ແຂວງ Skäne, ຄະນະປະຕິບັດງານໄດ້ມີການພົບປະ ແລະ ເຮັດວຽກກັບຄະນະບໍລິຫານງານສະມາຄົມວັດທະນະທຳ ຫວຽດນາມ ຢູ່ ປະເທດຊູແອດ, ຜູ້ຕາງໜ້າຊາວຫວຽດນາມຢູ່ ບາງແຂວງພາກໃຕ້ຂອງປະເທດຊູແອດ, ຜູ້ຕາງໜ້າບັນດາວິສາຫະກິດຫວຽດນາມຢູ່ບັນດານະຄອນ Malmo, Lund, Helsinborg, Göteborg... |
ຄຳຮຸ່ງ